ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)

 

ມື້ທີ 1 ວັນຈັນ

ມື້ທີ 2 ວັນອັງຄານ

ມື້ທີ 3 ວັນພຸດ

ມື້ທີ 4 ວັນພະຫັດ

 

 

"7 ວັນຜັນຊະຕາ"

"ມື້ທີ 5 ວັນສຸກ"



ຫຼັງກະຫຼິ່ງເລີກຮຽນດັງຂຶ້ນ ເມື່ອອາຈານອອກຈາກຫ້ອງໄປແລ້ວ ສະພາບພາຍໃນຫ້ອງກໍ່ເລີ່ມວົນແຊວກັນ ຂ້ອຍຫັນໄປລົມກັບໝູ່ເລັກໜ້ອຍ ແລະກຳລັງມ້ຽນປຶ້ມສໍ ກໍ່ພໍດີກັບທີ່ສຽງໜຶ່ງດັງຂຶ້ນ

“ພວກເພິ່ນ!” ໝູ່ໃນຫ້ອງຂ້ອຍຄົນໜຶ່ງທີ່ຊື່ ນ້ຳ ເວົ້າຂຶ້ນທ່າມກາງສະພາບຫ້ອງອັນວຸ້ນວາຍ ເຮັດໃຫ້ຫຼາຍໆຄົນຫັນໄປຫາດ້ວຍຄວາມສົນໃຈ

ພວກຂ້ອຍເຊິ່ງກຳລັງກຽມເກັບກະເປົ໋າ ກໍ່ພາກັນຫັນໄປເບິ່ງ

“ວັນອາທິດນີ້ຫວ່າງບໍ່” ນ້ຳຄົນນັ້ນປະກາດສຽງກ້ອງໃຫ້ໄດ້ຍິນກັນທົ່ວຫ້ອງ ຖາມແນວນັ້ນ ສົງໃສລາວຊິຊວນໄປໃສຕິ ຂ້ອຍຄິດ “ວັນອາທິດນີ້ເຮັດໂຕໃຫ້ຫວ່າງໆໄວ້ເດີ້ ເຂົາຊິຈັດງານວັນເກີດ”

ຫຼັງລາວເວົ້າຈົບກະມີສຽງຕອບຮັບຈາກໝູ່ອ້ອມຂ້າງ ຫຼາຍໆພາກັນຖາມເຖິງລາຍລະອຽດກ່ຽວກັບວັນເກີດຂອງນ້ຳ ເນື່ອງຈາກວ່ານ້ຳເປັນຄົນມະນຸດສຳພັນດີ ເລີຍເປັນທີ່ຮັກຂອງຄົນໃນຫ້ອງ ພວກຂ້ອຍກະເຊັ່ນກັນ ກຸ່ມພວກຂ້ອຍເລີຍຕົກລົງກັນວ່າຈະໄປວັນເກີດນ້ຳໃນວັນອາທິດນີ້ກັນ

...

ເມື່ອແຍກກັນກັບໝູ່ ຂ້ອຍກໍ່ຍ່າງໄປຕາມທາງຍ່າງ ພາງຄິດໆວ່າມື້ອື່ນຈະໄປຫາຊື້ຂອງຂວັນໃຫ້ນ້ຳ ວັນເກີດນ້ຳວັນອາທິດ ໄປຊື້ວັນເສົາກະໜ້າຈະທັນ ແຕ່ຂ້ອຍຍັງຄິດບໍ່ອອກວ່າຈະຊື້ຫຍັງດີ...

ເມື່ອຄິດໄປໄດ້ໜ້ອຍໜຶ່ງ ຂ້ອຍກໍ່ຮູ້ສຶກສະດຸດ... ວັນອາທິດ....?

ວັນອາທິດ...

ຂ້ອຍຮູ້ສຶກແປກໆກັບຄຳວ່າວັນອາທິດ... ຮູ້ສຶກວ່າເມກຈະມັກເວົ້າຢ້ຳເຖິງວັນອາທິດທຸກຄັ້ງທີ່ເຈິ... ຍ້ອນຫຍັງກັນ? ເປັນຫຍັງໝໍນັ້ນຕ້ອງຍຶດຕິດກັບວັນອາທິດນຳ

ໝໍນັ້ນມັກເວົ້າວ່າຫຍັງ...

ຫ້າມໃຫ້ຂ້ອຍໄປໃສໃນວັນອາທິດ...

ເປັນຫຍັງ...?

ແລ້ວລາວຮູ້ໄດ້ແນວໃດວ່າຂ້ອຍຈະໄດ້ອອກບ້ານໃນວັນອາທິດ...?

ເມື່ອຄິດໄດ້ແນວນີ້ ຂ້ອຍກໍ່ຮູ້ສຶກວ່າມັນແປກໆ

ຫຼືໝໍນັ້ນຈະຮູ້ວ່ານ້ຳຈະຈັດວັນເກີດ ກະເລີຍບໍ່ຢາກໃຫ້ຂ້ອຍໄປ?

ເພື່ອຫຍັງລະ...?

ໂອຍ ແຮງຄິດແຮງສັບສົນ ເລື່ອງຂອງເມກມີແຕ່ປິດສະໜາທີ່ຂ້ອຍບໍ່ຮູ້ທັງນັ້ນເລີຍ

ມື້ນີ້ຖ້າໄດ້ເຈິໝໍນັັ້ນ ຊິຖາມໃຫ້ມັນຮູ້ແລ້ວຮູ້ລອດ!

ຂ້ອຍຍ່າງໄປພ້ອມທັງສອດສ່ອງຫາວ່າໝໍນັ້ນຢູ່ບໍ່ ທັງຕາມທາງຍ່າງ ທັງໃນເດີ່ນ ແລະທີ່ໂຕະຫິນ... ແຕ່ກໍ່ບໍ່ເຈິ ຂ້ອຍເລີຍໄປນັ່ງຢູ່ໂຕະຫິນຖ້າ ຄິດວ່າອີກບໍ່ດົນໜ້າຈະໄດ້ເຈິເມກ ແຕ່ຫຼັງຜ່ານໄປຫຼາຍນາທີຈົນໂຮງຮຽນໃກ້ຈະເລີກ ກໍ່ບໍ່ເຫັນແມ້ແຕ່ເງົາຂອງໝໍນັ້ນເລີຍ

ໝໍນັ້ນຫາຍໄປໃສແລ້ວ?? ຂ້ອຍໄດ້ແຕ່ສົງໃສໃນໃຈ

ທຸກເທື່ອເຖິງຂ້ອຍບໍ່ເອີ້ນ ບໍ່ຄິດຢາກເຈິ ລາວກະມາປະກົດຕົວຕໍ່ໜ້າຂ້ອຍ ພ້ອມທັງເວົ້າຫຍັງແປກໆ ແຖມຍັງເຮັດຫຍັງແປກໆອີກ ແລ້ວມື້ນີ້ລາວຄືບໍ່ມາ?

ບາດຕອນບໍ່ເອີ້ນລະມາໄດ້ມາດີ ບາດຕອນຢາກເຈິເປັນຫຍັງຄືບໍ່ເຫັນມາເນາະ ທ້າວນີ້... ຊິວ່າລະ ລາວຮຽນຢູ່ຫ້ອງໃດປີໃດຂ້ອຍກະຍັງບໍ່ຮູ້ ຊື່ກະຮູ້ແຕ່ຊື່ຫຼິ້ນ... ຂ້ອຍບໍ່ຮູ້ຫຍັງກ່ຽວກັບເມກເລີຍ

ຄິດໄປຄິດມາ ເລີຍນຶກຂຶ້ນມາໄດ້ວ່າ ມື້ວານນີ້ຂ້ອຍໄລ່ລາວໄປຕວ່າເນາະ! ໂອຍ ຂ້ອຍລືມໄປ... ທີ່ລາວບໍ່ມາມື້ນີ້ເປັນນຳຂ້ອຍໄປເວົ້າໃຫ້ລາວແມ່ນບໍ່... ຂ້ອຍບໍ່ໜ້າໄປໄລ່ລາວແນວນັ້ນເລີຍ ຕອນນັ້ນຂ້ອຍເວົ້າແຮງໄປແມ່ນບໍ່ ຄິດຂຶ້ນມາລະຮູ້ສຶກຜິດ

ຫຼືຂ້ອຍຄວນຈະຂໍໂທດບໍ່...? ແຕ່... ແຕ່ລາວກະບໍ່ຄວນມາຫຍຸ້ງກັບຂ້ອຍຕວ່າ ຢູ່ດີໆເປັນຫຍັງມາຍາດໂທລະສັບຂ້ອຍ ແຖມຍັງເຮັດໃຫ້ຂ້ອຍບໍ່ໄດ້ໄປກັບໝູ່ອີກ ມັນກະໜ້າຈະສົມກັບລາວແລ້ວ...

ເມື່ອຄິດໄດ້ດັ່ງນັ້ນ ຂ້ອຍຈຶ່ງພາຍາຍາມບໍ່ຄິດເຖິງໝໍນັ້ນອີກ ຖ້າລາວບໍ່ມາຫຍຸ້ງກັບຂ້ອຍອີກ ມັນກະໜ້າຈະດີແລ້ວ

...

ມັນໜ້າຈະດີແລ້ວ ແມ່ນບໍ່...

ຂ້ອຍສະຫຼຸບໄປແນວນັ້ນ ແຕ່ໃຈຈິງກະຮູ້ສຶກແປກໆ... ຄວາມຮູ້ສຶກແບບນີ້ມັນແມ່ນຫຍັງກັນ...

 

(ຍັງມີຕໍ່)

 

--------------

 

ເອົາເລື່ອງທີ່ເຄີຍລົງແລ້ວມາລົງອີກເທື່ອ ເນື່ອງຈາກມັນຫາຍໄປແລ້ວນ່ະ

ກ່ອນໜ້ານີ້ຫຍຸ້ງໆກັບວຽກໂຮງຮຽນ ເລີຍລືມເອົາມາລົງຕໍ່ ຂໍໂທດນຳ

ມີຫຍັງກະຕິຊົມໄດ້ຕາມສະດວກ ^^

ຂອບໃຈທີ່ເຂົ້າມາອ່ານ ແລະອ່ານຈົນຈົບ~

ຂອບໃຈສຳລັບທຸກຄຳຄິດເຫັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ໃຜຍັງບໍ່ໄດ້ອ່ານຕອນກ່ອນໜ້ານີ້ ກັບໄປອ່ານກ່ອນເດີ້

 

ບົດນຳ + ຕອນທີ 1 - ທ່ານຍິງແຫ່ງແພນໂດຣາ

 

ຜະນຶກເວດແຫ່ງແພນໂດຣາ
ຕອນທີ 2 ທາງເລືອກຂອງວານາ

 

ຊາຍເບື້ອງໜ້າເປັນຄົນຂ້ອນຂ້າງຜິວຄ້ຳ ສູງພໍປະມານ ລາວຢູ່ໃນຊຸດທີ່ເບິ່ງເກົ່າໂຊມຕົວເດີມເໝືອນຜ່ານການເດີນທາງມາຍາວນານ ຜົມສີຟ້າເທົາເຂັ້ມຄ້າຍສີຂອງເມກໝອກຕອນກາງເດິກເບິ່ງໂດດເດັ່ນແລະລຶກລັບ ລາວມີໂຄງໜ້າລຽວ ປາກບາງມີຮອຍຍິ້ມເລັກນ້ອຍ ພ້ອມທັງດວງຕາສີນ້ຳທະເລຂຸ່ນກຳລັງຈັບຈ້ອງມາທີ່ວານານິ້ງ

ຍັງບໍ່ທັນໄດ້ເວົ້າຫຍັງຫຼາຍ ຊາຍໜຸ່ມເບື້ອງກໍ່ດຶງແຂນວານາໃຫ້ລຸກຂຶ້ນ “ໄປກັນເທາະ ທ່ານຍິງແພນໂດຣາ”

ວານາທີ່ຢູ່ດີໆຖືກລາກບໍ່ທັນໄດ້ຕັ້ງຕົວ “ດ໋ຽວ! ໄປໃສ? ເຈົ້າເວົ້າເລື່ອງຫຍັງ?!”

ຍິງສາວຍັງຄົງຕົກໃຈກັບເຫດການກະທັນຫັນ ຂຶ່ງພາຍາຍາມຂືນດຶງແຂນອອກ ແຕ່ກໍ່ບໍ່ເປັນຜົນ ເມື່ອແນມເບິ່ງອ້ອມຂ້າງກໍ່ມີແຕ່ພວກທະຫານນອນກອງກັນເກື່ອນ... ໃນໃຈໄດ້ແຕ່ຕັ້ງຄຳຖາມຕ່າງໆນາໆທີ່ຍັງຫາຄຳຕອບບໍ່ໄດ້

“ບໍ່ມີເວລາມາອະທິບາຍເທື່ອ ຕອນນີ້ຕ້ອງໜີກ່ອນ”

“ໜີ? ໜີເຮັດຫຍັງ!?” ຍິງສາວຈັບໂຊຟາໄວ້ແໜ້ນ ຍັງບໍ່ຍອມອອກໄປຈາກທີ່ນັ້ນງ່າຍໆ ຊາຍແປກປະຫຼາດຄົນນີ້ແມ່ນໃຜກັນ... ລາວເວົ້າເລື່ອງຫຍັງກັນແທ້ ແລ້ວລາວມາປະກົດຕົວຢູ່ທີ່ເຮືອເຫາະທີ່ໜ້າຈະມີແຕ່ພວກທະຫານ ແລະວານາຢູ່ໄດ້ແນວໃດ

ຫຼືວ່າລາວຈະລັກລອບຂຶ້ນເຮືອມາ ດ້ວຍເຫດຜົນຫຍັງບາງຢ່າງ...?

ລັກພາຕົວ?!

ວານາໄດ້ແຕ່ຄິດສົງໃສ ແຕ່ເບິ່ງລາວບໍ່ເໝືອນຄົນຮ້າຍລັກພາຕົວເລີຍ ແລ້ວທີ່ເວົ້າເລື່ອງໜີນັ້ນອີກ ມັນໝາຍຄວາມວ່າແນວໃດກັນແທ້

ຍັງບໍ່ທັນໄດ້ຮັບຄຳຕອບ ສຽງດັງສັ່ນສະເທືອນກໍ່ດັງຂຶ້ນອີກ ເທື່ອນີ້ເບິ່ງຮຸນແຮງຈົນວານາເກືອບຈະລົ້ມ ແຕ່ໄດ້ຊາຍເບື້ອງໜ້າຈັບເອົາໄວ້

“ບອກແລ້ວວ່າຫ້າມອອກມາຈາກເມືອງ...” ຊາຍໜຸ່ມເອີ່ຍເບົາໆເໝືອນເວົ້າກັບຕົວເອງ... ຮູ້ສຶກຜິດຢ່າງຮຸນແຮງທີ່ຕອນເຊົ້າຫິວເຂົ້າຈົນບໍ່ມີແຮງຈະຫ້າມທ່ານຍິງໄດ້ທັນ

ຢູ່ດີໆສີໜ້າລາວກໍ່ປ່ຽນໄປ ລາວເຮັດໜ້າເຄັ່ງຄຽດ ແນມອອກໄປນອກໜ້າຕ່າງເໝືອນມີຫຍັງບາງຢ່າງຢູ່ທີ່ນັ້ນ ທັງໆທີ່ວານາແນມເຫັນແຕ່ພຽງກ້ອນເມກຫວ່າງເປົ່າ “ພວກມັນມາແລ້ວ!” ຊາຍໜຸ່ມຟ້າວຈັບແຂນຍິງສາວລາກອອກໄປນອກຫ້ອງ ພ້ອມທັງສຽງແຕກລ້າວຂອງແວ່ນໜາໃນຫ້ອງໂຖງ ບໍ່ດົນມັນກໍ່ແຕກກະແຈກກະຈາຍ ເກີດສຽງດັງແສບແກ້ວຫູ ແຮງດັນຈາກອາກາດທາງນອກພັດເຂົ້າມາພາຍໃນຫອບເອົາເສດແກ້ວສັບພະສິ່ງປິວກະຈາຍ

ປະຕູໜາໜັກເບິ່ງແຂັງແຮງປິດລົງໄດ້ທັນຢ່າງຫວຸດຫວິດ ພວກເຂົາອອກມາສູ່ທາງຍາງທອດຍາວທີ່ຖືກປູດ້ວຍພື້ນພົມງົດງາມ

“ນັ້ນ... ແມ່ນຫຍັງ?!” ວານາພາຍາຍາມສະຫງົບສະຕິອາລົມ ຄວບຄຸມຫົວໃຈບໍ່ໃຫ້ຕື່ນຕົກໃຈກັບເຫດການທີ່ເກີດຂຶ້ນ “ຢູ່ດີໆເປັນຫຍັງແວ່ນຄືແຕກ?!”

ຊາຍໜຸ່ມຫັນມາດ້ວຍທ່າທີແປກປະຫຼາດໃຈ “ທ່ານຍິງແນມບໍ່ເຫັນຫວາ?”

“ຫາ..?” ວານາຮູ້ສຶກສັບສົນຢ່າງໜັກ ຕັ້ງແຕ່ວັ່ງກີ້ແລ້ວ ຊາຍຄົນນີ້ເວົ້າເລື່ອງຫຍັງກັນ

ສຽງ ຕຸບ ໆໆ!! ເໝືອນມີຄົນມາລົວເຄາະຢ່າງແຮງເຮັດໃຫ້ວານາຕົກໃຈຫັນໄປທາງປະຕູທີ່ຫາກໍ່ປິດລົງ ຕອນນີ້ປະຕູບານໃຫຍ່ແຂງແຮງ ມີຮອຍບຸພັງ ເໝືອນມີບາງຢ່າງກະແທກຢ່າງຮຸນແຮງ

ຊາຍໜຸ່ມຟ້າວດຶງແຂນວານາແລ່ນໄປຕາມທາງຍ່າງຢ່າງບໍ່ບອກກ່າວ

“ອ່ະ! ດ໋ຽວ!” ວານາພາຍາຍາມຫ້າມ ແຕ່ເບິ່ງເໝືອນລາວຈະບໍ່ຟັງເລີຍ ກ່ອນທີ່ຍິງສາວຈະເອີ້ນໃຫ້ລາວປ່ອຍມື ສຽງໂຄມຄາມກໍ່ດັງຂຶ້ນ ມັນເປັນສຽງແຜ່ນເຫຼັກແລະໄມ້ກະທົບກັນແຕກກະຈາຍ ປະຕູທີ່ວັງກີ້ມີຮອຍບຸບຸ້ມ ຕອນນີ້ເຫຼືອແຕ່ເສດຊາກ ສຽງບາງຢ່າງກະແທກຝາຜະໜັງຢ່າງແຮງຄ່ອຍໆໄລ່ຫຼັງມາເທື່ອລະໜ້ອຍຄ້າຍກັບວ່າມັນຈະມາເຖິງຕົວແລ້ວໃນບໍ່ຊ້າ ຖ້າຫາກຜ່ອນຄວາມໄວ້ລົງແມ່ນແຕ່ໜ້ອຍດຽວ

ຫົວໃຈວານາກະຕຸກວູບ ເມື່ອຫັນໄປພົບວ່າຕະຫຼອດທາງຍ່າງທອດຍາວ ຕອນນີ້ຢູ່ດີໆມັນກໍ່ມີຮອຍບຸບ້ຽວເປັນທາງຕັ້ງແຕ່ດ້ານຂ້າງຊ້າຍຂວາ ໄປຈົນເຖິງເພດານທີ່ມີໂຄມໄຟປະດັບ ຕອນນີ້ມັນຖືກພັງທະລາຍແຕກລະອຽດບໍ່ເຫຼືອຮູບເດີມ ຄ້າຍກັບວ່າມີບາງສິ່ງບາງຢ່າງຂະໜາດໃຫຍ່ ກຳລັງພາຍາຍາມໄລ່ນຳມາ ...ບາງສິ່ງທີ່ແນມບໍ່ເຫັນນັ້ນເຮັດໃຫ້ວານາຮູ້ສຶກຢ້ານ... ເຖິງລາວຈະບໍ່ຮູ້ວ່າມັນແມ່ນຫຍັງ ແຕ່ຄວາມຮູ້ສຶກບອກລາວວ່າເປົ້າໝາຍຂອງສິ່ງນັ້ນຄົງຈະແມ່ນວານາຢ່າງແນ່ນອນ...

ຊາຍລຶກລັບພາຍິງສາວແລ່ນລົງຂັ້ນໄດໄປເລື້ອຍໆ ຜ່ານທາງຍາງຄົດຄ້ຽວເໝືອນຮູ້ທາງເປັນຢ່າງດີ ຕາມທາງທີ່ຜ່ານໄປມີພວກທະຫານນອນສະຫຼົບສະໄຫຼເປັນໄລຍະເໝືອນຖືກຢາສະຫຼົບ ເຊິ່ງວານາເອງກໍ່ບໍ່ຮູ້ວ່າພວກເຂົາຍັງມີຊີວິດຢູ້ຫຼືບໍ່ ...ເມື່ອລັດເລາະໄປຕາມທາງເລື່ອຍໆ ສຽງດັງທີ່ໄລ່ຫຼັງມາກໍ່ຄ່ອຍໆຫາຍໄປ...

