ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ພ.. 20, 2013 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 1075 ເທື່ອ
ສາເຫດຂອງການັບຖືສາສະໜາຂອງແຕ່ລະຄົນ ແມ່ນມີຄວາມແຕກຕ່າງກັນໄປ, ແຕ່ທຸກສາສະໜາແມ່ນສອນໃຫ້ເຮົາເປັນຄົນດີ. ຢາກຮູ້ວ່າແຕ່ລະທ່ານນັບຖືສາສະໜ!ດ້ວຍສາເຫດຫຍັງ

 
ສ້າງເມື່ອ ກ.ລ.. 23, 2012 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 431 ເທື່ອ
ສະບາຍດີ ສະມາຊິກພັນລາວທຸກໆທ່ານ, ທຸກທ່ານອາດຈະເຄີຍໄປຮ່ວມງານສົບ ເຊິ່ງໃນງານດັ່ງກ່າວຈະມີສິ່ງທີ່ສອນຄົນທທີ່ໄປຮ່ວມງານຢ່າງຫຼວງຫຼາຍທີ່ເປັນປິດສະໜາທັມ. ສະນັ້ນ ມື້ນີ້ຈຶ່ງມາຢາກມາແບ່ງປັນຄວາມຮັບຮູ້ ແລະຊ່ວຍປະກອບຄວາມເຫັນນຳກັນວ່າຈະແມ່ນຄວາມຈິງຫຼືບໍ່. ກໍຄືໃນເວລາໄປຮ່ວມງານສົບທາງເຈົ້າພາບຈະໄດ້ມີ ວາງທູບໄວ້ເຫຼັ້ມໜຶ່ງ ເພື່ອໃຫ້ຜູ້ຮ່ວມງານນຳໄປວາງກອ່ນທີ່ຈະມີການວາງເພີງ. ຊຶ່ງທູບໜຶ່ງກ້ານນັ້ນຈຸດປະສົງກໍເພື່ອຕ້ອງການຢາກສອນໃຫ້ຜູ້ທີ່ໄປຮ່ວມງານເຂົ້າໃຈວ່າ: ເວລາເຮົາຕາຍນີ້ເຮົາຈະຕ້ອງໄປຄົນດຽວເດີ ບໍ່ມີໃຜໄປນຳເຮົາ ເຖິງແມ່ນຈະມີຄົນຮັກເຮົາພຽງໃດກໍຕາມ ກໍບໍ່ມີໃຜຢາກຕາຍໄປນຳກັນກັບເຮົາ ສຸດທ້າຍເມື່ອເຮົາຕາຍໄປແລ້ວເຮົາກໍຈະຕ້ອງໄປພຽງຄົນດຽວ ເອົາໄວ້ສັ້ນໆເທົ່ານີ້ນໍ ແລ້ວເທື່ອໜ້າຈະເອົາຢ່າງອື່ນມາແບ່ງປັນໃໝ່ ຂໍຂອບໃຈຫຼາຍໆ ທີ່ທ່ານໃຫ້ຄວາມສົນໃຈອ່ານຈົນຈົບ, ຖ້າທ່ານມີຄວາມຄິດເຫັນທີ່ແຕກຕ່າງສາມາດປະກອບຄຳເຫັນໄດ້.

 
ສ້າງເມື່ອ ກ.ລ.. 23, 2012 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 423 ເທື່ອ
ໃນສະໄໝພຸດທະການ ມີຜູ້ຍິງຄົນໜຶ່ງຊີ່ວ່າ: ກີສາໂຄຕະມີ ນາງໄດ້ໃຫ້ກຳເນີດລູກ ແຕ່ວ່າລູກຂອງນາງກໍເສັຍຊີວິດຫຼັງຈາກ ເກີດມາໄດ້ພຽງ 5 ວັນ, ນາງຮູ້ສຶກສາເສັຍໃຈຫຼາຍ ຈຶ່ງອູ້ມເອົາລູກທີ່ເສັຍຊີວິດນັ້ນໄປຊອກຫາໝໍຜູ້ທີ່ຈະຊ່ວຍໃຫ້ ລູກຂອງນາງຟື້ນຂຶ້ນມາອີກຄັ້ງ, ເຖິງແມ່ນວ່າລູກຂອງນາງຈະເໜົ່າເໝັນພຽງໃດນາງກໍບໍ່ຍອມຖິ້ມ ເພາະນາງຄິດວ່າລູກຂອງນາງຈະຕ້ອງຟື້ນຂຶ້ນອີກຄັ້ງ. ໃນຂະນະທີ່ນາງອູ້ມຂອງນາງຜ່ານມາຫຼາຍໝູ່ບ້ານບັງເອີນມີບັນດິດຄົນໜຶ່ງເຫັນນາງຈຶ່ງເກີດຄວາມສົງສານ ແລ້ວຈຶ່ງພານາງເຂົ້າໄປຫາພະພຸດທະເຈົ້າ, ເມື່ອນາງເຫັນພະພຸດທະເຈົ້ານາງຈຶ່ງຖາມວ່າ: ທ່ານສາມາດຊ່ວຍໃຫ້ລູກຂ້ານ້ອຍຟື້ນຂຶ້ນມາໄດ້ບໍ? ພະພຸດທະເຈົ້າຈຶ່ງຕອບວ່າ: ເຮົາຈະຊ່ວຍລູກຂອງນາງ, ແຕ່ມີເງື່ອນໄຂຢູ່ບ່ອນວ່າ: ເຈົ້າຈະຕ້ອງໄປຊອກຫາໄນຜັກກາດມາໃຫ້ເຮົາໜຶ່ງກຳມື ແລະຕ້ອງເອົາຈາກເຮືອນທີ່ບໍ່ມີຄົນຕາຍມາກ່ອນ. ນາງກໍໄປຊອກຫາໄນຜັກກາດໄປເຮືອນຫຼັງໃດຖາມວ່າມີໄນ ຜັກກດາບໍ ເຂົາກໍບອກວ່າມີນາງຊິເອົາປານໃດກໍໄດ້ ແຕ່ເມື່ອຖາມວ່າ: ເຮືອນຂອງທ່ານມີຄົນຕາຍບໍ? ບາງເຮືອນກໍບອກວ່າ: ຜົວຂອງຂ້ອຍຫາກໍຕາຍອາທິດກ່ອນ, ລູກຂອງຂ້ອຍຫາກໍຕາຍເດືອນກ່ອນ, ອ້າຍຂອງຂ້ອຍຫາກໍຕາຍມື້ວານນີ້.

