ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ກົດ ແລະຂໍ້ຫ້າມໃນການສ້າງແບບສຳຫຼວດ
ສ້າງເມື່ອ ພ.ຈ.. 26, 2009 26 ຄົນໂຫວດ, 27 ຄຳເຫັນ, ອ່ານ 565 ເທື່ອ
ມີໃຜເຄີຍອ່ານແນ່ ຖ້າຊ້ຳກະຂໍອະໄພ
ກົດ ແລະຂໍ້ຫ້າມໃນການສ້າງແບບສຳຫຼວດ

ກ່ອນຈະສ້າງແບບສຳຫຼວດໃນພັນລາວ ຂໍໃຫ້ທ່ານອ່ານ ແລະທຳຄວາມເຂົ້າໃຈກັບກົດລະບຽບຂອງທາງເວັບໄຊດັ່ງລຸ່ມນີ້

1. ຫ້າມບໍ່ໃຫ້ສ້າງແບບສຳຫຼວດຕິດຕໍ່ກັນຫຼາຍກວ່າ 2 ອັນ ເນື່ອງຈາກຈະເປັນການຖົມແບບສຳຫຼວດຂອງຄົນອື່ນທີ່ໄດ້ຕັ້ງໄວ້ກ່ອນໜ້ານັ້ນ
2. ຄວນໃຊ້ພາສາລາວໃຫ້ຫຼາຍທີ່ສຸດ ແລະຫຼີກເວັ້ນການໃຊ້ພາສາຕ່າງປະເທດ ຫາກທ່ານບໍ່ສາມາດພິມພາສາລາວໄດ້ ກະລຸນາຄລິກບ່ອນນີ້ ເພື່ອອ່ານວິທີຕິດຕັ້ງພາສາລາວ
3. ນິຍາມຄຳວ່າ “ແບບສຳຫຼວດ” ໃນພັນລາວ ໝາຍເຖິງການຕັ້ງຫົວຂໍ້ໃດນຶ່ງຂຶ້ນມາ ພ້ອມກັບມີໂຕເລືອກສຳຫລັບການລົງຄະແນນສຽງ ເພື່ອໃຫ້ຮູ້ວ່າ ຄົນສ່ວນຫຼາຍມີຄຳເຫັນກົງກັບໂຕເລືອກໃດຫຼາຍທີ່ສຸດ. ຫາກທ່ານຕ້ອງການສອບຖາມສະມາຊິກຄົນອື່ນ ກ່ຽວກັບຫົວຂໍ້ໃດນຶ່ງ ໃຫ້ໃຊ້ ເວັບບອດ ແທນ
4. ແບບສຳຫຼວດຂອງທ່ານ ຕ້ອງບໍ່ຂັດຕໍ່ກົດລະບຽບໃດ ໆ ຂອງເວັບ ທ່ານສາມາດອ່ານກົດລະບຽບຂອງເວັບໄຊພັນລາວໄດ້ຈາກ ໜ້ານີ້
5. ເມື່ອທ່ານສ້າງແບບສຳຫຼວດ ຖືວ່າທ່ານຍອມຮັບໃນກົດຂໍ້ບັງຄັບທີ່ໄດ້ລະບຸຂ້າງຕົ້ນແລ້ວ ຫາກທີມງານກວດພົບວ່າ ມີການຝ່າຝືນເກີດຂຶ້ນ ແບບສຳຫຼວດຂອງທ່ານອາດຈະຖືກລຶບອອກ ຫຼືບໍ່ສະແດງໃນໜ້າທຳອິດ ຫຼືໜ້າໃດ ໆ ແລະໃນກໍລະນີຮ້າຍແຮງທີ່ສຸດ ທ່ານອາດຈະບໍ່ສາມາດເຂົ້າໃຊ້ລະບົບໄດ້ອີກ

ຂໍຄວາມຮ່ວມມືໃຫ້ສະມາຊິກທຸກ ໆ ທ່ານອ່ານ ທຳຄວາມເຂົ້າໃຈ ແລະປະຕິບັດຕາມຢ່າງເຂັ່ງຂັດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງເວັບໄຊ ຂໍຂອບໃຈ.