ເມື່ອໄປຮອດສຸດທາງພວກເຂົາຈຶ່ງໄດ້ມີເວລາຢຸດພັກຫາຍໃຈ ວານານັ່ງລົງກັບພື້ນຢ່າງອ່ອນແຮງເໝື່ອຍຫອບເກືອບຫາຍໃຈບໍ່ທັນ... ເກີດມາລາວບໍ່ເຄີຍແລ່ນໄວປານນັ້ນມາກ່ອນ ແຖມຍັງໄດ້ແລ່ນໜີສິ່ງທີ່ລາວບໍ່ຮູ້ຈັກອີກ... ເລື່ອງລາວຕ່າງໆເປັນແນວໃດມາແນວໃດ ຕອນນີ້ລາວກໍ່ຍັງບໍ່ຮູ້ຊ້ຳ

ເມື່ອເຊົາເໝື່ອຍໄດ້ໜ້ອຍໜຶ່ງ ຍິງສາວຈຶ່ງພົບວ່າ ຕອນນີ້ພວກເຂົາຢູ່ທີ່ຫ້ອງໃຕ້ທ້ອງເຮືອ ເຊິ່ງເປັນພາກສ່ວນສຳລັງເກັບເຮືອເຫາະສຸກເສີນເມື່ອເກີດກໍລະນີບໍ່ຄາດຝັນຂຶ້ນ... ພາຍໃນຫ້ອງມີເຮືອບິນລຳນ້ອຍຕັ້ງລຽງລາຍກັນຢູ່ຫຼາຍລຳ ກົງກັນຂ້າມກັນມີປະຕູເຫຼັກໜາໃຫຍ່ທີ່ໃຊ້ເປັນທາງອອກຂອງເຮືອສຸກເສີນ

ຍິງສາວທອດແນມເບິ່ງ ...ຖ້າໃຊ້ເຮືອບິນພວກນີ້ໜີ...

ແຕ່ແລ້ວກໍ່ສະຫຼັດຄວາມຄິດນັ້ນຖິ້ມໄປ ເມື່ອລາວຮູ້ຕົວດີວ່າຂັບຍົນຍານພາຫະນະພວກນີ້ບໍ່ເປັນ...

ເມື່ອຫັນໄປອີກທາງກໍ່ເຫັນຊາຍຜົມເງິນຄົນນັ້ນກຳລັງສຳຫຼວດຕາມກຳແພງຂ້າງປະຕູເໝືອນກຳລັງຄົ້ນຫາວິທີເປີດມັນ

“ທາງນີ້ຫວາຊູໂຣ” ຊາຍໜຸ່ມເອີ່ຍຖາມບາງສິ່ງບາງຢ່າງທາງຂ້າງ

ວານາໄດ້ແຕ່ແນມເບິ່ງຢ່າງປະຫຼາດໃຈ... ລາວເວົ້າກັບໃຜ...

ເມື່ອສຳຫຼວດໄປໄດ້ໜ້ອຍໜຶ່ງລາວກໍ່ເລີ່ມຈົ່ມກັບອາກາດສະທາດ “ຂ້ອຍລະບໍ່ເຫັນຈະເຂົ້າໃຈສັດອະສູນຕົວນີ້ເລີຍ ທາງນອກກະແປກ ທາງໃນກະປະຫຼາດ ເປັນສັດອະສູນປະເພດໃດກັນ”

...ສັດອະສູນ... ວານາຂະໝວດຄິ້ວສົງໃສ ສັດອະສູນທີ່ລາວເວົ້າ ຫຼືຈະໝາຍເຖິງເຮືອເຫາະລຳນີ້... ລາວເປັນຄົນຕ່າງຊາດຫວາ ເລີຍມີວິທີເອີ້ນຕ່າງກັນ??

ແຕ່ເມື່ອຄິດຫາວິທີເປີດປະຕູບໍ່ໄດ້ ສຸດທ້າຍຊາຍໜຸ່ມກໍ່ໄດ້ຂໍ້ສະຫຼຸບ “ພັງອອກໄປກະແລ້ວກັນ”

“ຫາ?” ຍິງສາວເຖິງກັບອຸທານອອກມາ... ແນມໄປອີກຟາກຈາກບ່ອນທີ່ຊາຍຄົນນັ້ນຢືນຢູ່ ມີປຸ່ມສີແດງໆອັນບັກໃຫຍ່ຕັ້ງຢູ່ ແຖມຍັງຂຽນດ້ວຍຕົວອັກສອນທີ່ໃຫຍ່ພໍຂະໜາດວານາທີ່ນັ່ງຢູ່ໄກອອກມາຍັງເຫັນວ່າ ‘ປຸ່ມເປີດທາງອອກສຸກເສີນ’

ແລ້ວຊາຍໜຸ່ມຄົນນີ້ລາວບ້າຫຼືເຊີ້ປານໃດ ທັງໆທີ່ມັນຕັ້ງຢູ່ຕຳຕາຊະຂະໜາດນັ້ນຄືບໍ່ຮູ້ເລື່ອງຫຍັງ

“ສະຄູນ ພັງປະຕູໃຫ້ແນ່” ຊາຍໜຸ່ມຢືນກອດເອິກຫັນໄປອອກຄຳສັ່ງກັບອາກາດອີກຟາກ

“ດ...ດ໋ຽວ!” ວານາພາຍາຍາມຮ້ອງຫ້າມ ຍັງບໍ່ຮູ້ດັອກວ່າຊາຍຄົນນີ້ພາຍາຍາມຈະເຮັດຫຍັງ ແຕ່ຖ້າໃຫ້ລາວພັງປະຕູຂຶ້ນມາອີ່ຫຼີ ບາງທີປະຕູອາດຈະພັງຈົນເປີດບໍ່ໄດ້ອີກກໍ່ເປັນໄດ້...

ສຽງເອີ້ນເຮັດໃຫ້ລາວຫັນໜ້າມາຫາ

“ເອີ່...” ວານາລັງເລ ບໍ່ຮູ້ວ່າຕົນກຳລັງເຮັດຫຍັງຢູ່ ແລະພາຍາຍາມຈະເຮັດຫຍັງກັນແທ້ ແຖມຍັງບໍ່ທັນຮູ້ເຈດຕະນາຂອງອີກຝ່າຍນຳ ຈະຕັດສິນໃຈຊ່ວຍ ຫຼືປ່ອຍໄປດີ...

“ຂ້ອຍຮູ້ວ່າຈະເປີດປະຕູໄດ້ແນວໃດ...” ຍິງສາວເວົ້າສຽງລີບ ເໝືອນເດັກນ້ອຍທີ່ສະເໜີຕອບຄຳຖາມແສນຍາກກັບນາຍຄູໃຈຮ້າຍ ວານາພາຍາຍາມສູດລົມຫາຍໃຈເຂົ້າເລິກເພື່ອຊ່ວຍເປັນກຳລັງໃຫ້ແກ່ການຕັດສິນໃຈ...

“ແທ້ຫວາ!!” ຊາຍຄົນນັ້ນມີດວງຕາເປັນປະກາຍເໝືອນເດັກນ້ອຍ “ສົມກັບເປັນທ່ານຍິງແພນໂດຣາ ທ່ານຮູ້ຈັກສັດອະສູນແປກປະຫຼາດຕົວນີ້ນຳ ສຸດຍອດເລີຍ!”

ຍິງສາວຍັງຄົງບໍ່ເຂົ້າໃຈສິ່ງທີ່ລາວເວົ້າ “ແຕ່ກ່ອນທີ່ຂ້ອຍຈະບອກ... ຊ່ວຍອະທິບາຍທຸກຢ່າງໃຫ້ຟັງແນ່ໄດ້ບໍ່ ວ່າມັນເກີດຫຍັງຂຶ້ນກັນແທ້ ສິ່ງທີ່ແນມບໍ່ເຫັນພວກນັ້ນມັນແມ່ນຫຍັງ... ແລະ ເຈົ້າແມ່ນໃຜກັນແທ້...”

ຫຼັງຈາກວານາເອີ່ຍອອກໄປ ຄວາມງຽບກໍ່ເຂົ້າຄອບຄຸມ ຊາຍຄົນນັ້ນເບິ່ງເຄັ່ງຂຶມຂຶ້ນມາທັນທີ ແລະແນມມາທີ່ວານາດ້ວຍແວວຕາສະຫງົບ

“ເລື່ອງມັນຍາວນະ...” ລາວເວົ້າ “ເອົາໄວ້... ອອກໄປຈາກເຮືອລຳນີ້ໄດ້ກ່ອນ ແລ້ວຂ້ອຍຈະເລົ່າທຸກຢ່າງທີ່ຮູ້ໃຫ້ຟັງ ຕອນນີ້ຕ້ອງໜີຈາກພວກນັ້ນໃຫ້ໄດ້ກ່ອນ”

ວານາເຮັດໜ້າຫຍຸ້ງ “ບໍ່ ຂ້ອຍຈະບໍ່ໄປໃສ ຈົນກວ່າເຈົ້າຈະເລົ່າໃຫ້ຟັງ! ຂ້ອຍຍັງບໍ່ຮູ້ວ່າເຈົ້າແມ່ນໃຜມາແຕ່ໃສ ຊິໃຫ້ເຊື່ອໃຈໄດ້ແນວໃດ!”

ຊາຍໜຸ່ມງຽບໄປຊົ່ວຂະນະ ກ່ອນຈະຖອນຫາຍໃຈ “ກະແມ່ນໃດ໋ເນາະ...” ລາວເວົ້າພ້ອມກັບທີ່ປະຕູເຫຼັກເບື້ອງຫຼັງຄ່ອຍໆເລື່ອນເປີດອອກທັງໆທີ່ວານາບໍ່ເຫັນວ່າມີໃຜໄປກົດປຸ່ມທາງອອກ ພາບທ້ອງຟ້າສີສະຫວ່າງຄ່ອຍໆປະກົດໃຫ້ເຫັນ ແສງສາດສ່ອງເຂົ້າມາພ້ອມກັບກະແສລົມແຮງ ເຮັດໃຫ້ຍິງສາວແນມເຫັນລາວບໍ່ຊັດແຈ້ງ “...ຂ້ອຍເປັນຄົນແປກໜ້າສຳລັບທ່ານຍິງ ແຖມຍັງບໍ່ໄດ້ມີຫຍັງກ່ຽວພັນກັນເລີຍອີກ” ລາວເວົ້າພ້ອມຮອຍຍິ້ມບາງໆ ກ່ອນຈະຫັນໄປທາງປຸ່ມແດງ “ເຮັດໄດ້ດີຫຼາຍ ຊູໂຣ!”

...ບາງຢ່າງທີ່ຊາຍຄົນນີ້ເອີ້ນວ່າຊູໂຣເປັນຄົນເປີດປະຕູໃຫ້?... ວານາໄດ້ແຕ່ຄິດຢ່າງສົງໃສ ເມື່ອເປີດປະຕູໄດ້ແລ້ວ ຍິງສາວກໍ່ໝົດຫົນທາງຈະຕໍ່ລອງອີກ

“ຕອນນີ້ຂ້ອຍຄົງບອກໄດ້ແຕ່ວ່າ...” ຊາຍໜຸ່ມເວົ້າທ່າມກາງກະແສລົມພັດແຮງຈາກດ້ານຫຼັງຈົນເຮັດໃຫ້ເສັ້ນຜົມສີໝອກພັດພິ້ວ ໜ້າແປກທີ່ລາວຍັງຄົງຊົງຕົວຢູ່ໄດ້ “ທ່ານຍິງແພນໂດຣາເປັນ...”

“ຢຸດດ໋ຽວນີ້!!” ສຽງທຸ້ມດັງຂຶ້ນຂັດຈັງຫວະເຮັດໃຫ້ພວກວານາຫັນໄປທາງດ້ານຫຼັງ ຊາຍໜຸ່ມຜູ້ມາໃໝ່ແມ່ນຊາຍຜົມທອງເຈົ້າຂອງດວງຕາແຫຼມຄົມ ເທເຣໂອຢືນພິງກຳແພງດ້ວຍທ່າທາງອິດເໝື່ອຍເໝືອນຄົນກຳລັງຈະຫຼັບ ເບິ່ງຄືວ່າລາວກຳລັງຝືນຕົວເອງຢ່າງໜັກກ່ອນຈະລາກຂາໃຫ້ມາຢືນຢູ່ທີ່ນັ້ນໄດ້

“ໂຫ... ຫາຍາກໄດ້ນີ່ ຄົນທຳມະດາທີ່ຕ້ານພິດຂອງອະມະນຸດພວກນັ້ນໄດ້” ຊາຍປະຫຼາດແນມເບິ່ງເທເຣໂອດ້ວຍທ່າທາງທຶ້ງໆ

ວານາບໍ່ຮູ້ວ່າເກີດຫຍັງຂຶ້ນ ເທເຣໂອຜູ່ເຍີ່ຫຍິ່ງຈຶ່ງຢູ່ໃນສະພາບແບບນັ້ນໄດ້...

“ເຈົ້າ ຄົນຮ້າຍລັກພາຕົວ?!” ເທເຣໂອຮ້ອງໃສ່ ກ່ອນຈະພາຍາຍາມກ້າວຍ່າງມາດ້ວຍທ່າທາງບໍ່ໝັ້ນຄົງເໝືອນຈະລົ້ມໄດ້ທຸກເມື່ອ ຊາຍຜູ້ຄຸມຮູ້ສຶກຫງຸດຫງິດສຸດໆທີ່ບໍ່ສາມາດເຄື່ອນໄຫວໄດ້ດັງໃຈ ທີ່ລາກຕົວເອງມາທີ່ນີ້ໄດ້ກໍ່ລຳບາກຍາກເຢັນເຕັມທົນເໝືອນສະຕິເລີ່ມຈະຫຼຸດລອຍໄປ ຊາຍໜຸ່ມສະບົກຢ່າງອາລົມເສຍ ກ່ອນຈະດຶງມີດທີ່ຄາດແອວໄວ້ອອກມາແລະແທງລົງທີ່ຕົ້ນແຂນຂວາຢ່າງບໍ່ລັງເລ

ວານາຍົກມືປ້ອງປາກ ຕົກໃຈບໍ່ຄິດວ່າຊາຍຜູ້ຄຸມຈະເຮັດແບບນັ້ນ

ເລືອດສີແດງກະເຊັນອອກມາເມື່ອຊາຍໜຸ່ມດຶງມີດອອກແບບບໍ່ໃສ່ໃຈ ສະຕິທີ່ເກືອບຖືກກະຊາກຄ່ອຍໆກັບຄືນເກືອບເປັນປົກກະຕິ ເຖິງຈະເຈັບຕົວໜ້ອຍໜຶ່ງ ແຕ່ລາວກໍ່ພໍໃຈທີ່ສາມາດເຄື່ອນໄຫວໄດ້ດັ່ງໃຈອີກຄັ້ງ “ເຮິ!”

“ຄາຍມົນສະກົດໄດ້ດ້ວຍຕົນເອງ” ຊາຍແປກໜ້າເວົ້າເບົາໆດ້ວຍຄວາມທຶ້ງ “ໃຊ້ຄວາມເຈັບຊ່ວຍເອີ້ນສະຕິ... ໃຈເດັດດີເນາະ”

“ເຮີ້ຍ! ບໍ່ຮູ້ດັອກວ່າເຈົ້າເປັນໃຜ” ເທເຣໂອຮ້ອງໃສ່ຊາຍໜຸ່ມປະຫຼາດທີ່ຍັງຄົງຢືນຢູ່ບ່ອນເກົ່າດ້ວຍທ່າທີສະບາຍໆ “ແຕ່ຂ້ອຍບໍ່ໃຫ້ເຈົ້າເອົາຕົວທ່ານຍິງວານາເນສໄປເດັດຂາດ!!” ຜູ້ຄຸມເກັບມີດສັ້ນ ແລະຊັກດາບອອກມາແທນກຽມຕັ້ງທ່າຕໍ່ສູ້

“ເຈົ້າເປັນຄົນທີ່ໜ້າສົນໃຈດີ ໜ້າເສຍດາຍທີ່ຕອນນີ້ບໍ່ມີເວລາ” ຊາຍໜຸ່ມຍິ້ງບາງໆ ເຫັນໄດ້ຊັດວ່າລາວບໍ່ຄິດຈະສູ້ “ຂ້ອຍຊື່ ຟິເດສ ຖ້າໄດ້ເຈິກັນອີກ ຂ້ອຍຈະສູ້ກັບເຈົ້າ” ເວົ້າຈົບລາວກໍ່ຍ່າງໄປຫາວານາເພື່ອຈະດຶງໃຫ້ໄປນຳ ແຕ່ດາບຍາວສີເງິນຕະຫວັດລົງຂວາງທາງຢ່າງໄວວາຈົນແນມບໍ່ທັນ

“ເຮີ້ຍ! ຂ້ອຍບອກແລ້ວວ່າຈະບໍ່ໃຫ້ເຈົ້າເອົາທ່ານຍິງໄປ” ເທເຣໂອເວົ້າດ້ວຍສາຍຕາດຸຮ້າຍເໝືອນສັດປ່າ

“ແລ້ວເຈົ້າມີສິດຫຍັງມາກັກຕົວທ່ານຍິງໄວ້?” ຟິເດສຖາມຍ້ອນກັບ ເຮັດໃຫ້ຄົນຟັງສະອຶກ ວານາເອງກໍ່ເຊັ່ນກັນ... “ຂ້ອຍວ່າເລື່ອງນີ້ຄວນໃຫ້ທ່ານຍິງເປັນຄົນເລືອກຈະດີກວ່າບໍ່?” ຊາຍໜຸ່ມພາຍາຍາມເວົ້າຕໍ່ລອງ ລາວບໍ່ຢາກຕໍ່ສູ້ໃນຕອນນີ້ ເພາະຈະເຮັດໃຫ້ເສຍເວລາຍືດເຍື້ອຍາວນານຕໍ່ໄປອີກ... ພວກມັນກຳລັງມາ ແລະຈະບໍ່ລະເວັ້ນຈົນກວ່າຈະໄດ້ຕົວທ່ານຍິງແພນໂດຣາໄປ...

“ເຮີ້ຍ! ເຈົ້າວ່າແນວໃດ ທ່ານຍິງວານາເນສ” ເທເຣໂອຫັນໄປກຶ້ງຖາມວານາດ້ວຍສາຍຕາເອົາເລື່ອງເໝືອນຈະບັງຄັບທາງອ້ອມໃຫ້ຕອບໃຫ້ດີໆ

ສາວນ້ອຍທີ່ຖືກໂຍນລະເບີດມາໃຫ້ສະດຸ້ງເຮືອກ... ຕອນນີ້ທັງຟິເດສ ແລະ ເທເຣໂອຕ່າງກໍ່ລໍຖ້າຄຳຕອບຈາກນາງ ...ລາວຈະເຮັດແນວໃດດີ... ຈະຕອບວ່າແນວໃດດີ...

...ແຕ່ເດີມຍິງສາວກໍ່ບໍ່ເຄີຍຄິດຢາກຈະໄປຖະຫວາຍຕົວ ຍິ່ງຕ້ອງເດີນທາງໄປໃນເມືອງ ໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ ຍິ່ງເຮັດໃຫ້ຍິງສາວຮູ້ສຶກເປັນກັງວົນແລະຢ້ານກົວຕໍ່ອະນາຄົດທີ່ເບິ່ງເລືອນລາງ ແຕ່ເຖິງວ່າຈະຄິດໜີ ວານາກໍ່ບໍ່ຮູ້ວ່າຕົນຈະໜີໄປໃສໄດ້...

ທັງຊີວິດຂອງລາວ ຮູ້ຈັກແຕ່ບ້ານຂອງທ່ານພໍ່ທີ່ຕັ້ງຢູ່ອານາຈັກໂຄຣອສເບວ ສະຖານທີ່ທີ່ເບິ່ງອຶດອັດແລະປອດໄພໃນເວລາດຽວກັນ ລາວບໍ່ມີໝູ່ ບໍ່ມີຄົນຮູ້ຈັກ ບໍ່ມີສະຖານທີ່ໃຫ້ກັບໄປ ບໍ່ມີສະຖານທີ່ໃຫ້ໄປຫາ...

ລາວຄວນຈະໄປໃສ ຄວນຈະເຮັດຫຍັງ ແມ້ແຕ່ຕົວວານາເອງກໍ່ຍັງບໍ່ຮູ້ເລີຍ ແລ້ວຈະໃຫ້ມາຕັດສິນໃຈຫຍັງໃນເວລານີ້ກັນ...

