ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຜູ້ຍີງແຕ່ລະໄວກໍ່ລ້ວນມີຄວາມຕ້ອງການຂອງພິວທີ່ແຕກຕ່າງກັນ ສະນັ້ນເພື່ອທີ່ຄວາມງາມ ຂອງໄວສາວໄວເລກ2 ແບບທ່ານຈະເປັ່ງປະກາຍໄດ້ຍ່າງເຕັມທີ່ແຕກຕ່າງກັນ ນີ້ຄືຂໍ້ແນະນຳ ທີ່ເຫມາະກັບສາວໄວໄສເຊັ່ນທ່ານ

 

  • ໄວ..... ສ້າງຄວາມແຕກຕ່າງຍ່າງຫລາຍ ໃນຄວາມງາມຂອງຍີງສາວ ແຕບໍ່ແມ່ນວ່າຍີງສາວໃນໄວທີ່ຍັງມີ ຄວາມປຽນແປງຕາມທຳມະຊາດຢູ່ຫລາຍກຄືສາວໄວເລກຈະສາມາດລົດຮອຍຈາກກິດຈະວັດການດູ ແລຄວາມງາມທັງຫລາຍບໄປໃດ້ເພາະໃນຊ່ວງໄວເລກ2ການຜັດເຊວຜິວຂອງທ່ານຈະລຸດລົງໄປກວ່າ 28% ແລະປັດໃຈຫລາຍຢ່າງພາຍນອກກໍ່ເລີມທີ່ຈະສົ່ງຜົນຕໍພິວລວມເຖີງທ່ານຍັງສາມາດມີບັນຫາ ສິວມາລົບກວນໃຈໃດ້ຢູ່ ເຊີ່ງຍິ່ງສາວບາງຄົນໃນໄວນີ້ອາດເປັນມືໂປເລື່ອງຂອງການດູແລຜິວລວມ ເຖີງທານຍັງສາມາດມີບັນຫາອິກຈຳນວນຫລາຍທີ່ໄຫມຕໍ່ການດູແລຜິວພັນຍ່າງເຕັມຮູບແບບ ໃຫ້ເຮົາໄດ້ເຕີມເຕັມຂໍ້ມູນແກ່ທານໃນເລືອງນີ້ ເພືອທ່ານຈະປະເມີນໄດ້ວ່າ ສິງໃດທີ່ທ່ານສາມາດ ເຮັດໄດ້ເພືອຈະເຮັດໃຫ້ມັນດີຂື້ນ

     
  • ຜິວທານປະເພດໃດ
     
  • *ຍ່າງແລກກໍຄື ທ່ານຕົ້ງຮູ້ກ່ອນວ່າຜິວຂອງທ່ານແມ່ນປະເພັດໃດ ຜິວມັນຜິວແຫ້ງຫລືຜິວປະສົມ ເພື່ອທີ່ທ່ານຈະໃດ້ແນ່ໃຈວ່າທ່ານໃຊ້ຜະລິດຕະພັນທີ່ເຫມາະສົມກັດຜິວຂອງທ່ານ ບໍ່ວ່າຜິວ ຂອງທ່ານຈະປະເພດໃດທ່ານສາມາດມີຜິວແພ່ງ່າຍດ້ອຍກໍ່ໄດ້ ໃນຂະນະດຽວກັນ ຖ້າຜິວແພ້ງ່າຍ ທ່ານຄວນໃຊ້ຜະລິດຕະພັນອ່ອນໂຍນແລະອອກແບບເພືອຜິວແພ້ງ່າຍ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຜິວແຫ້ງແລະຜີວບອບບາງ



ເລືອກໃຊ້ຜະລິດຕະພັນ ທີ່ມີຄວາມເຂັ້ມຂົ້ນຂອງຄີມສູງ ໂດຍສະເພາະທີ່ມີສວ່ນຜະສົມຂອງສານທະນອມ ຜິວCocoa Butter ຫລືLanolin ເປັນຕົ້ນ



ເລືອກໃຊ້ຜະລິດຕະພັນ ທີ່ລ້າງອອກງ່າຍດ້ວຍນ້ຳ ແລະ ບໍ່ຄວນໃຊ້ນ້ຳທີ່ເຢັນຈັດຫລື ຮ້ອນຈັດເກີນໄປ



ບໍ່ຄວນໃຊ້ຟອງນ້ຳທຸກສະນິດໃນການລ້າງເຄື່ອງສຳອາງ ເພາະອາດຈະເຮັດໃຫ້ຜິວຊ້ຳ ແຖມຍັງມີສິດ ຕິດ ເຊື້ອເບັດທີເລຍ ບາງສະນິດອີກດດ້ວຍຫລີກລ້ຽງຄຣ່ວງອົບອາຍນ້ຳສຳລັບຫນ້າ ຫລື ລວມທັງການຮົມຢາຫລາຍ ຄັ້ງເກີນໄປ ເພາະຈະເຮັດໃຫ້ຜີວລະຄາຍເຄືອງຜິວມັນ



ຄວນໃຊ້ຜະລິດຕະພັນທີ່ບໍ່ມີຜົນກະທົບຕໍ່ນ້ຳມັນທີ່ຜິວສ້າງຂື້ນແລະຫລີກລ້ຽງສະບູຄີມຫລືສວ່ນຜະສົມ ຄີມທີ່ເຂັ້ມຂຸ້ນຫຼາຍບໍ່ຄວນໃຊ້ຜະລິດຕະພັນທີ່ມີສວ່ນຜະສົມຂອງ ເອວກໍ່ຮໍ່ ເພາະຈະເຮັດໃຫ້ຕ່ອມຜະລິດນ້ຳມັນຫຼາຍຂື້ນ



