ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ເອົາມາລົງຈົນຈົບ ຢ້ານລືມອີກ =w=  ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)

 

ມື້ທີ 1 ວັນຈັນ

ມື້ທີ 2 ວັນອັງຄານ

ມື້ທີ 3 ວັນພຸດ

ມື້ທີ 4 ວັນພະຫັດ

ມື້ທີ 5 ວັນສຸກ

ມື້ທີ 6 ວັນເສົາ

 

 

"7 ວັນຜັນຊະຕາ"

"ມື້ສຸດທ້າຍ... ວັນອາທິດ"

 

ບ້ານນ້ຳເປັນເຮືອນຫ້ອງແຖວສອງຫ້ອງຕິດກັບແຄມທາງ ສ່ວນໃຫຍ່ລາວຊວນແຕ່ໝູ່ໃນຫ້ອງ ຈຶ່ງເປັນງານວັນເກີດທີ່ບໍ່ໃຫຍ່ປານໃດ

ເມື່ອພວກຂ້ອຍໄປຮອດກໍ່ຖືກເຊີນເຂົ້າໄປດ້ານໃນ ເຊິ່ງຖືກຕົບແຕ່ງປະດັບປະດາດ້ວຍປູມເປົ້າຫຼາກສີ ໝູ່ຫຼາຍຄົນມາຮອດແລ້ວ ແລະເລີ່ມກິນອາຫານທີ່ຖືກຈັດໄວ້

ມື້ນີ້ນ້ຳແຕ່ງຕົວໜ້າຮັກກວ່າທຸກມື້ ລາວຍິ້ມແຍ້ມຮັບເອົາຂອງຂວັນຈາກທຸກໆຄົນທີ່ມາຮອດ

ທຸກຢ່າງຍັງຄົງດຳເນີນໄປຕາມປົກກະຕິ

ຫຼັງຈາກເປົ່າເຄັກແລະແຈກໃຫ້ທຸກໆຄົນ ບັນຍາກາດຍັງຄົງເບິ່ງຟົດຟື້ນມ່ວນຊື່ນ ແນມເຫັນບາງຄົນເລີ່ມຊວນໝູ່ມາຫຼິ້ນເກມບາງຢ່າງ ທີ່ໃຜແພ້ລະຕ້ອງກິນເບຍ ຂ້ອຍເລີຍພາຍາຍາມຫຼົບໄປນັ່ງກິນເຄັກງຽບໆຢູ່ມຸມໜຶ່ງຂອງຫ້ອງ

ນັ່ງກົ້ມໜ້າກົ້ມຕາກິນເຄັກ ພາງຄິດວ່າຊິກັບຈັກໂມງດີ... ສຽງແລ່ນຢ່າງຟ້າວຝັ່ງທີ່ຂ້ອຍຮູ້ສຶກວ່າມັນດັງໃກ້ເຂົ້າມາເລື້ອຍໆກໍ່ເຮັດໃຫ້ຂ້ອຍເງີຍໜ້າຂຶ້ນ ແຕ່ ກ່ອນຈະທັນໄດ້ແນມເບິ່ງ ໃຜຄົນນັ້ນກໍ່ຍູ້ຕັ່ງທີ່ຂ້ອຍນັ່ງ ຈົນເຊລົ້ມລົງໄປເກືອບຫົວຟາດພື້ນ

ປ້ຽງ!!!!!!!

ຍັງບໍ່ທັນທີ່ຂ້ອຍຈະຫັນໄປຕໍ່ວ່າຄົນທີ່ເຮັດໃຫ້ຂ້ອຍລົ້ມ ສຽງດັງສະໜັ່ນປານໂລກຊິແຕກກໍ່ດັງຂຶ້ນໃກ້ໆ ຂ້ອຍຕື່ນຕົກໃຈຈົນໃຈຫາຍວູບ ແລະຄິດວ່າທຸກໆຄົນໃນທີ່ນັ້ນກໍ່ຄົງຈະຕົກໃຈບໍ່ຕ່າງກັນ

ຕໍ່ຈາກສຽງທີ່ດັງແສບແກ້ວຫູ ກໍ່ຕາມດ້ວຍສຽງກ້ອນຫິນກິ້ງກະທົບກັນເປັນແຖວຍາວ

ຂ້ອຍແນມເບິ່ງພາບເບື້ອງໜ້າຢ່າງບໍ່ຢາກເຊື່ອສາຍຕາຕົວເອງ ວັດຖຸບາງຢ່າງທີ່ເບິ່ງຄົງຈະເປັນລົດ ຕຳພັງປະຕູເຫຼັກເຂົ້າມາໃນບ້ານໃນຕຳແໜ່ງທີ່ຂ້ອຍເຄີຍນັ່ງ!

ກ້ອນຫິນດິນຈີ່ຫຼາຍກ້ອນກະຈາຍພັງລົງມາ ປະຕູເຫຼັກບຸບຸ້ມຈົນເບິ່ງຊົງຊິໃຊ້ການບໍ່ໄດ້ແລ້ວ ເສດເຫຼັກຊີ້ໂດເດ່ ກະແຈກກະຈາຍເບິ່ງເລະເທະ

ຈາກທີ່ເຄີຍຄຶກຄື້ນ ຕອນນີ້ພັດເບິ່ງງຽບມິດຈົນເປັນຕາຢ້ານ ...ຂ້ອຍຫັນໄປດ້ານຂ້າງອີກເລັກນ້ອຍ ທ່າມກາງກອງເສດຫິນດິນຊາຍ ມີຮ່າງຂອງໃຜບາງຄົນນອນຢູ່ກັບທີ່...

ໃຜບາງຄົນທີ່ຊຸກຕັ່ງຂ້ອຍຈົນລົ້ມ...

ໃຜບາງຄົນທີ່ຖືກກະແທກຈົນກະເດັນ...

