ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍ່ໜູມີລູກສາວງາມໜ້າຮັກຕົວໜື່ງ ພໍ່ໜູ່ຕ້ອງການເຈົ້າບ່າວທີ່ຍີ່ງໃຫຍ່ທີ່ສຸດຈີ່ງຈະເໝາະສົມກັບລູກສາວຂອງຕົນ ພໍ່ໜູເຫັນວ່າດວງ

ຕາເວັນເປັນສີ່ງທີ່ຍີ່ງໃຫຍ່ທີ່ສຸດ ເພາະໃຫ້ຄວາມອົບອຸ່ນແກ່ໂລກໄດ້,ພໍ່ໜູຈີ່ງເດີນທາງໄປຫາດວງຕາເວັນ ແລະ ຂໍຮ້ອງໃຫ້ດວງຕາເວັນ

ເປັນເຈົ້າບ່າວ, ແຕ່ດວງຕາເວັນບອກກັບພໍ່ໜູວ່າຍັງມີຜູ້ຍີ່ງໃຫຍ່ກວ່າເຂົາ ກໍຄືເມກ ເພາະເມກສາມາດບັງດວງຕາເວັນໄດ້. ດັ່ງນັ້ນພໍ່ໜູ

ຈີ່ງໄດ້ເດີນທາງໄປຫາເມກແລະໃຫ້ເມກແຕ່ງງານກັນລູກສາວຂອງຕົນ. ແຕ່ເມກກໍ່ບອກກັບພໍ່ນໜູວ່າ ເຂົາບໍ່ແມ່ນຜູ້ຍີ່ງໃຫຍ່ດອກ, ລົມພຸ້ນນະຍີ່ງໃຫຍ່ກວ່າເຂົາ ເພາະລົມສາມາເພັດພາເມກໄປໃສກໍ່ໄດ້. ດັ່ງນັ້ນພໍ່ໜູຈີ່ງເດີນທາງໄປຫາລົມ ແຕ່ລົມກໍ່ປະຕິເສດວ່າ

ເຂົາບໍ່ແມ່ນຜູ້ຍີ່ງໃຫຍ່ ມີຜູ້ຍີ່ງໃຫຍ່ກວ່າເຂົາ ກໍ່ຄືກຳແພງ ເພາະລົມບໍ່ສາມາດພັດໃຫ້ກຳແພງເພພັງໄດ້ບໍ່ວ່າຈະພັດແຮງເທົ່າໃດ. ພໍ່ໜູຈີ່ງເດີນທາງໄປຫາກຳແພງ ແຕ່ກຳແພງກໍ່ບອກວ່າ ເຂົາບໍ່ແມ່ນຜູ້ຍີ່ງໃຫຍ່ທີ່ແທ້ຈີງ ຍັງມີຜູ້ຍີ່ງໃຫຍ່ກວ່າເຂົາອີກກໍ່ຄື ໜູ ເພາະໜູ

ສາມາດເຈາະກຳແພງເຮັດຮັງໄດ້ ແລະ ກຳແພງກໍ່ບໍ່ສາມາດເຮັດຫຍັງໃຫ້ໜູໄດ້ເລີຍ ໃນທີ່ສຸດພໍ່ໜູ ກໍ່ໄດ້ໜູດ້ວຍກັນເປັນເຈົ້າບ່າວ

ຂອງລູກສາວຂອງຕົນ.

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ:

ຈົ່ງພໍໃຈໃນເຜົ່າພັນ, ເຊື້ອຊາດ ແລະ ຖານະຂອງຕົນ.

( ຂໍ້ມູນມາຈາກເວັບໄຊ ຜູ້ຍິງ )

Delicious Digg Fark Twitter