ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຕອນກ່ອນໜ້ານີ້

ບົດທີ 1 ຕອນທີ 1

ບົດທີ 1 ຕອນທີ 2

 


Weapon Maker

ບົດທີ 1 ສູ່ອີກໂລກໜຶ່ງ
ຕອນທີ 3

 

 
ມີເລື່ອງເລົ່າວ່າ... ຖ້າພັບນົກ 1000 ຕົວ ແລ້ວອະທິຖານໃຫ້ຄົນໆໜຶ່ງຫາຍຈາກໂຣກຮ້າຍ... ຄົນໆນັ້ນກໍ່ຈະກັບມາແຂງແຮງເປັນປົກກະຕິ...

ແຕ່ເດັກໜຸ່ມບໍ່ເຄີຍເຊື່ອເລື່ອງນັ້ນ... ຖ້າມັນເປັນຈິງ ຖ້າພັບນົກ 1000 ຕົວແລ້ວອາການປ່ວຍຈະຫາຍເປັນປົກກະຕິໄດ້ຢ່າງແນ່ນອນ ລາວຍິນດີພັບ ເປັນພັນ ເປັນໝື່ນ ຫຼືເປັນແສນຕົວກໍ່ຍັງໄດ້...

ແຕ່ລາວຮູ້ວ່າມັນເປັນໄປບໍ່ໄດ້...

ອາການປວຍຂອງເດັກສາວກ່ຽວຂ້ອງກັບຫົວໃຈ ຕ້ອງຜ່າຕັດເທົ່ານັ້ນຈຶ່ງຈະຫາຍຂາດ... ແລະເຖິງຈະຜ່າຕັດ ໂອກາດສຳເລັດກໍ່ມີໜ້ອຍ ແຖມຍັງຕ້ອງມີອຸປະກອນຄົບຖ້ວນ ມີໝໍເກ່ງໆມາເປັນເຈົ້າຂອງໄຂ້ ຕ້ອງເດີນທາງໄປປົວຢູ່ຕ່າງປະເທດ ເຊິ່ງມັນຕ້ອງໃຊ້ເງິນ... ເງິນຈຳນວນຫຼາຍ ທີ່ພໍ່ແມ່ຂອງເດັກສາວຍັງຈ່າຍບໍ່ໄຫວ... ລຳພັງພຽງແຕ່ໃຫ້ພັກຮັກສາຕົວຢູ່ໂຮງໝໍແບບນີ້ກໍ່ຍັງເຕັມກືນ...

ຖ້າຫາກ... ລາວມີເງິນ... ຖ້າລາວມີຄວາມສາມາດ... ຫຼື ຖ້າຈະມີທາງໃດກໍ່ຕາມ ທີ່ຈະຊ່ວຍເຫຼືອເດັກສາວຄົນນີ້ໄດ້...

...

“ຄວາມປາດຖະໜາຂອງເຈົ້າແມ່ນຫຍັງ”

ສຽງຂອງຍິງສາວປະຫຼາດ ດັງສະທ້ອນໃນຫ່ວງຄວາມຄິດ... ແຕ່ເມື່ອຮູ້ສຶກຕົວອີກເທື່ອ ເດັກສາວຜົມແດງປະຫຼາດກໍ່ຫາຍໄປຈາກບ່ອນນັ້ນຊະແລ້ວ...

ເດັກໜຸ່ມສະບັດຫົວໄປມາ ນີ້ລາວພ້ຽນຈົນເຫັນພາບຫຼອນອີກແລ້ວຫວາ

“ເຮ້ ເດັກຄົນນີ້ທ່າທາງບໍ່ດີແລ້ວໄດ໋!” ສຽງຄຸ້ນຫູດັງຂຶ້ນຂ້າງໆຕຽງ ແລະພົບກັບແມວດຳເຈົ້າເກົ່າກຳລັງຢືນຢູ່ຂ້າງເນວາ

