ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນແຕ່ລະຄົນມີວິຖີຊີວິດທີ່ແຕກຕ່າງກັນໄປ, ເຊິ່ງນັ້ນ ແມ່ນສິ່ງທີສະແດງໃຫ້ເຫັນວ່າຄົນເຮົາແມ່ນມີຄວາມແຕກຕ່າງກັນໄປ, ບາງຄົນອາດຈະຢາກໄປກຳນົດໃຫ້ຊີວິດຂອງຄົນອື່ນ ໃຫ້ມາເຮັດຕາມແບບທ່ີ່ຕົນຕ້ອງການ, ແຕ່ທ່ານເຄີຍຖາມຕົວເອງບໍວ່າ ຕົວທ່ານເດ ຢາກໃຫ້ຄົນອື່ນມາກຳນົດຊີວິດຂອງທ່ານບໍ? ຄືຄົນເຮົາປັດຈຸບັນນີ້ສ່ວນຫຼາຍຄິດວ່າສິ່ງທີ່ຕົນເອງກະທຳນັ້ນຖືກຕ້ອງສະເໝີ, ເພາະວ່າເຂົາລືມຄິດໄປວ່າສິ່ງທີ່ເຂົາຕ້ອງການກັບສິ່ງທີ່ຄົນອື່ນຕ້ອງການນັ້ນມັນອາດຈະບໍ່ຄືກັນ, ສະນັ້ນ, ສິ່ງສຳຄັນ ໃນການຢູ່ຮ່ວມກັນບໍ່ວ່າຈະເປັນຄອບຄົວ, ໝູ່ເພື່ອນ... ສິ່ງທີ່ສຳຄັນທີ່ສຸດທີ່ຕ້ອງຄຳນຶງຢູ່ສະເໝີ ນັ້ນຄື: ການຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ ແລ້ວຄົນເຮົາຈະຢູ່ຮ່ວມກັນດ້ວຍຄວາມສະບາຍໃຈ.

Delicious Digg Fark Twitter