ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ປັນຍາເກີດຈາກຄວາມຕາຍ
ສ້າງເມື່ອ ກ.ລ.. 23, 2012 19 ຄົນໂຫວດ, 12 ຄຳເຫັນ, ອ່ານ 425 ເທື່ອ
ໃນສະໄໝພຸດທະການ ມີຜູ້ຍິງຄົນໜຶ່ງຊີ່ວ່າ: ກີສາໂຄຕະມີ ນາງໄດ້ໃຫ້ກຳເນີດລູກ ແຕ່ວ່າລູກຂອງນາງກໍເສັຍຊີວິດຫຼັງຈາກ ເກີດມາໄດ້ພຽງ 5 ວັນ, ນາງຮູ້ສຶກສາເສັຍໃຈຫຼາຍ ຈຶ່ງອູ້ມເອົາລູກທີ່ເສັຍຊີວິດນັ້ນໄປຊອກຫາໝໍຜູ້ທີ່ຈະຊ່ວຍໃຫ້ ລູກຂອງນາງຟື້ນຂຶ້ນມາອີກຄັ້ງ, ເຖິງແມ່ນວ່າລູກຂອງນາງຈະເໜົ່າເໝັນພຽງໃດນາງກໍບໍ່ຍອມຖິ້ມ ເພາະນາງຄິດວ່າລູກຂອງນາງຈະຕ້ອງຟື້ນຂຶ້ນອີກຄັ້ງ. ໃນຂະນະທີ່ນາງອູ້ມຂອງນາງຜ່ານມາຫຼາຍໝູ່ບ້ານບັງເອີນມີບັນດິດຄົນໜຶ່ງເຫັນນາງຈຶ່ງເກີດຄວາມສົງສານ ແລ້ວຈຶ່ງພານາງເຂົ້າໄປຫາພະພຸດທະເຈົ້າ, ເມື່ອນາງເຫັນພະພຸດທະເຈົ້ານາງຈຶ່ງຖາມວ່າ: ທ່ານສາມາດຊ່ວຍໃຫ້ລູກຂ້ານ້ອຍຟື້ນຂຶ້ນມາໄດ້ບໍ? ພະພຸດທະເຈົ້າຈຶ່ງຕອບວ່າ: ເຮົາຈະຊ່ວຍລູກຂອງນາງ, ແຕ່ມີເງື່ອນໄຂຢູ່ບ່ອນວ່າ: ເຈົ້າຈະຕ້ອງໄປຊອກຫາໄນຜັກກາດມາໃຫ້ເຮົາໜຶ່ງກຳມື ແລະຕ້ອງເອົາຈາກເຮືອນທີ່ບໍ່ມີຄົນຕາຍມາກ່ອນ.
ນາງກໍໄປຊອກຫາໄນຜັກກາດໄປເຮືອນຫຼັງໃດຖາມວ່າມີໄນ ຜັກກດາບໍ ເຂົາກໍບອກວ່າມີນາງຊິເອົາປານໃດກໍໄດ້ ແຕ່ເມື່ອຖາມວ່າ: ເຮືອນຂອງທ່ານມີຄົນຕາຍບໍ? ບາງເຮືອນກໍບອກວ່າ: ຜົວຂອງຂ້ອຍຫາກໍຕາຍອາທິດກ່ອນ, ລູກຂອງຂ້ອຍຫາກໍຕາຍເດືອນກ່ອນ, ອ້າຍຂອງຂ້ອຍຫາກໍຕາຍມື້ວານນີ້.