“ເຮີ້ຍ! ມາໄດ້ແນວໃດ!” ເດັກໜຸ່ມອຸທານ “ເອີ້ຍ! ລົງໄປດ໋ຽວນີ້ ຖ້າເນວາຕິດເຊື້ອປະຫຼາດໆນຳເຈົ້າຊິເຮັດແນວໃດ!?” ເດັກໜຸ່ມເວົ້າພ້ອມທັງພາຍາຍາມດຶງໜັງຄໍມັນອອກໄປໃຫ້ພົ້ນຕຽງ ແຕ່ແມວດຳໄວກວ່າ ມັນກະໂດດຫຼົບໄປອີກຟາກໄດ້ຢ່າງຄ່ອງແຄ້ວ

“ເສຍມາລະຍາດ ແມວເປັນສັດທີ່ຮັກສະອາດທີ່ສຸດ ເຈົ້າບໍ່ຮູ້ເບາະ”

...ຈົ່ມບ້າຫຍັງຂອງມັນອີກແລ້ວ... ເດັກໜຸ່ມຄິດ

ແມວດຳຕົບອຸ້ງມືລົງເທິງຕົວຂອງເນວາເບົາໆ ມັນແນມເບິ່ງໜ້າເດັກສາວນິ້ງເໝືອນກຳລັງຄິດຫຍັງບາງຢ່າງ “ເດັກຄົນນີ້ຈະຢູ່ໄດ້ອີກບໍ່ເກີນໜຶ່ງເດືອນ...” ມັນພຶມພຳອອກມາກ່ອນຈະເງີຍໜ້າແນມເບິ່ງເດັກໜຸ່ມດ້ວຍສາຍຕາຈິງຈັງ “...ຖ້າເຈົ້າຍອມຮັບເລື່ອງນີ້ໄດ້ ຂ້ອຍກໍ່ຈະໄປທັນທີ”

ເດັກໜຸ່ມຂະໝວດຄິ້ວ ບໍ່ເຂົ້າໃຈ

ແລ້ວແມວດຳກໍ່ກົ້ມໜ້າລົງໜ້ອຍໜຶ່ງ ກ່າວຕໍ່ໄປຢ່າງລັງເລໃຈ “ແຕ່ຖ້າຍອມຮັບບໍ່ໄດ້ ຂ້ອຍອາດຊ່ວຍໃຫ້ລາວມີຊີວິດຢູ່ຕໍ່ໄປໄດ້ອີກໜຶ່ງປີ... ແຕ່ມັນເປັນພຽງການຕໍ່ເວລາເທົ່ານັ້ນ... ທີ່ເຫຼືອຂຶ້ນຢູ່ກັບຕົວເຈົ້າເອງ...” ມັນຈ້ອງແນມເບິ່ງມາທາງເດັກໜຸ່ມ “ຈົ່ງເລືອກມາ! ເຈົ້າຈະຍອມໄປອີກໂລກໜຶ່ງ ເພື່ອຄວ້າເອົາຫົນທາງທີ່ຈະຊ່ວຍເຫຼືອເດັກຄົນນີ້ຫຼືບໍ່”

“ເວົ້າບ້າຫຍັງເກາະ ເປັນພາບຫຼອນກະຢູ່ສ່ວນພາບຫຼອນແມະ ເນວາຍັງຢູ່ໄດ້ອີກດົນ ຢ່າມາເວົ້າບ້າໆໄດ໋!” ເດັກໜຸ່ມແຜດສຽງຮ້ອງດ້ວຍຄວາມໂມໂຫ

ແມວດຳສະແດງກິລິຍາຄ້າຍໆກັບຖອນຫາຍໃຈ ມັນແນມເບິ່ງໜ້າເດັກສາວ ແລະເວົ້າອອກມາເບົາໆ “ຫົວໃຈຂອງເດັກຄົນນີ້ທົນບໍ່ໄຫວແລ້ວ... ທີ່ລາວຢູ່ມາໄດ້ຮອດຕອນນີ້ກໍ່ຍ້ອນກຳລັງໃຈລ້ວນໆ... ຖ້າບໍ່ຮີບຜ່າຕັດ ເບິ່ງແນວໃດອີກບໍ່ດົນລາວກໍ່ຕາຍຢູ່ດີ... ເຈົ້າໜ້າຈະຮູ້ເລື່ອງນີ້ຫຼາຍກວ່າຂ້ອຍບໍ່ແມ່ນຫວາ?”