“ໄປກັນເທາະ ທ່ານຍິງແພນໂດຣາ” ສຽງຟິເດສເອີ່ຍມາຢ່າງນຸ້ມນວນ ເມື່ອເງີຍໜ້າຂຶ້ນກໍ່ເຫັນຊາຍໜຸ່ມໃນຊຸດເສື້ອຜ້າຊຸດໂຊມຍື່ນມືມາຫາທ່າມກາງແສງສະຫວ່າງຈາກທ້ອງຟ້າທີ່ເປີດກວ້າງ

“ຢ່າໄປ ທ່ານຍິງວານາເນສ!” ອີກຟາກແມ່ນເທເຣໂອ ທະຫານທີ່ຖືກສົ່ງມາຄວບຄຸມຕົວ ເຊິ່ງເຖິງບໍ່ບອກຍິງສາວກໍ່ຮູ້ວ່າລາວເຮັດຕາມໜ້າທີ່ເພື່ອສົ່ງຕົວວານາໄປໃຫ້ເຖິງອອສເທຼຍຢ່າງປອດໄພ...

ຕອນນີ້ວານາຮູ້ສຶກຄືຕົວເອງກຳລັງຢືນຢູ່ຕໍ່ໜ້າກົ້ນເຫວເລິກ ອີກເບື້ອງໜຶ່ງມີລາວາຮ້ອນແຮງກຳລັງໄຫຼລົງມາຕິດໆ ກະທັ້ງວ່າຢືນຢູ່ເສີຍໆກໍ່ມີແຕ່ບໍ່ໂຄນນ້ຳເລິກຄ່ອຍໆດູດດຶງແຂນຂາລົງໄປເລື້ອຍໆ

ບໍ່ວ່າຈະເລືອກທາງໃດ ກໍ່ມີແຕ່ຄວາມມືດບໍ່ແມ່ນຫວາ... ຍິງສາວກົ້ມໜ້າ ຮູ້ສຶກເໝືອນຢາກໄຫ້

ເມື່ອວານາບໍ່ເວົ້າຫຍັງ ເທເຣໂອກໍ່ເລີ່ມຫງຸດຫງິດ “ບໍ່ຕ້ອງໃຫ້ຄຳຕົງຄຳຕອບຫຍັງມັນແລ້ວ ຈັດການໝໍນັ້ນແລ້ວກະຈົບເລື່ອງ!” ເວົ້າພ້ອມພຸ່ງຕົວໄປເບື້ອງໜ້າ ໝາຍຈະຟັນຄໍຟິເດສ

ຕູມມມມມ!!!!!!!

ສຽງດັງສະໜັ່ນຄ້າຍຟ້າຖະຫຼົ່ມດັງຂຶ້ນຮຸນແຮງຈົນທຸກຄົນໃນທີ່ນັ້ນເສຍຫຼັງ ຕາມດ້ວຍແຮງສັ່ນສະເທືອນຄືແຜ່ນດິນໄຫວຢູ່ກາງອາກາດສົ່ງຜົນໃຫ້ເຮືອເຫາະທີ່ເລີ່ມຈະຕ້ານທານບໍ່ໄຫວງ່ຽງຕົວຂຶ້ນເກືອບຕັ້ງສາກ

ເທເຣໂອພິກດາບປັກລົງພື້ນເພື່ອບໍ່ໃຫ້ໝື່ນລົງໄປ

ຟິເດສໃຊ້ພະລັງບາງຢ່າງຍຶດພື້ນເຮືອເອົາໄວ້

“ວ້າຍຍ!!” ວານາທີ່ບໍ່ທັນຕັ້ງຕົວໝື່ນໄຖໄປກັບພື້ນທີ່ງ່ຽງຈົນບໍ່ສາມາດຢືນໄດ້ ຍິງສາວກຳລັງຕົກລົງໄປທີ່ປະຕູທາງອອກ

“ທ່ານຍິງແພນໂດຣາ!” “ທ່ານຍິງວານາເນສ!” ຟິເດສແລະເທເຣໂອຮ້ອງອອກມາພ້ອມກັນ

ວານາຕົກລົງໄປໃນພື້ນຟ້າອັນກວ້າງໃຫຍ່ ທຸກຢ່າງເກີດຂຶ້ນໄວຈົນຍິງສາວບໍ່ຮູ້ວ່າແມ່ນຫຍັງເປັນຫຍັງ ລາວຮູ້ແຕ່ວ່າຕົນເອງກຳລັງດິ່ງລົງພື້ນດ້ວຍຄວາມໄວສູງ... ແນມເຫັນແຕ່ເຮືອເຫາະລຳໃຫຍ່ຄ່ອຍໆຫ່າງອອກໄປເລື່ອຍໆ...

...ລາວກຳລັງຈະຕາຍຫວາ... ຍິງສາວຄິດ...

ຕາຍທັງທີ່ບໍ່ໄດ້ເລືອກຫຍັງຈັກຢ່າງ...

ຕາຍທັງໆທີ່ບໍ່ໄດ້ຮູ້ຫຍັງເລີຍ...

ນ້ຳຕາໄຫຼອອກມາຈາກຫາງຕາ ແລະຖືກກະແສລົມພັດຜ່ານໃຫ້ປິວໄປ

ເຄີຍມີໃຜບາງຄົນເວົ້າວ່າ ຄົນເຮົາຕອນກຳລັງຈາກຕາຍມັກຈະເຫັນເລື່ອງລາວໃນອະດີດທີ່ຜ່ານມາ... ຍິງສາວກໍ່ເຊັ່ນກັນ... ວານາແນມເຫັນພາບຕ່າງໆໃນຊີວິດ

ຊ່ວງເວລາທີ່ມີແຕ່ຄວາມຫວ່າງເປົ່າຕະຫຼອດຫຼາຍປີທີ່ຜ່ານມາ... ຍ້ອນກັບໄປ ກັບໄປເລື້ອຍໆ ຈົນເຖິງຕອນທີ່ພໍ່ແມ່ຢູ່ກັນພ້ອມໜ້າ ຊ່ວງເວລາຄັ້ງໜຶ່ງໃນຊີວິດທີ່ເຄີຍໄດ້ສຳພັດກັບຄວາມສຸກ... ຄວາມສຸກທີ່ເກືອບຈະລືມເລືອນໄປແລ້ວ... ສິ່ງທີ່ວານາແນມເຫັນໄດ້ຊັດເຈນກວ່າໝູ່ ແມ່ນພາບຂອງທ່ານແມ່ທີ່ແນມມາຢ່າງອ່ອນໂຍນ... ທ່ານແມ່ຜູ້ເປັນທີ່ຮັກ...

ໄດ້ເຫັນພາບທ່ານແມ່ກ່ອນຕາຍແບບນີ້ ກໍ່ຖືວ່າດີແລ້ວແຫຼະ...

ຍິງສາວຫຼັບຕາລົງ... ກ່ອນທີ່ສຽງບາງຢ່າງຈະເອີ້ນສະຕິໃຫ້ມືນຕາຂຶ້ນ

ພາບທີ່ເຫັນເບື້ອງໜ້າເບິ່ງເລືອນລາງຍ້ອນແສງສະຫວ່າງຈາກດວງອາທິດ ສິ່ງທີ່ແນມເຫັນໄດ້ຊັດເຈນ ມີພຽງແຕ່ປີກສີດຳຄູ່ໃຫຍ່ທີ່ກະພືກາງອອກ ແລະກຳລັງບິນມາທາງນີ້...

ປີກສີດຳ... ຂອງເທວະທູດ...?

ຫຼັງຈາກນັ້ນທຸກທຸກຢ່າງກໍ່ມືດສະໜິດ...

 

(ຈົບຕອນທີ 2)

 

----------------

 

ທຳອິດຕອນນີ 1 ມັນຈົບຢູ່ບ່ອນນີ້ແຫຼະ ແຕ່ມັນຍາວເກີນໄປເລີຍຕັດອອກເປັນສອງສ່ວນ ຕອນຕໍ່ໄປຈະເລີ່ມເຂົ້າເລື່ອງແນ່ແລ້ວ ແຕ່ສະຫຼຸບຕອນນີ້ຟິເດສກະຍັງບໍ່ໄດ້ອະທິບາຍຫຍັງຂອງມັນ

ເລື່ອງນີ້ມີສອງຕົວລະຄອນທີ່ມີ່ມັກ ໜຶ່ງໃນນັ້ນຍັງບໍ່ປະກົດຕົວ~♥ ແປກບໍ່ ຂຽນເອງມັກເອງ ຮະໆ ອີກຢ່າງ ພະເອກ ມີ່ມັກຕອນຫຼັງໆພຸ້ນແຫຼະ ຕອນນີ້ຊ່າງມັນ ຮາາ

ແນະນຳຕິຊົມໄດ້ຕາມສະດວກເດີ້ ຖ້າມີຂໍ້ຜິດພາດບ່ອນໃດຊ່ວຍແນະນຳທ້ວງຕິງຈະດີໃຈຫຼາຍ

ຂອບໃຈທີ່ເຂົ້າມາອ່ານ ແລະອ່ານຈົນຈົບ

ຂອບໃຈສຳລັບທຸກຄຳຄິດເຫັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຜະນຶກເວດແຫ່ງແພນໂດຣາ
ບົດນຳ

 

 

ທ່ານຮູ້ຫຼືບໍ່ວ່າໃນໂລກແຫ່ງນີ້ ເຕັມໄປດ້ວຍເລື່ອງລາວຫຼາກຫຼາຍເລື່ອງລາວ ໃນນັ້ນ ປະກອບມີທັງເລື່ອງທີ່ເຕັມໄປດ້ວຍຄວາມສຸກ ເລື່ອງທີ່ຈົບລົງດ້ວຍຄວາມໂສກເສົ້າ ຫຼືແມ້ແຕ່ເລື່ອງລາວທີ່ທ່ານເອງກໍ່ຍັງຄິດບໍ່ເຖິງ

ແຕ່ເລື່ອງລາວທີ່ຈະກ່າວເຖິງຕໍ່ໄປນີ້ ເປັນເລື່ອງລາວທີ່ເກີດຂຶ້ນໃນດິນແດນທີ່ຕ່າງອອກໄປ... ທັງວິຖີທາງ ແນວຄິດ ສາດສະໜາ ແລະການດຳລົງຊີວິດຂອງຜູ້ຄົນ ລ້ວນແຕ່ແຕກຕ່າງຈາກສິ່ງທີ່ທຸກທ່ານເຄີຍໄດ້ພົບເຈິ... ມັນເປັນເລື່ອງລາວທີ່ເກີດຂຶ້ນໃນອີກໂລກໜຶ່ງ ໂລກທີ່ຫ່າງໄກອອກໄປຫຼາຍປີແສງ

ນັ້ນຄື... ໂລກທີ່ຫຼາຍສິ່ງຫຼາຍຢ່າງແຕກຕ່າງຈາກໂລກຂອງເຮົາ ທັງວິວັດທະນາການດ້ານເທັກໂນໂລຢີ ທີ່ເຮັດໃຫ້ການຄົມມະນາຄົມພັດທະນາກວ້າງໄກ ມີເຮືອເຫາະ ລົດໄຟລອຍຟ້າ ລວມເຖິງເຄື່ອງວາບ ຊ່ວຍຫຍໍ້ໄລຍະທາງ ແລະອຸປະກອນອຳນວຍຄວາມສະດວກຕ່າງໆອີກຫຼາຍຢ່າງ

ຍຸກປັດຈຸບັນ ການເດີນທາງຜະຈົນໄພກາຍເປັນເລື່ອງເພີ້ຝັນ ສັດປະຫຼາດກາຍເປັນພຽງຕຳນານ ຜູ້ກ້າກາຍເປັນພຽງເລື່ອງເລົ່າ ເວດມົນຖືກກືນຫາຍລືມເລືອນໄປຕາມການເວລາ ດິນແດນຕ່າງໆຖືກພັດທະນາຈົນມີຕຶກສູງສຽດຟ້າຫຼາຍແຫ່ງ

ແຕ່ໂລກແຫ່ງນີ້ກໍ່ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຍັງບໍ່ຖືກຄົ້ນພົບ ດິນແດນບາງແຫ່ງຍັງເປັນອັນຕະລາຍຈົນບໍ່ມີໃຜຄິດເຂົ້າໃກ້ ທະວີບທັງຫ້າຖືກແບ່ງເຂດແດນດ້ວຍມະຫາສະໝຸດກວ້າງໃຫຍ່

ເລື່ອງລາວນີ້ ເລີ່ມຕົ້ນຂຶ້ນໃນອານາຈັກແຫ່ງໜຶ່ງທີ່ຊື່ວ່າໂຄຣອສເບວ ດິນແດນທີ່ຮຸ່ງເຮືອງດ້ານການຂຸດຄົ້ນບໍ່ແຮ່ ເຊິ່ງເປັນລູກແກ້ວພະລັງງານສີຟ້າໃສ ເປັນແຮ່ທີ່ມີມູນຄ່າແຕກຕ່າງຕາມພະລັງງານທີ່ມັນມີ ແລະຖືກເອີ້ນວ່າ

“ຣອສ”
 

--------------

 

ໜຶ່ງ... ເພື່ອຄວາມຫວັງ
ໜຶ່ງ... ເພື່ອຄຳໝັ້ນສັນຍາ
ໜຶ່ງ... ເພື່ອການປົກປ້ອງ



ຜະນຶກເວດແຫ່ງແພນໂດຣາ
ຕອນທີ 1 ທ່ານຍິງແຫ່ງແພນໂດຣາ



ນະ ວິຫານກາງປ່າແຫ່ງໜຶ່ງ ສະຖານທີ່ອັນເບິ່ງເກົ່າແກ່ເໝືອນກັບວ່າຖືກສ້າງໄວ້ເປັນເວລາດົນນານ ຕາມຝາຜະໜັງມີພວກວັດຊະພືດຕິດຕາມເປັນຍ່ອມ ພື້ນຫິນກ້ອນໃຫຍ່ສີເທົາໆຫຼາຍກ້ອນວາງລຽງລາຍຫຼຸດລື່ນບິດບ້ຽວຊວນໃຫ້ຍ່າງລຳບາກ

ຕາມເພດານມີພວກເຄືອໄມ້ຫ້ອຍລະໂຍງ ຫຼາຍສ່ວນເບິ່ງມີຮອຍລ້າວຄ້າຍກັບວ່າຈະພັງລົງມາເມື່ອໃດກໍ່ໄດ້ ຫາກບໍ່ມີເສົາຫິນອັນໃຫຍ່ວາງລຽງລາຍຄ້ຳຊູວິຫານແຫ່ງນັ້ນໄວ້

ມັນເປັນວິຫານທີ່ເບິ່ງບໍ່ໄດ້ກວ້າງໃຫຍ່ຫຼາຍ ອາດເປັນເພາະຫຼາຍສ່ວນພັງທະລາຍໄປຕາມການເວລາ ຈຶ່ງຍັງຄົງຫຼົງເຫຼືອສ່ວນທີ່ເປັນຊາກຫັກພັງຢູ່ຫຼາຍ ...ເບື້ອງເລິກຂອງວິຫານແຫ່ງນັ້ນ ມີແທ່ນພິທີບາງຢ່າງຕັ້ງຢູ່ ມັນເປັນເໝືອນແອ່ງນ້ຳໃສທີ່ຖືກສ້າງຂຶ້ນມາໂດຍສະເພາະ ແລະຍັງຄົງໄດ້ຮັບການຮັກສາດູແລຢ່າງດີ ເພາະເປັນສ່ວນດຽວທີ່ເບິ່ງບໍ່ມີຮອຍແຕກລ້າວເໝືອນພື້ນທີ່ສ່ວນອື່ນໆ

ໃນທີ່ນັ້ນ ຍິງຄົນໜຶ່ງຢືນແນມເບິ່ງສິ່ງທີ່ຢູ່ເບື້ອງໜ້າດ້ວຍທ່າທີເປັນກັງວົນ ເບິ່ງຈາກພາຍນອກລາວເໝືອນຍິງສາວອາຍຸບໍ່ເກີນສາມສິບ ແຕ່ງກາຍດ້ວຍຊຸດສັນທັດຄ້າຍຜູ້ຊາຍ ຜົມຍາວລວບເປັນຫາງມ້າແບບບໍ່ຄ່ອຍໃສ່ໃຈ

“ເກີດເລື່ອງແລ້ວ...” ລາວພຶມພຳອອກມາແຜ່ວເບົາ ກ່ອນຈະຫັນກັບໄປຮ້ອງສຽງດັງ “ຟິເດສ!! ຟິເດສ ຢູ່ບໍ່!!”

ເກີດສຽງກຸບກັບດັງມາແຕ່ໄກ

“ມາແລ້ວວວວ!!” ສຽງທຸ້ມຂອງຊາຍໜຸ່ມຄົນໜຶ່ງດັງຂຶ້ນ ແລະມາຢຸດທີ່ເບື້ອງໜ້າຂອງວິຫານແຫ່ງນັ້ນ “ມີວຽກຫຍັງໃຫ້ຮັບໃຊ້ຫວາ ອາຈານຮີວລາ”

ຍິງສາວແນມເບິ່ງສິດຂອງຕົນດ້ວຍທ່າທາງເອືອມລະອາ... ຊາຍໜຸ່ມເຈົ້າຂອງຜົມສີເທົາອົມຟ້າແນມມາດ້ວຍທ່າທາງຍິ້ມໆທີ່ຍິງສາວຮູ້ສຶກວ່າມັນກວນປະສາດ

ແຕ່ເນື່ອງຈາກສິ່ງທີ່ໄດ້ຮັບຮູ້ ຮີວລາເລີຍບໍ່ຄິດທີ່ຈະຕຳໜິ... ລາວວາດມືເທິງອາກາດຫວ່າງເປົ່າ ປະກົດເປັນຄວັນສີຂາວລ່ອງລອຍຈັບຕົວກັນ ແລະກໍ່ຕົວກາຍເປັນຮູບຮ່າງໃບໜ້າຂອງໃຜບາງຄົນ

“ຟິເດສ...ຂ້ອຍຂໍມອບພາລະກິດໃຫ້ເຈົ້າ...” ຮີວລາແນມເບິ່ງລູກສິດນິ້ງ ແວວລັງເລປະກົດໃນດວງຕາຊົ່ວວິນາທີແຕ່ກໍ່ຈາງຫາຍໄປໃນບໍ່ຊ້າ “ຈົ່ງໄປຕາມຫາເດັກສາວຜູ້ນີ້ ແລະປົກປ້ອງນາງເທົ່າຊີວິດ!”

ຟິເດສແນມເບິ່ງພາບເດັກສາວໃນກຸ່ມຄວັນກ່ອນຈະຂະໝວດຄິ້ວ ເມື່ອຮັບຮູ້ໄດ້ເຖິງນ້ຳສຽງຈິງຈັງຂອງຜູ້ເປັນອາຈານ

---

ຍິງສາວຄົນໜຶ່ງກຳລັງນັ່ງຄໍຕົກດ້ວຍຄວາມຫົດຫູ່ ພາຍໃຕ້ຮົ່ມໄມ້ໃນໂຮງຮຽນຂອງບັນດາລູກເສດຖີ ຫຼືເຫຼົ່າຂຸນນາງຜູ້ມີອັນຈະກິນແຫ່ງອານາຈັກໂຄຣອສເບວ

ໜຶ່ງປີທີ່ຮຽນຢູ່ໃຕ້ຮົ້ວໂຮງຮຽນນີ້ ວານາ ບໍ່ໄດ້ຮູ້ສຶກຜູກພັນຫຍັງກັບມັນເລີຍແມ້ແຕ່ໜ້ອຍ ໂລກຂອງບັນດາຊົນຊັ້ນສູງອັນແສນອຶດອັດ ບໍ່ວ່າຈະພາຍາຍາມປັບຕົວແນວໃດ ກໍ່ບໍ່ສາມາດລຶ້ງເຄີຍກັບມັນໄດ້ຈັກເທື່ອ... ເຖິງແມນວ່າຍິງສາວຈະເປັນຄົນສະເໜີແກ່ທ່ານພໍ່ວ່າຢາກມາໂຮງຮຽນ ເພາະເບື່ອກັບການຕ້ອງນັ່ງຮຽນຢູ່ບ້ານຢ່າງເປົ່າປ່ຽວກໍ່ຕາມ ແຕ່ທີ່ລາວຕ້ອງການຈິງໆແມ່ນໂຮງຮຽນຂອງຄົນປົກກະຕິທຳມະດາຕ່າງຫາກ...

ວານາໄດ້ແຕ່ຄິດ ແລະ ທອດຖອນໃຈ ແນມເບິ່ງໂຮງຮຽນທີ່ບໍ່ມີຄວາມໝາຍຫຍັງເປັນຄັ້ງສຸດທ້າຍ ກ່ອນຈະອອກຍ່າງໄປ... ມື້ນີ້ລາວຕ້ອງກັບບ້ານໄວ ເພື່ອກຽມຕົວອອກເດີນທາງໄປຍັງວິຖີຊິວິດທີ່ຖືກກຳນົດໄວ້...

ແຕ່ກ່ອນຈະໄປເຖິງປະຕູໂຮງຮຽນອັນໂອ່ອ່າຫຼູຫຼາ ເຊິ່ງໜ້າຈະມີພໍ່ບ້ານຈອດລົດຖ້າຢູ່ເພື່ອມາຮັບຍິງສາວ ວານາກໍ່ສັງເກດເຫັນບາງສິ່ງບາງຢ່າງກອງຢູ່ກັບພື້ນ...