ບໍ່ຄວນລ້າງຫນ້າຫຼາຍ(ບໍ່ກາຍ2​_3ເທື່ອຕໍ່ມື້) ເພາະຖ້າລ້າງຫຼາຍກໍ່ຈະແຮງມັນ ເພາະຈະມີການຜະລິດນ້ຳມັນຫຼາຍຂື້ນກວ່າ

 

(ຫນັງສື First)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

 

alt

 

altaltalt

 

 

ນາງ ອຸສາມະນີ( ຂັວນ) ອາຍຸ 21 ປີ ປະຈຸບັນສືກສາຍຸ່ມະຫາວິທະຍາໄລ ກຸ່ງເທບ ເຊີ່ງປະຈູບັນເປັນດາລານັກສະແດງຢູ່ຊອ່ງ7 ລາວໄດ້ ມິຜົນງານອັນຫລວງຫລາຍ ອອກມາຮັບໃຊ້ຊື່ມວ່ນຊົນ ແລະ ໄດຮັບການຕອບຮັບຈາກຊື່ມວ່ນຊົນ ເປັນຢ່າງດີ ລາວເປັນຍິງທີງາມແລະ ເຕັມໄປດ້ວຍຫລາກຫລາຍຄວາມສາມາດ ແລະຍັງມີກິລິຍາອ່ອນຫວານ ສົມກັບເປັນຍີງທີຖືກຍອ້ງວ່າ ທັງງາມທັງເກັ່ງ.
ລາວເປັນສາວນ້ອຍ ທີ່ອາໄສຍູ່ນຳຄອບຄົວທີທຳມະດາ ເປັນຍ້ອນຄວາມຕັ້ງ ໃຈຂອງລາວແລະ ຄວາມມັກຈືງເຮັດໃຫ້ລາວຕັດສິນໃຈ ເຂົ້າໃນວົງການນີ້.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ແຕ່ກ່ອນຮ້ອງໄຫ້ເຄີຍກອດປອບ
  ປ່າວປະກາດຮັກ.......... :
  ຮັກຄົນອ່ອນໄຫວ
  ດຽວນີ້ກູຮ້ອງໄຫ້ໂອ້ຍ.......
  ພຸ້ນ.....ກະແດະເຂົ້າ


  ໄປ ຢາກໄດ້ຫຍັງບອກດີໆ


    ແຕ່ກ່ອນຍິ້ມໃຫ້ ໂອ້ຍ.....
    ໃຈເຕັ້ນດຽວນີ້ຍິ້ມໃຫ້
    ກູປວດຂີ້
    ແຕ່ກ່ອນເຮີ້ຍ.....
    ຂ໋າວ ຂາວ ວ້າວດູດີ
    ດຽວນີ້ປານວ່າຜີ
    ເບິ່ງມັນຊົມ

    ແຕ່ກ່ອນຂ້າມຫົນທາງຍ່າງຈູງມື
    ເຄື່ອງຂອງນີ້ຊ່ວຍກັນຖືຢ້ານເຮົາລົ້ມ
    ດຽວນີ້ຍົກມືຂຶ້ນນົບ
    ໂອ້ມ ພ໊ຽງ.....ໃຫ້ມັນລົ້ມ
    ລົດຢຽບຄໍຫັກ

    ແຕ່ກ່ອນສາວແນມເຮັດເປັນງຽບ
    ແຕ່ດຽວນີ້ຂໍເບີພຽບ ບັກໜ້າໝໍ

    ແຕ່ກ່ອນຈະໄປໃສຕ້ອງໄດ້ລໍ
    ດຽວນີ້ບໍ່ງໍ້ ຈະໄປບໍ່ໄປ

    ແຕ່ກ່ອນໃຜແນມ ຮ້າຍເປັນໄຟ
    ດຽວນີ້ໃຜຢາກໄດ້ ກູໃຫ້ຟີ
    ແຕ່ກ່ອນກິນເຂົ້າ ເຮົາຊິຈ່າຍ
    ກິນແມ...ເກງໃຈ
    ເຈົ້າເປັນເລດີ້
    ດຽວນີ້....ຫຼອກແດກກູຟີໆ
    ໄວ້ລຸ້ນເຊັງອີກ ນີ້ເກາະກູກິນ

    ແຕ່ກ່ອນເຮົາງອນ ເຮັດເປັນງໍ້
    ໂວຍວາຍຕັດພໍ້ຊີວິດ ຊີວິດຈະສິ້ນ
    ດຽວນີ້ເຮົາງອນ ທຳທ່າຈະບິນ
    ຊັ້ນເລີກ.......ຟັງຈົນລຶ້ງຕ້ອງໄປງໍ້ມັນ

    ແຕ່ກ່ອນໂທຕາມເອົາໃຈໃສ່
    ດຽວນີ້ໂທໄປປິດເຄື່ອງຊະງັ້ນ
    ແຕ່ກ່ອນ ເມດເຊັດ ສົ່ງກັນທັ້ງວັນ
    ດຽວນີ້ເຄື່ອງສັ່ນ ມູນຄ່າໂທຂອງທ່ານໝົດແລ້ວ