ແມວດຳແນມມາທາງເດັກໜຸ່ມ... ລາວໄດ້ແຕ່ກຳມືແໜ້ນ ພາຍາຍາມລະງັບອາລົມ ...ແນ່ນອນວ່າລາວຮູ້ດີ... ອາການຂອງເນວາຮ້າຍລົງທຸກມື້... ເດັກໜຸ່ມທີ່ມາຫາລາວຢູ່ໂຮງໝໍທຸກອາທິດຍ່ອມຈະຮູ້... ເນວາຍັງຢູ່ໄດ້ອີກບໍ່ດົນ...

...ລາວຮູ້ດີ...

ແຕ່...

ຫົນທາງທີ່ຈະຊ່ວຍເຫຼືອ... ມັນມີແທ້ຫວາ... ເດັກໜຸ່ມຮູ້ສຶກລັງເລ... ຖ້າຕ້ອງພັບນົກໜຶ່ງແສນຕົວ... ລາວກໍ່ບໍ່ຮູ້ວ່າເນວາຈະເຊົາເປັນປົກກະຕິໄດ້ບໍ່... ໃຫ້ເລືອກຫົນທາງທີ່ບໍ່ຮູ້ວ່າຈະເປັນໄປໄດ້ບໍ່ແບບນັ້ນ...

“ເອົາເທາະ” ແມວດຳຖອນຫາຍໃຈອີກເຮືອກເມື່ອເຫັນສີໜ້າລັງເລໃຈຂອງອີກຝ່າຍ “ຂ້ອຍອາດຈະເບິ່ງຜິດໄປກະໄດ້... ຖ້າເຈົ້າບໍ່ຍອມຮັບ ຂ້ອຍກໍ່ຈະໄປຫາຄົນໃໝ່...”

ມັນກຳລັງຈະກະໂດດລົງຈາກຕຽງ ເພື່ອຈະຫາຍລັບຈາກໄປ ແຕ່ແລ້ວເດັກໜຸ່ມກໍ່ຮ້ອງຂຶ້ນ “ດ໋ຽວ!”

ແມວນ້ອຍຢຸດຊະງັກ ມັນຫັນໄປແນມເບິ່ງ... ດວງໜ້າຂອງເດັກໜຸ່ມມີແວວລັງເລ ແຕ່ກໍ່ມີແວວແຫ່ງການຕັດສິນໃຈ... ໃນດວງຕາຄູ່ນັ້ນມີແວວແຫ່ງຄວາມມຸ່ງໝັ້ນ... ເພື່ອຈະເຮັດຕາມຄວາມປາດຖະໜາ ເພື່ອໃຫ້ມັນເປັນຈິງ ບໍ່ວ່າຈະຕ້ອງເຮັດຫຍັງກໍ່ຍອມທຸກຢ່າງ... ມັນເບິ່ງຄົນບໍ່ຜິດອີ່ຫຼີ...

“ຖ້າຂ້ອຍຕົກລົງ ຈະຊ່ວຍເດັກຄົນນີ້ໄດ້ແທ້ຫວາ?”

“ອື່ ບໍ່ຜິດແນ່ນອນ... ແຕ່ ກໍ່ຕ້ອງເຮັດຕາມເງື່ອນໄຂຂອງໂລກນັ້ນໃຫ້ຜ່ານກ່ອນ ຫຼືທີ່ພວກມະນຸດຄືເຈົ້າເອີ້ນກັນວ່າ ‘ຈົບເກມ’ ນັ້ນແຫຼະ”

ເດັກໜຸ່ມສົນຄິ້ວຫຍຸ້ງເມື່ອໄດ້ຍິນຄຳນັ້ນ... ສຽງຂອງໝູ່ທີ່ລົມກັນເລື່ອງເກມສະເໝືອນຈິງຜຸດຂຶ້ນມາໃນຫົວ... ເກມສະເໝືອນຈິງ? ຜູ້ນຳທາງ... ຄວາມປາດຖະໜາ

ໃຜກໍ່ຕາມທີ່ສາມາດຈົບເກມໄດ້... ຄວາມປາດຖະໜາຂອງຄົນໆນັ້ນກໍ່ຈະເປັນຈິງ

ທຸກຢ່າງມັນລົງຕົວເກີນກວ່າຈະໜ້າເຊື່ອວ່າເປັນເລື່ອງຈິງ...

