ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ວິທີເຮັດຕົ້ມຍຳກຸ້ງ
ເຄື່ອງປະກອບ:

  • ກຸ້ງສົດ
  • ນ້ຳກະທິ
  • ຜົງຊູລົດ
  • ໝາກເຜັດ
  • ໝາກຂາມປຽກ
  • ຫົວສີໄຄ
  • ຫົວຄ່າ
  • ຫອມບົວໃຫຍ່
  • ເກືອ
  • ພິກຜົງແດງສົດ
  • ເຫັດເຟືອງ
  • ໝາກເຜັດດິບສີແດງ
  • ຫອມບົ່ວໃບ
  • ໃບຂີ້ຫູດ

ວິທີ່ເຮັດຕົ້ມນ້ຳໃຫ້ເດືອດ,ໃສ່ຫົວສີໃຄ,ຫົວຄ່າ,ເກືອ,ຫອມຫົວໃຫຍ່,ໝາກຂາມປຽກ. ອີກ3ນາທີຈຶ່ງໃສ່ກຸ້ງ,ຕາມລົງໄປຄືພິກຜົງແດງສົດແລະນ້ຳກະທິ,ຄົນ. ພໍກຸ້ງສຸກແລ້ວ ກໍເອົາເຫັດເຟືອງໃສ່ລົງໄປພໍເຫັດເຟືອງສຸກແລ້ວ,ກໍ ເອົາໝາກເຜັດດິບສີແດງ,ຫອມບົ່ວໃບ,ໃບຂີ້ຫູດໃສ່ລົງໄປ ແລ້ວຊິມໃຫ້ພໍດີ ຕັກໃສ່ຖ້ວຍ ຕຽມພ້ອມຮັບປະທານໄດ້ເລີຍ. (ທີ່ສຳຄັນຕົ້ມຍຳກຸ້ງຈະຕ້ອງມີລົດຊາດເຜັດ,ເຄັມ,ສົ້ມ)
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ວິທີເຮັດລາບຊີ້ນງົວ
ເຄື່ອງປະກອບ
  • ຊີ້ນງົວສົດ,ຕັບ,ເຄື່ອງໃນ
  • ປາແດກສຸກ
  • ເພ້ຍ+ບີ
  • ເຂົ້າຂົ້ວ
  • ພົ່ງຊູລົດ
  • ໝາກເຜັດພົງ
  • ໝາກເພັດດິບຊອຍ
  • ໝາກນາວ
  • ຫອມລາບ
  • ຫອມເປ+ຫອມປ້ອມ+ຫອມບົວ
  • ຫອມບົວແດງ
ວິທີປຸງແຕ່ງ:



ເອົາຊີ້ນ,ຕັບ,ເຄື່ອງໃນ ລົງກ່ອນ, ເອົາພົງຊູລົດ,ໝາກເຜັດ,ເຂົ້າຂົ້ວ,ປາແດກ,ເພ້ຍລົງພ້ອມກັນ
ແລ້ວຄົນເຂົ້າກັນ ຕາມດ້ວຍ ໝາກເຜັດປົ່ນ,ໝາກເຜັດດິບ,ຫອມເປ+ຫອມປ້ອມ+ຫອມບົວ+ຫອມລາບ,
ຄົນເຂົ້າອີກເທື່ອ1 ແລ້ວຊິມຮູ້ວ່າລົດຊາດດີແລ້ວ ຈຶ່ງຕັກໃສ່ຈານພ້ອມຮັບປະທານ


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຜິວແຫ້ງແລະຜີວບອບບາງ



ເລືອກໃຊ້ຜະລິດຕະພັນ ທີ່ມີຄວາມເຂັ້ມຂົ້ນຂອງຄີມສູງ ໂດຍສະເພາະທີ່ມີສວ່ນຜະສົມຂອງສານທະນອມ ຜິວCocoa Butter ຫລືLanolin ເປັນຕົ້ນ



ເລືອກໃຊ້ຜະລິດຕະພັນ ທີ່ລ້າງອອກງ່າຍດ້ວຍນ້ຳ ແລະ ບໍ່ຄວນໃຊ້ນ້ຳທີ່ເຢັນຈັດຫລື ຮ້ອນຈັດເກີນໄປ



ບໍ່ຄວນໃຊ້ຟອງນ້ຳທຸກສະນິດໃນການລ້າງເຄື່ອງສຳອາງ ເພາະອາດຈະເຮັດໃຫ້ຜິວຊ້ຳ ແຖມຍັງມີສິດ ຕິດ ເຊື້ອເບັດທີເລຍ ບາງສະນິດອີກດດ້ວຍຫລີກລ້ຽງຄຣ່ວງອົບອາຍນ້ຳສຳລັບຫນ້າ ຫລື ລວມທັງການຮົມຢາຫລາຍ ຄັ້ງເກີນໄປ ເພາະຈະເຮັດໃຫ້ຜີວລະຄາຍເຄືອງຜິວມັນ



ຄວນໃຊ້ຜະລິດຕະພັນທີ່ບໍ່ມີຜົນກະທົບຕໍ່ນ້ຳມັນທີ່ຜິວສ້າງຂື້ນແລະຫລີກລ້ຽງສະບູຄີມຫລືສວ່ນຜະສົມ ຄີມທີ່ເຂັ້ມຂຸ້ນຫຼາຍບໍ່ຄວນໃຊ້ຜະລິດຕະພັນທີ່ມີສວ່ນຜະສົມຂອງ ເອວກໍ່ຮໍ່ ເພາະຈະເຮັດໃຫ້ຕ່ອມຜະລິດນ້ຳມັນຫຼາຍຂື້ນ



ບໍ່ຄວນລ້າງຫນ້າຫຼາຍ(ບໍ່ກາຍ2​_3ເທື່ອຕໍ່ມື້) ເພາະຖ້າລ້າງຫຼາຍກໍ່ຈະແຮງມັນ ເພາະຈະມີການຜະລິດນ້ຳມັນຫຼາຍຂື້ນກວ່າ

 

(ຫນັງສື First)