ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີໝູ່ຜູ້ຊາຍຄົນໜຶ່ງ ອົກຫັກ ຖືກແຟນຖິ້ມແລ້ວ ລາວດີໃຈ

ຂ້ອຍຖາມວ່າ ເຈົ້າບໍ່ເສຍດາຍເວລາທີ່ຮັກກັນມາຕັ້ງສາມປີກວ່າບໍ່?

ລາວຕອບວ່າ ກະຮູ້ສຶກເສຍດາຍຢູ່...........

ແຕ່ກະບໍ່ເສຍໃຈເລີຍ ທີ່ອົກຫັກ ແລະ ຖືກຖິ້ມກ່ອນແຕ່ງງານກັນ

ເພາະວ່າ ຜູ້ຍິງແບບນັ້ນ ຫາກໄດ້ແຕ່ງງານກັນໄປແລ້ວລະກໍ້

ຊີວິດຂອງລາວຄົງຈະຕົກນະຣົກແນ່ນອນ

ດີແລ້ວທີ່ຜູ້ຍິງຄົນນັ້ນມາຖິ້ມລາວກ່ອນ

ເພາະລາວເອງກໍ່ເປັນຄົນຮັກດຽວໃຈດຽວ ແລະ ຊືສັດໝັ້ນຄົງ

ຕໍ່ຜູ້ຍິງຄົນນັ້ນມາຕະຫຼອດ ແຕ່ເມື່ອເວລາຜ່ານໄປ

ການເວລາກໍ່ເປັນການພິສູດຫົວໃຈຂອງຄົນແລ້ວວ່າ

ມັນເປັນຈັ່ງໃດ ທາງໃນຫົວໃຈຄົນນັ້ນມັນເບິ່ງຍາກ

ຕອນຍັງເປັນແຟນກັນ ລາວກະບໍ່ໄດ້ນອກໃຈ

ບໍ່ໄດ້ເຮັດຜິດຫຍັງ ທີ່ຜູ້ຍິງຄົນນັ້ນມີຄົນໃໝ່ ກໍ່ຍ້ອນຜູ້ຍິງຄົນນັ້ນ...

"ຫຼາຍໃຈ"

ເພາະສະນັ້ນ ການທີ່ອົກຫັກ ກໍເທົ່າກັບວ່າ ເຮົາໂຊກດີ

ອົກຫັກ = ໂຊກດີ

 

 

 

ຂອບໃຈທີ່ອ່ານ

ຂໍເປັນກຳລັງໃຈໃຫ້ຄົນອົກຫັກທົ່ວ ສປປ ລາວ

Delicious Digg Fark Twitter