ຊ່ວງເວລານັ້ນ ເໝືອນກັບເວລາທຸກວິນາທີຖືກຢຸດໄວ້ກັບທີ່ ພາບທີ່ເຫັນເບື້ອງໜ້າເຮັດໃຫ້ຂ້ອຍເກືອບສິ້ນສະຕິ ຂ້ອຍແນມເບິ່ງນ້ຳສີແດງທີ່ຄ່ອຍໆໄຫຼນອງເປື້ອນພື້ນພົມດ້ວຍດວງຕາອັນສັ່ນເທົາ ກິ່ນຄາວໆລອຍຟຸ້ງໄປທົ່ວ

ມັນບໍ່ແມ່ນເລື່ອງຈິງແມ່ນບໍ່... ຂ້ອຍກຳລັງຝັນໄປແມ່ນບໍ່... ທຸກຢ່າງມັນບໍ່ໄດ້ເກີດຂຶ້ນຈິງ ທຸກຢ່າງເປັນພຽງພາບລວງຕາທີ່ຂ້ອຍສ້າງຂື້ນເທົ່ານັ້ນ ຂ້ອຍໄດ້ແຕ່ເວົ້າກັບຕົວເອງ...

ແຕ່ພາບທີ່ເຫັນຍັງຄົງສາຍຊັດ ເໝືອນກັບກຳລັງຕອກຢ້ຳຄວາມເປັນຈິງໃຫ້ຝັງເລິກໄປໃນຈິດສຳນຶກ ...ໃບໜ້າຂອງຄົນທີ່ນອນນິ້ງຢູ່ເບິ້ງໜ້າ ຂ້ອຍຈື່ໄດ້ດີ... ໃບໜ້າທີ່ເບິ່ງຄຸ້ນຕາ ເຊິ່ງຂ້ອຍເຄີຍໄລ່ໃຫ້ໄປໄກໆ

ດວງໜ້າທີ່ເຮັດໃຫ້ຫົວໃຈຂ້ອຍສັ່ນໄຫວກະຕຸກຢ່າງຮຸນແຮງ...

“ເມກ...” ຂ້ອຍພຶມພໍາຊື່ນັ້ນອອກມາເບົາໆ

ໃນຂະນະທີ່ຫຼາຍໆຄົນຍັງບໍ່ຮູ້ຈະເຮັດແນວໃດ ໃຜບາງຄົນທີ່ໄດ້ສະຕິກ່ອນໝູ່ຈຶ່ງໂທເອີ້ນລົດໂຮງໝໍ ແລະຕຳຫຼວດ

ຂ້ອຍຍ່າງໄປເບື້ອງໜ້າ ຄູ່ເຂົ່າລົງຕໍ່ໜ້າຮ່າງກາຍທີ່ເຕັມໄປດ້ວຍຂອງເຫລວສີແດງ ບໍ່ຮູ້ເຫື່ອແຮງຂອງຂ້ອຍຫາຍໄປຕອນໃດ ຮູ້ສຶກສັ່ນເທົາໄປທັງຕົວ ແມ້ແຕ່ຈະຍົກແຂນຂຶ້ນຍັງຍາກລຳບາກເໝືອນມີໂສ້ໜາໜັກມາລ່າມໄວ້

ພາບເບື້ອງໜ້າຍັງເບິ່ງຄືໄກຕົວ ເບິ່ງລ່ອງລອຍເຄວ້ງຄວ້າງກາງອາກາດ ແຕ່ມັນຂັບໃຫ້ນ້ຳຕາເຈິ່ງນອງໄຫຼລິນເໝືອນກຳແພງເຂື່ອນທີ່ມີຮອຍລ້າວ ຄວາມເສົ້າຄ່ອຍໆໄຫຼເລິກ ຊຶມຜ່ານຫົວໃຈຂ້ອຍເທື່ອລະໜ້ອຍ... ທຸກວິນາທີຜ່ານໄປຢ່າງເຊື່ອງຊ້າຈົນໜ້າອຶດອັດ

ຄົນເບື້ອງໜ້າຍັງຄົງມີລົມຫາຍໃຈອ່ອນບາງເໝືອນເປັນສັນຍານເຕືອນເຖິງວິນາທີສຸດທ້າຍຂອງຊີວິດ ລາວມືນຕາຂຶ້ນຊ້າໆ ແລະແນມມາທາງຂ້ອຍ... ອຸ້ງມືທີ່ເຕັມໄປດ້ວຍເລືອດຄ່ອຍໆຍື່ນມາຫາຂ້ອຍ

ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ ຄວາມຮູ້ສຶກຫຼາກຫຼາຍຜະສົມປົນເປກັນຈົນຂ້ອຍສັບສົນ ແຕ່ບາງຢ່າງຂັບໃຫ້ຂ້ອຍຍື່ນມືອອກໄປປະຄອງໄວ້

ວິນາທີນັ້ນເອງທີ່ພາບຕ່າງໆຫຼັ່ງໄຫຼເຂົ້າມາໃນມະໂນຈິດດັ່ງສາຍນ້ຳໄຫຼຫຼາກຈົນຂ້ອຍເອງກໍ່ຕັ້ງຕົວບໍ່ຕິດ ພາບຕ່າງໆໄຫຼຜ່ານໄປໄວເໝືອນພາບເທິງແຜ່ນຟີມ ເບິ່ງພ່າເລືອນບໍ່ສະຖຽນຈົນຂ້ອຍເອງກໍ່ແຍກບໍ່ອອກວ່າມັນແມ່ນພາບຫຍັງແນ່

ຂ້ອຍເຫັນພາບຂອງຄົນທີ່ຮູ້ຈັກ ແລະບໍ່ຮູ້ຈັກ ທັງພາບເຄື່ອນໄຫວ ແລະຢຸດນິ້ງ ລວມເຖິງພາບສີ ແລະຂາວດຳ ບາງພາບເບິ່ງສັ່ນໄຫວຂຸ້ນມົວຈົນຂ້ອຍບໍ່ອາດຈັບໃຈຄວາມໄດ້ ໜ້າແປກທີ່ຢູ່ດີໆ ພາບຕ່າງໆກໍ່ເລີ່ມໄຫຼເລື່ອນຊ້າລົງ ແລະປະກົດຊັດຈົນຂ້ອຍສາມາດແນມເຫັນໄດ້່... ສິ່ງທີ່ສາຍຊັດປະຈັກ ເຮັດໃຫ້ຫົວໃຈຂ້ອຍເຕັ້ນແຮງຢ່າງ ປະຫຼາດໃຈ...