   ກູໂນເນະມັກບອກວ່າກູກະແດະ
    ກູກະແຊະກ່າບອກວ່າກູກະຫຼີ່
    ກູເສີຍໆກ່າບອກວ່າກູຍິ່ງສິ້ນດີ
    ກູແອ່ວບາງທີກໍບອກວ່າ ໜ້າລຳຄານ
    ກູບໍ່ຮັບໂທລະສັບ ເຊີນໄປບວດ
    ພໍກູຮັບ 5 ສາຍລວດ ໂອ໋....... ອີ່ລ່ານ
    ກູບອກບໍ່ມີແຟນລ່ະເຮັດໜ້າບານ
    ພໍຈີບນານໆກໍ່

    ຖິ້ມກູ.......
 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ສະບາຍດີຫມູ່ເພື່ອນທຸກໆຄົນ ມື້ນີ້ພວກເຮົາຈະມາຊອກແຊກເລື້ອງຂອງດາລາລາວ,ນັກຮ້ອງໃນວົງການບັນເທີງລາວເຮົາ ມາໃຫ້ຜູ້ອ່ານໄດ້ອັບເດດກັນ ບໍ່ວ່າຈະເປັນເລື້ອງລັບໆ, ເລື່ອງທີ່ດາລາເຮົາບໍ່ຢາກບອກເຮົາກໍ່ຈະໄປຊອກມາໃຫ້ທ່ານໄດ້ຮູ້ຢ່າງແນ່ນອນ. ເຊິ່ງນັກຮ້ອງຂອງເຮົາມີຊື່ວ່າ: ອາລູນ້າ(Aluna) ຂອງເຮົານີ້ເອງ. ອາລຸນ້າ ຈະຕອບ ຕອບ ຕອບຄຳຖາມວ່າຊັ້ນມາເບິ່ງເນາະວ່າສາວຄົນນີ້ຊິຕອບ ຕອບ ຕອບທຸກຄຳຖາມໄດ້ແທ້ບໍ່?

+Alunaເກີດມື້ໃດ ເດືອນໃດ ປີໃດ?
=>Aluna ເກີດວັນທີ 23ເດືອນ6 ຮ່າໆໆ.. ອາຍຸເປັນພຽນຕົວເລກ. ຄັນບອກໄປລະຊິຮ້ອງວ່າ ປະຕິໂທ້!

+ເວົ້າເລື້ອງຮ້ອງເພງ aluna ໄດ້ແຮງບັນດານໃຈມາຈາກໃຜ?
=>ໄດ້ແຮງບັນດານໃຈຈາກພໍ່ແມ່100% ພໍ່ເພີ່ນມີວົງດົນຕີເປັນຂອງຕົນເອງ ແລະເພີ່ນຍັງເປັນນັກຮ້ອງນຳຂອງວົງໃນສະໄຫມເພີ່ນເປັນບ່າວ ແລະເພີ່ນຍັງຫລີ້ນກິຕ້າເກັ່ງນຳອີກ. ຕັ້ງແຕ່ນ້ອຍແມ່ມັກຫລີ້ນດົນຕີໃຫ້ Alunaຟັງຕະຫລອດບໍ່ວ່າຈະເປັນເພງຂອງວົງ The beatles, Bee gees, Elvis, Cliff Richards, The compenter.Aluna ກໍມັກມັກເພງພວກນີ້ຫລາຍ ບາງເທື່ອAlunaກໍຍັງນຳເພງພວກນີ້ມາຮ້ອງໃນຄອນເສີດ ແລະງານລ້ຽງຕ່າງໆ.



+ມາເວົ້າຜົນງານທີ່ຜ່ານມາມີຫຍັງແດ່?
=>ມີອາລະບ້ຳເປັນຂອງຕົນເອງໃນປີ2005, ແຕ່ງເພງໃຫ້ແກ່ແທງໂກ ໃນປີ2004ແລະປີ2005, ແຕ່ງເພງ"ມີແຟນແລ້ວຫວາ"ໃຫ້"ກິ່ມມີ້" ໃນປີ2006, ແຕ່ງເພງ"ຄົນນິໃສດີ"ໃຫ້ແກ່"ນາລິນ" ໃນປີ2007 ແລະໄດ້ຮ່ວມຮ້ອງເພງໃນໂຄງການອາລະບ້ຳ "ຫ້ອງຮຽນພິເສດສຳລັບທຸກໆຄົນ" ແລະກໍຍັງມີງານຄອນເສີດຕ່າງແຂວງ ແລະຕ່າງປະເທດອີກຫລາຍໆງານ.

+ມີເລື້ອງຫຍັງຈາກຕ່າງປະເທດ ທີ່ປະທັບໃຈມາເລົ່າໃຫ້ຫມູ່ເພື່ອນຟັງແດ່ບໍ່?
=>ຄືຕອນໄປຫລີ້ນຝຣັ່ງ ມີເທດສະການດົນຕີຂອງໃນທະວິບຢຸໂລບ ເຊີ່ງມາຈັດງານປີນັ້ນ. ມີນັກຮ້ອງມາຮວມໂຕກັນ ສຸດຍອດຂອງຄວາມເປັນຈິງ Alunaໄດ້ເຫັນ Lenny kravitz, Sheryl Crow, R.E.M, Brian Adamsໂຕເປັນໆ...ຈົນບໍ່ຢາກຕື່ນ..