ຄວາມປາດຖະໜ້າຂອງລາວແມ່ນ...

ເດັກໜຸ່ມແນມເບິ່ງເນວາ ດວງໜ້າຂາວຊີດທີ່ມີເຫື່ອເຕັມເບິ່ງຄືກຳລັງເຈັບປວດທໍລະມານ...

ຖ້າລາວຕົກລົງ ກໍ່ອາດຕໍ່ເວລາໄດ້ອີກໜຶ່ງປີ... ຖ້າລາວເຮັດຕາມເງື່ອນໄຂໄດ້ສຳເລັດ ກໍ່ອາດຊ່ວຍໃຫ້ລາວຫາຍຂາດໄດ້...

ຫົນທາງອາດເບິ່ງຫຼິບຫຼີ່... ແຕ່... ລາວຈະບໍ່ຍອມໃຫ້ຕາຍເດັດຂາດ...

ເດັກໜຸ່ມເງີຍໜ້າຂຶ້ນ ເມື່ອຕັດສິນໃຈໄດ້... “ຕົກລົງ! ແຕ່ເຈົ້າຕ້ອງຊ່ວຍເນວາໃຫ້ຂ້ອຍເບິ່ງກ່ອນ...”

“ບໍ່ມີບັນຫາ” ແມວນ້ອຍເຜີຍສີໜ້າຄ້າຍໆກັບກຳລັງຍິ້ມ... ມັນວາງອຸ້ງຂາໜ້າລົງເທິງຕົວຂອງເດັກສາວ ກ່ອນທີ່ແສງເຮືອງຮອງສີທອງຈະສ່ອງສະຫວ່າງຈ້າຂຶ້ນ

ຢູ່ດີໆກໍ່ມີແສງສີຂາວສະຫວ່າງຮຸ່ງອອກມາຈາກຮ່າງຂອງແມວດຳ ແລະຄ່ອຍໆຮຸ່ງຂຶ້ນໆ ກວມເອົາຮ່າງຂອງເນວາ ແລະຕົວລາວ ເທິງພື້ນທີ່ລາວຢຽບຢູ່ ມີວົງເວດປິດສະໜາປະກົດຂຶ້ນ ໝຸນວົນໄປມາ

ເດັກໜຸ່ມບໍ່ຮູ້ວ່ເກີດຫຍັງຂຶ້ນ ແຕ່ເມື່ອແນມເບິ່ງເນວາ... ສີໜ້າຂອງນາງເບິ່ງດີຂຶ້ນກວ່າຕອນທຳອິດ... ເດັກສາວຫຼັບຕາທັງຍັງຍິ້ມບາງ ເໝືອນກັບຄົນກຳລັງນອນຫຼັບຝັນດີ...

ແບບນີ້ດີແລ້ວ... ເດັກໜຸ່ມຍິ້ມບາງໄປນຳ...

ຖ້າກ່ອນເດີ້ ເນວາ... ຂ້ອຍຈະຊ່ວຍເຈົ້າໃຫ້ໄດ້...

ແລະແລ້ວແສງສະຫວ່າງກໍ່ກວມເອົາທຸກສິ່ງໃນຫ້ອງ ກ່ອນທີ່ມັນຈະດັບວູບໄປ ເຫຼືອແຕ່ຄວາມມືດອັນຫວ່າງເປົ່າ...
 

(ຈົບບົດທີ 1)

ຕອນຕໍ່ໄປຈະເຂົ້າສູ້ອີກໂລກໜຶ່ງແລ້ວ ທີ່ຈິງຕອນທີ 1 ມັນຄວນຈະລວມເອົາ 3 ຕອນທຳອິດນີ້ເຂົ້າກັນ ແຕ່ແຍກມາ 3 ຕອນ ເພື່ອຈະຂຽນເທື່ອລະນິດນ່ະ ເລື່ອງນີ້ມັນຍາວ ບໍ່ຮູ້ວ່າຈະຂຽນຈົບບໍ່ =w='

Delicious Digg Fark Twitter