ຂ້ອຍແນມເຫັນພາບຂອງເດັກສາວຄົນໜຶ່ງກຳລັງຍ່າງເໝີ່ລອຍຢູ່ຕາມທາງຍ່າງ ແຕ່ຊົ່ວວິນາທີຕໍ່ມາ ລາວກໍ່ທີ່ຖືກໝາກບານຕີໃສ່ຈົນບາດເຈັບ... ອີກພາບໜຶ່ງເດັກສາວຄົນເກົ່າຖືກລົດຕູ້ປາດໜ້າຕອນຂີ່ລົດຈັກເທິງທ້ອງຖະໜົມຈົນລົ້ມລົງໄປ ຕໍ່ໄປເປັນພາບຂອງເດັກສາວທີ່ເບິ່ງເປັນຜູ້ໃຫຍ່ຂຶ້ນກວ່າເກົ່າຫຼາຍປີ ກຳລັງຍິ້ມຫົວມ່ວນ ຍ່າງໄປພ້ອມກັບຊາຍໜຸ່ມອີກຄົນທີ່ເບິ່ງຄຸ້ນໜ້າຄຸ້ນຕາ ເບິ່ງເໝືອນວ່າທັງສອງຄົນມີໃຈໃຫ້ຕໍ່ກັນ ເປັນຄວາມຮັກທີ່ເບິ່ງພິສຸດດັ່ງເຮັດໃຫ້ຫົວໃຈພອງຟູ

ຂ້ອຍເຫັນແມ່ນກະທັ້ງຮູບພິທີບາສີ ແລະງານແຕ່ງດອງຂອງທັງສອງຄົນ ທຸກໆຄົນເບິ່ງຍິ້ມແຍ້ມຢ່າງມີຄວາມສຸກເຫຼືອລົ້ນຈົນໜ້າອິດສາ ພາບທຸກຢ່າງເໝືອນເປັນພາບຝັນຊວນແນມ ຊວນຫຼົງໄຫຼ ຈົນບໍ່ອາດຖອນສາຍຕາ

ນ້ຳຕາຂ້ອຍໄຫຼອອກມາຢ່າງບໍ່ອາດຢຸດຢັ້ງ ເມື່ອຮັບຮູ້ໄດ້ວ່າ ພາບຂອງເດັກສາວນັ້ນ ຊ່າງລະມ້າຍຄ້າຍຄືຂ້ອຍເຫຼືອເກີນ...

ຂ້ອຍເລີ່ມຮັບຮູ້ເຖິງຄວາມເຈັບປວດຊຶມຜ່ານຫົວໃຈ ຄວາມເສົ້າໜາໜັກເໝືອນເປັນແສ້ຟາດລົງກາງແສກໜ້າ ເຮັດໃຫ້ຂ້ອຍຮູ້ສຶກຊາດ້ານໄປທັງຕົວ

ຫາກໍ່ເຂົ້າໃຈໃນຕອນນັ້ນເອງ ວ່າທຸກໆສິ່ງມັນບໍ່ໄດ້ເປັນໄປດັ່ງທີ່ຄິດ... ແຕ່ເມື່ອໄດ້ຮັບຮູ້ຄວາມຈິງ ທຸກໆຢ່າງມັນກໍ່ສາຍເກີນໄປແລ້ວ

ຂ້ອຍຫັນແນມຄົນເບື້ອງໜ້າຢ່າງບໍ່ຢາກເຊື່ອສາຍຕາ... ລາວຍັງຄົງມີສະຕິເລືອນລາງແນມບາງທາງຂ້ອຍດ້ວຍດວງຕາອັນອ່ອນໂຍນ

“ເມກ! ຢ່າຟ້າວເປັນຫຍັງໄປ! ອົດທົນໄວ້ກ່ອນ” ຂ້ອຍເວົ້າດ້ວຍສຽງອັນສັ່ນເຄືອຢ່າງບໍ່ອາດຄວບຄຸມໄວ້ໄດ້ອີກ

...ເມກ ຂ້ອຍບໍ່ເຂົ້າໃຈ ...ເພິ່ນເຮັດທຸກຢ່າງລົງໄປເພື່ອຫຍັງ!? ເປັນຫຍັງຕ້ອງເສຍສະຫຼະຕົວເອງຂະໜາດນີ້ນຳ ເປັນຫຍັງ...

ເປັນຫຍັງ!?!

ເມກແນມເບິ່ງຂ້ອຍ ປາກຂອງລາວເໜັງເໝືອນຈະຢາກເວົ້າຫຍັງບາງຢ່າງ ເຮັດໃຫ້ຂ້ອຍຊະງັກນິ້ງຕັ້ງໃຈຟັງ... ແຕ່ລາວຄົງຈະບໍ່ມີເຫື່ອແຮງພໍທີ່ຈະເອີ່ຍອອກມາໄດ້ ປາກຂອງລາວເໜັງເອີ່ຍເຖິງຄຳສາມຄຳອັນໄຮ້ສຽງ ແຕ່ຂ້ອຍກໍ່ຮັບຮູ້ໄດ້ເຖິງຄຳນັ້ນໄດ້ເໝືອນສຽງສາຍລົມແຜ່ວເບົາທີ່ຊື່ມຜ່ານຫົວໃຈຢ່າງອ່ອນໂຍນ

ເມື່ອສົ່ງຜ່ານຄຳໆນັ້ນໃຫ້ຂ້ອຍແລ້ວ ລາວກໍ່ຫຼັບຕາລົງ

ທ່າທາງຂອງລາວ ເຮັດໃຫ້ຂ້ອຍໃຈຫາຍວູບ “ດ໋ຽວກ່ອນ!! ເມກ! ເມກ!!!!”

ມືເຢັນຊືດທີ່ຂ້ອຍກຸມໄວ້ໃນຕອນນີ້ບໍ່ມີເຫື່ອແຮງໃດໆສົ່ງຜ່ານມາອີກແລ້ວ ຂ້ອຍໄດ້ແຕ່ແນມເບິ່ງໃບໜ້າຊີດຂາວໄຮ້ສີເລືອດຢ່າງບໍ່ຢາກເຊື່ອໃນສິ່ງທີ່ຄິດ...

ມັນບໍ່ຍຸດຕິທຳເລີຍ... ເປັນຫຍັງທຸກຢ່າງຕ້ອງເປັນແບບນີ້ນຳ...

ຖ້າຫາກຂ້ອຍບໍ່ມາງານວັນເກີດ ຖ້າຂ້ອຍເຊື່ອໃນຄຳເວົ້າຂອງເມກຕັ້ງແຕ່ກ່ອນໜ້ານີ້... ຫຼືຖ້າຂ້ອຍໄດ້ເຈິກັບເມກຕັ້ງແຕ່ດົນ ໄດ້ຮູ້ວ່າແທ້ຈິງແລ້ວລາວເປັນຄົນແນວໃດ ທຸກຢ່າງກໍ່ຄົງຈະບໍ່ລົງເອີຍແບບນີ້...

