ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ພ.. 12, 2009 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 577 ເທື່ອ
ການທີີຄົນເຮົາມີໂອກາດເລືອກ ກັບບໍ່ມີໂອກາດເລືອກມັນມີຄ່າເທົ່າກັນກໍ່ຕອນນີ້ລະ! ເມື່ອບໍ່ມີໂອກາດລືອກ ກໍ່ຢາກຈະມີ ແຕ່ພໍມີໂອກາດຊ້ຳພັດບໍ່ຢາກເລືອກ ມັນເປັນບັນຫາ 108. 1....ຄົນທີ່ເຈົ້າຮັກ ແລະ ຄິດວ່າ ຈະມອບຄວາມຫວັງໃຫ້ກັບເຂົາ ໂດຍບໍ່ແຄວ່າ ເຂົາຈະມີຖານະແບບໃດ,​ ແລະ ມີການສຶກສາແບບໃດ. ເຈົ້າພ້ອມ ແລະ ຍິນດີທີ່ຈະຍອມຮັບທຸກສິ່ງທຸກຢ່າງທີ່ເປັນຕົວຂອງເຂົາ ໄດ້ໝົດທຸກຢ່າງ. 2.....ຄົນທີ່ເຈົ້າຄິດວ່າ ຊາດນີ້ຈະບໍ່ເລືອກ, ແຕ່ໂລກພັດບັນດົນໃຫ້ເຈົ້າຕ້ອງເລືອກ ແລະ ເຂົາກໍ່ມີພ້ອມໃຫ້ເຈົ້າທຸກຢ່າງ ເງິນຄຳ, ຖານະ,​ ລົດ, ເຮືອນ(ຄົນມີຖານະ) ທີ່ສຳຄັນ ເຂົາຍັງສາມາດເປັນທີ່ເພິ່ງຂອງ ພໍ່ແມ່ ອ້າຍ ເອື້ອຍນ້ອງ ແລະ ຍາດຕິພີ່ນ້ອງຂອງເຈົ້າໄດ້. ທຸກຄົນພ້ອມທີ່ຈະສະໜັບສະໜູນໃຫ້ເຈົ້າເລືອກເຂົາ! ແລະ ເຂົາກໍ່ພ້ອມທີ່ຈະເລືອກເຈົ້າຕະຫລອດເວລາ.... ແລ້ວຕອນນີ້ຖ້າເປັນເຈົ້າເດ່! ຈະເລືອກໃຜ ໃຫ້ລອງຄິດ ໂດຍບໍ່ຕ້ອງໃຊ້ອາລົມ ແຕ່ໃຫ້ໃຊ້ ສະຕິປັນຍາ ແລະ ເຫດຜົນເພື່ອເລືອກໃຜ ມາຕັດສິນຊີ້ຂາດອານາຄົດຂອງເຈົ້າ.

 
ສ້າງເມື່ອ ກ.ພ.. 8, 2009 36 ຄົນໂຫວດ, 0 ຄຳເຫັນ, ອ່ານ 576 ເທື່ອ
ມັນເປັນເລື່ອງໃກ້ຕົວທີ່ສາມາດເກີດຂື້ນໄດ້ກັບທຸກຄົນທີ່ມີແຟນ ແລະ ຄິດວ່າໝັ້ນຄົງແຕ່ບໍ່ຍືນນານ.​ ຖ້າມື້ໜຶ່ງເຫດການນີ້ເກິດຂື້ນກັບ ເຈົ້າຈະເຮັດແນວໃດ?. 1. ແຟນເຈົ້າລົມກັນບໍ່ເຂົ້າເລື່ອງ! 2. ແຟນເຈົ້າເລີ່ມເສີຍໆ ບໍ່ເອົາໃຈໃສ່ເຈົ້າຄືແຕ່ເກົ່າ! 3. ແຟນເຈົ້າເລີ່ມຕີຕົວອອກຫ່າງຫລາຍຂື້ນ! 4. ແຟນເຮົາຖາມຫຍັງກໍ່ງຸດງິດ! 5. ສຸດທ້າຍກໍ່ຈັບໄດ້ວ່າ ຟ ແຟນ ເຈົ້ານອກໃຈ! ແຕ່ເມື່ອມັນເກີດຂື້ນແລ້ວ ກໍ່ຕ້ອງໄດ້ຄິດຢ່າງຮອບຄອບເພື່ອແກ້ບັນຫາ ເພາະການລືມຄົນໆໜຶ່ງມັນຍາກກ່ວາການເຮັດສິ່ງໃດໆ.ແລ້ວເຈົ້າຈະແກ້ບັນຫາແນວໃດດີລະ?

