ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຕັ້ງຢູ່ ບ. ນາເງິນ ເມືອງທຸລະຄົມ ແຂວງວຽງຈັນ, ອອກຈາກນະຄອນຫຼວງວຽງຈັນ. ໄປຕາມເສັ້ນທາງເລກທີ 13 ໃຕ້ແຍກອອກຈາກທາງເລກທີ13ໃຕ້ຢູ່ທາງວົງວຽນ ບ. ດອນໜູນ ເມືອງໄຊທານີແລ້ວໄປຕາມທາງໄປ ບ. ເກີນ ເກືອບຈະຮອດຂົວ ບ. ໃໝ່(ໄຮຢອນ) ມີທາງແວ່ ບ. ນານົກຂຸ້ມ ຢູ່ແຈທາງແວ່ຈະມີປ້າຍຂອງຊື່ຕາດ ຫີນປາຝາ, ຈາກນັ້ນໄປຕື່ມຈົນກວ່າຈະຮອດຂົວເຫຼັກຂອງ ບ. ຫົວຂົວ ມັນມີທາງລ້ຽວຂື້ນໄປພູເຂົາຄວາຍຢູ່ເບື້ອງຊ້າຍ. ຢູ່ແຈທາງລ້ຽວຈະມີປ້າຍຊື່ຂອງຕາດຫີນປາຝາ. ລ້ຽວແລະໄປຕື່ມຜ່ານກາຍຂົວເຫຼັກນ້ອຍ. ຕາມທາງຂື້ນໄປຫາພູ. ແລ້ວຈະເຫັນປ້າຍຕາດຫີນປາຝາອີກ ແລະ ມີລູກສອນຊີ້ເຂົ້າໄປປະມານ 90m ຮອດຂົວແລະຜ່ານຂົວເຂົ້າໄປດ້ານໃນກໍແມ່ນຕາດຮີນປາຝາ.

1.ນ້ຳຕົກຕາດສາຍຫ້ວຍຄັງບ້ານ.

  • ສາຍນ້ຳໄຫຼຈາກຕີນພູເຂົ້າຄວາຍພັດຜ່ານນໂງ່ນຫີນຕາມສາຍຫ້ວຍ. ລົງໃສ່ຝາຍນ້ຳລົ້ນຍາວ 800m.
  • ນ້ຳໃສສະອາດ, ເຢັນດີ. ອາບບໍ່ດົນກໍ່ໜາວ.
  • ແຄມຫ້ວຍມີຕົ້ນໄມ້ເປັນຮົ່ມເຢັນ, ອາກາດສົດໃສ.
  • ມີໂງ່ນຫີນ. ຢັງຢາຍ

    2.ຕູບໃຫ້ພັກຜ່ອນ
    ແຄມຫ້ວຍມີຕູບເໝາະສົມໃນການຮັບປະທານອາຫານ, ນອນພັກຜ່ອນຫຼືນັ່ງເຮັດກິດຈະກຳທີ່ຕ້ອງການຄວາມສະງົບ, ຫຼືສ້ອາງບັນຍາກາດແບບໝູ່ຄະນະຫຼືຄອບຄົວ.