ຂ້ອຍກົ້ມໜ້ານິ້ງກຸມມືຂອງລາວໄວ້ແໜ້ນ ແລະບໍ່ອາດກັ້ນສຽງສະອື້ນໄດ້ອີກຕໍ່ໄປ

ຂ້ອຍບໍ່ຮັບຮູ້ຫຍັງອີກ ບໍ່ຮັບຮູ້ເຖິງສຽງໄຊເລນທີ່ດັງໜວກຫູ... ບໍ່ຮັບຮູ້ວ່າຄົນອ້ອມຂ້າງເຂົ້າມາຊ່ວຍເຫຼືອເມກ... ບໍ່ຮູ້ວ່າມີໃຜບາງຄົນວາງມືໄວ້ເທິງໄຫຼ່ອັນສັ່ນເທົາຂອງຂ້ອຍດັ່ງຈະປອບໃຈ ບໍ່ຮັບຮູ້ເຖິງຄວາມວຸ້ນວາຍຕ່າງໆທີ່ເກີດຂຶ້ນຫຼັງຈາກນັ້ນ

ພາບສຸດທ້າຍທີ່ຂ້ອຍເຫັນ ແມ່ນດວງໜ້າຂອງເມກທີ່ຫຼັບຕາພິ້ມເໝືອນຄົນກຳລັງຫຼັບໄຫຼ ພ້ອມດ້ວຍຮອຍຍິ້ມບາງໆທີ່ມຸມປາກ...

...

ຫຼັງຈາກນັ້ນ

ເມື່ອຂ້ອຍໄປໂຮງຮຽນ... ເຫດການທີ່ຂ້ອຍໄດ້ໄປປະສົບພົບດ້ວຍຕົນເອງ ກາຍເປັນຂ່າວທີ່ຄົນເວົ້າກັນໜາຫູ ວ່າກັນວ່າຄົນຂັບລົດຄັນນັ້ນອອກໄປສັງສັນກັບໝູ່ຈົນເມົາ ລົດຈຶ່ງເສຍຫຼັກຈົນຕຳເຂົ້າໄປໃນບ້ານ...

ຫຼາຍຄົນເຂົ້າມາຖາມສາລະທຸກສຸກດິບກັບຂ້ອຍ ລວມເຖິງອີກຫຼາຍໆຄົນທີ່ເຂົ້າມາລົມນຳດ້ວຍຄວາມຢາກຮູ້ຢາກເຫັນ...

ຂ້ອຍໄດ້ແຕ່ຕອບເຂົາໄປດ້ວຍນ້ຳສຽງທີ່ພາຍາຍາມດັດໃຫ້ເບິ່ງຄືວ່າບໍ່ເປັນຫຍັງຫຼາຍ...

ຄວາມຮູ້ສຶກເໝືອນຖືກຕອກຢ້ຳທຸກຄັ້ງທີ່ໄດ້ຍິນຄົນອື່ນເວົ້າເຖິງເລື່ອງນັ້ນ ເຮັດໃຫ້ຂ້ອຍບໍ່ຢາກເຈິໃຜອີກ ຈຶ່ງພາຕົວເອງຍ່າງໄປຫຼັງຕຶກຮຽນບ່ອນທີ່ບໍ່ຄ່ອຍມີຄົນ ເພື່ອພັກຜ່ອນສະຫງົບຈິດໃຈ

ໜ້າແປກທີ່ເຖິງຂ້ອຍຈະຢູ່ໃກ້ຊິດກັບເຫດການນັ້ນເກືອບທີ່ສຸດ ແຕ່ຂ້ອຍກັບບໍ່ໄດ້ຮັບບາດແຜຫຍັງຮ້າຍແຮງເລີຍ...

ຂ້ອຍຮູ້ດີ... ເຖິງບາດແຜທາງຮ່າງກາຍຈະບໍ່ໄດ້ຮັບຜົນກະທົບຫຍັງຫຼາຍ ແຕ່ດ້ານຈິດໃຈ ຂ້ອຍຮູ້ສຶກເໝືອນມີມີດບາດເລິກປັກຄາຈົນເລືອດໄຫຼຊຶມ ແລະບໍ່ມີທີທ່າວ່າຈະຫາຍຂາດໄດ້ໂດຍງ່າຍ...

ພາບຕ່າງໆຍັງຄົງຕິດຕາ... ທັງສຽງດັງສະໜັ່ນກຶກກ້ອງທີ່ສະທ້ອນໄປມາພາຍໃນຫົວ ເລືອດສີແດງ ແລະຮ່າງກາຍອັນເຢັນຊີດຂອງໃຜບາງຄົນທີ່ຍັງຄັ່ງຄ້າງໃນຈິດໃຈ

ພາບທີ່ເຮັດໃຫ້ຂ້ອຍຝັນຮ້າຍນອນບໍ່ຫຼັບ ເຫດການນັ້ນເຮັດໃຫ້ຂ້ອຍອ່ອນແຮງເສົ້າເສຍໃຈ...

ຂ້ອຍກົ້ມໜ້າ... ແນມເບິ່ງມືອັນສັ່ນເທົາຂອງຕົນເອງ

...ຂ້ອຍອາດຈະຕາຍໄປແລ້ວ...

...ຂ້ອຍຄົງຈະບໍ່ໄດ້ມາຢືນຢູ່ບ່ອນນີ້...

...ຖ້າຫາກບໍ່ມີລາວ...

ຂ້ອຍແນມເບິ່ງທ້ອງຟ້າທີ່ຍັງຄົງມີເມກໄຫຼເອື່ອຍໆ...