ເມື່ອສັງເກດເບິ່ງດີໆຈຶ່ງພົບວ່າແມ່ນ ຄົນ... ຊາຍໜຸ່ມທ່າທາງມອມແມມໃນຊຸດແປກຕາຄົນໜຶ່ງນອນຟຸບເໝືອນຄົນບໍ່ໄດ້ສະຕິຂວາງໜ້າທາງເຂົ້າໂຮງຮຽນຢ່າງໜ້າແປກໃຈ

ວານາແນມເບິ່ງຢູ່ຊົ່ວຂະນະ ກ່ອນຈະຊັ່ງໃຈຄິດວ່າຈະເຮັດແນວໃດດີ... ຈະປ່ອຍໄວ້ແນວນີ້ໃຫ້ເວນຍາມມາຫາມໄປດີບໍ່ ຈະຍ່າງອອກໄປໂດຍເຮັດຄືບໍ່ມີຫຍັງເກີດຂຶ້ນດີບໍ່ ຫຼືເອີ້ນໃຫ້ໄປຈັກຄົນມາຊ່ວຍດີ... ແຕ່ຕອນທີ່ຍັງບໍ່ທັນໄດ້ຕັດສິນໃຈຫຍັງນັ້ນ ຊາຍຄົນນັ້ນກໍ່ເງີຍໜ້າຂຶ້ນກະທັນຫັນ ເຮັດໃຫ້ຍິງສາວຕົກໃຈ ຖອຍວູບກັບໄປໜຶ່ງກ້າວ...

ວານາແນມເບິ່ງໃບໜ້າມອມແມມໂຊມໆເໝືອນຄົນເຄິ່ງຫຼັບເຄິ່ງຕື່ນຂອງຄົນເບື້ອງໜ້າ ເບິ່ງຄ້າຍກັບວ່າເປັນຄົນເລ່ລ່ອນທີ່ບັງເອີນມາລົ້ມຢູ່ແຖວນີ້... ລາວຄ່ອຍໆຍື່ນແຂນອອກມາເບື້ອງໜ້າເໝືອນຄົນບໍ່ໄດ້ສະຕິ ເໝືອນກັບວ່າເຫັນວານາເປັນນາງຟ້າມາຈາກສະຫວັນຜູ້ຈະມາຊ່ວຍຊີວິດ ຫຼືຈະມານຳພາວິນຍານລາວໄປກັນແທ້...

“ຊ...ຊ່ວຍແນ່...” ຊາຍຄົນນັ້ນເວົ້າດ້ວຍສຽງແຫບແຫ້ງ... ຄາວທຳອິດວານາເກືອບຈະແລ່ນໜີໄປແລ້ວ ຖ້າຫາກບໍ່ເຫັນວ່າລາວເໝືອນຄົນກຳລັງທໍລະມານ

“ບໍ່ໄຫວແລ້ວ... ຫ... ຫິວຈະຕາຍຢູ່ແລ້ວ...” ທັນທີທີ່ເວົ້າຈົບ ວານາກໍ່ໄດ້ຍິນສຽງເໝືອນສັດປະຫຼາດຮ້ອງສຽງດັງ ເຊິ່ງຖ້າບໍ່ເຫັນກໍ່ຄົງບໍ່ຮູ້ວ່າເປັນສຽງທ້ອງຮ້ອງຂອງຊາຍເບື້ອງໜ້າ ຍິງສາວຢືນຄ້າງຢູ່ທ່ານັ້ນຫຼາຍວິນາທີ ກ່ອນຈະຄົ້ນເອົາຖົງຂອງຫວ່າງທີ່ແມ່ບ້ານເຮັດໃຫ້ກ່ອນຈະອອກຈາກບ້ານ ວາງໄວ້ແຖວນັ້ນ ແລ້ວຈຶ່ງແລ່ນຈາກໄປ...

“ດ..ດ໋ຽວກ່ອນ”

ວານາໄດ້ຍິນສຽງຂອງຄົນໆນັ້ນໄລ່ຫຼັງມາ ຈຶ່ງຫັນກັບໄປເບິ່ງ

“ຫ້າມເດີນທາງ... ຢ່າອອກໄປຈາກເມືອງນີ້” ລາວເວົ້າຄືຄົນກຳລັງລະເມີ ຈົນຍິງສາວບໍ່ແນ່ໃຈວ່າເວົ້າກັບຕົນຫຼືບໍ່ ວານາໄດ້ແຕ່ຄິດສົງໃສໃນຂະນະທີ່ກ້າວຂຶ້ນລົດສີດຳເງົາງາມເບິ່ງມີລາຄາ ເຊິ່ງເປັນລົດພະລັງງານຣອສທີ່ໃຊ້ຮັບສົ່ງຍິງສາວເປັນປະຈຳ

ຫ້າມເດີນທາງ...

ມັນໝາຍຄວາມວ່າແນວໃດ... ທັງໆທີ່ອີກບໍ່ເທົ່າໃດຊົ່ວໂມງ ລາວກໍ່ຕ້ອງອອກຈາກເມືອງນີ້ແລ້ວ... ມັນບໍ່ໄດ້ມີຄວາມໝາຍຫຍັງເລີຍ...

...

ທາງຕອນໃຕ້ສຽງໄປທາງຕາເວັນຕົກຂອງທະວີບໃຫຍ່ ມີອານາຈັກແຫ່ງໜຶ່ງທີ່ຊື່ວ່າ ໂຄຣອສເບວ...ດິນແດນທີ່ຈະເລີນຮຸ່ງເຮືອງເນື່ອງຈາກການຂຸດຄົ້ນບໍ່ແຮ່ພະລັງງານທີ່ຖືກເອີ້ນວ່າ ຣອສ... ຣອສເປັນສິນຄ້າສົ່ງອອກສຳຄັນ ທີ່ສົ່ງອອກແກ່ຫຼາຍດິນແດນທົ່ວໂລກ ສົ່ງຜົນໃຫ້ໂຄຣອສເບວເປັນປະເທດລ້ຳລວຍຕິດອັນດັບຕົ້ນໆ

ໂຄຣອສເບວຍັງມີການຄົມມະນາຄົມທີ່ລ້ຳສະໄໝ ມີຜູ້ຄົນຈາກຫຼາຍປະເທດເດີນທາງມາເພື່ອການຄ້າຂາຍ ຕິດຕໍ່ທຸລະກິດ ລວມເຖິງເພື່ອການພັກຜ່ອນທ່ອງທ່ຽວ ບໍ່ວ່າຈະເປັນທາງບົກ ທາງທະເລ ທາງລົດໄຟລອຍຟ້າ ຫຼືແມ່ນແຕ່ເຮືອເຫາະ

ທຸກໆມື້ມີຄົນເດີນທາງດ້ວຍເຮືອເຫາະມາລົງທີ່ໂຄຣອສເບວເປັນຈຳນວນຫຼາຍ ເຊິງບໍ່ໜ້າແປກໃຈເລີຍທີ່ສະໜາມຈອດເຮືອເຫາະໂດຍສານທົ່ວໄປຈະເຕັມໄປດ້ວຍຜູ້ຄົນແອອັດຈໍແຈ... ແຕ່ກົງກັນຂ້າມ ອີກເບື້ອງໜຶ່ງຂອງສະໜາມຈອດເຮືອເຫາະທີ່ເບິ່ງງຽບສະງົບເກືອບຈະໄຮ້ຮ້າງຜູ້ຄົນ ມີພຽງແຕ່ທະຫານຍາມ ແລະຄົນດູແລທີ່ຍ່າງໄປມາເປັນໄລຍະ ແມ່ນອານາເຂດສຳລັບເຮືອເຫາະສ່ວນຕົວ ເຊິ່ງສ່ວນໃຫຍ່ຈະເປັນຂອງພວກຜູ້ດີມີຕະກູນ ຫຼືບັນດາຂຸນນາງຊັ້ນສູງ

ໜ້າແປກທີ່ມື້ນີ້ ຕໍ່ໜ້າເຮືອເຫາະລຳໜຶ່ງ ເຕັມໄປດ້ວຍຜູ້ຄົນທີ່ສວມຊຸດຄ້າຍກັບພໍ່ບ້ານ ແມ່ບ້ານ ມາຢືນອໍກັນໜ້າທາງເຂົ້າເຮືອເຫາະລຳໃຫຍ່ທ່າທາງຫຼູຫຼາທັນສະໄໝ ທີ່ເບິ່ງແນວໃດກໍ່ຄົງຈະມີລາຄາແພງຫຼາຍຮ້ອຍເວວ ຕົວເຮືອເບິ່ງ ຄ້າຍກັບປາວານຕົວໃຫຍ່ ເບື້ອງເທິງສຸດມີດາດຟ້າເປີດກວ້າງ ແຕ່ໂດຍສ່ວນໃຫຍ່ແມ່ນຖືກໂອບອ້ອມດ້ວຍໂລຫະ ມັນວາວຍາມຕ້ອງແສງອາທິດ ສະຫຼັກດ້ວຍລວດລາຍສີທອງເປັນປະກາຍ

“ທ່ານຍິງວານາ ຂໍໃຫ້ເດີນທາງປອດໄພ...”
“ທ່ານຍິງນ້ອຍ ຂໍໃຫ້ໂຊກດີ”
“ຖ້າຄິດຮອດພວກເຮົາກໍ່ກັບມາໄດ້ສະເໝີເດີ້ ທ່ານຍິງ”

ສຽງຈໍແຈຂອງບັນດາພໍ່ບ້ານແມ່ບ້ານທີ່ມາສົ່ງເຈົ້ານາຍດ້ວຍຄວາມໂສກເສົ້າ ແນມເບິ່ງທ່ານຍິງທີ່ພວກຕົນເຝົ້າລ້ຽງດູມາຕັ້ງແຕ່ຍັງນ້ອຍຫັນມາສົ່ງຍິ້ມງົດງາມໃຫ້ ຂະໜະກຳລັງກ້າວເດີນຂຶ້ນໄປຍັງເຮືອເຫາະ

“ລາກ່ອນທຸກຄົນ ຖ້າມີໂອກາດເຮົາຈະກັບມາຫາ” ຍິງສາວເວົ້າພ້ອມໂບກມືດ້ວຍຄວາມຮູ້ສຶກໃຈຫາຍ ແຕ່ກໍ່ບໍ່ຄິດຢາກໃຫ້ພວກເອື້ອຍລ້ຽງທີ່ເປັນຫ່ວງຕົນຕ້ອງເຈັບປວດໄປຍິ່ງກວ່ານີ້ ວານາຈຶ່ງເລືອກທີ່ຈະຍິ້ມເຜື່ອໃຫ້ທຸກຄົນຄາຍຄວາມກັງວົນ... ເຖິງແມ່ນວ່າຮອຍຍິ້ມນັ້ນຈະຫາຍໄປທັນທີທີ່ລາວຫັນຫຼັງຍ່າງເຂົ້າໄປໃນຕົວເຮືອກໍ່ຕາມ

“ເຮີ້ຍ! ມົວແຕ່ຊັກຊ້າຢູ່ໄດ້ ຮີບເຂົ້າມາໄວໆແມະ” ສຽງຮ້ອງໃສ່ຂອງຊາຍຜົມທອງຄົນໜຶ່ງທີ່ຖືກສົ່ງມາຮັບວານາ ຢືນກອດເອິກແນມມາດ້ວຍແວວຕາດູຖູກ ເບິ່ງແນວໃດຍິງສາວກໍ່ຄິດວ່າຊາຍຄົນນີ້ຖືກສົ່ງມາຄວບຄຸມຕົວລາວໂດຍສະເພາະຕ່າງຫາກ

ປະຕູໂລຫະທາງເຂົ້າເຮືອຖືກປິດລົງ ທ່າມກາງສາຍຕາຂອງຜູ້ຄົນທີ່ເປັນຫ່ວງສາວນ້ອຍຮ່າງບາງເຈົ້າຂອງຜົມຍາວສີບົວແດງເຊິ່ງຕອນນີ້ກຳລັງປິ້ວສະບັດເປັນຈັງຫວະຕາມການກ້າວຍ່າງ ດວງຕາສີນ້ຳຕານໄໝ້ແດງ ແນມໄປເບື້ອງໜ້າຢ່າງແນ່ວແນ່ ແຕ່ລະກ້າວຍ່າງເບິ່ງສະຫງ່າຜ່າເຜີຍເຂົ້າກັບຊຸດກະໂປ່ງເນື້ອເບົາເບິ່ງງົດງາມເໝືອນກັບເຈົ້າຍິງ

ຍິງສາວແນມເບິ່ງທະຫານອົງຄະລັກທີ່ຍ່າງຂະໜາບສອງຂ້າງ ລວມເຖິງຊາຍຄົນທຳອິດທີ່ຍ່າງນຳໄປ ດ້ວຍຄວາມຮູ້ສຶກອຶດອັດ ຫົນທາງໜີເບິ່ງລິບຫຼີ່ຈົນບໍ່ຢາກຄິດເຖິງ...

“ຊິ ເປັນຫຍັງທະຫານຄືຂ້ອຍຕ້ອງມາເຮັດວຽກແນວນີ້ໃຫ້ພະລາຊາແບບນັ້ນນຳ” ຜູ້ຄຸມທີ່ຢູ່ທາງໜ້າຈົ່ມເບົາໆ ແຕ່ດັງພໍທີ່ຍິງສາວຈະໄດ້ຍິນ

ວານາໄດ້ແຕ່ຖອນຫາຍໃຈ ຍອມຮັບຊະຕາກຳຂອງຕົນ...

ຍິງສາວຄິດຍ້ອນກັບໄປເມື່ອຫຼາຍວັນກ່ອນ... ຊະຕາຊີວິດຂອງວານາໄດ້ຖືກກຳນົດໄວ້ ຕັ້ງແຕ່ມື້ທີ່ມີຈົດໝາຍປະທັບກາປະຈຳຊະວົງຂອງອານາຈັກອອສເທຼຍ ສົ່ງມາເຖິງບ້ານຂອງນາງ

ເລື່ອງທີ່ເຮັດໃຫ້ເກີດເປັນການຖົກຖຽງລະຫວ່າງບັນດາຂຸນນາງຕະກູນຕ່າງໆ ລວມເຖິງພະລາຊາແຫ່ງໂຄຣອສເບວ ເນື່ອງຈາກອອສເທຼຍເປັນອານາຈັກທີ່ມີຄວາມແຂັງແກ່ງທາງດ້ານການທະຫານ ເຖິງແມ່ນວ່າກະສັດອົງປັດຈຸບັນຈະສົນໃຈໃນຄວາມຫຼູຫຼາຫຼາຍກວ່າການສູ້ຮົບກໍ່ຕາມ ແຕ່ອານາຈັກແລະປະເທດຕ່າງໆກໍ່ຢາກເລືອກທີ່ຈະເປັນມິດຫຼາຍກວ່າເປັນສັດຕູ

ທ່ານພໍ່ທີ່ເປັນຂຸນນາງຍົດສູງ ຈຶ່ງເລືອກໃນສິ່ງທີ່ຈະລົດຄວາມສ່ຽງ ແລະຄວາມບາດໝາງລະຫວ່າງປະເທດ ໂດຍການຕັດສິນໃຈແທນຍິງສາວທັງທີ່ຍັງບໍ່ທັນໄດ້ເອີ່ຍຖາມຄວາມສະໝັກໃຈເລີຍຈັກຄຳ... ນັ້ນຄື...

ການແຕ່ງງານ...

ຄົນທົ່ວໄປຄົງຢາກແຕ່ງງານກັບຄົນທີ່ຕົນຮັກ... ແຕ່ສຳລັບວານາ ຍິງສາວບໍ່ມີສິດຕັດສິນໃຈສິ່ງນັ້ນ ທັງການຮຽນ ຄວາມຄິດ ອະນາຄົດ ລວມເຖິງຄວາມຝັນ ທຸກຢ່າງລ້ວນຖືກຈຳກັດໄວ້ໃນຂອບທີ່ທ່ານພໍ່ວ່າງເອົາໄວ້...

ຍິງສາວຕະໜັກຮູ້ດີ ແລະຖິ້ມຄວາມຄິດທຸກຢ່າງໄປຕັ້ງແຕ່ 6 ປີກ່ອນ... ໜ້າທີ່ຂອງລາວໃນຕອນນີ້ ມີພຽງການຍອມຮັບທຸກຢ່າງທີ່ເປັນໄປ ໂດຍບໍ່ອາດເອີ່ຍປາກຈົ່ມ...

ຍິງສາວຖືກນຳທາງມາຍັງຫ້ອງພັກ ເຊິ່ງກວ້າງໃຫຍ່ຫຼູຫຼາບໍ່ແພ້ພາຍນອກ ພື້ນໄມ້ເນື້ອດີທີ່ຖືກຂັດຈົນມັນວາວຖືກປົກຄຸມດ້ວຍຜ້າພົມລາຍງົດງາມ ພາຍໃນຫ້ອງມີທັ້ງຕຽງ ໂຕະ ຕູ້ ໂຊຟາ ແລະເຄື່ອງປະດັບທີ່ເຂົ້າຊຸດອີກຫຼາຍອັນ

“ພັກຢູ່ນີ້ ຖ້າມີຫຍັງກະເອີ້ນກໍ່ແລ້ວກັນ” ຊາຍຜົມທອງເວົ້າ ກ່ອນຈະກ້າວຂາຍ່າງອອກໄປ ແຕ່ກໍ່ເໝືອນຈະຄິດຫຍັງຂຶ້ນມາໄດ້ “ເອີ... ຂ້ອຍຊື່ເທເຣໂອ ຖືກສົ່ງມາເພື່ອຄວບຄຸມດູແລເຮືອເຫາະລຳນີ້ ຈື່ເອົາໄວ້ຊະ” ຜູ້ຄຸມເທເຣໂອເຮັດໜ້າຫຍຸ້ງກ່ອນຈະປິດປະຕູແບບບໍ່ຄ່ອຍເຕັມໃຈ

ວານາຢືນແນວເບິ່ງປະຕູຢູ່ພັກໜຶ່ງ ເມື່ອພວກທະຫານອອກໄປຈາກຫ້ອງແລ້ວ ຈຶ່ງຫັນໄປທາງນອກໜ້າຕ່າງບານໃຫຍ່ທີ່ຕັ້ງຢູ່ຟາກກົງກັນຂ້າມກັບປະຕູ

ເບື້ອງນອກແນມເຫັນຕຶກອາຄານຕ່າງໆຂອງເມືອງຫຼວງແຫ່ງໂຄຣອສເບວ ກຳລັງຫ່າງອອກໄປເທື່ອລະໜ້ອຍ... ຕອນນີ້ເຮືອເຫາະກຳລັງເຄື່ອນຕົວໄປຍັງອານາຈັກອອສເທຼຍ ເຊິ່ງໃຊ້ເວລາປະມານເຄິ່ງມື້ກວ່າຈະເດີນທາງໄປເຖິງ

ຍິງສາວນັ່ງຈົມຢູ່ໃນຫ່ວງຄວາມຄິດ ພາບຕ່າງໆສາຍຊັດໃນຄວາມຊົງຈຳ...

ຕະຫຼອດ 16 ປີ ທີ່ຍິງສາວອາໃສຢູ່ໃນໂຄຣອສເບວ ລາວບໍ່ເຄີຍຮູ້ສຶກຜູກພັນຫຍັງກັບມັນເລີຍ... ແມ່ນກະທັ້ງໝູ່ລຸ້ນລາວຄາວດຽວກັນ ລາວກໍ່ບໍ່ມີໃຫ້ໄດ້ລ່ຳລາ ຫຼືສົ່ງຄວາມຄິດເຖິງ ...ຄົນທີ່ພໍໃຫ້ສະໜິດໃຈ ໂອ້ລົມໄດ້ເປັນປົກກະຕິພໍບໍ່ໃຫ້ເຫງົາກວ່າເກົ່າກໍ່ມີແຕ່ພວກແມ່ບ້ານ ເອື້ອຍລ້ຽງ ທີ່ຮູ້ສຶກເຫັນໃຈຍິງສາວສະເໝີ ພວກເຂົາລ້ຽງດູວານາຫຼາຍກວ່າພໍ່ແທ້ໆເສຍອີກ ເປັນທັງເພື່ອນ ພີ່ນ້ອງ ແລະຄົນສຳຄັນ... ຊີວິດລາວມີແຕ່ເທົ່ານັ້ນ... ເມື່ອຕັດຂາດຈາກພວກເຂົາ ລາວກໍ່ບໍ່ເຫລືອຫຍັງອີກ

ຍິງສາວເລີ່ມຈະປົງກັບຊີວິດ... ຕໍ່ໄປຈະເປັນແນວໃດກໍ່ຊ່າງມັນເຖີດ...

