ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຂໍຄວາມເຫັນຈາກທຸກທ່ານ ມັກອ່ານນິຍາຍແນວໃດ?
ສ້າງເມື່ອ ຕ.ລ.. 17, 2008 27 ຄົນໂຫວດ, 23 ຄຳເຫັນ, ອ່ານ 1291 ເທື່ອ
ຕອນນີ້ມີ່ກຳລັງຄິດຈະຂຽນນິຍາຍຂຶ້ນມາ ຫລັງຈາກທີ່ຫ່າງເຫີນໃນດ້ານການຂຽນບົດເລື່ອງໄປດົນ

ເນື່ອງຈາກຢາກສະຫນັບສະຫນຸນໃຫ້ຄົນລາວມັກໃນການອ່ານ ແລະການຂຽນຫລາຍຂຶ້ນ ເພື່ອສົ່ງເສີມ ບຸກເບີກແວດວົງວັນນະກຳຂອງລາວເຮົາໃຫ້ກວ້າງໄກຍິງຂຶ້ນ

ແລະອີກຢ່າງ ມີ່ກະມັກການຊຽນ, ອ່ານນິຍາຍຢູ່ແລ້ວ ແຕ່ກະຍັງບໍ່ຮູ້ວ່າ ເພື່ອນໆຊາວພັນລາວມັກອ່ານເລື່ອງແນວໃດກັນແນ່ ດັ່ງນັ້ນກະເລີຍຂໍຕັ້ງແບບສຳຫລວດນີ້ຂຶ້ນ ເພື່ອສຳຫລວດຄວາມມັກຂອງແຕ່ລະຄົນ

ຈັ່ງໃດກະຊ່ວຍກັນໂຫວດແນ່ເດີ້ ທັນອັນໃດຫລາຍກວ່າຫມູ່ແລ້ວມີ່ຈະເອົາມາຂຽນເປັນເລື່ອງໃຫ້ອ່ານ >w<

ຄຳຖາມກະມີຢູ່ວ່າ ທ່ານມັກອ່ານນິຍາຍ 'ແນວ' ໃດທີ່ສຸດ?


* ບອກຕາມຄວາມຈິງ ມີ່ບໍ່ຄ່ອຍໄດ້ຂຽນນິຍາຍແນວອື່ນ ນອກຈາກແນວແຟນຕາຊີ ແຕ່ໃຜມັກແນວໃດກະໂຫວດມາໂລດ ເພາະຢາກຮູ້ຄວາມຄິດຂອງແຕ່ລະຄົນ + ທັນໄດ້ຂຽນແນວອື່ນ ກະເປັນການຝຶກຄືກັນ >w<