ທ້ອງຟ້າໃນວັນນີ້ບໍ່ຕ່າງຫຍັງກັບທ້ອງຟ້າໃນອາທິດກ່ອນ ມັນຍັງຄົງເປັນສີຟ້າຄາມ ປະດັບລ່ອງລອຍດ້ວຍເມກສີຂາວສະຫວ່າງ

ແຕ່ຈິດໃຈຂ້ອຍໃນຕອນນີ້ ມັນຊ່າງແຕກຕ່າງຈາກອາທິດທີ່ແລ້ວນີ້ເຫຼືອເກີນ

ເມື່ອຫຼັບຕາ ພາບຕ່າງໆຍັງຄົງຫຼົງເຫຼືອໃນຫ່ວງຄຳນຶງ ຂ້ອຍຍັງຈົດຈຳສິ່ງຕ່າງໆທີ່ເກີດຂຶ້ນໄດ້ດີ... ໂດຍສະເພາະພາບຂອງເມກ... ຂັບໃຫ້ນ້ຳຕາປິ່ມຈະໄຫຼລົ້ນຈາກດວງຕາ

ສຽງສາກຈາກໃບຫຍ້າເຕືອນຂ້ອຍວ່າມີໃຜບາງຄົນຍ່າງເຂົ້າມາ ຂ້ອຍຈຶ່ງປາດນ້ຳຕາອອກ

“ເອີ່... ພິມ” ສຽງຂອງເຜິ້ງດັງແວ່ວມາ ແຕ່ຂ້ອຍໃນຕອນນີ້ບໍ່ມີກະໃຈຈະຫັນໄປຫາ

ສຽງນັ້ນງຽບໄປດົນ ເໝືອນກັບລາວກຳລັງລັງເລທີ່ຈະເວົ້າ... “ມື້ວັນເສົາ... ຕອນທີ່ເຂົາແຍກກັບເພິ່ນ... ເຂົາໄດ້ເຈິເມກນຳ”

ຄຳເວົ້ານັ້ນເຮັດໃຫ້ຂ້ອຍຊະງັກ ຫັນກັບໄປເຫັນເຜິ້ງທີ່ເຮັດໜ້າເສົ້າໆກ່ອນຈະຍື່ນຊອງສີ່ຫຼ່ຽມສີຂາວມາໃຫ້ “ເມກລາວ... ຝາກຈົດໝາຍມາໃຫ້ເພິ່ນ”

ເມື່ອຂ້ອຍຮັບເອົາຊອງຈົດໝາຍສີຂາວສະອາດມາແລ້ວ ເຜິ້ງກໍ່ຍ່າງຈາກໄປ ເໝືອນກັບຮູ້ດີວ່າຕອນນີ້ຄວນຈະໃຫ້ຂ້ອຍຢູ່ຄົນດຽວຫຼາຍກວ່າ

ຂ້ອຍແນມເບິ່ງຊອງຈົດໝາຍຢູ່ດົນ ກ່ອນຈະເປີດຄີ່ອອກມາອ່ານ

‘ພິມ

ຖ້າເພິ່ນໄດ້ອ່ານຈົດໝາຍສະບັບນີ້ ສະແດງວ່າເຂົາຄົງຈະບໍ່ໄດ້ຢູ່ໃນໂລກນີ້ແລ້ວ
ເຖິງຈະເປັນຊ່ວງເວລາສັ້ນໆທີ່ໄດ້ພົບກັນ ແຕ່ເຂົາກໍ່ດີໃຈທີ່ໄດ້ລົມກັບເພິ່ນ
ເຂົາບໍ່ຕ້ອງການໃຫ້ພິມໂທດຕົວເອງ ທຸກຢ່າງໃນໂລກນີ້ຍ່ອມເປັນໄປຕາມທາງຂອງມັນ ຫາກບໍ່ແມ່ນເພິ່ນຫຼືເຂົາ ກໍ່ຕ້ອງມີໃຜອີກຄົນທີ່ຕ້ອງເສຍສະຫຼະ
ຢ່າຄິດວົນວຽນແຕ່ກັບອະດີດ ແລະຢ່າກັງວົນກັບອະນາຄົດ ແຕ່ຂໍໃຫ້ໃຊ້ຊີວິດປັດຈຸບັນຢ່າງຄຸ້ມຄ່າແລະມີຄວາມສຸກ
ມັນບໍ່ແມ່ນຄວາມຜິດຂອງພິມ... ເຂົາບໍ່ຕ້ອງການໃຫ້ພິມເປັນທຸກກັບສິ່ງທີ່ຜ່ານໄປແລ້ວ ດັ່ງນັ້ນ ຖ້າຈະລືມເຂົາໄປໄດ້ ໜ້າຈະເປັນການດີຕໍ່ພິມຫຼາຍກວ່າ

ລາກ່ອນ ພິມ’

ຂ້ອຍຮູ້ສຶກໃຈຫາຍວາບເມື່ອອ່ານຈົນຈົບ ມັນຮູ້ສຶກອັດອັ້ນເໝືອນມີບາງຢ່າງຕົກຕະກອນຝັງແໜ້ນໃນຈິດໃຈ...

ຂ້ອຍບໍ່ຢາກໃຫ້ມັນຈົບແບບນັ້ນ...

ຂ້ອຍແນມເບິ່ງທ້ອງຟ້າອີກຄັ້ງ ນ້ຳຕາຢົດໜຶ່ງໄຫຼ່ລົງມາຕາມຄອງແກ້ມ ແຕ່ຂ້ອຍປາດມັນອອກຢ່າງໄວວາ

ທຸກຢ່າງທີ່ຖືກປ່ຽນແປງ ໂຊກຊະຕາທີ່ຖືກຜັນປ່ຽນ ເວລາພຽງ 7 ວັນ ສາມາດປ່ຽນແປງຫຍັງໄດ້ຫຼາຍປານນີ້ເລີຍຫວາ...

ຂອບໃຈສຳລັບຊີວິດທີ່ເພິ່ນຊ່ວຍເອົາໄວ້ ເມກ... ແຕ່ຂ້ອຍບໍ່ໄດ້ຢາກໃຫ້ເປັນແບບນີ້ເລີຍ...

ໂຊກຊະຕາຂອງຂ້ອຍ ຖືກປ່ຽນຜັນໄປຕັ້ງແຕ່ມື້ນັ້ນ... ຖ້າບໍ່ມີເມກ ກໍ່ຄົງຈະບໍ່ມີຕົວຂ້ອຍໃນຕອນນີ້... ຊີວິດຂອງຂ້ອຍໄດ້ຖືກຊ່ວຍໄວ້ຈາກຄົນທີ່ຫາກໍ່ຮູ້ຈັກກັນບໍ່ພໍອາທິດ...

ແລະເປັນ ຄວາມຊົງຈຳທີ່ຂ້ອຍບໍ່ມີວັນລືມ

ຈົນເຖິງຕອນນີ້... ໃນອີກ 2 ປີຕໍ່ມາ...

