ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໃຜທີ່ເຄີຍເສັງທະນາຄານ ຫຼື ວ່າທຸກຄົນທີ່ຮູ້ກຽ່ວກັບການສອບເສັງເຂົ້າ ໂຮງຮຽນທະນາຄານ, ຕ້ອງຄົ້ນຄວ້າເບິ່ງຂໍ້ມູ ນຫຍັງແດ່ນໍ ອ້າຍໆ ເອື້ອຍໆພັນລາວເອີຍ,,^^ ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຊ່ວຍແດ່ຢາກຮູ້ກ່ຽວກັບກິລາໂອແລັມປິກ.....

 

ໃຜຮູ້ແດ່....

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ໃຜທີ່ໃຊ້ໂທລະສັບມືຖືຕັ້ງໃຈອ່ານດີໆ ອ່ານຈົບແລ້ວຈະຮູ້ວ່າມືຖືບໍ່ໄດໃຊ້ໄວ້ສຳລັບໂທເຂົ້າອອກ ເທົ່ານັ້ນ
ແຕ່ຍັງມີເຄັດລັບທີ່ເພື່ອນໆຍັງບໍ່ຮູ້ເຊື່ອງຊ້ອນໄວ້ຢູ່ ຖ້າຢາກຮູ້ວ່າມີອັນໃດແດ່ ລອງເຂົ້າມາເບິ່ງນຳກັນ.
ໝາຍເລກສາກົນສຸກເສີນ 112 ໃຊ້ໄດ້ທົ່ວໂລກ ຖ້າເກີດເຮົາຫລົງໄປຢູ່ໃນເຂດບໍ່ມີສັນຍານເລີຍ ແຕ່ມີເຫດດ່ວນເຫດຮ້າຍໃຫ້ກົດ 112 ແລ້ວມັນຈະຫາເບີໃຫ້ເອງອັດຕະໂນມັດ ແມ້ວ່າເຮົາລັອກປຸ່ມ ກໍຍັງກົດເບີນີ້ໄດ້ ທີນີ້ ເຮົາກໍລອດຕາຍ ^^
ໃຊ້ກໍລະນີລືມກະແຈໄວ້ໃນລົດ ສຳຫລັບລົດທີ່ໃຊ້ຣີໂໝດ (Remote Key)

ຖ້າລົດລັອກໄປແລ້ວ ແຕ່ຍັງມີກະແຈສຳຮອງຢູ່ບ້ານ ໃຫ້ໂທໄປຫາຄົນທີຢູ່ບ້ານດ້ວຍມືຖື ຫາເບີມືຖືຂອງຄົນນັ້ນ ໃຫ້ຢູ່ຫ່າງຈາກປະຕູລົດ1ແມັດ ວານໃຫ້ຄົນຢູ່ບ້ານກົດປຸ່ມປົດລັອກ (unlock) ແລະ ກະເເຈຕ້ອງຈຸກັບມືຖືພໍດີໃນຂະນະທີລາວຄົນນັ້ນ ກົດປຸ່ມ ປະຕູລົດກໍຈະເປິດອອກຄືກັບເຮົາເປີດດ້ວຍຕົນເອງ. ໄລຍະຫ່າງບໍ່ແມ່ນບັນຫາແມ້ວ່າ ຈະໄກກັນເປັນ ຮ້ອຍໆ ກິໂລແມັດກໍຕາມ.

ກໍລະນີເເບັດໃກ້ຈະໝົດ *3370# ສຳລັບມືຖື Nokia ຖ້າເກີດຖ່ານເຫລືອນ້ອຍເຕັມທີ ໃກ້ຈະດັບ ແຕ່ເຮົາຈຳເປັນຕ້ອງໂທອອກໃຫ້ກົດ*3370# ມັນຈະຮີດເອົາພະລັງງານສຳຮອງ ທີ່ເຊື່ອງໄວ້ອອກມາ ແລ້ວສະແດງໃຫ້ເປັນວ່າ ໄດ້ເພີ່ມພະລັງງານແບັດເຕີລີ 50% ແລະ ມັນຈະຊົດເຊີຍ ສ່ວນ ສຳຮອງນີ້ໃນການສາກແບັດ(charge batterry) ຄັ້ງຕໍ່ໄປ.
ຖ້າໂທລະສັບເສຍຕ້ອງການເຮັດໃຫ້ໃຊ້ບໍ່ໄດ້ຕະຫລອດໄປ ກໍລະນີນີ້ ເຮົາຕ້ອງໃຊ້ໝາຍເລກ serial number ປະຈຳເຄື່ອງເຊີ່ງມີ 15-17 ໜ່ວຍ ການທີ່ຈະຮູ້ວ່າໝາຍເລກນີ້ໃຫ້ກົດ*#06# ແລ້ວໝາຍເລກປະຈຳເຄື່ອງກໍຈະປາກົດຂື້ນມາທັນທີ ຄືກັບຫລິ້ນກົນ ຈົດໄວ້ແລ້ວເກັບໄວ້ໃຫ້ດີ....ເທົ່ານີ້ຫາກວ່າມືຖືເສຍ ຫລື ວ່າຕົກຫລົ່ນ ໃຫ້ໂທໄປທີ່ສຸນແລ້ວແຈ້ງຫມາຍເລກໃຫ້ເຂົ້າໄປທີ່ສູນແລະ ແຈ້ງໝາຍເລກໃຫ້ພະນັກງານໄປ
ພວກເຂົາກໍຈະບ໋ຣອກເຄື່ອງຂອງເຮົາໃຫ້ແລ້ວ ຕອນນີ້ຖ້າມືຖືຫາຍ ຈະໃຊ້ບໍ່ໄດ້ອີກເລີຍ ເຖິງວ່າໂຈນຈະປ່ຽນsim cardມັນກໍຍັງຈະໃຊ້ບໍ່ໄດ້ຢູ່ດີ. ແບບນີ້ສະໃຈດີເນາະ ຮ່ະໆ ໂດຍສະເພາະພວກທີ່ມັກລັກເອົາມືຖືຂອງຄົນອື່ນ

ລອງໃຊ້ວິທີນີ້ເບິ່ງເດີ້ ເພື່ອນໆ ເຮົາເຊື່ອວ່າ ມັນຕ້ອງມີປະໂຫຍດບໍ່ຫລາຍກໍໜ້ອຍເລີຍແຫລະ.