+ຟັງເລື້ອງAlunaຄັກຫລາຍແລ້ວ ຖາມເລື້ອງຂາຍຫນ້າກະມີຢູ່ຫວາ? ເວົ້າໃຫ້ຫມູ່ເພື່ອນເຮົາຟັງແດ່.
=>ເລື່ອງມັນເກີດຂື້ນຕອນໄປຍີ່ປຸ່ນ ຕອນໄປກິນshushi ກັບປາດິບ shashimiຢູ່ຮ້ານຫນື່ງ, ມື້ນັ້ນຄົນກະບັກຫລາຍໆເຮົາກະວ່າຮູ້ຈັກອາຫານໂຕນີ້ດີ ມັນຕ້ອງກິນກັບນ້ຳສະອິ້ວຍີ່ປຸ່ນ ກັບວາສະບິນແນ່ນອນ ນາງກະບໍ່ຫລາຍເລື້ອງ ຕັກເອົາວາສາບິບແບບຜົງໃສນ້ຳສະອິ້ວຄົນໄປຄົນມາ ສະກິດໃຈນ້ອຍຫນື່ງວ່າ:ເປັນຫຍັງມັນຈື່ງບໍ່ລະລາຍ ແຕ່ກະຍັງຄິດວ່າວາສາບິຂອງແທ້ຄືຊິເປັນຈັງຊີ້ ຊ້ຳບໍ່ຫນຳຍັງເອົາວາສະບິທີ່ວ່ານີ້ໄປໂຮຍໃສ່ຫນ້າເຂົ້າປັ້ນ ເພາະກະຍັງຄິດວ່າມັນຍັງບໍ່ເຜັດຄັກ ພໍແຕ່ໂຮຍໃສ່ເຂົ້າປັ້ນກະຮູ້ສືກວ່າມີຄົນແນມເບີ່ງເຮົາຢູ່ ຮູ້ໂຕອີກເທື່ອຫນື່ງກະມີຄົນແນມເບີ່ງເຮົາເຕັມຮ້ານແລ້ວ... ອາຍອ້າຍອາຍ ເຂົາຄືຊິວ່າສາວນີ້ມາແຕ່ໂລກໃດ ອາຍຈົນບໍ່ຮູ້ສິເອົາຫນ້າໄປໄວ້ໃສ ອາລຸນ້າກະຮ້ອງຂື້ນບັກແຮງໆອີກໃດຫັ່ນວ່າ: ວາສາບິ ວາສາບິ!!!! ຈາກນັ້ນເຈົ້າຂອງຮ້ານກໍເອົາວາສາບິຂອງແທ້ມາໃຫ້ບັກໄວໆ ມາຮູ້ນຳຫລັງວ່າມັນແມ່ນຊາຂຽວ ບໍ່ແມ່ນວາສາບິ...ຫນ້າແຕກຢ່າງຮຸນແຮງ

+ອັນນີ້ແມ່ນຄຳຖາມຈາກແຟນເພງ Aluna ກັບແຊມນັກຮ້ອງindeeຄ້າຍດຽວກັນເປັນແຟນກັນຫລືບໍ່?
=>(ຍິ້ມຫນ້າແດງ) ບໍ່ມີຫຍັງ ບໍ່ມີຫຍັງເປັນຫມູ່ຄ້າຍດຽວກັນ ອັນທີ່ເຫັນວ່າອາລຸນ້າຢູ່ໃສເຫັນແຊມຢູ່ຫັນ(ກະບໍ່ກະຫນາດນັ້ນ), ແຕ່ກໍໄດ້ໄປອອກງານນຳກັນຕະຫລອດ ແລະມີຫຍັງກະແລກປ່ຽນຄວາມຄິດເຫັນເລື້ອງວຽກກັນເທົ່ານັ້ນ ບໍ່ມີຫຍັງ(ປະຕິເສດສຽງແຂງ) ເອົາຈັງຊີ້ດີກວ່າ ອາລຸນ້າມີຫຍັງຈະບອກກ່ຽວກັບແຊມ ເລື່ອງມີຢູ່ວ່າ: ແຊມ... ມັກເບີ່ງໂທລະທັດຊ່ອງ...ບໍ່ບອກດີກວ່າ ຮ່າໆໆໆໆ ລາຍການຫຍັງນໍ..ບູມໆ ຈັກຢ່າງນິແລະ(ຮ່າໆ) ຖາມແຊມເອົາເອງເດີ້ ວ່າເປັນຫຍັງ ມີຫຍັງພິເສດ ລາວຈື່ງມັກລາຍການນີ້ (ພູມໃຈທີ່ໄດ້ຂາຍຫມູ່)

+ຊຸດທ້າຍAluna ມີຫຍັງຈະຝາກເຖິງແຟນເພງ?
=>ຂໍຝາກໃຫ້ແຟນໆ ລອງຟັງເພງໃນອາລະບ້ຳທີ2 ຂອງອາລຸນ້າ ອາລະບ້ຳ Aluna part2ນີ້ ອາລຸນ້າໄດ້ຕັ້ງໃຈຫລາຍກັບອາລະບ້ຳ ໃຊ້ເວລາ3ປີຈື່ງແລ້ວ ຢາກໃຫ້ມັນອອກມາດີທີ່ສຸດເພື່ອແຟນເພງຂອງອາລຸນ້າທຸກຄົນ ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຮັບຄວາມມ່ວນຊື່ນ ແລະມູມມອງຕ່າງໆໃນຄວາມຮັກ, ຊີວິດແລະສັງຄົມ ທີ່ອາລຸນ້າໄດ້ເວົ້າໃນອາລະບ້ຳນີ້ອາດໂດນໃຈແລະຖືກກັບຊີວິດຫລາຍໆຄົນ. ທ້າຍນີ້ຂໍຂອບໃຈນຳແຟນເພງອາລຸນ້າທີ່ໃຫ້ການສະຫນັບສະຫນູນໂດຍດີຕະຫລອດມາ ແລະຕະຫລອດໄປ.