 

 
--------------------

 

ບົດສົ່ງທ້າຍ

ສອງປີຕໍ່ມາ...

 

 
ຂ້ອຍກຳລັງນັ່ງເໝີ່ລອຍ ແນມເບິ່ງອາຈານສອນບົດຮຽນ ມື້ນີ້ຮູ້ສຶກເບື່ອໆເຊັງໆແນວໃດກະບໍ່ຮູ້ ມັນບໍ່ຢາກເຮັດຫຍັງເລີຍ ນັ່ງຟັງບົດຮຽນກະເຂົ້າຫູຊ້າຍທະລຸຫູຂວາ ຮຽນໄປກະບໍ່ຮູ້ເລື່ອງຫຍັງ

ປີນີ້ຂ້ອຍເຂົ້າມະຫາວິທະຍາໄລແລ້ວ ການເຂົ້າຮຽນໃນມະຫາຯໄລ ເປັນອີ່ຫຍັງທີ່ໃຫ້ຄວາມຮູ້ສຶກແຕກຕ່າງຈາກການຮຽນຢູ່ມັດທະຍົມ... ຄວາມຮູ້ສຶກເໝືອນໄດ້ກ້າວຂຶ້ນເປັນຜູ້ໃຫຍ່ອີກຂັ້ນໜຶ່ງ...

ຕອນນີ້ຂ້ອຍສາມາດເຂົ້າກັບໝູ່ໄດ້ດີ ແລະມີເວລາອິດສະຫຼະຫຼາຍຂຶ້ນ... ຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປຈາກເດີມ ແລະຕົວຂ້ອຍກໍ່ພາຍາຍາມທີ່ຈະປັບປ່ຽນໃຫ້ທຸກຢ່າງດີຂຶ້ນ

ຫຼັງຈາກນັ່ງຮຽນໄປໄດ້ບໍ່ດົນ ສຽງໂທລະສັບດັງຂຶ້ນ ດຶງສາຍຕາຂອງທຸກຄົນໃນຫ້ອງຮຽນໃຫ້ຫັນຫາທີ່ມາຂອງສຽງ... ຂ້ອຍຟ້າວຈັບໂທລະສັບຂຶ້ນມາກົດຮັບ ຍັງບໍ່ທັນໄດ້ເບິ່ງວ່າແມ່ນເບີໃຜ

ດີທີ່ອາຈານບໍ່ຮ້າຍ ຂ້ອຍເລີຍພາຍາຍາມກອກສຽງລົງໄປເບົາໆເທົ່າສຽງຊື່ມ ໃນໃຈກະຄິດຢູ່ວ່າໃຜໂທມາ

“ຮະໂຫຼ...”

ປາຍສາຍງຽບໄປດົນ ຈົນຂ້ອຍຄິດວ່າອີກຝ່າຍໂທຜິດ ຫຼືຕັ້ງໂທມາກວນ ກຳລັງວ່າຈະກົດປິດ ປາຍສາຍກໍ່ເອີ່ຍຂຶ້ນເບົາໆ ແຕ່ລວບລັດໄດ້ໃຈຄວາມ...

ຫຼັງຈາກໄດ້ຮັບຟັງຂ່າວສານ ຂ້ອຍກໍ່ເບີກຕາກວ້າງບໍ່ຢາກຈະເຊື່ອຫູຕົວເອງ ຄວາມຕົກຕະລຶງເຮັດໃຫ້ໂທລະສັບຫຼຸດມືກະແທກພື້ນສົ່ງສຽງດັງຮຽກໃຫ້ທຸກຄົນຫັນມາແນມເບິ່ງຂ້ອຍເປັນຕາດຽວ ແຕ່ຂ້ອຍບໍ່ມີເວລາແມ່ນແຕ່ຈະສົນໃຈ ເພາະຕອນນີ້ໃຈຂ້ອຍຈົດຈໍ່ຢູ່ແຕ່ກັບສິ່ງອື່ນ

ຂ້ອຍຟ້າວກວາດເອົາສິ່ງຂອງທຸກຢ່າງເທິ່ງໜ້າໂຕະເຂົ້າກະເປົ໋າຢ່າງລວກໆທ່າມກາງສາຍຕາງົງງວຍຂອງບັນດາໝູ່ເພື່ອນລວມເຖິງອາຈານ ກ່ອນຈະຮີບຮ້ອນພາໂຕເອງອອກຈາກຫ້ອງຢ່າງບໍ່ເວົ້າບໍ່ຈາ

ຂ້ອຍໄປທີ່ຄອກລົດໃນຂະນະທີ່ຄົນອື່ນໆຍັງຮຽນໜັງສືຢູ່ ກ່ອນຈະເອົາລົດຈັກອອກຢ່າງຮ້ອນໃຈ

ເມື່ອໄປຮອດໂຮງໝໍ ຂ້ອຍຖາມຫາຂໍ້ມູນກັບພະຍາບານໜ້າເຄົາເຕີ ກ່ອນຈະພາຍາຍາມຍ່າງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ເພື່ອໄປໃຫ້ຮອດຈຸດໝາຍທີ່ຕ້ອງການ

ຂ້ອຍຢືນຢູ່ໜ້າຫ້ອງຄົນໄຂ້... ລັງເລຢູ່ດົນວ່າຈະເຂົ້າໄປຫຼືບໍ່... ແມ້ແຕ່ຈະເຄາະປະຕູຍັງຕ້ອງຄິດໜັກຢູ່ຫລາຍວິນາທີ ...ຍັງຄິດຢູ່ວ່າຄວາມຄິດຟ້າວຝັ່ງກ່ອນໜ້ານີ້ມັນຫາຍໄປໃສໝົດ

ແຕ່ທັນທີ່ທີ່ຍົກມືຂຶ້ນກຳລັງຈະເຄາະ ປະຕູກໍ່ເປີດແງ້ມອອກຈົນຂ້ອຍໃຈຫາຍ

ຍິງໄວສີ່ສິບຕົ້ນໆຄົນໜຶ່ງກ້າວອອກມາຫຼັງປະຕູ... ລາວຮູ້ສຶກປະຫຼາດໃຈໜ້ອຍໜຶ່ງເມື່ອເຫັນຂ້ອຍ ແຕ່ຢູ່ດີໆລາວກໍ່ຍິ້ມຢ່າງອ່ອນໂຍນໂດຍບໍ່ເວົ້າຫຍັງ ກ່ອນຈະກ້າວຍ່າງຈາກໄປຢ່າງງຽບງັນ...

