ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 53 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີທຸກໆທ່ານທີ່ຫລົງເຂົ້າມາ

 

ກ່ອນອື່ນຕ້ອງຂໍບອກກ່ອນວ່າ ໄດຯນີ້ຂຽນຂຶ້ນມາເພື່ອຄວາມບັນເທີງເທົ່ານັ້ນ ແລະອອກຈະໄຮ້ສາລະຫນ້ອຍຫນຶ່ງຫາຫລາຍເຕີບ ກະລຸນາໃຊ້ວິຈາລະນະຍານໃນການອ່ານ ^_^

 

ສຳລັບນັກຮຽນນັກສຶກສາ ໃນຊ່ວງນີ້ກະຄົງຈະກຳລັງກຽມຈະສອບເສັງກັນຢູ່ (ຫລືບາງຄົນອາດຈະເສັງໄປແລ້ວ?)

ເມື່ອເວົ້າເຖິງການເສັງ ກະຫລີກລ້ຽງບໍ່ໄດ້ທີ່ຈະມີການ "ກ່າຍ"

ຈາກການທີ່ໄດ້ຍ່າງເຂົ້າຫ້ອງເສັງມາຫລາຍຮອບແລ້ວ ຈຶ່ງເຄີຍໄດ້ເຫັນຍຸດທະວິທີການກ່າຍຫລາກຫລາຍຮູບແບບ ເຫິໆ

ຕ້ອງຂໍບອກໄວ້ວ່າ ເມື່ອທ່ານກ້າວເຂົ້າສູ່ຫ້ອງສອບເສັງ ທ່ານຈະໄດ້ພົບກັບແດນສົນທະຍາ(?) ເຊິ່ງຜູ້ທີ່ສຶກສາວິຊາທັງຫລາຍມາຈະໃຊ້ຄວາມຮູ້ທັງຫມົດທີ່ໄດ້ຮຽນມາໃຫ້ເປັນປະໂຫຍດ ເປັນຕົ້ນແມ່ນ ສຳຜັດທັງ5 ຫລືແມ້ແຕ່ພະລັງຈິດ ຊິກເຊັ້ນ ແລະອື່ນໆ

ປະສາດສຳຜັດທຸກສ່ວນຈະຖືກເຫລົາໃຫ້ແຫລມຄົມ ຈົນຮັບຮູ້ເຖິງທຸກສັບພະສິ່ງ ແມ້ແຕ່ຕົວຫນັງສືໃນເຈ້ຍຂອງຄົນທີ່ຢູ່ໄກອອກໄປ ເຫມືອນເປັນພະລັງຈິດຢ່າງຫນຶ່ງ ຮຶໆ

ຕໍ່ໄປນີ້ຈະຂໍສະເຫນີວິຊາພະລັງຈິດທີ່ຈະເຫັນໄດ້ແຕ່ສະເພາະໃນຫ້ອງເສັງ ເຊິ່ງທ່ານໆຫລາຍໆຄົນອາດຈະເຄີຍເຫັນ ຫລືຍັງບໍ່ເຄີຍເຫັນ ນັ້ນກໍ່ຄື.......

 

 

1. ວິຊາຫູທິບ

 

ພົບເຫັນໄດ້ທົ່ວໄປໃນຫລາຍໆຫ້ອງເສັງ ຜູ້ທີ່ໃຊ້ວິຊານີ້ ມັກຈະມີຄວາມສາມາດໃນການຟັງເປັນເລີດ ໂດຍສະເພາະສຽງຂອງຄົນທີ່ນັ່ງຢູ່ບໍລິເວນອ້ອມຂ້າງ ພວກເຂົາຈະມີຄວາມສາມາດໃນການແຍກສຽງ ລະຫວ່າງຄຳຕອບທີ່ຖືກຕ້ອງ ແລະບົດສົນທະນາທົ່ວໄປ ເຊິ່ງຕ້ອງອາໃສຄວາມຊຳນິຊຳນານ ແລະຈິນຕະນາການສູງ

alt

 

ຜູ້ທີ່ບັນລຸວິຊາຫູທິບ ຈະສາມາດໄດ້ຍິນສຽງ "ຄຳຕອບ" ທີ່ຢູ່ໄກອອກໄປໄດ້ຫລາຍແມັດໄດ້ ເຖິງວ່າສຽງນັ້ນຈະເບົາປານໃດກໍ່ຕາມ

