ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

"ເວລາ"ທີ່ຈະໃຊ້ໃນການປັບສາຍຕາແລະຫົວໃຈ...

ເພາະວ່າຖ້າເຈົ້າເຄີຍມີປະສົບການໄຟດັບມາໝົດເຮືອນແລ້ວເຈົ້າຈະຮູ້ວ່າພຽງແຕ່ເຮົາປອ່ຍໂຕເອງໃຫ້ນັ່ງລ້າໆຈັກໜອ່ຍເຖິງວ່າໄຟຈະຍັງບໍ່ມາແຕ່ເຈົ້າຈະເລີ່ມ ເຫັນເຖິງວ່າມັນຈະເປັນແສງທີ່ເລືອນລາງຈາກຢູ່ນອກທີ່ສອ່ງລອດເຂົ້າມາ

ເຖິງວ່າມັນຈະບໍ່ໄດ້ແຈ້ງຫຼາຍແຕ່ມັນກໍເຮັດໃຫ້ເຮົາລຸກຍ່າງໄດ້ອີກເທື່ອ1.....ຄວາມຢ້ານຈະຄອ່ຍໆໝົດໄປແລະເຈົ້າຈະເລີ່ມຢູ່ໄດ້ເຖິງວ່າມັນຈະມີແຕ່ແສງສະຫວ່າງເທົ່ານີ້

ຫົວໃຈຂອງຄົນທີ່ອົກຫັກກໍຄືກັນ...ຂໍພຽງແຕ່ເຈົ້າໃຫ້ເວລາກັບໂຕເອງຖ້າໃນຊວ່ງທຳອິດທີ່ເສຍໃຈກັບຄວາມຮູ້ສຶກຕ່າງໆທີ່ເສຍໄປ....ລອງນັ່ງລ້າໆແລ້ວທົບທວນເລື່ອງລາວຕ່າງໆແລ້ວປັບຫົວໃຈໃຫ້ຢູ່ໄດ້ກັບມື້ນີ້..ມື້ທີ່ບໍ່ມີເຂົາ..

ແຕ່ວ່າຍັງມີໂຕເຮົາເອງໃຊ້ຊີວິດຕໍ່ໄປເລື້ອຍໆເພື່ອທີ່ມື້1ເຈົ້າຈະຄົ້ນພົບໂຕຈິງໃນໂຕເຈົ້າເອງວ່າ..ເຂົາ<ບໍ່ໄດ້ເປັນແສງສະຫວ່າງດຽວສຳຫຼັບເຮົາ>ເມື່ອດວງຕາເວັນທີ່ແທ້ຈິງສອ່ງຜ່ານເຂົ້າມາ...

ເຂົາ<ກໍຈະເປັນໄດ້ພຽງແຕ່ແສງສະຫວ່າງໃນ.......ຄວາມຊົງຈຳເທົ່ານັ້ນແຫຼະ>

Delicious Digg Fark Twitter