ຂ້ອຍຍັງມີທ່າທີເກິໆກະໆດ້ວຍຄວາມວາງຕົວບໍ່ຖືກ... ແນມເບິ່ງປ້າຄົນນັ້ນຢ່າງປະຫຼາດໃຈໜ້ອຍໜຶ່ງ ກ່ອນຈະຫັນໄປທາງປະຕູ

ຕອນນີ້ປະຕູເປີດຜ່າງຢູ່ ເໝືອນກັບປ້າຄົນນັ້ນຈົງໃຈບໍ່ປິດ... ຂ້ອຍແນມເຫັນຜ້າກັ້ງສີຂາວໂບກປິວຕາມແຮງລົມຜ່ານໜ້າຕ່າງທີ່ແສງແດດສາດສ່ອງ ຈາກບ່ອນທີ່ຂ້ອຍຢືນ ແນມເຫັນແຕ່ພຽງປາຍຕຽງ...

“ຊິຢືນຢູ່ຫັ້ນອີກດົນບໍ່ນະ”

ນ້ຳສຽງທີ່ບໍ່ໄດ້ຍິນມາດົນ ເຮັດໃຫ້ຫົວໃຈຂ້ອຍພອງຟູດ້ວຍຄວາມຕື້ນຕັນ

ຂ້ອຍພາຍາຍາມເຮັດໃຈກ້າ ຍ່າງເຂົ້າໄປໃນຫ້ອງ... ເມື່ອພົບກັບໃຜບາງຄົນທີ່ນັ່ງອີງຢູ່ເທິງຕຽງ ພ້ອມທັງແນມມາດ້ວຍຮອຍຍິ້ມບາງໆ ກໍ່ເຮັດໃຫ້ຂ້ອຍຮູ້ສຶກໂລ່ງໃຈ...

ເຖິງແນວໃດກໍ່ຕາມ ຄຳທຳອິດທີ່ຂ້ອຍເວົ້າ ບໍ່ແມ່ນຄຳທັກທາຍ ແຕ່ເປັນຄຳວ່າ...

“ຄົນຂີ້ຕົວະ” ຂ້ອຍເວົ້າແບບບໍ່ມີເຄົ້າແວວວ່າເຄືອງຄຽດ

ລາວຍິ້ມບາງໆ ເໝືອນຈະຮູ້ວ່າຂ້ອຍກ່າວຫາເລື່ອງຫຍັງ

ຂ້ອຍແນມເບິ່ງຊາຍໜຸ່ມເທິງຕຽງທີ່ບໍ່ຄ່ອຍມີເຄົ້າແວວຂອງຄວາມປ່ຽນແປງໃຫ້ເຫັນພໍປານໃດ ແຕ່ເບິ່ງຊູບຈ່ອຍລົງຈາກຄັ້ງສຸດທ້າຍທີ່ຂ້ອຍເຄີຍເຫັນຫຼາຍ... ປາຍແຂນລາວຍັງຄົງມີສາຍນ້ຳເກືອຫ້ອຍຢູ່ໃຫ້ເຫັນ...

“ເຂົາ... ຢາກບອກຄວາມຈິງທີ່ກ່ອນໜ້ານີ້ບໍ່ມີໂອກາດໄດ້ບອກເພິ່ນ...” ຢູ່ດີໆລາວກໍ່ເວົ້າຂຶ້ນລຽບໆ “ຕັ້ງແຕ່ໃດມາ ເຂົາມັກຈະແນມເຫັນພາບຕ່າງໆຕະຫຼອດ...”

ຂ້ອຍຢືນຟັງສິ່ງທີ່ລາວເວົ້າ... ຄວາມຮູ້ສຶກບໍ່ແນ່ໃຈເຂົ້າມາແທນທີ່

ພາບ...?

ຊາຍໜຸ່ມຫັນແນມເບິ່ງນອກໜ້າຕ່າງ ທີ່ຍັງຄົງມີແສງແດດສາດສ່ອງ “ພາບເຫຼົ່ານັ້ນບອກເຖິງອະນາຄົດທີ່ບໍ່ແນ່ນອນ ເປັນສິ່ງທີ່ອາດຈະເກີດຂຶ້ນໃນອະນາຄົດ”

ຄຳເວົ້າຂອງລາວເຮັດໃຫ້ຂ້ອຍຄິດເຖິງສິ່ງທີ່ເຄີຍເກີດຂຶ້ນ... ຄັ້ງໜຶ່ງໃນອະດີດ ຂ້ອຍເຄີຍສຳຜັດເຖິງມັນ... ພາບຕ່າງໆທີ່ໄຫຼຫຼັ່ງເຂົ້າມາໃນມະໂນຈິດ ເຊິ່ງຂ້ອຍໃນຕອນນັ້ນບໍ່ອາດບອກໄດ້ວ່າມັນໝາຍຄວາມວ່າຫຍັງ

“ເຂົາຄົ້ນພົບວ່າ ເຂົາບໍ່ສາມາດແນມເຫັນອະນາຄົດຂອງຕົວເອງໄດ້... ແຕ່ໜຶ່ງໃນພາບຕ່າງໆນັບບໍ່ຖ້ວນເຫຼົ່ານັ້ນ ມີພາບຂອງເຂົາຢູ່ນຳ ເຊິ່ງມັນເປັນອະນາຄົດຂອງເພິ່ນເຊິ່ງເຂົາບໍ່ຮູ້ວ່າແມ່ນໃຜ... ເຂົາເຝົ້າຕາມຫາເພິ່ນມາຕະຫຼອດ” ລາວຍັງຄົງເລົ່າເລື່ອງຕ່າງໆດ້ວຍນ້ຳສຽງນິ້ງລຽບກ່ອນຈະຫັນມາທາງຂ້ອຍ “...ແລະໃນທີ່ສຸດກໍ່ໄດ້ເຈິ”

ຂ້ອຍຮູ້ສຶກເກີ້ເຂີນຂຶ້ນມາຢ່າງບອກບໍ່ຖືກ ກ່ອນຈະຫາທາງແກ້ເກີ້ດ້ວຍການຫາຕັ່ງແຖວນັ້ນມານັ່ງ ພ້ອມທັງພາຍາຍາມປັບສີໜ້າໃຫ້ລຽບນິ້ງເໝືອນກັບບໍ່ໃສ່ໃຈໃນເລື່ອງທີ່ລາວເລົ່າ

“ແຕ່ຮູ້ສຶກວ່າ ຕອນນີ້ເຂົາຈະແນມບໍ່ເຫັນພາບພວກນັ້ນແລ້ວ... ບາງທີ ພາບພວກນັ້ນອາດຈະຕ້ອງການບອກໃຫ້ເຂົາ ຊ່ວຍເພິ່ນ”

ຂ້ອຍນຶກເຖິງພາບຕ່າງໆທີ່ຍັງຄົງຫຼົງເຫຼືອໃນຄວາມຊົງຈຳ... ລາວຊ່ວຍເຮົາໄວ້ຫຼາຍແມ່ນບໍ່... ຊ່ວຍໃນຂະນະທີ່ຂ້ອຍບໍ່ຮູ້ຕົວເລີຍ...

“ແຕ່ເຂົາບໍ່ດີໃຈດັອກ ຖ້າເພິ່ນມາຊ່ວຍເຂົາ ແລ້ວເປັນຫຍັງໄປ...”

“ເຂົາກະບໍ່ໄດ້ເປັນຫຍັງແລ້ວເດ”

“ແຕ່ຫຼັບເປັນເຈົ້າຊາຍນິດທາໄປຕັ້ງສອງປີເຕັມໆ” ຂ້ອຍເວົ້າຍ້ອນ

“ກະດີແລ້ວເດະ ໄດ້ເປັນເຈົ້າຊາຍຕັ້ງສອງປີ” ຍັງມີໜ້າມາເວົ້າຕິດຕະຫຼົກ ແຕ່ຂ້ອຍບໍ່ຕະຫຼົກນໍາ

“ເຂົາຄິດວ່າເພິ່ນຈະບໍ່ຕື່ນຂຶ້ນມາອີກແລ້ວ... ຍ້ອນເຂົາ” ຂ້ອຍເຮັດໜ້າເສົ້າ... ຂ້ອຍຄົງຈະຮູ້ສຶກຜິດໄປຕະຫຼອດຊີວິດ ຖ້າລາວບໍ່ຕື່ນຂຶ້ນມາອີກເລີຍ...

“ບອກແລ້ວວ່າບໍ່ໃຫ້ໂທດໂຕເອງ...”

ເກີດຄວາມງຽບຂຶ້ນຊົ່ວຂະນະ... ຈະບໍ່ໃຫ້ໂທດໂຕເອງໄດ້ແນວໃດ ໃນເມື່ອມີຄົນທັງຄົນມາເຮັດຫຍັງເພື່ອເຮົາຕັ້ງຂະໜາາດນີ້...

“ເຂົາກະມີຄຳໆໜຶ່ງທີ່ບໍ່ມີໂອກາດໄດ້ຕອບເພິ່ນ” ຂ້ອຍເວົ້າຂຶ້ນເພື່ອທໍາລາຍຄວາມງຽບ... ຄິດລັງເລຢູ່ດົນວ່າຈະເວົ້າອອກໄປດີບໍ່ ກ່ອນຈະຫຼັບຕາລົງ... ພາບໆໜຶ່ງໃນອະດີດປະກົດຂຶ້ນມາ...

ຄຳສາມຄຳທີ່ລາວເຄີຍເອີ່ຍບອກຢ່າງເລິກເຊິ່ງແລະອ່ອນໂຍນ...

ຕອນນີ້ ຄົງຈະໄດ້ເວລາແລ້ວທີ່ຂ້ອຍຈະໃຫ້ຄຳຕອບນັ້ນ...

ຂ້ອຍສູດຫາຍໃຈເຂົ້າເລິກໆເພື່ອເອີ້ນຄວາມກ້າອອກມາກ່ອນຈະເອີ່ຍອອກໄປ

“ເຂົາກະ..............ຄືກັນ” ເວັ້ນຊ່ອງຫວ່າງໄວ້ໃນຖານທີ່ເຂົ້າໃຈກັນ... ຮູ້ສຶກອາຍຈົນຢາກຈະຫັນຫຼັງໜີ

ບໍ່ຮູ້ວ່າລາວຈະເຂົ້າໃຈຄວາມໝາຍທີ່ຂ້ອຍຢາກສື່ບໍ່ ແຕ່ເມື່ອເຫັນໃບໜ້າຍິ້ມໆນັ້ນ ກໍ່ເຮັດໃຫ້ຂ້ອຍຮູ້ສຶກປະໝ່າຈົນເຮັດຫຍັງບໍ່ຖືກ ຈຶ່ງຟ້າວຈັບກະເປົ໋າຂຶ້ນແລະກ່າວລາ ກ່ອນຈະອອກຈາກຫ້ອງຄົນໄຂ້ຢ່າງໄວວາ...

ຂ້ອຍແລ່ນອອກມາຈາກຕຶກໂຮງໝໍ ແສງແດດທອດຜ່ານເຮັດໃຫ້ຂ້ອຍເງີຍໜ້າແນມເບິ່ງທ້ອງຟ້າ

ບໍ່ຮູ້ເປັນຫຍັງ ແຕ່ຂ້ອຍຮູ້ສຶກວ່າທ້ອງຟ້າມື້ນີ້ ເບິ່ງສົດໃສກວ່າມື້ທີ່ຜ່ານມາ... ອາດເປັນຍ້ອນຄວາມຮູ້ສຶກປ່ຽມລົ້ນໃນໃຈ ທີ່ຂະຫຍາຍຕົວຢ່າງງຽບໆດ້ວຍຄວາມປິຕິຍິນດີ

ກ້ອນເມກຍັງຄົງລອຍເອື່ອຍໆເໝືອນດັ່ງເຄີຍ ເຖິງສິ່ງຕ່າງໆຈະປ່ຽນແປງໄປ ແຕ່ທ້ອງຟ້າກໍ່ຍັງຄົງເປັນເໝືອນເກົ່າ

ຂ້ອຍຮູ້ສຶກວ່າ ຖ້າເປັນຂ້ອຍໃນຕອນນີ້ ຄົງຈະສາມາດປ່ຽນແປງ ແລະຜ່ານຜ່າທຸກຢ່າງໄປໄດ້...

ເພາະວ່າ...

ອະນາຄົດຂອງເຮົາ ຫາກໍ່ເລີ່ມຕົ້ນຂຶ້ນ...

(ຈົບ)

 

Delicious Digg Fark Twitter