 
ສ້າງເມື່ອ ກ.ພ.. 7, 2009 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 615 ເທື່ອ
ຫລາຍໆ ຄົນພໍຮອດເດືອນກຸມພາແລ້ວ ກໍ່ພາກັນຕຽມຈິດຕຽມໃຈ ເລືອກບ່ອນທີ່ຈະພາກັນໄປອອກເດດກັນ ໃນວັນທີ 14 ກັນ ໂດຍສະເພາະຄົນທີ່ມີຊູ້ມີແຟນ, ເບິ່ງແລ້ວຄືວ່າຈະມີຄວາມສຸກດີ! ແຕ່... ສຳລັບຄົນທີ່ບໍ່ມີຄູູ່ນີ້ຕິ໋ ເມື່ອເຫັນພາບຄົນມີຄວາມສຸກແບບນັ້ນ ພັດເກີດອາລົມກົງກັນຂ້າມ. ບໍ່ແມ່ນອິດສາດອກ(ໜ້ອຍ1..) ແຕ່ເປັນອາລົມໜ້າເສົ້າຫລາຍກ່ວາ ແລະ ມັກຖາມຕົວເອງວ່າ *ເປັນຫຍັງເຮົາຄືບໍ່ມີແບບເຂົາແດ່ນໍ່* ຫລື *ຖ້າມີແບບເຂົາກໍ່ຄົງຈະມີຄວາມສຸກຫລາຍໆ!*

 
ສ້າງເມື່ອ ກ.ພ.. 5, 2009 31 ຄົນໂຫວດ, 0 ຄຳເຫັນ, ອ່ານ 1509 ເທື່ອ
ສບດ ເພື່ອນໆ ພັນລາວ! ຄົນເຮົາມີຄວາມເຊືີ່ອທີ່ແຕກຕ່າງກັນ ສະນັ້ນຈຶ່ງເຮັດໃຫ້ແນວຄິດ ແລະ ການກະທຳແຕກຕ່າງກັນໄປ. ບາງຄົນກໍ່ເຊື່ອໃນບຸນວາດສະໜາ ຫລື ໂຊກສະຕາ ແລະ ບາງຄົນກໍ່ເຊື່ອໃນສີ່ງທີ່ເຫັນແລະ ປະຕິບັດຢູ່! ມື້ນີ້ຢາກຂໍສຽງໂຫວດຈາກເພື່ອນໆ ພັນລາວ ກ່ຽວກັບເລື່ອງການຊື້ເລກ, ຊື້ຫວຍກັນ ເພາະໃນປະຈຸບັນ ເຫັນເປັນກະແສຮື່ຮ່າກັນ ໃນກຸ່ມຄົນສ່ວນຫລາຍ. ເຫັນໄດ້ຈາກ ມື້ໃດເລກອອກ ຈະເຫັນພໍ່ຄ້າ, ແມ່ຄ້າຜູ້ຂາຍເລກຈະຕັ້ງໂຕະຕາມແຄມທາງແຕ່ລະເສັ້ນ ລຽນກັນເກືອບບໍ່ຂາດສາຍພ້ອມລູກຄ້າເຕັມ ຕະຫລອດ. ຂະນະດຽວກັນກໍ່ມີຫາງສຽງ ສວນທາງກັນອອກມາ ລະຫວ່າງກຸ່ມຄົນ ສອງ ກຸ່ມ ເຊັ່ນ: 1. ກຸ່ມຄົນມັກການສ່ຽງໂຊກເປັນຊີວິຈິດໃຈ: ການສ່ຽງໂຊກແບບນີ້ ມັນເປັນສິ່ງທີ່ດີ ເພາະວ່າ ມີໂອກາດປ່ຽນຕົວເອງໃຫ້ລ້ຳລວຍພາຍໃນພິບຕາ, ອີກຢ່າງເປັນການ ເຮັດບຸນໄປພ້ອມ ແລະ ທີ່ສຳຄັນ ມັນສັາງລົດຊາດ ແລະ ສີສັນໃຫ້ກຳຊີວິດ ເພາະຕ້ອງໄດ້ມີລຸ້ນຕະຫລອດ ເວລາ,​ ເຖິງແມ່ນວ່າ ຈະໃຊ້ເງິນຈຳນວນຫລາຍກໍ່ຕາມ. ແຕ່ມັນກໍ່ດີກວ່າບໍ່ໄດ້ລຸ້ນຫຍັງໃນຊີວິດເລີຍ..... 2. ກຸ່ມທີ່ບໍ່ມັກສ່ຽງໂຊກ: ການສ່ຽງໂຊກແບບນັ້ນ ເປັນການໃຊ້ຈ່າຍທີ່ບໍ່ເໝາະສົມ ໂດຍສະເພາະຍຸກເສດຖະກິດທີ່ບໍ່ດີ,​ ເຖິງແມ່ນວ່າ ບາງຄົນອາດຈະຊື້ພຽງບໍ່ທໍ່ໃດພັນກີບ ກໍ່ຕາມ ແຕ່ພັດຊື້ທຸກໆງວດ. ແຕ່ລະມື້ເກືອບມີເລກອອກທຸກມື້ ບາງມື້ກໍ່ອອກຕັ້ງສອງລາຍການກໍ່ມີ ເມື່ອລວມໆເບິ່ງເງິນແລ້ວ ກໍ່ເຫັນວ່າຫລາຍ, ຖ້າຖືວ່າເປັນການຊື້ເພື່ອຊ່ວຍເຫລືອ ຫລື ເພື່ອເຮັດບຸນ ກໍ່ຊື້ພຽງເທົ່ານັ້ນດີກ່ວາ ເພາະວ່າ ບໍ່ມີສິ່ງໃດດີເທົ່າສິ່ງທີ່ເຮົາເຮັດ, ເຮົາຕັ້ງໃຈ ແລະ ເຮັດໃຫ້ດີທີ່ສຸດ. ບໍ່ລ້ຳລວຍກໍ່ຂໍພໍມີຢູ່ມີກິນກໍ່ພໍ. ທ່ານລອງໂວດເບິ່ງວ່າ ກຸ່ມໃດ ມີແນວຄິດທີ່ເຫັນວ່າ ຖືກຕ້ອງກ່ວາ!