ທ່ານພໍ່ກໍ່ບໍ່ໄດ້ເຫັນຄວາມສຳຄັນລາວຕັ້ງແຕ່ຕົ້ນ ຢູ່ໄປກໍ່ມີແຕ່ເກະກະຂວາງຫູຂວາງຕາ... ນ້ອງຊາຍທີ່ເກີດຈາກແມ່ໃໝ່ກໍ່ໃກ້ຈະອາຍຸຄົບ 3 ປີ ແລ້ວ... ເຖິງບໍ່ມີລາວຈັກຄົນ ທ່ານພໍ່ຄົງຈະດີໃຈ

ເປັນແບບນີ້ດີແລ້ວ... ເປັນແບບນີ້ດີສຳລັບທຸກຄົນ... ເຖິງຮ້ອງໄຫ້ຮ້ອງຫາໃຜກໍ່ບໍ່ມີໃຜມາຊ່ວຍຢູ່ດີ.. ໄດ້ແຕ່ມີຊີວິດຕໍ່ໄປຕາມຄອງຮອຍທີ່ຖືກກຳນົດໄວ້ ໄດ້ແຕ່ຍອມຮັບແລະເຂົ້າໃຈມັນ ບອກຕົວເອງສະເໝີວ່າ ເປັນແບບນີ້ດີແລ້ວ...

ຕອນນັ້ນເອງທີ່ວານາແນມເຫັນບາງຢ່າງ ມັນເລີ່ມຈາກຈຸດສີດຳແຕ້ມຢູ່ເທິງທ້ອງຟ້າເໝືອນເປັນສິ່ງແປກປອມ ກ່ອນຈະຄ່ອຍໆປະກົດຊັດກາຍເປັນຮູບຮ່າງ ແລະເພີ່ມທະວີຂຶ້ນເປັນຈຳນວນຫຼາຍ ສິ່ງນັ້ນເໝືອນກຳລັງເຄື່ອນທີ່ດ້ວຍຄວາມໄວ ພວກມັນກຳລັງມຸ່ງໜ້າມາທາງນີ້

ວານາເບີກຕາກວ້າງດ້ວຍຄວາມຕົກໃຈ ເມື່ອເຫັນຊັດວ່າສິ່ງນັ້ນແມ່ນຫຍັງ ລາວກ້າວຖອຍຫຼັງຫ່າງຈາກໜ້າຕ່າງມາອີກຫຼາຍກ້າວ ກ່ອນຈະພຸ່ງພວດອອກໄປຈາກຫ້ອງ ແຕ່ຍັງບໍ່ທັນໄດ້ໄປໃສໄກ ກໍ່ຖືກພວກທະຫານທີ່ຢືນເຝົ້າໜ້າຫ້ອງດຶງແຂນໄວ້

ວານາແນມກັບມາດ້ວຍດວງໜ້າຕື່ນກົວ “ປີສາດ ມີຝູງປີສາດກຳລັງມາທາງນີ້!”

ພວກທະຫານແນມເບິ່ງໜ້າກັນຢ່າງບໍ່ຢາກເຊື່ອ... ປີສາດນີ່ຫວາ... ເລື່ອງພວກນັ້ນເປັນພຽງຕຳນານຫຼອກເດັກ ໃຜຈະໄປເຊື່ອກັນ ...ຫຼືທ່ານຍິງຈະຄິດວ່າຖ້າໃຊ້ວິທີນີ້ແລ້ວຈະໜີອອກໄປໄດ້

“ຖ້າບໍ່ເຊື່ອລອງເປີດປະຕູເຂົ້າໄປເບິ່ງແມະ ຂ້ອຍເຫັນກັບຕາ ທີ່ນອກໜ້າຕ່າງນັ້ນ!” ວານາຮ້ອງບອກເພື່ອຢືນຢັນສິ່ງທີ່ໄດ້ເຫັນ ແຕ່ເມື່ອທະຫານເປີດປະຕູເຂົ້າໄປຕາມຄຳເອີ່ຍອ້າງ ກໍ່ພົບແຕ່ພຽງຫ້ອງພັກອັນຫຼູຫຼາ ມີເຄື່ອງປະດັບຕ່າງໆວາງລຽງລາຍ ແຕ່ບໍ່ເຫັນແມ່ນແຕ່ເງົາຂອງປີສາດທີ່ວານາເວົ້າເລີຍ...

“ເປັນໄປບໍ່ໄດ້... ວັ່ງກີ້ຍັງ...”

ຕູມມມ!!

ສຽງດັງສະໜັ່ນພ້ອມກັບຕົວເຮືອທີ່ສັ່ນຄອນຄືກັບແຜ່ນດິນໄຫວຢູ່ກາງອາກາດ ຕົວເຮືອເຫາະໂງ່ນເງ່ນໄປມາເຮັດໃຫ້ຊົງຕົວລຳບາກ ດີທີ່ແຮງສັ່ນສະເທືອນບໍ່ແຮງປານໃດ ວານາພາຍາຍາມເກາະຍຶດກຳແພງເພື່ອບໍ່ໃຫ້ລົ້ມ ພວກທະຫານເຝົ້າຍາມພາກັນແຕກຕື່ນ ບໍ່ຮູ້ວ່າແຮງສັ່ນສະເທືອນນັ້ນເກີດຍ້ອນຫຍັງ

ບໍ່ດົນຫຼັງຈາກນັ້ນກໍ່ມີສຽງປະກາດໄປທົ່ວທັງລຳເຮືອເຫາະ ວ່າໃຫ້ພາທ່ານຍິງວານາໄປລວມຕົວກັນທີ່ຫ້ອງໂຖງໃຫຍ່ທີ່ໃຊ້ສຳລັບຮັບແຂກ

...

ພາຍໃນຫ້ອງໂຖງໃຫຍ່ ມີຊຸດໂຊຟາຫຼູ້ຫລາຫຼາຍຊຸດຈັດວາງໄວ້ຢ່າງສວຍງາມ ວານາຖືກບອກໃຫ້ນັ່ງຢູ່ທີ່ໂຊຟາໃຈກາງຫ້ອງ ຖືກອ້ອມໜ້າອ້ອມຫຼັງດ້ວຍພວກທະຫານປານນັກໂທດຮ້າຍແຮງ... ຍິງສາວຮູ້ສຶກອຶດອັດ... ເຖິງພວກເຂົາຈະບໍ່ໄດ້ເຮັດຫຍັງລ່ວງເກີນ ແຕ່ກໍ່ບໍ່ໄດ້ມີທ່າທີເຄົາລົບຫຍັງເລີຍ ທະຫານພວກນັ້ນເປັນເໝືອນຫຸ່ນທີ່ເຮັດຕາມໜ້າທີ່ ຄຳສັ່ງຂອງຊາຍຜົມທອງຄົນນັ້ນເທົ່ານັ້ນ

ສຽງປະຕູເປີດອອກ ພ້ອມທັງເທເຣໂອທີ່ກ້າວຍ່າງນຳພວກທະຫານມາ

ວານາບໍ່ຮູ້ວ່າເກີດຫຍັງຂຶ້ນ ແຕ່ເທເຣໂອເອົາແຕ່ອອກຄຳສັ່ງຫຍັງບາງຢ່າງເບິ່ງວຸ້ນວາຍ ແລະຍິງສາວກໍ່ບໍ່ໄດ້ຄິດຈະຕັ້ງໃຈຟັງ... ລາວພຽງແຕ່ຄິດວ່າ ຕົນເອງຄົງຄິດຫຼາຍເກີນໄປຈົນເຫັນພາບຫຼອນເປັນສັດປະຫຼາດເທິງທ້ອງຟ້າ... ບາງທີຖ້າເລື່ອງວຸ້ນວາຍຈົບລົງ ລາວຄວນຈະພັກຜ່ອນ... ເມື່ອໄປຮອດອອສເທຼຍກໍ່ຈຶ່ງກຽມເຂົ້າພິທີຖະຫວາຍຕົວ...

“ດ໋ຽວຂ້ອຍຈະໄປກວດເບິ່ງທີ່ຫ້ອງຄວບຄຸມ” ສຽງເທເຣໂອແວ່ວມາ “ພວກເຈົ້າເບິ່ງທ່ານຍິງວານາເນສໃຫ້ດີກໍ່ແລ້ວກັນ!” ລາວເວົ້າຊ້ຳທ້າຍກ່ອນຈະອອກຈາກຫ້ອງໄປ

ຕູມມ!!!

ສຽງດັງສະໜັ່ນພ້ອມແຮງສັ່ນສະເທືອນດັງຂຶ້ນມາອີກຄັ້ງ ຄາວນີ້ວານາຈັບໂຊຟາໄວ້ຈຶ່ງບໍ່ໄດ້ເສຍຫຼັກແບບເທື່ອແລ້ວ ຍິງສາວແນມເບິ່ງອ້ອມຂ້າງເພື່ອຫາສາເຫດວ່າມັນເກີດຫຍັງຂຶ້ນກັນແທ້ ແຕ່ເມື່ອຫັນກັບໄປກໍ່ພົບວ່າ ພວກທະຫານລວມເກືອບສິບນາຍຕ່າງພາກັນນອນສະຫຼົບສະໄຫຼກອງຢູ່ກັບພື້ນ

ວານາຕົກໃຈ ບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນີ້... ເກີດຫຍັງຂຶ້ນໃນສ້ຽວວິນາທີ?!

“ທ່ານຍິງແພນໂດຣາ”

ສຽງທຸ້ມດັງຂຶ້ນເບື້ອງໜ້າ ເປັນສຽງທີ່ຟັງນຸ້ມນວນນອບນ້ອບ ຍິງສາວຫັນກັບມາເພື່ອພົບກັບຊາຍໜຸ່ມຄົນໜຶ່ງກຳລັງນັ່ງຄູ່ເຂົ່າກົ້ມໜ້າເໝືອນກຳລັງທຳຄວາມເຄົາລົບຢູ່ເບື້ອງໜ້າຕົນ...

ຕອນທີ່ວານາຍັງຄົງສັບສົນບໍ່ຮູ້ວ່າວ່າເກີດຫຍັງຂຶ້ນ ຊາຍຄົນນັ້ນກໍ່ເອີ່ຍຂຶ້ນ

“ຂ້ານ້ອຍມາຮັບຕົວທ່ານ...” ເມື່ອຊາຍຄົນນັ້ນເງີຍໜ້າຂຶ້ນ ຍິງສາວກໍ່ຈື່ໄດ້ວ່າ ລາວເປັນຄົນໆດຽວກັບທີ່ວານາເຈິຢູ່ໜ້າໂຮງຮຽນມື້ເຊົ້ານີ້...

“ທ່ານຍິງແພນໂດຣາ”



(ຈົບຕອນທີ 1)

---------------------

 


ບາຍດີທຸກຄົນ ມື້ນີ້ມີ່ເອົານິຍາຍແນວແຟນຕາຊີມາໃຫ້ອ່ານ *0*

ເລື່ອງນີ້ເປັນເລື່ອງທີ່ເກີດໃນໂລກໂກລດອບ ເປັນໂລກທີ່ມີຫຼາຍໆຢ່າງຍັງຄົງຂັດແຍ້ງ ເລີຍຄິດວ່າເໝາະແກ່ການຂຽນນິຍາຍດີ ກ່ອນໜ້ານີ້ມີ່ເຄີຍຂຽນເລື່ອງໜຶ່ງທີ່ເກີດຂຶ້ນໃນໂລກນີ້ ເປັນເລື່ອງກ່ຽວກັບໂຈນສະຫຼັດອາກາດ ແຕ່ເນື້ອຫາມັນຂ້ອນຂ້າງປະຫຼາດນິດໜຶ່ງ ເລີຍບໍ່ໄດ້ເອົາມາລົງ (ຢ້ານຮັບບໍ່ໄດ້ ຮະໆ) ເລື່ອງນີ້ຄິດວ່າເນື້ອຫາອ່ອນລົງແນ່ລະ ຫວັງວ່າທຸກຄົນຄົງຈະມ່ວນກັບມັນເນາະ

 

ຫາກໍ່ຄິດຂຶ້ນໄດ້ວ່າ ເລື່ອງ "7 ວັນຜັນຊະຕາ" ຍັງເອົາມາລົງບໍ່ຄົບ =[]=" ແບບວ່າ ລືມໄປຊະສະໜິດວ່າຍັງລົງບໍ່ຄົບ ໄວ້ຈະຄ່ອຍໆເອົາມາລົງໃຫ້ຄົບກະແລ້ວກັນ ແຮະໆ

ອັນທີ່ຈິງມີເລື່ອງໃນສະຕັອກ ດອງໄວ້ຫຼາຍເລື່ອງ ແຕ່ຕິດບັນຫາເລື່ອງຄຳບັນຍາຍໃນຫຼາຍໆສ່ວນ ສຸດທ້າຍເລີຍພັບໂຄງການເກັບໄປກ່ອນ =w='

ສ່ວນເລື່ອງນີ້ ຖ້າມີຂໍ້ຜິດພາດບ່ອນໃດຂໍໃຫ້ທັກທ້ວງມາແນ່ເດີ້ ວິພາກວິຈານໄດ້ເຕັມທີ່ ເພື່ອຈະໄດ້ນຳໃຊ້ໄປປັບປຸງໃນພາຍໜ້າ

ມີ່ມັກອ່ານນິຍາຍໄທຫຼາຍ ຄິດວ່າຄົງຈະມີຄຳໄທປົນມານຳ ໃຜເຫັນກະບອກກັນແນ່ຈະໄດ້ແກ້ໄຂ ຢາກເອົາວັດຈະນານຸກົມພາສາລາວມາທຽບ ແຕ່ເສຍດາຍຍັງບໍ່ມີເງິນຊື້ ກຳລັງພາຍາຍາມເກັບເງິນຢູ່ ຈັກມື້ໃດຊິໄດ້ ; A ;/

 

ຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ ແລະອ່ານມາຈົນຈົບ

ຂອບໃຈສຳລັບທຸກຄຳຄິດເຫັນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ໂຫຼດໂຫດໂຄດດ

ໃຜທີ່ເນັດບໍ່ແຮງພໍ ເຂົ້າມາແລ້ວກົດ Stop Loading ແລ້ວກົດເປັນ Link ເອົາເດີ້

 

ມື້ນີ້ມີເອົາຄອມມິກທີ່ເຄີຍຂຽນມາໃຫ້ອ່ານຫຼິ້ນ ສ່ວນໃຫຍ່ກະຂຽນໄວ້ດົນແລ້ວ ແຕ່ເນື່ອງຈາກມັນເປັນແນວແອັກຊັ້ນ-ແຟນຕາຊີ ກະເລີຍບໍ່ເຄີຍເອົາມາລົງແຖວນີ້ (ແບບວ່າ ຢ້ານບໍ່ມີຄົນອ່ານ =w=')

ແຕ່ມື້ນີ້ລອງເອົາມາໃຫ້ອ່ານເບິ່ງ ຖ້າມີຄົນສົນໃຈກະອາດຈະຂຽນຕໍ່ ຫຼືບໍ່ຊັ້ນກະຂຽນເລື່ອງໃຫມ່ໄປເລີຍ ເຫິໆ (ແລ້ວນິຍາຍເດະ!)

 

ທີ່ຂຽນໆໄວ້ກະມີຢູ່ຫຼາຍເລື່ອງ ແຕ່ສ່ວນໃຫຍ່ຈະຂຽນປະກອບໂປຣເຈັກອື່ນ ຢ້ານອ່ານບໍ່ເຂົ້າໃຈ

ອັນທີ່ເກົ່າກວ່ານີ້ກະຫ່ວຍເກີນ ຈົນບໍ່ກ້າເອົາມາລົງ (ຮະໆ)

ທີ່ເອົາມານີ້ ມີຢູ່ 3 ເລື່ອງ ເປັນເລື່ອງທີ່ເກີດຂຶ້ນໃນໂລກດຽວກັນ ແຕ່ຄົນລະບ່ອນ + ຕົວລະຄອນບາງຕົວກະບໍ່ຮູ້ຈັກກັນ

ອັນທີ່ຈິງແມ່ນຂຽນຂຶ້ນເພື່ອການຝຶກຝົນການຂຽນສາກແອັດຊັ້ນນ່ະ ມັນກະເລີຍຍັງຄົງພ້ຽນຢູ່ຫຼາຍຈຸດ

ເອົາເປັນວ່າລອງມາອ່ານກັນເລີຍ ' x '

 

ເລື່ອງທີ 1: ຮ້ານຂາຍອາວຸດຂອງດິວເຊ

Link: Page 01 / Page 02

 

ເລື່ອງນີ້ ທຳອິດຂຽນຂຶ້ນຫຼິ້ນໆເພາະຄິດມຸກອອກມາໄດ້ ແຕ່ຕອນນີ້ມັນຕໍ່ຍອດຍາວ ມີປະຫວັດຕົວລະຄອນ ເບື້ອງຫລັງ ແລະອະດີດອີກຫຼາຍຢ່າງ

ມື້ໃດມື້ໜຶ່ງກະຢາກຂຽນເຖິງອະດີດຂອງອາຣິເອວຄືກັນ X D

 

ເລື່ອງທີ 2: Double S ຊິວຣິສ ແລະ ເຊໂຣນີ້

Link: Page 00 / Front Page / Page 01 / Page 02 / Page 03 / Page 04 / Page 05 / Page 06 / Page 07 / Page 08 / Page 09 / Page 10 / Page 11 / Page 12

 

ເລື່ອງນີ້ທຳອິດ ແຕ້ມຂຶ້ນເພື່ອລອງໂປຣແກຣມ Manga Studio 4 ແລະຮູ້ສຶກວ່າຄິດຜິດທີ່ແຕ້ມແບບສານເສັ້ນ ເພາະມັນກິນເວລາດົນນນນນນ (ປະມານໜ້າລະ 1 ມື້ເຕັ້ມໆ)

 

ຊິວຣິສມັນເປັນຄົນຂີ້ອາຍຍຍຍຍ ໂດຍສະເພາະຕໍ່ໜ້າສາວນ້ອຍໜ້າຮັກ (ມັນມັກຈະຖືກລຸ້ນອ້າຍລຸ້ນເອື້ອຍຢູ່ຖານບັນຊາການເວົ້າຢອກຕະຫຼອດ ຮຸໆ)

ພໍ່ແມ່ຂອງຊິວຣຶສບໍ່ຄ່ອຍຖືກກັນ ແຖມຍັງເປັນຄົນດັງໝົດສອງ ທ່ານແມ່ເປັນຍອດນັກດາບຍິງຜູ້ມີຊື່ສຽງ ສ່ວນທ່ານພໍ່... ຍັງບອກບໍ່ໄດ້

ເຊໂຣນີ້ ເປັນເດັກທີ່ຂ້ອນຂ້າງໃສຊື່ ມີອະດີດຂ້ອນຂ້າງເສົ້າ ແຕ່ຍັງບໍ່ຂໍກ່າວເຖິງ

ທີ່ຈິງຊິວຣິສມັນຮຽນຢູ່ສະຖາບັນດຽວກັນກັບອາຣິເອວ (ເລື່ອງທີ1ນ່ະ) ຢູ່ຫ້ອງດຽວກັນນຳ ແຖມອາຣິເອວຍັງມັກມາຕື້ຂໍຢືມດາບໄປໃຊ້ອີກ (ຖ້າໃຫ້ໄປສົງໃສດາບຈະເຫຼືອແຕ່ຊາກ...)

 

 

ເລື່ອງທີ 3: ເລື່ອງວຸ້ນວາຍໃນເມືອງເຟເຣສ ຕອນ ເລື່ອງອຸກໃຈຂອງພູຣິນ

Link: Page 01 / Page 02 / Page 03 / Page 04 / Page 05 / Page 06 / Page 07

 

ເປັນອີກເລື່ອງທີ່ແຕ້ມດ້ວຍ Manga Studio 4 ໄດ້ບົດຮຽນຈາກເລື່ອງທີ່ແລ້ວ ເທື່ອນີ້ເລີຍໃຊ້ວິທີຖົມດຳເອົາ ຖືວ່າອອກມາເປັນທີ່ໜ້າພໍໃຈ *0*

ທີ່ຈິງຕົວເອກຂອງເລື່ອງນີ້ແມ່ນເຊວເຟີ (ທີ່ຊື່ເຕັມໆວ່າ ຄຣິສ ເຊວເຟີ)

ແມວບ້າເຊວເຟີ ກັບໝາບ້າຄາກັສ ພວກນີ້ເຈິໜ້າກັນເທື່ອໃດເປັນຕ້ອງກັດກັນຕະຫຼອດ ຈົນຄົນຂຽນເອງກະເໝື່ອຍກັບມັນ ຮະໆ

ແຕ່ທີ່ຈິງພວກນີ້ເປັນຄູ່ທີ່ມີ່ມັກນະ ເຖິງຈະເຈິໜ້າກັນກະມີແຕ່ເລື່ອງຕະຫຼອດຈົນເດືອດຮ້ອນຄົນອ້ອມຂ້າງໃຫ້ໄດ້ຈັບແຍກ ແຕ່ບາດໄດ້ຮ່ວມມືກັນຂຶ້ນມາພັດເກ່ງເທບອະ ເປັນຄູ່ກັດທີ່ເຂົ້າກັນໄດ້ດີຢ່າງໜ້າປະຫຼາດ(?)

