ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີອາກາດກໍບໍ່ມີລົມຫາຍໃຈ

ບໍ່ມີຄວາມຮັກກໍຍັງຫາຍໃຈໄດ້ແຕ່ລະມື້

ອາກາດບໍ່ຕອ້ງສະແຫວງຫາ

ແຕ່ຄວາມຮັກກວ່າຈໄດ້ມາຕອ້ງບາກບັ່ນ

ອາກາດໄດ້ມາງາ່ຍໆແລະມີຢູ່ຫລາຍຮອ້ຍພັນ

ສວ່ນຄວາມຮັກໄດ້ແຕ່ຝັນກໍສຸກໃຈແລ້ວ

ອາກາດແທບຈະບໍ່ມີນຳ້ຫນັກ

ສວ່ນຄວາມຮັກໃຜກໍເຫັນວ່າຍິ່ງໃຫຍ່

ອາກາດບໍ່ເຄີຍສ້າງຄວາມເສຍໃຈ

ແຕ່ຄວາມຮັກເຮັດໃຫ້ຕອ້ງຮອ້ງໄຫ້ແລະມີນຳ້ຕາ

ອາກາດເຮັດໃຫ້ຊີວິດດຳເນີນຢູ່

ແລະຄວາມຮັກກໍເຮັດໃຫ້ລົມຫາຍໃຈມີຄຸນຄ່າ

ອາກາດເບິ່ງເຫັນໄດ້ຍາກດວ້ຍສາຍຕາ

ສ່ວນຄວາມຮັກເຫັນດວ້ຍຕາກໍຮູ້ໃຈ

ມີອາກາດໂລກກໍຍັງເປັນຄືເປັນຢູ່

ມີຄວາມຮັກໂລກກໍຈະກາຍເປັນສີບົວຫວານໄຫວ

ສຳຫລັບອາກາດເຂົ້າອອກຕາມລົມຫາຍໃຈ

ແຕ່ຄວາມຮັກຫາກມີໄວ້ກໍບໍ່ຢາກສູນເສຍໄປເລີຍ

ເບິ່ງແຍງຮັກສາອາກາດນັ້ນລຳບາກ

ເບິ່ງແຍງຄວາມຮັກແຮງຫຍຸ້ງຍາກຫາກບໍ່ຮັກກໍບໍ່ເບິ່ງ

ອາກາດຫລາຍເທົ່າໃດແຮງບໍ່ກົມກຽວ

ຄວາມຮັກເຖິງວ່າບາງເບົາແໜ້ນໜຽວແຕ່ກໍຍັງຜູກພັນ

ສວ່ນປະກອບຂອງອາກາດສາມດບັນຍາຍ

ແຕ່ຄວາມຮັກບໍ່ສາມາດອະທິບາຍດວ້ຍຄຳສັ້ນໆ

ອາກາດບາງມື້ກໍດີບາງມື້ກໍບໍ່ດີໄປແຕ່ລະມື້

ສວ່ນຄວາມຮັກນັ້ນກໍຍັງອົບອຸ່ນໃນຫົວໃຈ

ຄວາມຮັກກັບອາກາດ

ຖ້າຖາມຂອ້ຍວ່າເລືອກທີ່ຈະຂາດສິ່ງໃດ

ເຖິງວ່າອາກາດຈະຈຳເປັນຫລາຍເທົ່າໃດ

ໃນໂລກທີ່ບໍ່ມີຄວາມຮັກກໍບໍ່ອາດຢູ່ໄດ້ເຊັ່ນກັນ

 

 

 

 

Delicious Digg Fark Twitter