ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2012 | ມີ 25 ຄຳເຫັນ ແລະ 0 trackback(s)

1. ນືກໄວ້ສະເໝີວ່າການໃຈຮ້າຍ 1ນາທີຈະເຮັດໃຫ້ຄວາມທຸກຢູ່ກັບທ່ານ 3ຊົ່ວໂມງ.

2. ຖ້າຍິ້ມໃຫ້ກັບຄົນທີ່ຢູ່ໜ້າແວ່ນ ຮັບຮອງວ່າເຂົາຕ້ອງຍິ້ມກັບມາຫາທ່ານທຸກຄັ້ງ.

3. ລອງປູກຕົ້ນໄມ້ເອງຈັກໜື່ງຕົ້ນ ການເຕີບໃຫ່ຍຂອງມັນຈະບົ່ງບອກໂຕທ່ານເອງ.

4.ຫຼັບຕາຢູ່ຊື່ໆ 3ນາທີເມຶ່ອຮູ້ສຶກວ່າ ແມ່ນຫຍັງຢູ່ຕໍ່ໜ້າມັນຊ່າງຍາກເຫຼືອເກີນ.

5. ໃນລະຫວ່າງການຖູແຂ້ວແຕ່ລະເທື່ອ ຖ້າຮ້ອງເພງໄປພ້ອມຈົນຈົບ ຈະເຮັດໃຫ້ແຂ້ວສະອາດຂື້ນ 2ເທົ່າ.

6.ຖ້າຫຍຳ້ເຂົ້າແຕ່ລະຄຳຊ້າລົງ ຣົດຊາດທຳມະດາກໍແຊບຂຶ້ນຫຼາຍ.

7.ບໍ່ວ່າຜົມຈະສັ້ນ ຫຼື ຍາວປານໃດກໍຕາມ ກໍຕ້ອງການໃຫ້ຫວີຢ່າງຖະນຸຖະໜອມ.

8.ການຂຶ້ນລົງຂັ້ນໄດສູງໆແບບບໍ່ໃຫ້ເມື່ອຍຄືການບໍ່ນັບວ່າກຳລັງຢືນຢູ່ຂັ້ນໄດຊັ້ນທີ່ເທົ່າໃດ.

9.ຄົນຕ່ບອດຈະເຫັນວ່າ "ທ່ານງາມຫຼາຍ" ທັນທີທີ່ທ່ານຖາມເຂົາວ່າ" ໃຫ້ຂ້ອຍຊ່ວຍພາຂ້າມທາງບໍ?".

10.ຄວນຝືກເວົ້າຄຳວ່າ "ບໍ່ເປັນຫຍັງ" ໃຫ້ລຶ້ງປາກຫຼາຍກວ່າການເວົ້າຄຳວ່າ "ຊິເອົາຈັ່ງໃດ".

11.ລອງຕັ້ງໂມງໃຫ້ໄວຂຶ້ນ 15 ນາທີແລ້ວທ່ານຈະບໍ່ໄປວຽກຊ້າຄືເກົ່າ.

12.ສັດລ້ຽງຢູ່ເຮືອນມັນຈະຮັກສາຄວາມລັບເກັ່ງເລື່ອງທີ່ບໍ່ຢາກໃຫ້ໃຜຮູ້ຈຶ່ງຄວນເລົ່າໃຫ້ມັນຟັງ.

13.ອາຫານທີ່ບໍ່ມັກກິນຕອນຍັງນ້ອຍລອງຕັກເຂົ້າປາກອີກເທື່ອໜື່ງເບິ່ງ ເພື່ອຈະກາຍເປັນອາຫານທີ່ທ່ານມັກກໍໄດ້.

14.ຂຽນຊື່ຄົນທີ່ທ່ານຊັງໃສ່ເຈ້ຍແລ້ວຈີກຖິ້ມ ແລ້ວຄວາມຊັງຈະຫຼຸດລົງເລື້ອຍໆ.

15.ປ່ອຍໃຫ້ນຳ້ຕາມັນໄຫຼ ໂດຍບໍ່ຕ້ອງເຊັດ ເມື່ອນຳ້ຕາແຫ້ງແລ້ວເກືອບຈະເບີ່ງບໍ່ອອກວ່າຫາກໍ່ຮ້ອງໄຫ້ເຊົາມື້ກີ້ນີ້.