 
ສ້າງເມື່ອ ມ.ສ.. 27, 2012 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 382 ເທື່ອ
ແຕ່ລະຄົນມຄວາມຕ້ອງການທີ່ແຕກຕ່າງກັນໄປ ແຕ່ສິ່ງທີ່ເປັນເປົ້າໝາຍສູງສຸດຂອງຄວາມຕ້ອງການນັ້ນ ແມ່ນເພື່ອຢາກໃຫ້ຕົນເອງ ແລະ ຄົນທີ່ຮັກມີຄວາມສຸກ

 
ສ້າງເມື່ອ ມ.ສ.. 20, 2012 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 505 ເທື່ອ
ໜັງສືພິມວຽງຈັນໃໝ່ ສະບັບວັນທີ 20/04/2012, ນານາສາລະ ໄດ້ຂຽນໄວ້ວ່າ: ກ່ອນບຸນປີໃໝ່ລາວມີເພື່ອນຜູ້ອ່ານສ່ອງແສງມາວ່າ ມີຂະບວນການໜຶ່ງທີ່ພວມເກີດຂຶ້ນທີ່ບໍ່ເຄີຍເຫັນວາກ່ອນນັ້ໜຄື: ນາຍຄູພານັກຮຽນເຮັດບຸນໂຮງຮຽນ ເພື່ອຂັບໄລ່ເຈົ້າກຳນາຍເວນ ຢູ່ສະຖານທີ່ໂຮງຮຽນມີພິທີກຳຄືເຮັດຢູ່ເຮືອນ ມີການແຜ່ເງິນນຳນັກຮຽນ ມີການອອກລະບຽບການໃຫ້ນັກຮຽນໄປຄົບງັນຢູ່ໂຮງຮຽນ, ຜູ້ສ່ອງແສງເນັ້ນຕື່ມອີກວ່າ: ເປັນຂະບວນການຫາເງິນອີກຮູບແບບໜຶ່ງ ອັນຕະລາຍກວ່ານັ້ນແມ່ນດຶງເອົານັກຮຽນອອກຈາກເຮືອນໃນຍາມຄຳ່ຄືນ ສ່ຽງຕໍ່ການຄຸ້ມຄອງ, ບໍ່ຮູ້ວ່າເຂົາຈະໄປຮຽນ ຫຼືໄປບ່ອນອື່ນຕໍ່. ນີ້ແມ່ນປະກົດການໜຶ່ງທີ່ສື່ມວນຊົນຄວນເວົ້າ... ສ່ວນລາຍລະອຽດແນະນຳໃຫ້ໄປອ່ານຕື່ມອີກ.

 
ສ້າງເມື່ອ ມ.ສ.. 19, 2012 7 ຄົນໂຫວດ, 0 ຄຳເຫັນ, ອ່ານ 268 ເທື່ອ
ຈສ ໝາຍເຖິງຈຸລະສັກກະຣາດ ເຊິ່ງມີຄວາມເຊື່ອກັນວ່າເປັນປີຂອງພະມ້າ ແຕ່ເປັນຫຍັງຈຶ່ງມີຄວາມກ່ຽວຂ້ອງກັບລາວ ແລ້ວ ຈສ ເກີດຂຶ້ນເມື່ອໃດ?

 
ສ້າງເມື່ອ ມ.ສ.. 18, 2012 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 300 ເທື່ອ
ຢາກຮູ້ວ່າທ່ານມີຄວາມເຂົ້າໃຈແນວໃດກ່ຽວກັບປີໃໝ່ລາວ. ເປັນຫຍັງປີໃໝ່ລາວ ຈຶ່ງຈັດຂຶ້ນໃນໄລຍະເວລາລະຫວ່າງກາງເດືອນຂອງເດືອນ ເມສາ ເປັນຫຍັງຄືບຈັດໃສ່ເດືອນອື່ນ