ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

1.ມັກຜູ້ຊາຍທີ່ໃຫ້ກຽດເຮົາທັງຕໍ່ໜ້າແລະລັບຫັລງຜູ້ອື່ນ

(ອັນເວົ້າເກັ່ງໆຫັ້ນກໍລົດລົງແດ່ບໍ່ມີໃຜເວົ້າໃຫ້ວ່າຢ້ານເມຍດ໋ອກ)

2.ມັກຜູ້ຊາຍເວົ້າຈາມວ່ນແຕ່ບໍ່ຕອ້ງເຢາະແຢະຫລາຍແຝງຄວາມເຂັ້ມແຂງໃນນຳ້ສຽງ

(***************ຫັ້ນເອົາໄວ້ເວົ້າກັບໝູ່ກັບແຟນຫັ້ນກໍ່ຄວນເວົ້າຄຳໃນຄວນເວົ້າ)

3.ມັກຜູ້ຊາຍທີ່ຍິ້ມງ່າຍແລະຕະຫລົກ

(ຊິຂີ້ມາດໄປຮອດໃສ.........ບໍ່ໄດ້ຫລໍ່ຂື້ນມາດ໋ອກ)

4.ມັກຜູ້ຊາຍທີ່ຊ່າງເອົາໃຈ ຈື່ມື້ສຳຄັນຕ່າງໆໄດ້ແດ່

(ບໍ່ຕອ້ງໝົດກະໄດ້ ໃຫ້ໄດ້ແດ່ກໍພໍແລ້ວ)

5.ມັກຜູ້ຊາຍທີ່ເບິ່ງແລ້ວອົບອຸ່ນເພິ່ງພາໄດ້

(ຈິ່ງຈະຮູ້ວ່າເວລາມີໂຕແມງສາບຫຼືໂຕໜູແລ່ນມາຈື່ງຈະບໍ່ໄດ້ໂດດຂຶ້ນມາຍາດຕັ່ງແລ້ວຮອ້ງແຂ່ງກັບເຮົາ)

6.ມັກຜູ້ຊາຍທີ່ເກັ່ງແລະມີຄວາມເປັນຜູ້ນຳແຕ່ບໍ່ຕອ້ງສຳຄັນໂຕເອງຫລືດູຖູກຄົນອື່ນ

(ຮູ້ແລ້ວວ່າເຈົ້າເກັ່ງແລ້ວເຈົ້າເກັ່ງຮູ້ແລ້ວບໍ່ວ່າເຮົາທຳທ່າເຮັດໂງ່ຊື່ໆນະ)

7.ມັກຜູ້ຊສຍທີ່ຮູ້ຈັກງໍ້ແດ່ໂດຍສະເພາະເວລາທີ່ໂຕເອງຜິດ

(ຂໍໂທດໆນະເວົ້າເປັນບໍ່)

8.ມັກຜູ້ຊສຍທີ່ແຕ່ງໂຕດີເບິ່ງລະສະອາດ

(ເວລາເອົາໄປໃສນຳຈື່ງຈະບໍ່ອາຍຄົນອື່ນ)

9.ມັກຜູ້ຊາຍທີ່ສະເຫມີຕົ້ນສະເຫມີປາຍສະແດງອອກວ່າຮັກຢ່າງສະຫມ່ຳສະເຫມີ

(ເຮົາເປັນຄົນຫວັ່ນໄຫວຕອ້ງຍ້ຳຕະຫລອດຮູ້ບໍ່ວ່າຢ້ານລືມ)

10.ມັກຜູ້ຊາຍທີ່ເວລາຊິໄປໃສມາໃສກໍບອກກັນແດ່

(ເຈົ້າບໍ່ໄດ້ຢູ່ຜູ້ດຽວແລ້ວເດີ້)

Delicious Digg Fark Twitter