ຖ້າໃຫ້ຂຽນແທ້ໆ ເລື່ອງຂອງພວກນີ້ໜ້າຈະຍາວວວວ ເພາະມັນມີສາເຫດທີ່ຄາກັສຢາກຍຶດເມືອງ ເຫດຜົນທີ່ເສຍຕາຂວາໄປ ແລ້ວຍັງເລື່ອງອະດີດຂອງເຊວເຟີ ສາເຫດທີ່ກາຍມາເປັນພະລາຊາ ລວມເຖິງເລື່ອງຄຳສາບອີກ

ແຕ່ສະຫຼຸບແລ້ວ ສອງຄົນນີ້ກະຍັງຄົງເປັນພວກບ້າ + ຕິ່ງຕ໊ອງ ຢູ່ດີ ຮະໆ

 

 

ອ່ະ ໝົດແລ້ວ

 

ຂຽນຄອມມິກເປັນອີ່ຫຍັງທີ່ເປືອງແຮງສຸດໆ ຈົນຮູ້ສຶກນັບຖືນັກຂຽນມືອາຊີບເລີຍແຫຼະ

ມືອາຊີບເຂົາຂຽນໄດ້ອາທິດລະ 15-19 ໜ້າ ( =[]=! ) ເຮົາ ເດືອນລະ 10 ໜ້າຍັງວ່າຍາກລະ

 

ມີໂປຣເຈັກຄອມມິກອີກ 2-3 ໂປຣເຈັກທີ່ຢາກຂຽນ ແຕ່ຍັງຄົງດອງໃນໄຫຕໍ່ໄປ (ຂໍເວລາໄປຊອກຫາຄວາມດຸໝັ່ນກ່ອນ =A=')

ເອົາເປັນວ່າ ຂອບໃຈທຸກຄົນທີ່ເຂົ້າມາອ່ານ ແລະດີໃຈທີ່ອ່ານຈົນຈົບ

ຂອບໃຈທີ່ໂຫຼດກະທູ້ ແລະຂອບໃຈສຳລັບທຸກຄຳຄິດເຫັນ ^ ^

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)

 

ມື້ທີ 1 ວັນຈັນ

ມື້ທີ 2 ວັນອັງຄານ

ມື້ທີ 3 ວັນພຸດ

 

 

"7 ວັນຜັນຊະຕາ"

"ມື້ທີ 4 ວັນພະຫັດ"


ມື້ນີ້ຂ້ອຍໄປໂຮງຮຽນດ້ວຍຈິດໃຈຫໍ່ຫ່ຽວ ທຸກຢ່າງເປັນນຳໝໍນັ້ນແທ້ໆເລີຍ ພວກໝູ່ໃນກຸ່ມຂ້ອຍເລີຍພາກັນຖາມວ່າສຽງຜູ້ຊາຍມື້ວານແມ່ນໃຜ...

“ແມ່ນຫຍັງພິມ ມີແຟນລະເຮັດບໍ່ບອກພວກເຂົາຫວາ ຮຸຮຸ”

“ແມ່ນໆ ດ໋ຽວນີ້ເຮັດມີຄວາມລັບໄດ໋ເພິ່ນນ່ະ”

ຂ້ອຍນັ່ງຟັງດ້ວຍຄວາມຫງຸດຫງິດ “ບ້າຫວາ ບໍ່ແມ່ນແຟນ... ເຮິ ພວກເພິ່ນຕິ ໄດ້ຍິນແຕ່ທໍ່ນັ້ນກະໄປປະກັນລະ ເສຍໃຈໄດ໋ນິ” ຂ້ອຍເວົ້າ

“ໂອ໋ໆ ພວກເຂົາບໍ່ໄດ້ໄປປະໄດ໋ ເຂົາກະຖ້າເພິ່ນຢູ່ຕັ້ງດົນ ໂທຫາກະບໍ່ຕິດ ບໍ່ເຫັນມາຈັກເທື່ອກະຄິດວ່າບໍ່ໄປລະ”

“ກະເລີຍໄປປະ” ຂ້ອຍເບ້ປາກ

“ເຂົາກະນຶກວ່າເພິ່ນຢາກສະຫວີດກັບແຟນເນາະ ກະບໍ່ຢາກເປັນ ກຂຄ ແຫຼະເວີ້ຍ”

ໄດ້ຍິນແນວນັ້ນເຮັດໃຫ້ເສັ້ນຄວາມອົດທົນຂ້ອຍຂາດຜຶ່ງ ຂ້ອຍລຸກພວດພາດຂຶ້ນຮ້ອງສຽງດັງ ”ບອກແລ້ວວ່າບໍ່ແມ່ນແຟນ!!!!”

ຫຼັງເວົ້າໄປ ພວກໝູ່ຂ້ອຍພາກັນອຶ້ງ ແນມເບິ່ງຂ້ອຍນິ້ງ... ສາຍຕາທຸກຄູ່ໃນຫ້ອງກະຈັບຈ້ອງມາທາງຂ້ອຍ... ຂ້ອຍຫາກໍ່ຮູ້ຕົວວ່າເວົ້າຫຍັງອອກໄປ ຈຶ່ງນັ່ງລົງ

”ຂ...ຂໍໂທດ” ຂ້ອຍເວົ້າສຽງຄ່ອຍພ້ອມກົ້ມໜ້ານິ້ງ

“ອ... ອື່ ພວກເຂົ້າກະຂໍໂທດທີ່ມື້ວານໄປປະເພິ່ນຄືກັນ”

“ເອີ່ ແຕ່ມື້ວານນີ້ ເປັນຕາຢ້ານໄດ໋ເນາະ ຕອນນັ້ນນະ” ໝູ່ຂ້ອຍພາຍາຍາມປ່ຽນຫົວເລື່ອງເພື່ອກົບເກື່ອນບັນຍາກາດ... ຂ້ອຍບໍ່ຮູ້ວ່າເຂົາເຈົ້າເວົ້າເລື່ອງຫຍັງ ເລີຍນັ່ງຟັງ

“ແມ່ນ ລົດຕູ້ຄັນນັ້ນລ້ຽວຕັດໜ້າມາ ເກືອບຊົນລົດເຂົາ”

“ເວົ້າມາລະເປັນຕາສຽວ ດີທີ່ບໍ່ເປັນຫຍັງຫຼາຍ”

ຂ້ອຍທີ່ບໍ່ໄດ້ຢູ່ໃນເຫດການ ບໍ່ຮູ້ວ່າຊິເວົ້າຫຍັງ ...ພໍດີກັບສຽງກະຫຼີ່ງເຂົ້າຫ້ອງ ການສົນທະນາຂອງພວກຂ້ອຍຈຶ່ງຢຸດລົງເທົ່ານັ້ນ

ຕອນນີ້ຂ້ອຍກຳລັງສັບສົນ... ຂ້ອຍເປັນຫຍັງໄປ ແຕ່ກ່ອນຂ້ອຍບໍ່ໄດ້ເປັນຄົນຂີ້ຫງຸດຫງິດປານນີ້ຕວ່າ... ມີຫຍັງຂ້ອຍກະມັກຈະເກັບໄວ້ໃນໃຈ ບໍ່ຄ່ອຍສະແດງຄວາມເຫັນ... ຢູ່ດີໆເປັນຫຍັງຂ້ອຍຄືຮ້ອງອອກໄປແນວນັ້ນລະ ເວົ້າມາລະເປັນຕາອາຍ... ຂ້ອຍບໍ່ຄວນຮ້ອງໃສ່ໝູ່ແນວນັ້ນເລີຍ...

...

ຫຼັງເລີກຮຽນ ເມື່ອແຍກກັນພວກໝູ່ທີ່ອອກໄປເຮັດກິດຈະກຳ ແລະເວນອະນາໄມ ຂ້ອຍກະຍ່າງອອກມາຄົນດຽວອີກຕາມເຄີຍ ດີທີ່ເຂົາເຈົ້າບໍ່ໄດ້ຖືສາຫຍັງຫຼາຍ

ຫວັງວ່າມື້ນີ້ເມກຄົງຈະບໍ່ມາກໍ່ກວນຂ້ອຍອີກກະແລ້ວກັນ... ຊ່ວງນີ້ຈັກເປັນຫຍັງ ຊີວິດບໍ່ເປັນໄປຕາມທີ່ຄິດຕະຫຼອດ ແລະທຸກຄັ້ງມັກຈະກ່ຽວກັບເມກສະເໝີ...

ຕົກລົງໝໍນັ້ນຢາກເຮັດຫຍັງກັນແທ້ ຂ້ອຍເອງກະບໍ່ເຂົ້າໃຈ

ຂ້ອຍຍ່າງຫຼິ້ນຂ້າເວລາໄປເລື້ອຍ ເມື່ອຮອດເວລາເລີກຮຽນຂ້ອຍກໍ່ກຳລັງຈະຍ່າງອອກໄປຄອກລົດ ແຕ່ພັດມີໃຜບາງຄົນມາຢືນລັດໜ້າຂ້ອຍໄວ້

ຂ້ອຍຖອນຫາຍໃຈເຮືອກເມື່ອຮູ້ວ່າຄົນທາງໜ້າແມ່ນໃຜ... ໝໍນັ້ນອີກແລ້ວ...

“ເພິ່ນຕ້ອງການຫຍັງກັນແທ້!! ເປັນຫຍັງຕ້ອງມາຫຍຸ້ງກ່ຽວກັບຊີວິດເຂົານຳ!?” ຂ້ອຍຮ້ອງຖາມໄປ ພາຍາຍາມລະງັບຄວາມຄຽດ

ເມກຍັງຄົງເຮັດໜ້າເສີຍໆບໍ່ສື່ເຖິງຫຍັງ “ພິມ ວັນອາທິດນີ້ຫ້າມ...”

“ເຊົາໄດ້ບໍ່ ບໍ່ຕ້ອງມາຫຍຸ້ງກັບເຂົາ” ຂ້ອຍບໍ່ເຂົ້າໃຈລາວເລີຍ ເປັນຫຍັງຕ້ອງເວົ້າຢ້ຳໆເລື່ອງທີ່ຂ້ອຍບໍ່ເຂົ້າໃຈນຳ “ເພິ່ນແມ່ນໃຜ ມີສິດຫຍັງຫຍັງມາຫ້າມບໍ່ໃຫ້ເຂົາໄປໃສ ຫມູ່ກະບໍ່ແມ່ນ ຮູ້ຈັກກະບໍ່ຮູ້ຈັກ ເປັນໃຜມາແຕ່ໃສກະບໍ່ຮູ້”

ລາວງຽບໄປຫຼາຍວິນາທີ ຈົນຂ້ອຍເກືອບຈະຍ່າງຈາກໄປ “ເຂົາ... ບໍ່ແມ່ນຄົນທີ່ເພິ່ນຮູ້ຈັກ.. ບໍ່ແມ່ນໝູ່ ບໍ່ມີສິດຫຍັງເລີຍ” ລາວເວົ້າຕອບຄຳທີ່ຂ້ອຍເວົ້າ “ແຕ່ເຂົາ ຢາກເຈິເພິ່ນມາຕະຫຼອດ”

“ແຕ່ເຂົາບໍ່ຢາກເຈິເພິ່ນ ໄປໄກໆໄດ້ບໍ່ ລຳຄານ!!” ຂ້ອຍຮ້ອງອອກໄປສຽງດັງ ເຮັດໃຫ້ຄົນແຖວນັ້ນຫັນມາເບິ່ງ ເມື່ອຮູ້ສຶກໄດ້ເຖິງສາຍຕາຫຼາຍສິບຄູ່ທີ່ແນມມາ ຂ້ອຍກໍ່ບໍ່ມີໜ້າຈະຢື່ນຢູ່ບ່ອນນັ້ນຕໍ່ໄປ

ຂ້ອຍຫັນຫຼັງຍ່າງຈາກມາຢ່າງໄວ ບໍ່ຄິດແມ້ແຕ່ຈະຫັນກັບໄປເບິ່ງໜ້າໝໍນັ້ນ...

ຂ້ອຍອາດຈະເວົ້າແຮງເກີນໄປ ແຕ່ກະດີແລ້ວ ມັນໜ້າຈະເຮັດໃຫ້ລາວເຊົາມາວົນວາຍກັບຂ້ອຍອີກ... ມັນໜ້າຈະດີແລ້ວ...

ຂ້ອຍໄດ້ແຕ່ຄິດແນວນັ້ນຕະຫຼອດຫຼັງຈາກນັ້ນ...

 

(ຍັງມີຕໍ່)

------------------

 

ກັບມາແລ້ວ *0*

ດ໋ຽວ ຖ້າຕອນນີ້ຕົກໜ້າຫຼັກກ່ອນ ແລ້ວຈະເອົາຕອນໃຫມ່ມາລົງ

ຂອບໃຈທີ່ອ່ານມາຈົນຈົບ ແນະນຳຕິຊົມໄດ້ຕາມສະດວກ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຕອນນີ້ ກຳລິງຄິດວ່າຈະເອົານິຍາຍເລື່ອງໃຫມ່ມາລົງ (ແນວແຟນຕາຊີທີ່ເຄີຍເວົ້າວ່າຈະຂຽນ)

ແຕ່ຮູ້ສຶກວ່າໄດອາຣີເລື່ອງນີ້ມັນຫາຍໄປກັບພັນລາວ3 ເລີຍຄິດວ່າຈະເອົາເລື່ອງນີ້ມາລົງໃໝ່ຈົນຈົບກ່ອນ ແລ້ວຈຶ່ງເອົາເລື່ອງໃໝ່ມາລົງ

 

ອັນນີ້ເປັນຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)

ມື້ທີ 1 ວັນຈັນ

ມື້ທີ 2 ວັນອັງຄານ

 

 

"7 ວັນຜັນຊະຕາ"

 

"ມື້ທີ 3 ວັນພຸດ"


 

ມື້ນີ້ໝູ່ໃນກຸ່ມຂ້ອຍຊວນໄປເລາະສູນການຄ້າໃກ້ໆນີ້ ພໍດີວ່າມື້ນີ້ຫວ່າງພ້ອມໆກັນ ອີກຢ່າງຂ້ອຍກະບໍ່ໄດ້ຄາວຽກຫຍັງ ກະເລີຍຕອບຕົກລົງໄປ

ບໍ່ໄດ້ໄປເລາະພ້ອມໜ້າກັນຫ້າຄົນດົນແລ້ວ ຂ້ອຍເລີຍຄິດວ່າ ກະດີຄືກັນ ເພາະປົກກະຕິຂ້ອຍກະບໍ່ຄ່ອຍໄດ້ໄປໃສຢູ່ແລ້ວ ເນື່ອງຈາກວ່າເປັນລູກຄົນດຽວ ໝູ່ກະບໍ່ຄ່ອຍຫຼາຍກະເລີຍໄດ້ຢູ່ແຕ່ບ້ານຕະຫຼອດ

ພວກໝູ່ຂ້ອຍບອກວ່າ ຫຼັງເລີກເມືອແລ້ວຈຶ່ງຖ້າໄປພ້ອມກັນ ແລ້ວເຂົາເຈົ້າກະແຍກຍ້າຍກັນໄປເຮັດກິດຈະກຳວຽກງານຂອງເຂົາເຈົ້າ

ຂ້ອຍກະໄດ້ຢູ່ຜູ້ດຽວອີກຕາມເຄີຍ... ເລີ້ມຈະລຶ້ງເຄີຍກັບສະພາບແບບນີ້ແລ້ວ ເລີຍໄປນັ່ງຖ້າຢູ່ໂຕະຫິນຄືເກົ່າ

ມື້ນີ້ຢູ່ໂຕະຫິນມີຄົນນັ່ງຂ້ອຍຂ້າງເຕັມ ຂ້ອຍເລີຍໄປຂໍນັ່ງນຳເຂົາເຈົ້າ ຈັບມືຖືຂຶ້ນມາເບິ່ງພົບວ່າແບັດໃກ້ຈະໝົດແລ້ວ... ຄົງຈະບໍ່ເປັນຫຍັງຕິ

ຫຼັງແນມເບິ່ງນັ້ນນີ້ໄປໄດ້ພັກໜຶ່ງ ຂ້ອຍກໍ່ຄິດຍ້ອນໄປເຖິງຄົນທີ່ຂ້ອຍເຄີຍເຈິມື້ກ່ອນ...

ຜູ້ຊາຍແປກໆທີ່ຮູ້ຈັກຊື່ຂ້ອຍ ແຖມຍັງເວົ້າຫຍັງແປກໆອີກ...

ຫຼືວ່າລາວຈະເຄີຍຮູ້ຈັກຂ້ອຍ ແຕ່ຂ້ອຍຈື່ບໍ່ໄດ້? ແຕ່ເທົ່າທີ່ຂ້ອຍຄິດອອກ ຂ້ອຍວ່າຂ້ອຍບໍ່ເຄີຍຮູ້ຈັກລາວໄດ໋ລະ ຫາກໍ່ເຄີຍເຈິກັນເທື່ອດຽວ ຂະໜາດໜ້າຂ້ອຍຍັງຈື່ບໍ່ຄ່ອຍໄດ້ແນ່ະ ອີກຢ່າງຂ້ອຍກະບໍ່ຮູ້ວ່າເປັນຄົນຫ້ອງໃດປີໃດ ເລີຍຄິດວ່າຄົງຈະບໍ່ໄດ້ເຈິອີກແລ້ວຕິ

ເມື່ອກິ່ງເລີກຮຽນດັງຂຶ້ນ ຂ້ອຍກໍ່ວ່າຈະຍ່າງໄປທີ່ຈຸດລວມຕົວ ແຕ່ຕ້ອງຖ້າໃຫ້ຄົນອື່ນອອກໄປໝົດກ່ອນ ເພາະຂ້ອຍບໍ່ຢາກໄປແຫຍ້ນຳກະເຈົ້າ ນັ່ງຢູ່ໂຕະຫິນຈົນຄົນເລີ່ມຊາ ຂ້ອຍຈຶ່ງລຸກຂຶ້ນ ແຕ່ທັນໃດນັ້ນ ສຽງໆໜຶ່ງໄດ້ຢຸດຂ້ອຍໄວ້

“ພິມ”

ຂ້ອຍຫັນກັບໄປຫາທີ່ມາຂອງສຽງໂດຍອັດຕະໂນມັດ ປະກົດວ່າເປັນຜູ້ຊາຍຄົນໜຶ່ງເຊິ່ງມີຮູບຮ່າງສູງສົມສ່ວນ ຜິວຂາວແຖມຍັງໜ້າຕາດີ... ເບິ່ງໆໄປແລ້ວກະຄຸ້ນໆແຮະ ແຖມຍັງເອີ້ນຊື່ຂ້ອຍອີກ

ຂ້ອຍເຮັດໜ້າງົງ ຄິດຢູ່ຫຼາຍວິນາທີ ກ່ອນຈະຄິດອອກວ່າແມ່ນໝໍນັ້ນ ທີ່ຂ້ອຍເຄີຍເຈິມື້ກ່ອນ...ຖ້າຈື່ບໍ່ຜິດ ໜ້າຈະຊື່ວ່າເມກ ...ໜ້າຈະແມ່ນ??

“ເພິ່ນ... ອີກລະ?” ຂ້ອຍເຮັດໜ້າຫຍຸ້ງ “ໂທດເດິ ເຂົາຟ້າວນະ ໄປກ່ອນເດິ” ຂ້ອຍພາຍາຍາມເວົ້າຕັດບົດ ເພາະຢ້ານໝູ່ຖ້າດົນ ແບັດມືຖືກະໃກ້ຊິໝົດລະ ດ໋ຽວກະເຈົ້າຊິໄປປະ

ຂ້ອຍກັບຫຼັງຫັນ ກຳລັງຊິອອກຍ່າງ ແຕ່ແຂນຂ້າງໜຶ່ງຂອງຂ້ອຍກໍ່ຖືດຶງໄວ້ ຫັນກັບໄປກະເຫັນເມກເຮັດໜ້າເສີຍເມີຍຈັບແຂນຂ້ອຍໄວ້ແໜ້ນເໝືອນກັບຈະບໍ່ໃຫ້ໜີໄປໃສ

ທຳອິດຂ້ອຍກະງົງໆ ແຕ່ບໍ່ດົນຂ້ອຍກະເລີ່ມຈະຮູ້ສຶກຫງຸດຫງິດຂຶ້ນມາ... ໝູ່ກະບໍ່ແມ່ນ ແລ້ວໝໍນີ້ມັນມາວຸ້ນວາຍກັບຂ້ອຍເຮັດຫຍັງ... ຂ້ອຍພາຍາຍາມສະບັດມືອອກ ແຕ່ເມກຈັບແຂນຂ້ອຍໄວ້ແໜ້ນຈົນຮູ້ສຶກເຈັບ

“ປ່ອຍແມະ!” ຂ້ອຍເຮັດໜ້າຫຍຸ້ງ ດິ້ນແນວໃດຄົນເບື້ອງໜ້າກະບໍ່ມີທ່າທີວ່າຈະປ່ອຍຈາກຂ້ອຍ

ຂ້ອຍທີ່ເລີ່ມໂມໂຫຈຶ່ງເງີຍໜ້າຂຶ້ນກຶ້ງຕາແນມເບິ່ງອີກຝ່າຍ ແລະກໍ່ຕ້ອງຊະງັກ... ສາຍຕາລາວເບິ່ງ... ເຈັບປວດ... ຂ້ອຍບໍ່ເຂົ້າໃຈ... ເປັນຫຍັງລາວຕ້ອງເຮັດໜ້າແນວນັ້ນນຳ... ສາຍຕາເສົ້າໆ ເຈັບປວດ ແນມມາທາງຂ້ອຍດ້ວຍຄວາມຮູ້ສຶກຫຼາກຫຼາຍທີ່ຂ້ອຍຕີບໍ່ອອກ... ລາວຄິດຈະເຮັດຫຍັງກັນແທ້ ກຳລັງຄິດຫຍັງຢູ່ ແລ້ວທ່າທາງພວກນັ້ນມັນໝາຍຄວາມວ່າແນວໃດ

ຂ້ອຍໃນຕອນນີ້ບໍ່ອາດບອກໄດ້ເລີຍ...

ຕາເວັນຍາມແລງສາດສ່ອງອາບພື້ນທີ່ອ້ອມຂ້າງໃຫ້ເປັນສີສົ້ມ ສຽງສາຍລົມສຽດສີຕົ້ນໄມ້ດັ່ງຊ່າມາໃຫ້ໄດ້ຍິນ ຂ້ອຍຮູ້ສຶກວ່າບັນຍາກາດບາງຢ່າງມັນປ່ຽນໄປ... ມັນເບິ່ງງຽບ... ງຽບຈົນເປັນຕາຢ້ານ

ພໍດີກັບທີ່ສຽງໂທລະສັບມືຖືຂ້ອຍດັງຂຶ້ນ ແຫວກຄວາມງຽບງັນອັນໜ້າອຶດອັດນັ້ນຖິ້ມໄປໃນທັນທີ... ຂ້ອຍພາຍາຍາມຄວ້ານເອົາໂທລະສັບໃນກະເປົ໋າຂຶ້ນມາເບິ່ງໜ້າຈໍ ພົບວ່າແມ່ນໝູ່ຂ້ອຍໂທມາ ຄິດວ່າເຂົາເຈົ້າຄົງຈະໂທມານຳ ຂ້ອຍກົດຮັບກ່ອນຈະແນບຫູຕອບ

“ຮະໂຫຼ...” ຂ້ອຍກອກສຽງໄປຕາມທາງ ແນມເບິ່ງຄົນເບື້ອງໜ້າທີ່ຕອນນີ້ປ່ອຍມືຂ້ອຍແລ້ວ ລາວເຮັດໜ້າສະຫງົບນິ້ງບໍ່ສະແດງອາການຫຍັງ ...ຂ້ອຍຄິດໃນໃຈວ່າໄດ້ໂອກາດລະ ດ໋ຽວຊິແລ່ນໜີໄປຫາພວກໝູ່ທີ່ຖ້າຢູ່ເລີຍ

“ພິມ ຢູ່ໃສນິ? ບໍ່ໄປຫວາ??” ສຽງໝູ່ຂ້ອຍກອກມາປາຍສາຍ

ຂ້ອຍກຳລັງຈະເວົ້າຕອບໄປ ໂທລະສັບພັດຖືກຍາດໄປຈາກມືຕັ້ງແຕ່ຕອນໃດກະບໍ່ຮູ້

“ມື້ນີ້ພິມຄາວຽກ ພວກເຈົ້າໄປໂລດ” ຊາຍໜຸ່ມເບື້ອງໜ້າເວົ້າ ກ່ອນຈະກົດວາງ...

ຂ້ອຍໄດ້ແຕ່ແນມເບິ່ງດ້ວຍຄວາມອຶ້ງຢູ່ຫຼາຍວິນາທີ ກ່ອນຈະໄດ້ສະຕິ “ເຮີ້ຍ!!!! ເພິ່ນເຮັດຫຍັງນະ!?!”

ເມກຍັງເຮັດໜ້າເສີຍໆ ຄືບໍ່ມີຫຍັງເກີດຂຶ້ນ ແມ່ນຫຍັງຫວະ!?! ຕັ້ງກວນຫວາ ຫຼືວ່າແນວໃດ! ນີ້ມັນບໍ່ຕະຫຼົກແລ້ວໃດ໋!

“ເພິ່ນເປັນບ້າຫວາ! ເອົາໂທລະສັບເຂົາມາ!!” ຂ້ອຍເລີ່ມຂຶ້ນສຽງດ້ວຍຄວາມບໍ່ພໍໃຈຢ່າງແຮງ ມືພາຍາຍາມຄວ້າເອົາໂທລະສັບໃນມືອີກຝ່າຍ ແຕ່ລາວຍົກຂຶ້ນສູງຍ້າຍໄປຍ້າຍມາປານຫຼອກລິງ ເຮັດໃຫ້ຂ້ອຍເສຍເວລາຢູ່ຫັ້ນດົນເຕີບ ຫງຸດຫງິດກະຫງຸດຫງິດ ແຖມຍັງຮ້ອນໃຈອີກ... ຊິໂທບອກໝູ່ກະບໍ່ໄດ້ ຊິໜີໄປເລີຍຖິ້ມໂທລະສັບໄວ້ກະບໍ່ໄດ້

ໂດດໄປມາຍາດເອົາໂທລະສັບຈົນຂ້ອຍເໝື່ອຍຫອບ ແຕ່ສຸດທ້າຍເມກກະຍື່ນໂທລະສັບໃຫ້ໂດຍດີ... ຂ້ອຍແນມເບິ່ງໜ້າລາວທີ່ຍັງຄົງມີທ່າທີເສີຍໆບໍ່ມີເຄົ້າແວວວ່າຈະເໝື່ອຍຫຍັງ ກໍ່ແຮງເຮັດໃຫ້ຂ້ອຍຫງຸດຫງິດ ຄວ້າເອົາໂທລະສັບໃນມືລາວມາໃນທັນທີ ກ່ອນກະຈັບກະເປົ໋າແລ່ນໄປຫາພວກໝູ່ໆທີ່ຖ້າຢູ່ຄອກລົດ

ປານນີ້ແລ້ວ ບໍ່ແມ່ນພວກນັ້ນໄປກັນໝົດແລ້ວຫວາ! ເສຍເວລາໄປຕັ້ງສິບຊາວນາທີ ຈັບໂທລະສັບມາແນມເບິ່ງກະປະກົດວ່າແບັດໝົດແລ້ວ ເວນກຳ...

ເມື່ອໄປຮອດຄອກລົດ ຂ້ອຍກໍ່ພົບວ່າ ບໍ່ມີໃຜຖ້າຢູ່ຫັ້ນແລ້ວ... ນອກຈາກລົດຈັກທີ່ຍັງຫຼົງເຫຼືອຢູ່ ແລະຄົນທີ່ກັບບ້ານຊ້າ ຂ້ອຍກໍ່ແນມເຫັນແຕ່ພຽງຄວາມຫວ່າງເປົ່າ

ຂ້ອຍຮູ້ສຶກໃຈຫາຍ... ເສຍໃຈ ເຈັບໃຈ ນ້ອຍໃຈ... ອາລົມຫຼາກຫຼາຍຖາຖົມເຂົ້າມາໃນໃຈ ໃຈຫາຍທີ່ບໍ່ໄດ້ໄປກັບໝູ່ ເສຍໃຈທີ່ໝູ່ໄປປະ ເຈັບໃຈທີ່ມີແຕ່ເຮົາຜູ້ດຽວທີ່ບໍ່ໄດ້ໄປ ນ້ອຍໃຈທີ່ບໍ່ຖ້າກັນແນ່...

ຢືນນິ້ງໆເປັນຕົ້ນໄມ້ຕາຍຊາກໄປໄດ້ຫຼາຍວິ ຂ້ອຍກະເລີ້ມຈະທຳໃຈໄດ້...

ເອີ່! ໝົດອາລົມຊິໄປທ່ຽວແລ້ວ ຕ້ອງຂອບໃຈໝໍນັ້ນ ທີ່ເຮັດໃຫ້ໃຫ້ຂ້ອຍພາດໂອກາດອອກຈາກບ້ານໃນຮອບປີ!

ຮູ້ສຶກເສົ້າໆ ແຕ່ກະຢ່າມັນແຫຼະ ໂອກາດບໍ່ໄດ້ມີແຕ່ເທື່ອນີ້ດັອກ...

ຄິດໄດ້ແນວນັ້ນ ຂ້ອຍຈຶ່ງຈູງລົດຈັກຂ້ອຍທີ່ຍັງເຫຼືອຢູ່ດ່ຽວໆປ່ຽວໆເໝືອນກັບຈິດໃຈຂ້ອຍໃນຕອນນີ້ ຕິດຈັກສະຕາດລົດ ກ່ອນຈະຂີ່ອອກຈາກຄອກລົດ

ຕອນທີ່ກຳລັງຍື່ນປີ້ໃຫ້ລຸງທີ່ເຝົ້າຄອກລົດ ສາຍຕາຂ້ອຍກໍ່ເຫຼືອບໄປເຫັນຕົວຕົ້ນເຫດທີ່ຢືນນິ້ງຢູ່ໃກ້ໆແຖວນັ້ນ

“ສົມໃຈເພິ່ນແລ້ວເນາະ!” ຂ້ອຍຮ້ອງໃສ່ດ້ວຍທ່າທີປະຊົດ “ເພິ່ນເປັນບ້າຫຍັງຂອງເພິ່ນ ເຮັດແບບນີ້ແລ້ວໄດ້ຫຍັງ!?”

ເມື່ອເຫັນວ່າອີກຝ່າຍງຽບ ຂ້ອຍຈຶ່ງສະບັດໜ້າດ້ວຍຄວາມຫງຸດຫງິດ ແລ້ວຂີ່ລົດຈາກໄປ

ຂ້ອຍບໍ່ຮູ້ເລີຍວ່າ ຫຼັງຈາກທີ່ຂ້ອຍໄປໄດ້ບໍ່ດົນ ເມກກໍ່ທອດສາຍຕາແນມເບິ່ງຂ້ອຍດ້ວຍແວວຕາເສົ້າ... ລາວເວົ້າອອກມາແຜ່ວເບົາເໝືອນກັບຕັ້ງໃຈຈະບອກຜ່ານສາຍລົມ

“ເຂົາຕັ້ງໃຈຈະຊ່ວຍເພິ່ນ...”

 

(ຍັງມີຕໍ່)

 -----------

ຂອບໃຈທີ່ອ່ານມາຈົນຈົບ

ແນະນຳຕິຊົມໄດ້ຕາມສະດວກ

ຄົງຈະອີກປະມານອາທິດໜຶ່ງຈຶ່ງຊິເອົາມາລົງຕໍ່ ເພາະຊ່ວງນີ້ບໍ່ຢູ່ບ້ານເດີ້

ເລື່ອງໃຫມ່ກະກຳລັງຂຽນໄດ້ຕອນໜຶ່ງ ເສຍເວລາກັບການວາງໂຄງເລື່ອງໄປຫຼາຍເລີຍ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)

ມື້ທີ 1 ວັນຈັນ

 

 

"7 ວັນຜັນຊະຕາ"

 

"ມື້ທີ 2 ວັນອັງຄານ"


 

 

ຫຼັງເລີກຮຽນຂ້ອຍຍ່າງອອກມາຈາກຫ້ອງຮຽນຄົນດຽວອີກຕາມເຄີຍ ມື້ນີ້ໝູ່ເພື່ອນຂ້ອຍຍັງຄົງມີວຽກໃຫ້ເຮັດຄືກັບມື້ວານ ແລະຄົງຈະເປັນແນວນີ້ໄປຈົນໝົດອາທິດ... ບາງທີຂ້ອຍກະສົງໃສ ວ່າເປັນຫຍັງມີແຕ່ຂ້ອຍທີ່ຕ້ອງແຍກອອກມາຢູ່ຄົນດຽວ... ເວນອະນາໄມກະບໍ່ກົງກັບໃຜ ບ່ອນນັ່ງກະຄີກກັບໝູ່ກຸ່ມທີ່ສະໜິດ ເລີຍຕ້ອງໄດ້ນັ່ງກັບຄົນທີ່ບໍ່ຄ່ອຍສະໜິດແທນ ຮູ້ສຶກຄືໂຕເອງເປັນສ່ວນເກີນເຮັດໃຫ້ຕ້ອງໄດ້ຢູ່ຄົນດຽວສະເໝີ

ຂ້ອຍຍ່າງຜ່ານເດີ່ນທີ່ຄົນມັກເອົາບານມາຕີຫຼິ້ນຢ່າງເໝີ່ລອຍ ພາງຄິດວ່າມື້ນີ້ຂ້ອຍຈະເຮັດຫຍັງເປັນການຂ້າເວລາດີ ແຕ່ຄົງຈະບໍ່ມົ້ມໄປນັ່ງຫຼິ້ນຢູ່ໂຕະຫິນອີກຕາມເຄີຍ

“ພິມ!” ສຽງຜູ້ຊາຍເອີ້ນ ເຮັດໃຫ້ຂ້ອຍຊະງັກ ກຳລັງຈະຫັນໄປຊອກຫາທີ່ມາຂອງສຽງ ໝາກບານລູກໜຶ່ງກໍ່ລອຍຕັດໜ້າຂ້ອຍໄປດ້ວຍຄວາມໄວ້ ກະແທກກັບພື້ນດິນອີກຟາກຈົນດິນແຖວນັ້ນແຕກກະຈາຍສຽງດັງ ຕຸບ ກ່ອນຈະກະເດັນໄປໄກ

ຂ້ອຍຕົກໃຈກັບພາບເບື້ອງໜ້າ ເຮັດຫຍັງບໍ່ຖືກໄປຊົ່ວຂະນະ ນີ້ຖ້າຂ້ອຍຍ່າງໄປເລີຍວັ່ງກີ້ ເປົ້າໝາຍຂອງໝາກບານຄົງຈະບໍ່ແມ່ນພື້ນດິນ ແຕ່ເປັນໜ້າຂ້ອຍແທນ!!

“ເຮີ້ຍ ຂໍໂທດເດີ້ ເປັນຫຍັງບໍ່” ສຽງຄົນຈາກສະໜາມໂຮງຮຽນດັງຂຶ້ນພ້ອມທັງແລ່ນເຢາະໆມາທາງຂ້ອຍ ຄິດວ່າໜ້າຈະແມ່ນຄົນທີ່ເອົາບານມາຕີຫຼິ້ນທີ່ສະໜາມໂຮງຮຽນແລ້ວບັງເອີນໝາກບານກະເດັນມາທາງຂ້ອຍ ເມື່ອຂ້ອຍບອກວ່າບໍ່ເປັນຫຍັງ ລາວຈຶ່ງເຮັດໜ້າສຳນຶກຜິດນິດໜຶ່ງ ກ່ອນຈະຍ່າງໄປເກັບໝາກບານ ແລະບໍ່ສົນໃຈຂ້ອຍອີກ

ຂ້ອຍນຶກຂຶ້ນໄດ້ວ່າເມື່ອກີ້ມີໃຜບາງຄົນເອີ້ນຫາ ຖ້າສຽງນັ້ນບໍ່ຢຸດຂ້ອຍໄວ້ ຂ້ອຍຄົງຈະຖືກໝາກບານອັດໃສ່ໜ້າແລ້ວແຫຼະ... ຂ້ອຍຫັນຊອກຫາທີ່ມາຂອງສຽງທັກນັ້ນ ແຕ່ກໍ່ບໍ່ເຈິຄົນທີ່ໜ້າຈະເອີ້ນຂ້ອຍເລີຍ

ຂ້ອຍເຮັດຄິ້ວຫຍຸ້ງ ປະຫຼາດໃຈ... ຈະວ່າໄປ ສຽງວັ່ງກີ້ກະຟັງຄຸ້ນໆຄືກັບເຄີຍໄດ້ຍິນມາແຕ່ໃສ ແຕ່ເມື່ອຄິດບໍ່ອອກວ່າແມ່ນໃຜ ຂ້ອຍຈຶ່ງຍ່າງໄປຕໍ່

...

 

(ຍັງມີຕໍ່)

 

----------------

 

ຕອນນີ້ສັ້ນໆ ແຕ່ຕອນທີ 3 ຍາວກວ່ານີ້ນ່ະ

 

ຂອບໃຈທີ່ອ່ານມາຈົນຈົບ ^^

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

"7 ວັນຜັນຊະຕາ"

 

"ມື້ທີ 1 ວັນຈັນ"



ຂ້ອຍເປັນພຽງເດັກສາວທຳມະດາໆ ທີ່ຂ້ອນຂ້າງສູງ ແລະມີເຮືອນຜົມສີດຳຍາວມັດເປັນຫາງມ້າ ບໍ່ໄດ້ມີຫຍັງໂດດເດັ່ນພໍປານໃດ

ຂ້ອຍຮູ້ຈັກກັບໝໍນັ້ນຄັ້ງທຳອິດ ຕອນທີ່ຂ້ອຍນັ່ງຖ້າໂຮງຮຽນເລີກຢູ່ໂຕະຫິນ

ຕອນນັ້ນຂ້ອຍກຳລັງແນມເບິ່ງທ້ອງຟ້າດ້ວຍຄວາມຮູ້ສຶກເບື່ອໜ່າຍ ອີກປະມານສິບນາທີກໍ່ຈະຮອດເວລາເລີກຮຽນແລ້ວ ເປັນຫຍັງຕອນທີ່ເຮົາຖ້າຫຍັງຈັກຢ່າງ ເວລາມັນຄືເດີນໄປຊ້າແທ້

ຂ້ອຍນັ່ງນັບເວລາຢ່າງໃຈຈົດຈໍ່ ບັນດາໝູ່ເພື່ອນຂອງຂ້ອຍແຕ່ລະຄົນຕ່າງກໍ່ມີວຽກກິດຈະກຳ ຫຼືເວນອະນາໄມໃຫ້ເຮັດໝົດ ມື້ນີ້ຂ້ອຍເລີຍຈຳໃຈໄດ້ນັ່ງເຈົ່າຢູ່ຄົນດຽວ

ຕອນນັ້ນເອງທີ່ຊາຍຄົນໜຶ່ງຍ່າງເຂົ້າມາ

“ຂໍນັ່ງນຳແດ່” ລາວເວົ້າ... ຂ້ອຍເຮັດໜ້າປະຫຼາດໃຈໜ້ອຍໜຶ່ງ ກ່ອນຈະຫັນໄປເບິ່ງໂຕະອ້ອມຂ້າງພົບວ່າບໍ່ມີໂຕະໃດຫວ່າງ ນອກຈາກໂຕະທີ່ຂ້ອຍນັ່ງຢູ່ຕອນນີ້ ຂ້ອຍເລີຍຫັນມາງຶກໜ້າໃຫ້ລາວນັ່ງໄດ້

ຊາຍຄົນນັ້ນວາງກະເປົ໋າລົງເທິງໂຕະຫິນ ຂ້ອຍບໍ່ມີຫຍັງເຮັດ ເລີຍຫັນໄປແນມເບິ່ງຕົ້ນໄມ້ແຖວໆນັ້ນ ຫຼັງຈາກແນມນັ້ນນີ້ໄປໄດ້ໜ້ອຍໜຶ່ງ ຂ້ອຍກໍ່ຮູ້ສຶກແປກໆ

“ແນມຫຍັງນະ” ຂ້ອຍຂະໝວດຄິ້ວສົງໃສ ຮູ້ສຶກວ່າຊາຍຄົນນີ້ແນມຂ້ອຍມາຕັ້ງແຕ່ວັ່ງກີ້ແລ້ວ

“ໃນທີ່ສຸດກະໄດ້ເຈິ...” ລາວເວົ້າເໝີ່ໆ ເຮັດໜ້າເສົ້າໆ ແມ່ນຫຍັງຂອງລາວກະບໍ່ຮູ້ ປະຫຼາດຄົນ... ຂ້ອຍບໍ່ຢາກວຸ້ນວາຍ ເລີຍງຽບໄວ້ ອີກຈັກໜ້ອຍກະຮອດເວລາເລີກແລ້ວ

“ພິມ ວັນອາທິດນີ້ຫ້າມອອກໄປໃສເດີ້...” ຊາຍຄົນນັ້ນຍັງຄົງເວົ້າຫຍັງແປກໆ ແຕ່ດ໋ຽວ ວັ່ງກີ້ລາວເວົ້າຊື່ຂ້ອຍຫວາ...

“ເພິ່ນແມ່ນໃຜ ຮູ້ຊື່ເຂົາໄດ້ແນວໃດ...” ຂ້ອຍຖາມໄປຢ່າງສົງໃສ

“ເຂົາຊື່ເມກ...” ລາວຍັງຄົງເຮັດໜ້າເສົ້າໆ ແມ່ນຫຍັງຂອງລາວ... ພໍດີກັບກະຫຼິ່ງເລີກຮຽນດັງຂຶ້ນ ຂ້ອຍບໍ່ທັນທີ່ຈະໄດ້ຖາມຫຍັງ ລາວກໍ່ລຸກຍ່າງຈາກໄປກ່ອນ...