16.ຕຸກກະຕາ ແລະ ຂອງຫຼິ້ນເກົ່ງໆຈະເຮັດໃຫ້ເຮົາຍິ້ມໄດ້ສະເໝີ ຖ້າຈັບມັນມາຫຼິ້ນອີກຄັ້ງໜຶ່ງ.

17.ກ່ອນຈະຊື້ອັນໃດກໍ່ຕາມຕ້ອງຄິດຫາປະໂຫຍດຂອງມັນໃຫ້ໄດ້ 3ຂໍ້ກ່ອນ

18. ເຖິງວ່າໂສ້ງເສື້ອໃນຕູ້ຈະມີໜ້ອຍ ແຕ່ຖ້າສະຫຼັບກັນໄປເລື້ອຍໆກໍເບິ່ງຄືວ່າມັນຫຼາຍເອງ.

19.ຊາລາເປົາ 1ກ້ອນກິນໄດ້ 2ຄົນ, ລູກຊິ້ນປິ້ງ 1ໄມ້ກິນໄດ້ 4 ຄົນຖ້າທ່ານຄິດຈະແບ່ງ.

20. ເລືອກໃຫ້ຂອງຂວັນຄົນທີ່ບໍ່ເຄີຍໄດ້ຂອງຂວັນ ດີກວ່າໃຫ້ຄົນທີ່ໄດ້ຂອງຂວັນຫຼາຍຈົນຈື່ຄົນໃຫ້ບໍ່ໄດ້.

21.ໃນມື້ທີ່ຮູ້ສຶກເສົ້າໆເຫງົາໆ ຍ່າງໄປຊື້ດອກໄມ້ໃຫ້ໂຕເອງຈັກດອກກໍຈະດີຂື້ນເອງ.

22.ແອບຮັກໃຜຈັກຄົນຢ່າງນ້ອຍດີກວ່າການທີ່ເຮົາບໍ່ເຄີຍຮູ້ວ່າຄວາມຮັກເປັນຈັ່ງໃດ.

23. ເຖິງແມ່ນວ່າຈະບໍ່ໄດ້ອອກໄປໃສ ແຕ່ບໍ່ໄດ້ໝາຍຄວາມວ່າຈະແຕ່ງໂຕໃຫ້ງາມບໍ່ໄດ້.

24.ສ້າງຄວາມຫວານຊື້ງງ່າຍໆຄົນດຽວ ດ້ວຍການນັ່ງນັບດາວໃຫ້ຄົບ 100 ດວງກ່ອນນອນ.

25.ຖ້າທ່ານເຊັດແກ້ວແວ່ນທີ່ຂຸ່ນມົວທີ່ສຸດໃຫ້ໃສຄືນໄດ້ ເປັນຫຍັງທ່ານຈະຮຽນ ຫຼື ເຮັດວຽກໃຫ້ດີກວ່ານີ້ບໍ່ໄດ້.

26.ພະຍາຍາມອ່ານປື້ມທຸກປະເພດທີ່ມີໃຫ້ຈົບເຖິງວ່າມັນອາດບໍ່ມ່ວນແຕ່ກໍມີປະໂຫຍດແຝງຢູ່.

27.ຕື່ນເຊົ້າມາໃຫ້ຢຽດຄ້ານໃຫ້ດົນທີ່ສຸດເທົ່າທີ່ຈະດົນໄດ້ ຖ້າທ່ານຄ້ານທີ່ຈະອອກກຳລັງກາຍ.

28.ພຽງແຕ່ທ່ານເອົາເຂົ້້າທີ່ກິນບໍ່ໝົດໄປໃຫ້ໝາທີ່ຍ່າງຜ່ານມາເຮືອນທ່ານ ມັນກໍເປັນການເຮັດບຸນ ທີ່ບໍ່ຕ້ອງລົງທືນແລ້ວ.

29. ປິດໄຟດອກທີ່ບໍ່ຈຳເປັນໃນເຮືອນທ່ານຈະມີເງິນເກັບຫຼາຍຂື້ນ.