ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ຊາຍລາວແຕ່ງງານໄດ້ສາມປີກັບພັນລະຍາທີ່ຫນ້າຮັກແລະແສນດີ ແຕ່ວ່າ ພັນລະຍາຂອງລາວກໍ່ຍັງບໍ່ສາມາດມີລູກໃຫ້ລາວໄດ້ເທືອ .ທຸກຄັ້ງທີ່ຊາຍເວົ້າກ່ຽວກັບລູກ ພັນລະຍາຂອງລາວກໍ່ໄດ້ແຕ່ ງືກຫນ້າ , ແຕ່ລາວກະໄດ້ແຕ່ປອບໃຈພັນລະຍາອີກບໍ່ດົນເທວະດາຄົງຈະຕ້ອງສົງລູກຂອງເຮົາຕ້ອງມາໃຫ້ເຮົາ

ຊາຍເປັນຄົນດຸຫມັ້ນລາວຕັ້ງຫນ້າເຮັດວຽກຈົນໄດ້ເລື່ອນຕຳແຫນ່ງເລື່ອຍໆເຮັດໃຫ້ໄດ້ເປັນຫົວຫນ້າພະແນກ ,ແລະໄດ້ຮັບຄວາມໄວ້ວ່າງໃຈຈາກຫົວຫນ້າບໍລິສັດ

ຫົວບໍລິສັດໄດ້ຟາກໃຫ້ລູກສາວໄປຟືກງານກັບຊາຍ ຍ້ອນຄວາມສະນິດສະຫນົມຈີ່ງເຮັດໃຫ້ຊາຍ ເກີດຄວາມເຫັນແກ່ໂຕ ຫວັງລາບຍົດ ຕຳແຫນ່ງແລະຫນ້າທີ່ວຽກງານ ຫວັງທີ່ຈະເປັນລູກເຂີຍຂອງຫົວຫນ້າບໍລິສັດ ,ລາວຈີ່ງຕ້ອງການເລີກກັບພັນລະຍາ ເພືອທີ່ຈະໄປຄົບກັບລູກສາວຫົວຫນ້າ

ຊາຍຄິດໄວ້ວ່າຈະບອກເລີກພັນລະຍາກ່ອນທີ່ຈະຮອດປີໃຫ່ມ ,

ແລະມື້ເຊົ້າຂອງມື້ນື່ງ ຄູບາໄດ້ມາຍາມບ້ານຂອງຊາຍ ຊາຍແປກໃຈຫລາຍ ວາເປັນຫຍັງຄູບາຈີ່ງມາຫາ

ຊາຍເລີຍຖາມວ່າ ຄູບາຜ່ານມາທາງນີ້ບໍ່

ຄູບາ ຕອບ ບໍ່ຂ້ອຍມາຫາເຈົ້າໂດຍສະເພາະ ຢາກມາບອກພວກເຈ້ົາວ່າເຮັດຫຍັງໃຫ້ຄິດດີໆເສຍກ່ອນ ຖ້າຈະເຮັດຫຍັງຂໍໃຫ້ແລ້ວປີໃຫ່ມໄປໄດ້ບໍ່

ພັນລະຍາຂອງຊາຍເຮັດຫນ້າງົງ ແຕ່ຊາຍຮູ້ດີວ່າ ເລື່ອງນັ້ນມັນຫມາຍເຖີ່ງຫຍັງ

ໃນທີ່ສຸດຊາຍກະບອກເລີກກັບພັນລະຍາ ແລະມອບບ້ານກັບລົດໃຫ້ພັນລະຍາ ,ພັນລະຍາກະໄດ້ແຕ່ມິດ ບໍ່ເວົ້າຫຍັງເລີຍ ຊາຍບໍ່ຟັງຄວາມຄູບາບອກເລີຍ

ລາວດີໃຈທີ່ບອກເລີກພັນລະຍາແລະໄປຄົບກັບລູກສາວຫົວຫນ້າ ເບີ່ງແລ້ວຄວາມຮັກຂອງຊາຍຊາງມີຄວາມສຸກ

ແລະແລ້ວບໍ່ພໍ່ທໍ່ໄດ້ຊາຍກໍ່ໄດ້ເກີດອຸດບັດເຫດ ເຮັດໃຫ້ຂາພິການ ລູກສາວຂອງຫົວຫນ້າ ກໍ່ໄດ້ມາເບີ່ງແຍ່ງຊາຍຈົນຫາຍດີ ຊາຍຮູ້ສືກດີໃຈ ທີ່ຍັງມີຄົນຮັກ ຢູ່ ,ຈົນກະທັ້ງມື້ນັ້ນ

ລູກສາວຂອງຫົວຫນ້າໄດ້ເຂົ້າມາລະບອກກັບຊາຍວ່າ ຄອບຄົວຂ້ອຍມີຫນ້າມີຕາ ເພີນບໍ່ສາມາດຮັບລູກເຂີຍແບບເຈົ້າໄດ້ ແລ້ວພີນ້ອງຂ້ອຍກະເຫັນດີໃຫ້ເລີກກັບເຈົ້າ ແລ້ວນາງກໍ່ຈາກໄປ

ຊາຍຮູ້ສືກເສຍໃຈຫລາຍ ຈີ່ງຄິດຮອດພັນລະຍາຂອງລາວ

ລາວກັບໄປຫາພັນລະຍາທີ່ບ້ານແຕ່ຫນ້າເສຍດາຍທີ່ພັນລະຍາລາວບໍ່ຕ້ອນຮັບ ພັນລະຍາລາວບອກວ່າ ປ່ອຍຂ້ອຍໄປສາ ໃຫ້ຂ້ອຍມີຊີວິດທີ່ດີກ່ວານີ້ສາ ເປັນຄຳເວົ້າຄຳດຽວກັບຊາຍບອກພັນລະຍາກ່ອນທີຊາຍຈະຈາກໄປ

ພັນລະຍາລາວບອກວ່າ ມື້ທີ່ຊາຍ ບອກເລີກລາວ ລາວແລ່ນນຳ ເຮັດໃຫ້ລາວລົ້ມ ລະມີເລືອດອອກ ພໍ່ໄປຮອດໂຮງຫມໍກັບພົບວ່າລາວໄດ້ແທ໋ງລູກຂອງລາວໄປແລ້ວ

ຊາຍໄດ້ຮູ້ເລື່ອງນີ້ເສຍໃຈຫລາຍ ທີ່ຕົນເປັນຕົ້ນເຫດໃຫ້ລູກຕ້ອງຕາຍແລະເຮັດໃຫ້ຊີວິດຂອງຍີ່ງຄົນຫນື່ງຕ້ອງປ່ຽນໄປ

ປະຈຸບັນນີ້ຊາຍກາຍເປັນຄູບາທີ່ຄ່ອຍເຕື່ອນສະຕິສອນຊີເນະໃຫ້ຄົນເຮັດຄວາມດີ

ຈື່ໄວ້ວ່າ ພໍໃຈໃນສີ່ງທີ່ໂຕເອງມີ

 

 

 

 

Delicious Digg Fark Twitter