ເປັນຄົນທີ່ປະຫຼາດແທ້ ແຖມຍັງຮູ້ຊື່ຂ້ອຍອີກ ໝູ່ກະບໍ່ແມ່ນ ແລ້ວຮູ້ຈັກຂ້ອຍໄດ້ແນວໃດ... ຊາຍຄົນນັ້ນຈາກໄປໂດຍຖິ້ມຄຳຖາມໄວ້ໃຫ້ຂ້ອຍຄາໃຈ ແຕ່ຂ້ອຍກໍ່ບໍ່ໄດ້ສົນໃຈຫຍັງອີກ ...ເມື່ອກັບຮອດບ້ານ ຂ້ອຍກໍ່ລືມເລື່ອງທີ່ຊາຍຄົນນັ້ນເວົ້າຊະສະໜິດ

ມື້ຕໍ່ມາ ຂ້ອຍກໍ່ຍັງຄົງໄປໂຮງຮຽນຕາມປົກກະຕິ ທຸກຢ່າງຍັງຄົງດຳເນີນໄປເໝືອນກັບແຕ່ລະມື້ ຂ້ອຍນັ່ງຮຽນໃນຫ້ອງຢ່າງເບື່ອໜ່າຍ ລໍຖ້າເວລາວ່າປານໃດຈະເລີກ ປານໃດຈະໄດ້ກິນເຂົ້າ ປານໃດຈະໄດ້ກັບບ້ານ ...ບາງເທື່ອມີເວລາກະນັ່ງລົມກັບໝູ່ຫຼິ້ນ ເວົ້າຫົວນິນທາຄົນນັ້ນຄົນນີ້ໄປເລື້ອຍ ຊີວິດຂ້ອຍແຕ່ລະມື້ກະດຳເນີນໄປແບບນີ້... ບໍ່ມີຫຍັງພິເສດ ບໍ່ມີຫຍັງແຕກຕ່າງ ເປັນພຽງນັກຮຽນ ມ.6 ທຳມະດາຄົນໜຶ່ງ ແຕ່...

ເລື່ອງແປກໆໃນຊີວິດຂ້ອຍເລີ່ມຕົ້ນຂຶ້ນແຕ່ມື້ນັ້ນ...

(ຍັງມີຕໍ່...)

--------------


ຂອບໃຈທຸກທ່ານທີ່ອ່ານມາຈົນຈົບ

ຄິດວ່າຄືຊິບໍ່ມັກອ່ານຍາວໆ ເລີຍແບ່ງເປັນຕອນລະສັ້ນໆ ຄິດວ່າໜ້າຈະມີປະມານ 7 ຕອນ ຕອນລະປະມານ 1-2 ໜ້າເຈ້ຍ A4 ສ່ຳນີ້ແຫຼະ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ແບບວ່າມ້ຽນຫ້ອງ ແລ້ວໄປເຈິນິທານເລື່ອງນີ້ໂດຍບັງເອີນ...

ນິທານເລື່ອງນີ້ເກີດຂຶ້ນຍ້ອນຄວາມບໍ່ມີວຽກເຮັດຂອງມີ່ ທີ່ນັ່ງຢູ່ໃນຫ້ອງຮຽນຕອນ ມ.6 ແລ້ວເກີດໄອເດຍ ປິ໊ງໆ ຂຶ້ນໃນສະໝອງ ຈຶ່ງຂຽນບົດເລື່ອງປະໂຫຍກທຳອິດໃສ່ເຈ້ຍ 1 ເພົາ ກ່ອນຈະຫັນໄປຫາໝູ່ວ່າ “ເຮ້ຍ ເຮົາມາແຕ່ງນິທານຄົນລະແຖວກັນດີກວ່າ!! ຕາມກົດ ໃຫ້ຂຽນໄດ້ຄົນລະແຖວເທົ່ານັ້ນ ແລ້ວວຽນກັນແຕ່ງໄປເລື້ອຍໆ”

ດັ່ງນັ້ນຈຶ່ງຖືກຳເນີດເປັນນິທານເລື່ອງນີ້ຂຶ້ນມາ ໂດຍຄົນທີ່ແຕ່ງນຳກັນມີປະມານ 4 ຄົນ ຂໍແຍກຕາມສີຕົວອັກສອນເພື່ອໃຫ້ຮູ້ວ່າໃຜແຕ່ງປະໂຫຍກໃດແດ່

ປະກອບມີ... (ຂໍສະຫງວນຊື່ເປັນຊື່ທີ່ມີ່ຕັ້ງໃຫ້ເຂົາເຈົ້າເນາະ)

ສີຟ້າ - ເຈົ້າຂອງໄດນີ້ ມິມີ່

ສີສົ້ມ - ລູນະ ໝູ່ຄົນໜຶ່ງ ມັກເລື່ອງກ່ຽວກັບເວດມົນ

ສີຂຽວ - ປາໄຫຼ ໝູ່ອີກຄົນໜຶ່ງ ທີ່ບ້າສີຂຽວມາກໆ

ສີບົວ - ຊາກຸລະ ໝູ່ບ້າໆບໍໆອີກຄົນໜຶ່ງ ຮາາ





ໃນໝູ່ບ້ານທີ່ແສນສະຫງົບສຸກລຽບງ່າຍແຫ່ງໜຶ່ງ ມີ

ຄອບຄົວຂອງເດັກຍິງຄົນໜຶ່ງທີ່ແຕກຕ່າງຈາກຄົນທົ່ວໄປ, ຕໍ່ໜ້າບ້ານ

ມີໂມງໜ່ວຍໃຫຍ່ສີຂຽວອ່ອນເຊິ່ງເປັນໂມງທີ່ງາມຫຼາຍ ແລະເດັກຍິງຄົນນັ້ນກໍ່ມັກເບິ່ງໂມງຂອງລາວ

ເດັກຍິງຄົນນັ້ນມີຊື່ວ່າ ມະລິ ລາວມີຜົມຍາວສີນ້ຳຕານ

ຕາສີຂຽວສົດໃສ ແລະ ໃນເວລານີ້ລາວກຳລັງຂີ່ໄມ້ກວາດທີ່ແມ່ລາວມອບໃຫ້ໃນວັນ

ໜຶ່ງ ລາວຄິດວ່າລາວຈະເຫາະໄດ້ ແຕ່ໄມ້ກວາດທີ່ແມ່ເອົາໃຫ້ລາວກວາດເດີນບ້ານນັ້ນເປັນໄມ້ກວາດທຳມະດາ. ລາວເຂົ້າໂຮງຮຽນທີ່ວັດ

ແຫ່ງໜຶ່ງ, ມະລິເປັນເດັກຍິງທີ່ໃຝຝັນຢາກຈະເປັນແມ່ມົດ ແລະມື້ໜຶ່ງໃນຂະນະ


ທີ່ລາວກຳລັງຍ່າງໄປຫາໝູ່ຂອງລາວນັ້ນ ກໍມີເດັກຍິງຄົນໜຶ່ງເຂົ້າມາທັກທາຍລາວດ້ວຍສີໜ້າ

ທີ່ຍິນດີ ມະລິຄິດວ່າເຄີຍເຫັນເດັກຍິງຄົນນີ້ຢູ່ໃສນໍ້ ໃນຕອນເຊົ້າມື້ໜຶ່ງ ລາວໄດ້ແນມເບິ່ງໂມງຂອງລາວດົນເຕີບ ລາວກໍ່ເຫັນແສງປະຫຼາດ ແລະ

ເປັນສີຂາວ ຮຸ່ງຂຶ້ນໆ ຈົນສຸດທ້າຍກໍ່ກວມເອົາຕົວຂອງມະລິ ແລະພາບຂ້າງໜ້າທີ່ປະກົດ

ເຫັນກໍ່ຄືເມືອງໜຶ່ງ ທີ່ມີຄົນໃສ່ເສື້ອຄຸມສີດຳ, ໃສ່ໝວກແຫຼມໆ ແລະມີປ້າຍຂຽນວ່າ “ເມືອງແມ່ມົດ”


ແຕ່ທີ່ຈິງແລ້ວພວກຊາວເມືອງຂຽນໄວ້ຫຼອກຄົນອື່ນ ພວກເຂົາເປັນພຽງໝູ່ບ້ານທີ່ງາມແລະແປກຕາ ເປັນໝູ່ບ້ານຂອງຄົນແຄະ

ແຕ່ທີ່ຈິງແລ້ວແມ່ນມະລິຝັນໄປເທົ່ານັ້ນ ເມື່ອຕື່ນມາມະລິຮູ້ສຶກ

ວ່າຄວາມຝັນນັ້ນຊ່າງເໝືອນຄວາມຈິງເຫຼືອເກີນ ລາວຈຶ່ງໄຂປະຕູອອກໄປໜ້າບ້ານ

ແລ້ວລາວກໍ່ເຫັນໂມງລາວມີແສງປະຫຼາດຄືໃນຄວາມຝັນ ແລ້ວລາວກໍ່ເອົາມືໄປຈັບທີ່ໂມງນັ້ນ

ກໍ່ຫຼຸດໄປຢູ່ອີກມິຕິໜຶ່ງ ແລະລາວກໍ່ເຫັນເດັກຍິງທີ່ເຄີຍທັກທາຍລາວ. ເດັກຍິງຄົນນັ້ນເວົ້າວ່າ “ຍິນດີຕ້ອນຮັບສູ່ເມືອງ 12 ມໍລະກົດເດີ້”

ແຕ່ທີ່ລາວເຫັນເປັນພາບລວງຕາ ແຕ່ລາວເຫັນຢູນິຄອນຕົວໜຶ່ງທີ່ມີປະກາຍຂາວງາມ

ເດັກຍິງຄົນນັ້ນບອກວ່າ “ເຈົ້າຕ້ອງແກ້ປິດສະໜາທັງ 12 ຢ່າງໃນດິນແດນແຫ່ງນີ້ໃຫ້ໄດ້”

ເອົາລະ ເຮົາມາຊອກຫາປິດສະໜາດັ່ງກ່າວກັນດີກວ່າ. ດ່ານທີ 1 ແມ່ນລາວກຳລັງເລາະ

ຫຼິ້ນກັບຢູນິຄອນ ມັນໄດ້ພາລາວໄປແມ່ນ້ຳແຫ່ງໜຶ່ງທີ່ເປັນສີຂຽວອ່ອນຄ້າຍຄືກັບມໍລະກົດ ແຕ່ລາວໄປແຕະນ້ຳກໍ່ໄດ້ຍິນສຽງທີ່ເປັນປິດ

ປິດ! ປິດ! ແຕ່ເມື່ອລາວແນມເບິ່ງ ລາວກໍ່ເຫັນຄາທາສີສົ້ມປະກາຍທີ່ກຳລັງສົ່ງສຽງເອີ້ນເອົາ

ຢູນິຄອນທີ່ພາມະລິມາ ຢູນິຄອນກັບກາຍເປັນຜະລຶກແກ້ວຮູບນົກສີຂາວ ມະລິຮູ້

ວິທີແກ້ບັນຫາສຳລັບຊ່ວຍຢູນິຄອນໂດຍການທີ່ລາວຕ້ອງລວບລວມຄວາມກ້າຫານທັງໝົດແລ້ວເວົ້າວ່າ “ອາລີບາບາ ອີຕາລານີ” (ມັນໝົດແຖວກ່ອນ ເລີຍຕ້ອງໄດ້ຂ້າອອກ ຕາມກົດ 1ແຖວ 55)

“ເຈົ້າເປັນຫຍັງໄປ” ມັນຕອບ “ບໍ່ເປັນຫຍັງ ຂ້ອຍເປັນສັດທີ່ກາຍລ້າງເປັນຜະລຶກແກ້ວໄດ້” ແລະຢູ່ຫຼັງຜະລຶກແກ້ວນັ້ນລາວແນມເຫັນອັກສອນທີ່ຂຽນປິດສະໜາ

ແຕ່ລາວອ່ານບໍ່ອອກ ເພາະມັນຂຽນເປັນພາສາໂລມັນ ລາວເລີຍຖາມວ່າ “ອ່ານແນວໃດ”

ຢູນິຄອນບອກວ່າ “ເຈົ້າຕ້ອງແກ້ປິດສະໜາດ້ວຍຕົນເອງ” ແລ້ວຄາທາສີສົ້ມນັ້ນກໍ່ເປັ່ງແສງສີ

ຟ້າສະຫວ່າງໃສ, ມະລິຈັບໄມ້ຄາທານັ້ນຂຶ້ນມາງ່ຽງໄປທາງຊ້າຍແລ້ວຈຶ່ງໄປທາງໜ້າພ້ອມທັງທ່ອງ (ຄາດວ່າລາວຢາກຂຽນວ່າທ່ອງຄາຖາ ຮາາ)

ທ່ຽວໄປໃນທົ່ງຫຍ້າ ລາວຄິດເຫັນອັກສອນທີ່ຂຽນໄວ້ ແລະກໍ່ໄດ້ຍິນສຽງວ່າ “ໃຈທີ່ບໍລິສຸດ ພົບເຫັນທຸກຢ່າງ ຫົນທາງທີ່ກ້າວໄປອາດສິ້ນຫວັງທໍ້ແທ້”

ແຕ່ລາວລະເມີດົນໄປແລ້ວ ລາວຄິດໃນໃຈ, ກັບມາອ່ານອັກສອນປິດສະໜາດີກວ່າ

ແລ້ວຢູ່ດີໆ ມະລິກໍ່ຄິດເຖິງແມ່ນ້ຳທີ່ເຫັນໃນຕອນນັ້ນ ລາວຍ່າງກັບໄປເບິ່ງແລ້ວກໍ່ປະກົດເປັນວ່າແມ່


ນ້ຳນັ້ນເປັນພຽງແມ່ນ້ຳຫວ່າງເປົ່າ ແຕ່ພໍໄປເບິ່ງໃກ້ໆກັບເຫັນບາງຢ່າງທີ່ຢູ່ທາງລຸ່ມອັນເລິກ

ລາວກໍ່ໄດ້ຍິນສຽງຕໍ່ຄຳກອນປິດສະໜາໃນຕອນນັ້ນວ່າ “ພູເຂົາແຫ່ງຄວາມເສົ້າ ແມ່ນນ້ຳທີ່ແສນຫວານ ວັນຄືນທີ່ເບີກບານຈະພົບທາງດ້ວຍໃຈ”


“ອ້ະ!” ມະລິສະດຸ້ງຂຶ້ນມາ ແລ້ວລາວກໍ່ແນມລົງໄປເບິ່ງໃນແມ່ນ້ຳ ກໍ່ເຫັນທາງລົງໄປ

ລາວບໍ່ຮູ້ວ່າລາວກ້າວລົງໄປຕອນໃດ ເມື່ອໄປເຖິງລຸ່ມສຸດ ລາວກໍ່ເຫັນເປັນຄືພະລາດຊະວັງສີຂຽວອ່ອນທີ່ເຫຼື້ອມຄືມໍລະກົດສີຂຽວ


ແຕ່ຄວາມຈິງແລ້ວເປັນພຽງເລື່ອງຫຼອກເດັກ ແຕ່ມັນເປັນພະລາດຊະວັງສີຟ້າຕ່າງຫາກ ເຊິ່ງຄື


ຈະເປັນແນວນັ້ນ ແຕ່ພໍເບິ່ງດີໆ ມະລິກໍ່ເຫັນວ່າ ສີຟ້າແລະສີຂຽວມັນສະຫຼັບກັນຢ່າງ

ສວຍງາມ ລາວເຫັນຍິງຄົນໜຶ່ງຍ່າງອອກມາ ລາວມີທ່າທາງຄືນາງພະຍານຸ່ງຊຸດສີຂຽວມົງກຸດສີຟ້າ ແລ້ວເວົ້າວ່າ “ນາມຂອງຂ້ອຍແມ່ນ ມິເຊວລິຟູເດຍ

“ເປັນສັບປະເລີ່ຢູ່ແຖວນີ້ມາໄດ້ປະມານ 15 ປິແລ້ວ” ເຊິ່ງຢູ່ທີ່ນີ້ມີໄມ້ຄາທາອັນໜຶ່ງທີ່ບໍ່ມີໃຜ

ຮູ້ເລີຍວ່າມັນຢູ່ໃສ (ສັບປະເລີ່ໃນທີ່ນີ້ ໝາຍເຖິງນາງຟ້າຜູ້ເຝົ້າ) ລາວວ່າ “ຂ້ອຍຕ້ອງການໃຫ້


ເຈົ້າເປັນຜູ້ຊອກຫາຄາທາສີສົ້ມ ທີ່ອາໃສຢູ່ແມ່ນ້ຳແຫ່ງນີ້ ແລະແຫວນມໍລະກົດສີຂຽວ ແລະກຳໄລສີຟ້າ ເພາະມັນ...” ນາງຟ້າເວົ້າຮອດນີ້ກໍ່ຢຸດ


...ແລ້ວນາງກໍ່ໜ້າຂຽວຂຶ້ນ ແລ້ວລວບລວມກຳລັງສຸດທ້າຍແລ້ວເວົ້າວ່າ “ຂ້ອຍປວດຂີ້


ຂິ ໆ ໆ~ ຂາ!  ຊ່ວຍຂ້ອຍແດ່! ໂອຍ? ເປັນນຳຂ້ອຍເປີດຊ່ອງນ້ຳໃຫ້ເຈົ້າ

ເຂົ້າມາ ຂ້ອຍຕ້ອງໄປແລ້ວ ໂອຍ!” ແລ້ວນາງຟ້າສັບປະເລີ່ກໍ່ຫາຍຕົວໄປ


(ມະລິເອງຍັງບໍ່ທັນຫາຍຈາກຄວາມຕະລຶງເທື່ອ) “ຮື່? ແລ້ວຂ້ອຍຈະອອກໄປແນວໃດ

ສຸດທ້າຍແລ້ວ ມະລິເລີຍຕັດສິນໃຈທີ່ຈະເດີນທາງໄປຕໍ່ ເບື້ອງໜ້າຂອງລາວນັ້ນ


ເປັນອຸໂມງນ້ອຍໆພໍແຕ່ສອງຄົນຍ່າງ ເປັນອຸໂມງທີ່ຍາວສຸດສາຍຕາ


ລາວຕັດສິນໃຈຍ່າງເຂົ້າໄປ ຍ່າງໄປເລື້ອຍໆ ແລະເລື້ອຍໆ ແຕ່ກໍ່ບໍ່ມີຫຍັງ

ລາວຢຸດແລະນັ່ງລົງເຊົາເໝື່ອຍ ເຂ່ຍຂີ້ດິນຫຼິ້ນ ເລີຍເຫັນວ່າພື້ນຂອງ


ຖ້ຳນັ້ນ ປະກົດມີຫຍັງບາງຢ່າງ...



ຈົບຕອນພຽງເທົ່ານີ້

ປະມານວ່າ ຄົນໜຶ່ງຢາກໃຫ້ມັນເປັນແມ່ມົດໃຫ້ໄດ້ ອີກຄົນບໍ່ຢາກໃຫ້ເປັນ ອີກຄົນກະຂຽນນອກເລື້ອງອອກທະເລ ສ່ວນມີ່ ຢາກໃຫ້ມັນເບິ່ງເປັນນິທານທີ່ມັນອ່ານເຂົ້າໃຈແນ່ ມັນເລີຍອອກມາໂຄດມົ້ວ 555+

ໃຜຢາກອ່ານຕໍ່ ຕິດຕາມອ່ານໄດ້ໃນຊາດໜ້າ (ຫ໊ະ?!?) ເນື່ອງຈາກວ່າຄົນແຕ່ງ(ທັງ 4) ປັດຈຸບັນກະຈັກກະຈາຍໄປຄົນລະທິດ ບາງຄົນກະຫາຍສາບສູນ ຫາໂຕບໍ່ເຈິ ເລື່ອງຂອງມະລິເລີຍຈົບລົງແຕ່ພຽງເທົ່ານີ້ ຮາາ

ຢາກໃຫ້ເຂົາເຈົ້າມາອ່ານຢູ່ ແຕ່ໃນນັ້ນຫາເຈິແຕ່ 2 ຄົນ, 1 ໃນນັ້ນກະບໍ່ຄ່ອຍປະກົດຕົວ ສົງໃສຮຽນໜັກ

ໃຜອ່ານແລ້ວບໍ່ເຂົ້າໃຈ ບໍ່ຕ້ອງຫ່ວງ ເພາະມີ່ເອງກະຍັງບໍ່ເຂົ້າໃຈຄືກັນ ຮາາ

ດ໋ຽວເອົາໄວ້ມື້ໜ້າຈະຂຽນນິຍາຍປົກກະຕິມາລົງ


ສຸດທ້າຍນິ... ຂໍຂອບໃຈທຸກໆທ່ານທີ່ອ່ານມາຈົນຈົບ ມີ່ຮູ້ວ່າບາງຄົນອ່ານບໍ່ໝົດ ຢ່າມາຊຶນເດເຣະ! ຮຸຮຸ ' w '