ຂໍ້ດີຂອງວິຊານີ້ ແນບນຽນ ໄຮ້ຫລັກຖານ ແລະບໍ່ມີທາງຈັບໄດ້

ຂໍ້ເສຍ ວິຊາຫຼູທິບຈະໄຮ້ປະໂຫຍດໃນທັນທີ ຖ້າຫາກໃນຫ້ອງເສັງນັ້ນ ບໍ່ມີຄົນລົມກັນ ເພາະສະນັ້ນຜູ້ທີ່ຕ້ອງການຝຶກວິຊານີ້ ຕ້ອງພິຈາລະນາໃຫ້ດີກ່ອນ

 

2. ວິຊາຕາທິບ

 

ຜູ້ທີ່ມີວິຊານີ້ ມັກຈະໄດ້ມາພ້ອມວິຊາຕາເຫລ່ ແລະວິຊາຄໍຍາວ (ອາດຈະມີວິຊາມືຍາວແຖມມານຳ) ສາມາດພົບເຫັນຜູ້ມີວິຊານີ້ໄດ້ຕາມຫ້ອງເສັງທົ່ວໄປ

ເຊັ່ນດຽວກັນກັບວິຊາຫູທິບ ເຊິ່ງຕາຂອງຜູ້ມີວິຊາຕາທິບ ຈະດີກວ່າຄົນອື່ນ ນັ້ນຄື ພວກເຂົ້າສາມາດສະແກນຫາຄຳຕອບທີ່ຖືກຕ້ອງໄດ້ໃນເວລາອັນສັ້ນ ສາມາຮຽບຮຽນປະໂຫຍກໃນສະຫມອງໄດ້ຢ່າງໄວວາ

ຖ້າເປົ້າຫມາຍຂອງພວກທີ່ໃຊ້ວິຊາຕາທິບນັ່ງຢູ່ຂ້າງໆ ຕາຂອງພວກເຂົາຈະຄ່ອຍໆເຫລ່~ໄປ ພ້ອມກັບຄໍທີ່ຄ່ອຍໆຍາວອອກ ຍາວອອກ~

alt

ຜູ້ທີ່ບັນລຸວິຊາຕາທິບ ຈະສາມາດແນມເຫັນຄຳຕອບໃນເຈ້ຍຂອງຄົນທີ່ນັ່ງຢູ່ໄກອອກໄປໄດ້ ດ້ວຍສາຍຕາທີ່ດີເປັນເລີດ ແລະແນບນຽນຈົນບໍ່ອາດຈັບໄດ້

ຂໍ້ດີ ສາມາດເບິ່ງຄຳຕອບໄດ້ໄວ ແລະງ່າຍ

ຂໍ້ເສຍ ຖ້າທ່ານຍັງຝຶກວິຊານີ້ບໍ່ສຳເລັດ ອາດມີຄວາມສຽງຕໍ່ການຖືກຈັບໄດ້ສູງ

 

3. ວິຊາສະກົດຈິດ

 

ຫລືເອີ້ນອີກແບບຫນຶ່ງຄື ວິຊາຂົ່ມຂູ່ ວິຊານີ້ ອາດຈະພົບເຫັນໄດ້ຫນ້ອຍກວ່າສອງວິຊາຂ້າງເທິງ

ຕາມເອກກະສານ(?) ອ້າງອີງວ່າ ວິຊາສະກົດຈິດ ເປັນວິຊາທີ່ແຕກຂະແຫນງມາຈາກ ວິຊາຕາທິບ

ຜູ້ທີ່ໃຊ້ວິຊາສະກົດຈິດ ຈະສາມາດໃຊ້ສາຍຕາເປັນອາວຸດ ສາມາດເຮັດໃຫ້ເປົ້າຫມາຍເຮັດຕາມທີ່ເຮົາຕ້ອງການໄດ້

alt

ສາຍຕາຂອງຜູ້ໃຊ້ວິຊາສະກົດຈິດ ອາດສາມາດຕີຄວາມຫມາຍໄດ້ຫລາຍຄວາມ ເຊັ່ນວ່າ:

"ເອົາເຈ້ຍມາໃຫ້ຂ້ອຍກ່າຍດ໋ຽວນີ້"

"ຂຽນຊື່ຂ້ອຍແທນຊື່ເຈັ້າໃນເຈ້ຍນັ້ນດ໋ຽວນີ້"

"ບອກມາຄຳຕອບແມ່ນຫຍັງ"

"ຊິໃຫ້ກ່າຍຫລືບໍ່!?"

