ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ປັນຍາມາກັບທູບໜຶ່ງກ້ານ
ສ້າງເມື່ອ ກ.ລ.. 23, 2012 18 ຄົນໂຫວດ, 12 ຄຳເຫັນ, ອ່ານ 433 ເທື່ອ
ສະບາຍດີ ສະມາຊິກພັນລາວທຸກໆທ່ານ, ທຸກທ່ານອາດຈະເຄີຍໄປຮ່ວມງານສົບ ເຊິ່ງໃນງານດັ່ງກ່າວຈະມີສິ່ງທີ່ສອນຄົນທທີ່ໄປຮ່ວມງານຢ່າງຫຼວງຫຼາຍທີ່ເປັນປິດສະໜາທັມ. ສະນັ້ນ ມື້ນີ້ຈຶ່ງມາຢາກມາແບ່ງປັນຄວາມຮັບຮູ້ ແລະຊ່ວຍປະກອບຄວາມເຫັນນຳກັນວ່າຈະແມ່ນຄວາມຈິງຫຼືບໍ່.
ກໍຄືໃນເວລາໄປຮ່ວມງານສົບທາງເຈົ້າພາບຈະໄດ້ມີ ວາງທູບໄວ້ເຫຼັ້ມໜຶ່ງ ເພື່ອໃຫ້ຜູ້ຮ່ວມງານນຳໄປວາງກອ່ນທີ່ຈະມີການວາງເພີງ. ຊຶ່ງທູບໜຶ່ງກ້ານນັ້ນຈຸດປະສົງກໍເພື່ອຕ້ອງການຢາກສອນໃຫ້ຜູ້ທີ່ໄປຮ່ວມງານເຂົ້າໃຈວ່າ: ເວລາເຮົາຕາຍນີ້ເຮົາຈະຕ້ອງໄປຄົນດຽວເດີ ບໍ່ມີໃຜໄປນຳເຮົາ ເຖິງແມ່ນຈະມີຄົນຮັກເຮົາພຽງໃດກໍຕາມ ກໍບໍ່ມີໃຜຢາກຕາຍໄປນຳກັນກັບເຮົາ ສຸດທ້າຍເມື່ອເຮົາຕາຍໄປແລ້ວເຮົາກໍຈະຕ້ອງໄປພຽງຄົນດຽວ
ເອົາໄວ້ສັ້ນໆເທົ່ານີ້ນໍ ແລ້ວເທື່ອໜ້າຈະເອົາຢ່າງອື່ນມາແບ່ງປັນໃໝ່
ຂໍຂອບໃຈຫຼາຍໆ ທີ່ທ່ານໃຫ້ຄວາມສົນໃຈອ່ານຈົນຈົບ, ຖ້າທ່ານມີຄວາມຄິດເຫັນທີ່ແຕກຕ່າງສາມາດປະກອບຄຳເຫັນໄດ້.