 
ສ້າງເມື່ອ ມ.ກ.. 2, 2009 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 529 ເທື່ອ
ຖ້າຫາກຕົວທ່ານໄດ້ພົບກັບຍິງຄົນໜຶ່ງ ທີ່ສຸພາບ ຮຽບຮ້ອບ ເບີກບານ ຮູບຮ່າງໜ້າຕາໃຊ້ໄດ້ ຕາມສະເປັກຂອງທ່ານ ແຖມຍັງເປັນຄົນທີ່ມີຖານະສູງກ່ວາເຮົາຫລາຍອີກ. ເມື່ອທ່ານພົບຄັ້ງທຳອິດ ຍິງຄົນນັ້ນເຮັດໃຫ້ທ່ານ ຮູ້ສຶກວ່າ ແມ່ນຄົນທີ່ທ່ານຢາກໄດ້ມາເປັນລູກສະໄພ່ຂອງແມ່ທ່ານ ແຕ່ຕອນນີ້ທ່ານຍັງບໍ່ຮູ້ຫຍັງຫລາຍກ່ຽວກັບຕົວຂອງຍິງຄົນນັ້ນ ແຕ່ບາງເວລາ ທ່ານສາມາດສັງເກດເຫັນວ່າ ຍິງຄົນນັ້ນກໍ່ແອບຈ້ອງມອງທ່ານຢູ່ເຊັ່ນກັນ ແຕ່ຍັງສະຫລຸບບໍ່ໄດ້ ວ່າ ເຂົາລັກເບິ່ທ່ານເພາະຫຍັງ? ບາງເວລາ ກໍ່ເຫັນເຂົາສະນິດກັບຜູ້ຊາຍບາງຄົນທີ່ທ່ານບໍ່ຮູ້ຈັກ ແຕ່ເບິ່ງແລ້ວ ໜ້າຕາໃຊ້ໄດ້ ຖານະດີ ເໝາະສົມກັນ ເຮັດໃຫ້ທ່ານນ້ອຍໃຈໄດ້ໃນບາງເວລາ. ຖ້າຈະເຂົ້າໄປຖາມ ຫລື ໄປລົມກໍ່ຍັງບໍ່ກ້າພໍ, ໄດ້ແຕ່ລັກເບິ່ງແບບໄກໆ. ແລ້ວໃນນາມຂ້າພະເຈົ້າຂຽນບົດນີ້ຂື້ນມາ ກ່ຽວກັບຄວາມຮັກທີ່ສັບສົນແບບນີ້ ຖ້າຫາກເປັນທ່ານ ທ່ານຈະເຮັດແນວໃດ?

 
ສ້າງເມື່ອ ທ.ວ.. 3, 2008 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 369 ເທື່ອ
ທ່ານວ່າ ໂອກາດ ແລະ ພອນສະຫວັນ ໂຕໃດສຳຄັນສຸດ? ຊີວິດຕົວຈິງໃນສັງຄົມປະຈຸບັນ ແມ່ນມີຄົນທີ່ມີຄວາມສາມາດ ຫລາຍ ລວມທັງ ຜູ້ທີ່ມີໂອກາດໄດ້ສະແດງອອກ ແລະ ບໍ່ໄດ້ສະແດງອອກ. ແຕ່ກໍ່ໜ້າເສຍດາຍທີ່ຄວາມສາມາດ ຫລື ພອນສະຫວັນພິເສດ ຂອງຄົນທີ່ມີຢູ່ເຕັມປ່ຽມພັດ ບໍ່ໄດ້ນຳອອກ ມານຳໃຊ້ ໃຫ້ເກີດປະໂຫຍດໄດ້ ເຮັດໃຫ້ກາລະເວລາເປັນຕົວຂ້າ ສິ່ງສຳຄັນດັ່ງກ່າວນັ້ນໃຫ້ສິ້ນຈາກໂລກນີ້ໄປ. ໂອກາດເກີດແລ້ວຈຶ່ງຫາໄດ້ ແຕ່ພອນສະຫວັນ ເປັນສິ່ງທີ່ໄດ້ມາແຕ່ເກີດ ແລະ ສອງສິ່ງນີ້ກໍ່ຕ້ອງໄປນຳກັນສະເໝີ ມັນຈຶ່ງຈະເກີດປະໂຫຍດສູງສຸດ. ຖ້າຂາດສິ່ງໃດສິ່ງໜຶ່ງທ່ານຄິດວ່າ ຈະໄດ້ເປັນແນວໃດ?

