ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

*ເຈົ້າເຄີຍຜິດຫວັງໃນເລື່ອງຄວາມຮັກຫລືບໍ່?

*ເຈົ້າເຄີຍເສຍໃຈເພາະຄວາມຮັກຫລືບໍ່?

*ເຈົ້າເຄີຍປວດໃຈເພາະຄວາມຮັກຫລືບໍ່?

*ເຈົ້າເຄີຍຮອ້ງໄຫ້ເພາະຄວາມຮັກຫລືບໍ່?

ແລ້ວສິ່ງເຫລົ່ານີ້ເຮັດໃຫ້ເຈົ້າຊັງຄວາມຮັກຫລືບໍ່ຖ້າເຈົ້າຊັງຄວາມຮັກເພາະສິ່ງນີ້ເຈົ້າຄິດຜິດ

ມັນບໍ່ແປກດອ໋ກຖ້າເຈົ້າຫລືໃຜໆຊິໂທດຄວາມຮັກ

ແຕ່ຖ້າຄິດດີໆແລ້ວຈະຮູ້ວ່າມັນບໍ່ແມ່ນຄວາມຜິດຂອງຄວາມຮັກເລີຍ

ຄວາມຮັກເປັນສິ່ງທີ່ດີບໍ່ເຄີຍເຮັດໃຫ້ໃຜເປັນແນວນັ້ນເລີຍ

ແຕ່ທີ່ເຈົ້າຮູ້ສຶກແນວນັ້ນເປັນເພາະໂຕເຈົ້າເອງ

ທີ່ເປັນແນວນັ້ນເພາະເຈົ້າບໍ່ສົມຫວັງໃນຄວາມຮັກ

ເພາະຮັກລາວແລ້ວແຕ່ລາວບໍ່ຮັກຕອບແມ່ນບໍ່............?alt

ຖ້າເປັນຄວາມຮັກທີ່ແທ້ຈິງເຈົ້າຈະບໍ່ເສຍໃຈຖ້າລາວບໍ່ຮັກເຈົ້າalt

ເພາະຄວາມຮັກຄືການໃຫ້ບໍ່ແມ່ນການຄອບຄອງ

ການຮັກໃຜຈັກຄົນບໍ່ຈຳເປັນຕອ້ງເປັນແຟນຫລືເປັນຫຍັງກັນ

ແຄ່ໄດ້ຮັກຫລືເຮັດຫຍັງດີໆໃຫ້ກໍພໍແລ້ວບໍ່ແມ່ນຫວາ...........?

ລອງເອົາໄປຄິດເບິ່ງວ່າທີ່ເຈົ້າອົກຫັກຫລືເສຍໃຈ

ມັນແມ່ນຄວາມຜິດຂອງຄວາມຮັກ

ຫລືຄວາມຜິດຂອງເຈົ້າທີ່ມີແຕ່ນັ່ງເສຍໃຈ

ໃຫ້ກັບຄວາມຮັກແລະມີແຕ່ຖ້າແຕ່ຈະໂທດຄວາມຮັກ.......................................................................alt

 

 

Delicious Digg Fark Twitter