ແລະອື່ນໆອີກສາລະພັດ ຂຶ້ນກັບຄວາມສາມາດຂອງຜູ້ໃຊ້ວິຊາ

ຜູ້ທີ່ບັນລຸວິຊາສະກົດຈິດ ຈະສາມາດສັ່ງການຜູ້ຄົນອ້ອມຂ້າງໄດ້ຕາມໃຈມັກ

ຂໍ້ດີ ເຮັດໃຫ້ສາມາດເອົາຄຳຕອບທີ່ຖືກຕ້ອງມາໄດ້ໂດຍບໍ່ເປືອງແຮງຫລາຍ

ຂໍ້ເສຍ ສ່ຽງຕໍ່ການຖືກຄົນອື່ນຊັງສູງ

 

4. ວິຊາເຊື່ອງຊ້ອນ

 

ວິຊານີ້ເປັນອີກວິຊາຫນຶ່ງທີ່ນິຍົມໃຊ້ກັນແຜ່ຫລາຍມາຕັ້ງແຕ່ອະດີດເຖິງປັດຈຸບັນ

ຜູ້ທີ່ຮຽນວິຊານີ້ ຈຳເປັນຕ້ອງມີການກຽມການລ່ວງຫນ້າ ເຊິ່ງຕ້ອງມີອຸປະກອນເລັກໆນ້ອຍໆ ພ້ອມກັບເທັກນິກ ຄວາມຊຳນານ ຂ້ອນຂ້າງສູງ ຂຶ້ນກັບຄວາມສາມາດຂອງແຕ່ລະຄົນ

ວິຊານີ້ເປັນວິຊາທີ່ຕ້ອງມີການລົງທຶນລົງແຮງ ປັບແປງປັບປຸງ ແກ້ໄຂ ເລັກໆນ້ອຍໆ ເປັນຕົ້ນແມ່ນ ການປັບປຸ່ງໃຫ້ມີ "ຖົງລັບ" ໃນເສື້ອຜ້າຂອງຜູ້ກ່ຽວ

ຫລືເທັກນິກ ວິຊາການເຊື່ອງຊ້ອນທຸກຊະນິດ ທີ່ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງໄດ້

ເຊັ່ນ ຍັດໃສ່ໃນຢາງລຶບ (ເປັນຕົ້ນແມ່ນຢ່າງລຶບທີ່ມີຊົບ)

alt

ບາງຄົນອາດລົງມືກະທຳການແບບຊຶ່ງໆຫນ້າ ຫລືບາງຄົນອາດຈະໃຊ້ວິທີອັນແນບນຽນແລະບໍ່ມີທາງຈັບໄດ້

ຜູ້ທີ່ບັນລຸວິຊານີ້ ຈະສາມາດນຳ "ເຈ້ຍນ້ອຍ" ເຂົ້າໄປໃນຫ້ອງເສັງເທື່ອລະຫລາຍໆໄດ້ ພ້ອມທັງສາມາດໃນການເບິ່ງ "ເຈ້ຍນ້ອຍ" ໃນຫ້ອງເສັງໄດ້ຢ່າງແນບນຽນ

ຂໍ້ດີ ສາມາດຫາຄຳຕອບທີ່ຖືກຕ້ອງ 100% ໄດ້ດ້ວຍຕົນເອງ (ຖ້າກ່າຍຖືກຂໍ້)

ຂໍ້ເສຍ ສ່ຽງຕໍ່ການຈັບໄດ້ສູງ ແລະຖ້າຖືກຈັບໄດ້ ຈະດິ້ນບໍ່ຫລຸດ ເນື່ອງຈາກມີຫລັກຖານໄວ້ໃນຄອບຄອງ ດັງນັ້ນຜູ້ທີ່ຄິດຈະຮຽນວິຊານີ້ ຄວນຈະພິຈາລະນາໃຫ້ຖີ່ຖ້ວນ

 

5. ວິຊາລະຫັດລັບ

 

ວິຊານີ້ ແຕກຂະແຫນງໄປຫລາຍສາຂາ ແລະພົບເຫັນໄດ້ຫນ້ອຍ ຈົນເກືອບຈະສາບສູນໄປຈາກຫ້ອງເສັງແລ້ວ(ຫລືບໍ່?)

