ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກ...............ແທ້ເປັນ..............ຕຳນານ

ຮັກ...............ສິ້ນລົມປານເປັນ...................ບົດປະພັນ

ຮັກ.................ບໍ່ແປຜັນເປັນ.................ນິຍາຍ

ຮັກ..................ຈົນວັນຕາຍເປັນ................ນິທານ

ຮັກ..................ຕະຫລອດການເປັນ.................ລະຄອນ

ຮັກ..................ຢູ່ທຸກຕອນເປັນ..................ລະຄອນນ້ຳເນົ່າ

ຮັກ....................ບໍ່ເຄີຍເກົ່າເປັນ....................ແທ້ໃນຊວ່ງທຳອິດ

ຮັກ..................ໃນຄວາມແປກເປັນ..........................ຄຳຮິດ

ຮັກ....................ດວ້ຍຊີວິດເປັນ.........................ລິເກ

ຮັກ....................ບໍ່ໂລເລເປັນ...........................ຄວາມຝັນ

ຮັກ....................ເຈົ້ານິລັນ.......................ເປັນຊື່ເພງ

ຮັກ.....................ເດີ້ໂຕເອງເປັນ.......................ເດັກອົມມື

ຮັກ....................ຊື່ສັດເປັນ.........................ຄຳລວງ

ຮັກ...................ໝົດຊວງເປັນ........................ຄຳຕິດປາກ

ຮັກ...................ເຈົ້າຫລາຍເປັນ...................ຄຳຮອ໋ດ

ຮັກ...................ດຽວຕະຫລອດເປັນ.....................ໄປບໍ່ໄດ້..........55555555555555altaltalt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 10, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ທອ້ງຟ້າຍັງກວ້າງກວ່າເກົ່າ ເສັ້ນຂອບຟ້າເສັ້ນບາງຍັງກາງກັ້ນ

ຄວາມຮູ້ສຶກຫວ່ງຫາ............ຄົນຜູກພັນ

ຍັງວົນວຽນຢູ່ບອ່ນນັ້ນ.........ທີ່ຫົວໃຈ

ແມ່ນຳ້ແລະແຜ່ນຟ້າ

ສຸດສາຍຕາເບີ່ງຄືວ່າຈະໃກ້ກັນ

ແຕ່ຄວາມຈິງ2ສິ່ງນັ້ນຫ່າງໄກ

ບໍ່ເຄີຍໃກ້ກັນເລີຍຈັກເທື່ອ

ທອ້ງຟ້າຍັງກວ້າງແລະກະກວ້າງ

ຫົວໃຈທີ່ເບົາບາງຍັງອອ່ນລ້າ

ຄວາມຮັກລະຫວ່າງເຮົາທີ່ເປັນມາ

ເຮົາຜູກພັນກັນແທ້ຫຼືວ່າ.................................

ເປັນຄວາມໃກ້ຄືນຳ້ກັບຟ້າ...........ບໍ່ແນ່ໃຈ........................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຊີວິດແມ່ນການຕໍ່ສູ້

ຊີວິດແມ່ນການຮຽນຮູ້ທີ່ຈະເລີ່ມ

ຊີວິດແມ່ນການໄຂວ່ຄວ້າຈາກຈູດເດີມ

ຊີວິດແມ່ນການເພີ່ມເຕີມຄວາມເປັນຄົນ

ຊີວິດບໍ່ໄດ້ໂຮຍໄປດວ້ຍກີບກຸຫລາບ

ຊີວິດບໍ່ແມ່ນພາບແຫ່ງຄວາມຝັນ

ຊີວິດຕອ້ງສູ້ແລະຝ່າຟັນ

ຊີວິດນັ້ນຈື່ງຈະສົມບູນ............