 
ສ້າງເມື່ອ ພ.ຈ.. 13, 2008 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 327 ເທື່ອ
ເມື່ອທ່ານເຫັນຫົວຂໍ້ແລ້ວອາດຈະງົ່ງໆວ່າຈະເປັນໄປໄດ້ແນວໃດ? ຄົນມີຮອຍຍິ້ມແມ່ນຄົນທີ່ມີຄວາມສຸກແລ້ວຈະຄູ່ກັບຄວາມເສົ້າໄດ້ແນວໃດ? ຫລື ຄົນທີ່ມີຄວາມເສົ້າ ຈະຍິ້ມໄດ້ແນວໃດ? ແຕ່ຄຳຕອບແມ່ນຢູ່ກັບທ່ານທຸກຄົນທີ່ຈະສາມາດຕອບໄດ້ໂດຍທ່ານລອງເປີດໃຈຕົວເອງຄິດແຕ່ອະດີດຈົນເຖິງປະຈຸບັນ ແລ້ວກໍ່ຄິດຕໍ່ໄປຈົນເຖິງອານາຄົດແລ້ວລອງທົບທວນເຖິງຄວາມທຸກ, ຄວາມສຸກທີ່ທ່ານໄດ້ຮັບຜ່ານມາ, ກຳລັງໄດ້ຮັບຢູ່,​ ຫລື ອາດຈະໄດ້ຮັບໃນອານາຄົດ ນັ້ນເປັນຄຳຕອບຂອງທ່ານເອງ ເນື່ອງຈາກວ່າທຸກມື້ນີ້ສັງຄົມມີຄວາມກ້າວໜ້າທາງວັດຖຸຫລາຍ ແຕ່ກົງກັນຂ້າມ ການພັດທະນາທາງຈິດໃຈພັດຕຳ່ລົງ. ສະນັ້ນການໄປພົບປະຜູ້ຄົນໃນສັງຄົມທີ່ວັດກັນດ້ວຍວັດຖຸ ຈຳເປັນຕ້ອງໄດ້ສະແດງອອກໃນທາງບວກຕະຫລອດ ໂດຍທ່ານຈະມີຄວາມທຸກເທົ່າໃດກໍ່ຕ້ອງໄດ້ນຳເອົາຮອຍຍິ໊ມ ທີ່ປຽບເໝືອນດັ່ງເກາະກັງບັງທີ່ດີທິີ່ສຸດ ທີ່ສາມາດຫລືກໜີ ຫລືເຮັດໃຫ້ຄົນອື່ນບໍ່ສາມາດຮູ້ໄດ້ເຖິງຄວາມຮູ້ສຶກຂ້າງໃນຂອງທ່ານອອກມາບັງໄວ້. ແຕ່ເມື່ອທ່ານກັບ ບ້ານໄປໂດຍລອງ ນັ່ງເບິ່ງທ້ອງຟ້າ ຫລື ລອງຫລຽວເບິ່ງຮອບຂ້າງຕົນເອງແລ້ວ ລອງຄິດເບິ່ງວ່າທ່ານກຳລັງເຮັດຫຍັງຢູ່? ທ່ານມີຄວາມສຸກທີ່ສຸດແລ້ວບໍ່ ແລ້ວທ່ານກໍ່ຈະພົບກັບຄວາມເສົ້າທີ່ລີ້ຢູ່ໃຕ້ຈິດສຳນຶກ ໂດຍຖືກຮອຍຍິ້ມປິດບັງຢູ່ ຄ່ອຍໆທະຍ່ອຍອອກມາເຮັດໃຫ້ທ່ານຮູ້ສຶກວ່າ ເມື່ອຍລ້າ ທໍ້ແທ ໝົດກຳລັງໃຈ... ອັນນີ້ແມ່ນຄວາມຮູ້ສຶກທີ່ແທ້ຈິງຂອງຄົນທີ່ມີຮອຍຍິ້ມ ແລະ ຄວາມໂສກເສົ້າທີ່ຄູ່ກັນຢູ່ຕະຫລອດເວລາໂດຍບໍ່ມີວັນແຍກອອກຈາກກັນໄດ້. 1. ທ່ານຄິດວ່າ ສຶ່ງນີ້ມັນເປັນສິ່ງທີ່ຄົນເຮົາສາມາດເປັນໄດ້ບໍ່? 2ທ່ານຄິດວ່າສຶ່ງນີ້ມັນເປັນພຽງເລື່ອງທີ່ບໍ່ມີວັນເກີດຂື້ນກັບຄົນເຮົາ?