ລະຫັດຂອງວິຊາລະຫັດລັບ ອາດເປັນໄປໄດ້ໃນຫລາຍຮູບແບບ ເຊັ່ນ ການສົ່ງສັນຍານ, ການຍິກຄິ້ວ, ການກະພິບຕາ, ການເຮັດບິກ ສໍ ຫລືບັນທັດຕົກ ແລະອື່ນໆ

ເຄີຍມີແບບຢ່າງຂອງວິຊາລະຫັດລັບທີ່ກາຍເປັນ "ຕຳນານ" ມາກ່ອນ ນັ້ນຄືວິຊາລະຫັດມອສ ຫລືກໍ່ຄື "ການເຄາະ"

alt

ແຕ່ເນື່ອງຈາກລະຫັດມອສເປັນລະຫັດທີ່ອ່ານໄດ້ຍາກ ມັນຈຶ່ງກາຍເປັນລະຫັສທີ່ຫາຍສາບສູນໄປຈາກຫ້ອງເສັງເປັນເວລາດົນນານແລ້ວ

alt



ຍັງມີວິຊາອີກຫລາກຫລາຍວິຊາ ທີ່ຈອມຍຸດທັງຫລາຍໃຝ່ສຶກສາ ເພື່ອໃຫ້ໄດ້ມາຊຶ່ງ "ຄຳຕອບທີ່ຖືກຕ້ອງ" ບາງຄົນສາມາດສຳເລັດວິຊາໄດ້ເຖິງຂັ້ນ "ເທບ" ເຊິ່ງອາດຕ້ອງໃຊ້ເວລາຫລາຍປີ ກວ່າຈະບັນລຸເຖິງຂັ້ນປະລຳມາຈານໄດ້

ແຕ່ ບໍ່ວ່າຈະເປັນວິຊາໃດກໍ່ຕາມ ຄວນຈະພິຈາລະນາໃຫ້ດີກ່ອນໃຊ້ ເພາະທ່ານອາດສ່ຽງຕໍ່ການຕ້ອງອອກໄປຈາກຫ້ອງເສັງໄວກ່ອນກຳນົດກໍ່ເປັນໄດ້ ແລະເມື່ອເຖິງເວລານັ້ນ ວິຊາໃດໆກໍ່ຄົງບໍ່ອາດຊ່ວຍທ່ານໃດ້ ^w^

alt

 

 

ສຳລັບມີ່ ຕອນເຂົ້າຫ້ອງເສັງສ່ວນໃຫຍ່ມັກຈະ....

 

ແຕ້ມຮູບ!

alt

ແບບວ່າມັກ ຮາໆ

 

 

 

ຫມົດມຸກແລ້ວ ຂໍປິດທ້າຍດ້ວຍການອວຍພອນ

Merry Christmas & Happy New Year ເນີ້

ຂໍໃຫ້ທຸກຄົນມີຄວາມສຸກ ສຸຂະພາບດີ ແຂງແຮງຕະຫລອດປີ ^^

alt

ຮູບວັນຄຣິສມາສ (ຄລິກທີ່ຮູບເພື່ອເບິ່ງຂະຫນາດເຕັມ)

 

 


ໄດຯນີ້ ບໍ່ໄດ້ຂຽນຂຶ້ນມາເພື່ອສະຫນັບສະຫນຸນການກ່າຍແຕ່ຢ່າງໃດ

ສຸດທ້າຍນີ້ຂໍຝາກໄວ້ວ່າ ເຮັດດ້ວຍຕົນເອງ ຄວາມສາມາດຂອງຕົນເອງດີທີ່ສຸດເນີ້ທຸກທ່ານ ຮຸຮຸ

ຂໍໃຫ້ທຸກທ່ານໂຊກດີໃນການເສັງເນີ້ ^^

ຂໍອະໄພຖ້າຮູບແຕ້ມມັນອອກຈະມົ້ວໆຫນ້ອຍຫນຶ່ງ =w=

 

ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ

Delicious Digg Fark Twitter