 

thx for news

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ນີ້ຄືໂສມຫນ້າຂອງ5ຫນຸ່ມ ສະມາຊິກວົງໄອດໍ ທີ່ເປັນນັກຮ້ອງນ້ອງໃຫມ່ຂອງຄ້າຍເພງ ອິນດີ້ເຣັກຂອດ.
ພວກເຂົາມີຊື່ວ່າ ລັນ,ຕ້າ,ໂຕໂຕ້,ເອ,ໂດໂນ. ມື້ນີ້ ພວກເຂົາຈະມາບອກຄວາມໃນໃຈວ່າ ມັກສາວແບບໃດ? ແຕ່ວ່າ ຕ້າຄາໄປຕ່າງປະເທດກໍເລີຍສຳພາດບໍ່ໄດ້!


+ສຸກນິລັນ ສະຫວັດວົງ(ລັນ), 21ປີ, ກຳລັງສືກສາຢູ່ ມຊ, ຄະນະເສດທະສາດ ແລະບໍລິຫານທຸລະກິດ ປີ5:
"ລັນບໍ່ຢາກເວົ້າຍາກ ຄື ຢາກບອກວ່າ ມັກຜູ້ຍິງນິໄສດີ, ເຂົ້າກັບຄອບຄົວ ແລະກັບເຮົາໄດ້ດີ ກໍພຽງພໍແລ້ວລະ"
+ອິນທະນູໄຊ ອັກຄະລາດ(ໂຕໂຕ້), ກຳລັງສືກສາຢູ່ວິທະຍາໄລ ລາວ_ອາເມລິກາ ປີ5 ສາຂາບໍລິຫານທຸລະກິດ:
"ໂຕໂຕ້ ມັກຜູ້ຍິງທຳມະດາໆ, ແຕ່ບໍ່ເຖິ່ງກັບວ່າຂີ້ລ້າຍ, ຜິວຂາວ, ບໍ່ເວົ້າປະມາດຄົນອື່ນ, ມັກໃນສິ່ງທີ່ເຮົາເປັນ ແລະສິ່ງທີ່ເຮົາມີ ແລະບໍ່ມັກໄປທ່ຽວຫລາຍ"
+ມີໄຊ ອອນໄຊຍະວົງ(ເອ),ກຳລັງສືກສາຢູ່ວິທະຍາໄລການເງີນດົງຄຳຊ້າງ ປີ3:
"ເລື່ອງນີ້ຫວາ? ຖ້າຈະມີແຟນ ກໍຢາກໄດ້ຍິງທີ່ຫນ້າຮັກ, ນິໄສດີ, ໃຫ້ກຽດເຊິ່ງກັນແລະກັນ ລວມທັງໃຫ້ກຽດພໍ່ແມ່, ບໍ່ມັກໄປທ່ຽວຫລາຍຈົນເກີນໄປ ແລະກໍເປັນຄົນທີ່ຫມັ້ນໃຈໃນໂຕເອງ"
+ສັນຕິ ຫລວງໂຄດ(ໂດໂນ້) 19ປີ,ຫາກະຈົບຈາກ ໂຮງຮຽນນາໆຊາດ:
"ໂດໂນ້ມັກຜູ້ຍິງທີ່ຄ່ຽມຄົມ, ສຸພາບຮຽບຮ້ອຍ,. ແຕ່ກໍມັກເວົ້າຕະຫລົກໆເປັນບາງຄັ້ງຄາວ, ເປັນຕົວຂອງຕົວເອງ, ນິໄສເປັນຜູ້ໃຫຍ່ ແລະເປັນຄົນມັກປັບປຸງໂຕເອງຕາມສັງຄົມຕະຫລອດ".

ວົງໄອດໍ(idolZ)ເປັນວົງນ້ອງໃຫມ່ຂອງຄ້າຍເພງ ອິນດີ້ ເຣັກຂອດ ທີ່ກຳລັງໄດ້ຮັບຄວາມນິຍົມໃນຫມູ່ໄວລຸ້ນຜົນງານເພງຂອງເຂົາເຈົ້າຈະມີອອກໃນທ້າຍປີນີ້, ແຕ່ຈະມີຈັກເພງນັ້ນ ຍັງບອກບໍ່ໄດ້ເທື່ອວ່າຊັ້ນ!
ຜ່ານມາວົງໄອດໍ ກໍມີເພງຫນື່ງທີ່ໄດ້ປ່ອຍອອກໄປຕາມຄື້ນວິທະຍຸແລ້ວ ໂດຍແມ່ນເພງ "Miss You" ຫລື "ຄິດຮອດເຈົ້າ" ຊື່ງລວມຢູ່ກັບຜົນງານຊຸດ "ມິວສິກບັສ" (Music Bas) ທີ່ວາງຂາຍເປັນທີ່ຮຽບຮ້ອຍແລ້ວ.

