ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຮັກທີ່ສັບສົນ
ສ້າງເມື່ອ ມ.ກ.. 2, 2009 27 ຄົນໂຫວດ, 26 ຄຳເຫັນ, ອ່ານ 529 ເທື່ອ
ຖ້າຫາກຕົວທ່ານໄດ້ພົບກັບຍິງຄົນໜຶ່ງ ທີ່ສຸພາບ ຮຽບຮ້ອບ ເບີກບານ ຮູບຮ່າງໜ້າຕາໃຊ້ໄດ້ ຕາມສະເປັກຂອງທ່ານ ແຖມຍັງເປັນຄົນທີ່ມີຖານະສູງກ່ວາເຮົາຫລາຍອີກ. ເມື່ອທ່ານພົບຄັ້ງທຳອິດ ຍິງຄົນນັ້ນເຮັດໃຫ້ທ່ານ ຮູ້ສຶກວ່າ ແມ່ນຄົນທີ່ທ່ານຢາກໄດ້ມາເປັນລູກສະໄພ່ຂອງແມ່ທ່ານ ແຕ່ຕອນນີ້ທ່ານຍັງບໍ່ຮູ້ຫຍັງຫລາຍກ່ຽວກັບຕົວຂອງຍິງຄົນນັ້ນ ແຕ່ບາງເວລາ ທ່ານສາມາດສັງເກດເຫັນວ່າ ຍິງຄົນນັ້ນກໍ່ແອບຈ້ອງມອງທ່ານຢູ່ເຊັ່ນກັນ ແຕ່ຍັງສະຫລຸບບໍ່ໄດ້ ວ່າ ເຂົາລັກເບິ່ທ່ານເພາະຫຍັງ? ບາງເວລາ ກໍ່ເຫັນເຂົາສະນິດກັບຜູ້ຊາຍບາງຄົນທີ່ທ່ານບໍ່ຮູ້ຈັກ ແຕ່ເບິ່ງແລ້ວ ໜ້າຕາໃຊ້ໄດ້ ຖານະດີ ເໝາະສົມກັນ ເຮັດໃຫ້ທ່ານນ້ອຍໃຈໄດ້ໃນບາງເວລາ. ຖ້າຈະເຂົ້າໄປຖາມ ຫລື ໄປລົມກໍ່ຍັງບໍ່ກ້າພໍ, ໄດ້ແຕ່ລັກເບິ່ງແບບໄກໆ.
ແລ້ວໃນນາມຂ້າພະເຈົ້າຂຽນບົດນີ້ຂື້ນມາ ກ່ຽວກັບຄວາມຮັກທີ່ສັບສົນແບບນີ້ ຖ້າຫາກເປັນທ່ານ ທ່ານຈະເຮັດແນວໃດ?