 

thx .....kuanjai

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ຫາກໍ່ສັງເກດເຫັນເມື່ອສອງສາມມື້ທີ່ຜ່ານມາວ່າ ນ້ຳດື່ມໃສ່ຕຸກຂາຍມີວັນຫມົດອາຍຸ ຄິດວ່າຈະເປັນອຳມະຕະໄດ້ ໃຈເລິ່ມຄິດໄປເລື້ອຍໆ ວ່າມີອັນໃດແນ່ທີ່ຫມົດອາຍຸໄດ້ອີກ ກໍ່ມາສະດຸດກັບຄວາມຮັກລະຫວ່າງເຮົາ ແລະ ເຂົານີ້ເອງ, "ເວລາພຽງໃດເຖິງຈະພົບກັບວັນເອັກສະປາຍເດທ (Expired Date) ສຳຫລັບຊີວິດຄູ່" ກໍ່ບົ່ງບອກວັນທີ່ບໍ່ໄດ້ແນ່ນອອນ ຄືກັບອາຫານສຳເລັດຮູບບາງຍີ່ຫໍ້ ເອ໊ຍ! ບາງຄູ່ຮັກກັນຍືນຍາວ ຢູ່ນຳກັນຢ່າງມີຄວາມສຸກ ສຳຫລັບຄູ່ທີ່ຕ້ອງພົບພໍ້ກັບຄວາມຮັກຈືດຈາງຈົນເຖິງຂັ້ນ ເຫມັນບູດ ເຫັນທ່າຈະຕ້ອງລຸກຂື້ນມາປັບປຸງປ່ຽນແປງຄວາມເປັນໄປຄູ່ຂອງທ່ານແນ່ແລ້ວເດີ້. ການໃຊ້ຊີວິດຄູ່ຢູ່ນຳກັນແບບ "ບໍ່ມີບັນຫາເລີຍ" ລຶກໆ ລົງໄປອາດຫມາຍຄວາມວ່າບໍ່ມີອັນໃດແປກ ໃຫມ່ທ້າທາຍ ບໍ່ມີເລື່ອງໃຫ້ປະຫລາດໃຈ ໄຮ້ອາລົມເຂົ້າມາກ່ຽວຂ້ອງໄປເລີຍກໍ່ເປັນໄດ້ ຄູ່ຜົວເມຍທີ່ຫນ້າເບື່ອ ຕົ້ນຕໍບັນຫາມັກຈະມາຈາກການບໍ່ເຮັດອັນໃດເລີຍກັບຊີວິດຄູ່, ຫລື ເຮັດສິ່ງຕ່າງໆ ຫນ້ອຍຫລາຍ ຕ່າງຄົນຕ່າງກໍ່ບໍ່ສົນໃຈຄວາມສຳພັນລະຫວ່າງກັນ ຂາດຄວາມມີສະເຫນ່ຫາຕໍ່ກັນ, ບໍ່ສົນໃຈຫາເລື່ອງຕື່ນເຕັ້ນມ່ວນຊື່ນ, ບໍ່ມີຄວາມຂັດແຍ້ງ ຫລື ທັງຄວາມລຳຄານໃຈກໍ່ບໍ່ມາພານ ການທີ່ເຮົາພະຍາຍາມຕັດບັນຫາ ຫລື ຄວາມຫຍຸ້ງຍາກນີ້ລະ ຖ້າຕັດຫລາຍເກິນໄປກໍ່ເຮັດໃຫ້ເກິດຄວາມເບື່ອໄດ້ ກາຍເປັນວ່າສິ່ງທີ່ປະຕິບັດຕໍ່ກັນນັ້ນບໍ່ມີຄວາມຫມາຍ ເພາະມີເລື່ອງຄວາມຮູ້ສຶກເຂົ້າມາກ່ຽວຂ້ອງນຳຫນ້ອຍທີ່ສຸດ ແຕ່ໃນອີກດ້ານຫນື່ງ ເວລາຫລາຍປີທີ່ຢູ່ນຳກັນມາ ເຮັດໃຫ້ເບິ່ງເຫັນຈຸດບົກຜ່ອງຂອງກັນແລະກັນຫລາຍຂື້ນ ກໍ່ຢ່າໃຊ້ແຕ່ຄວາມຮູ້ສຶກຮຽກຮ້ອງໃຫ້ອີກຝ່າຍປ່ຽນແປງ ຫລື ຍຸແຍ່ກັນວ່າເຮົາຮັກເຂົາບ່ອນໃດ, ເພາະອັນໃດ? ໃຊ້ເຫດຜົນນັ້ນມາຫັກລົບກັບຄວາມບໍ່ຫນ້າພໍໃຈຂອງເຂົາ ຄູ່ຊີວິດທີ່ມີຄວາມສຸກຄືຄູ່ທີ່ຍອມຮັບຄວາມບົກຜ່ອງຂອງອີກຝ່າຍຫນື່ງ ແລະ ທຳໃຈຍອມຮັບໄດ້ວ່າ ເຮົາຕັດສິນໃຈເລືອກຂອງເຮົາມາເອງກັບມື ຈະໂທດໃຜບໍ່ໄດ້ທັງນັ້ນ, ເພາະເວລາໄດ້ມາກໍ່ເປັນແພ໊ກເກຈ (Package) ດີຫລືເສຍມານຳກັນ ຄັດສະເພາະສ່ວນດີກໍ່ບໍ່ໄດ້ເສຍ, ເບິ່ງເຂົາດ້ວຍຄວາມອ່ອນໂຍນ ມີສ່ວນໃດຫນ້າຮັກກໍ່ຈົງເອັນດູສະກ່ອນ ແລ້ວລາວຈະຫນ້າຮັກຂື້ນໃນສາຍຕາເຮົາ. ອີກສາເຫດຫນື່ງຂອງຄວາມເບື່ອ ອາດມາຈາກລາວ ຫລື ເຮົາປ່ຽນແປງໄປຈາກເກົ່າ ທີ່ເຄີຍສ້າງຄວາມສົດໃສ ແລະ ດຶງດູດຄວາມສົນໃຈ ລາວອາດເຄີຍຮູ້ສຶກວ່າຍິງສາວທີ່ມີສະເຫນ່ ທີ່ເຮັດໃຫ້ລາວທຸລົນທຸລາຍໃຈຍາກເອົາຊະນະ ຕອນນີ້ລາວບໍ່ໃສ່ໃຈຕົວເອງ, ບໍ່ໃສ່ໃຈເຈົ້າ, ດຽວນີ້ກາຍເປັນພຽງແມ່ຂອງລູກໆ ເທົ່ານັ້ນ ຫລື ລາວທີ່ມັກຊວນໄປຮູ້ຈັກທຸກແຈທຸກມູມໃນເມືອງລາວ ກາຍເປັນຄົນນັ່ງເຈົ່າຢູ່ກັບຫນັງສືພິມທຸກເວລາ ຄວາມສຳພັນໃນແບບຄາດເດົາໄດ້ວ່າຈະເກິດອັນໃດຂື້ນກໍ່ຫນ້າເບື່ອແທ້ໆ ເຊັ່ນ: ບົດສົນທະນາຊ້ຳຊາກເຊັ່ນ: "ມື້ແລງມີຫຍັງກິນແນ່" "ປົ່ນປາທູແລະລວກຜັກກາດ"... ຫລື ການທີ່ສອງຄົນດຳເນີນຄວາມສຳພັນຕາມຄວາມເປັນໄປໃນຊີວິດປະຈຳວັນ ເປັນພໍ່ແມ່ນຳກັນ, ປັດກວດຖູເຮືອນນຳກັນ, ໄປຊື້ເຄື່ອງໃສ່ບ້ານນຳກັນ, ຂ້ອຍໄປສົ່ງລູກຮຽນພິເສດ, ເຈົ້າພາລູກໄປລອຍນ້ຳ.... ບໍ່ມີອັນໃດອື່ນນອກຈາກນີ້. ເຮົາຈະຖະຫນອມຊີວິດຄູ່ແນວໃດບໍ່ໃຫ້ບູດ. ຫລາຍຄູ່ມີຄຳຖາມນີ້ໃນໃຈວ່າຈະຮັກສາຄວາມສົດຊື່ນໃນຊີວິດແຕ່ງງານໄວ້ດົນໆ ໄດ້ແນວໃດ? ບາງຄູ່ບອກວ່າຄວາມກຸກກິກຫວານແຫວວບໍ່ແມ່ນສະໄຕລ໌ຂອງຕົນເອງ ຂືນເຮັດໄປນອກຈາກລາວບໍ່ຊາບຊຶ້ງ ແລ້ວຍັງຫົວຂວັນກັບຄວາມພະຍາຍາມຂອງເຮົາໃຫ້ເຈັບກະດອງໃຈ ສະບາຍໃຈກ່ອນ ຄວາມຫວານຊື່ນຄົງບໍ່ໄດ້ມີຄວາມຫມາຍພຽງໃຫ້ອ້າຍເອີຍ ນ້ອງເອີຍ! ເຮັດແບບຫວານຊື້ນໃຕ້ແສງທຽນເທົ່ານັ້ນ ຈະວ່າໄປແລ້ວທຸກຄົນຕ້ອງການໄດ້ຮັບຄວາມຊື່ນຊົມຈາກຄົນອື່ນ ໂດຍສະເພາະຄົນໃກ້ໂຕ, ລອງຄິດເບິ່ງວ່າ ຖ້າລາວມ້ຽນບ່ອນນອນພັບຜ້າຫົ່ມທຸກໆ ວັນ ເປັນເວລາ 10 ປີ ໂດຍທີ່ເຮົາລືມໄປວ່າລາວບໍ່ຕ້ອງເຮັດແນວນັ້ນກໍ່ໄດ້ ເຮົາເອງກໍ່ເປັນຜູ້ຮັບທີ່ດີນຳ ບໍ່ເຄີຍຍ້ອງຊົມຈັກຄຳ ຫລື ຈູບຫອມເລີຍ ຄວາມຫວານຊື່ນຈະຈືດຈາງໄປເອງ ການຄິດເຖິງໃຈລາວໃຫ້ລາວຮູ້ວ່າ ເຮົາດີໃຈພຽງໃດ ຍ້ອງລາວໃນສິ່ງທີ່ລາວຊ່ວຍເຫລືອ ເຮັດບາງຢ່າງທີ່ເສຍສະລະໃຫ້ເຮົາແນ່ * ຄຳຍ້ອງ ເປັນພະລັງຜັກດັນໃນການບົ່ມເລິກຄວາມສຳພັນທີ່ດີ ຄົນເຮົາກໍ່ແປກຢ່າງຫນື່ງ ແຮ່ງຍ້ອງແຮງເຮັດດີ, ຍິ່ງຕຳນິຍິ່ງບໍ່ຢາກເຮັດ, ເຮົາເອີ່ຍຄຳຊົມໄດ້ຫລາຍແບບໆ ບາງເທື່ອບໍ່ຕ້ອງເວົ້າກັນຈະແຈ້ງປານໃດ ກໍ່ຫນ້າຮັກໄປອີກແບບ, ຂຽນໃສ່ເຈ້ຍຕິດໄວ້ທີ່ແກ້ວແວ່ນ, ໃສ່ກະເປົາເງິນ ຫລື ກະເປົາເອກະສານ, ສົ່ງອີເມລ໌ ບອກຜ່ານລູກໃຫ້ເປັນຜູ້ນຳສານແດ່ ກໍ່ບໍ່ເຫັນຈະແປກປານໃດ ຫລື ເມື່ອລາວສາມາດເຮັດສິ່ງໃດຫນື່ງໄດ້ດີກໍ່ຍ້ອງຊົມກັນແນ່ ເຊັ່ນຖ້າລາວເປັນຄົນທີ່ບໍ່ມັກໃຊ້ຄອມພິວເຕີ້ແນ່ ແຕ່ໃນທີ່ສຸດລາວຈະຝຶກຈົນເອົາຊະນະຄວາມຫຍຸ້ງຍາກຂອງມັນໄດ້ ສະແດງໃຫ້ລາວຮູ້ວ່າເຮົາຊື່ນຊົມໃນຄວາມພະຍາຍາມ ແລະ ຄວາມສຳເລັດນ້ອຍໆ ຂອງລາວບໍ່ຕ້ອງລໍໃຫ້ລາວເຮັດສິ່ງທີ່ມີຄຸນຄ່າອັນໃຫຍ່ເລີຍ ການຝຶກຍ້ອງຊົມກັນ ແລະ ກັນຈະຊ່ວຍໃຫ້ຊີວິດແຕ່ງງານ ທີ່ງ໋ອມແງ໋ມເຂັ້ມແຂງຂື້ນ ແລະ ເພິ່ມພູນຄວາມສຸກໃຫ້ກັບຊີວິດແຕ່ງງານທີ່ດີຢູ່ ຍິ່ງດີຂື້ນເລື້ອຍໆ ຄູ່ແຕ່ງງານທີ່ມີຄວາມສຸກ ມັກຈະເບິ່ງກັນ ແລະ ກັນຜ່ານແວ່ນສີຊົມພູກຸຫລາບ ພວກເຂົາເຫັນຂໍ້ດີຂອງກັນ ແລະ ກັນ ຫລາຍກວ່າຄູ່ອື່ນໆ ເຈົ້າອາດຈະຕຸ້ຍໄປແນ່ ແຕ່ກໍ່ຍັງງາມຢູ່ສະເຫມີໃນສາຍຕາລາວ, ລາວອາດຈະຈ່ອຍແນ່ແຕ່ລາວກໍ່ຍັງເບິ່ງດູດີຢູ່ສຳຫລັບເຈົ້າ ຖ້າທ່ານໄດ້ເບິ່ງຫນັງເລື່ອງ: Shallow Hal ແລ້ວຈະຊຶ້ງກັບຄວາມຫມາຍນີ້ເອງ, ຫາສິ່ງທີ່ລາວມັກມາປະປົນກັນກໍ່ເປັນໄອເດຍທີ່ດີຂໍ້ຫນື່ງ ຢ່າຊື້ເຝີໃນຮ້ານທີ່ດັງມາຝາກລາວ ເມື່ອລາວມັກກິນສຸກີ້ ຫລື ຊີ້ນດາດ, ຢ່າໃຫ້ດອກໄມ້ທີ່ງາມທີ່ເຈົ້າມັກທີ່ສຸດ ຖ້າລາວມັກອ່ານຫນັງສືດີໆ.... ໃຫ້ໃນສິ່ງທີ່ລາວປື້ມດີໃຈກວ່າໃຫ້ສິ່ງທີ່ເຮົາຄິດເອົາເອງວ່າດີ ຫລື ເຮົາມັກ ແລ້ວຖ້າຈະວາງແຜນສ້າງບັນຍາກາດໂຣແມນຕິກເບິ່ງຊ່ອງທາງລົມໄວ້ແນ່ວ່າ ລາວອາລົມດີຫລືບໍ? ວັນໃດເຫມາະສົມ ເວລາໃດໄດ້ຜົນ ຢາກັນບູດອີກແບບຫນື່ງຄື: ການເປັນຝ່າຍດຽວກັບລາວ ເມື່ອຄົນອື່ນໆ ຕຳນິລາວ ຫລື ຜິດຖຽງກັນກັບເຂົາ ເຖິງວ່າເຈົ້າຈະເຫັນນຳກໍ່ຈິງ ກັບຄົນອື່ນກໍ່ເສີຍໄວ້ ຢ່າງດີກວ່າກໍ່ຄືຢືນຢູ່ຝ່າຍດຽວກັບລາວ (ຂໍບອກວ່າເລື່ອງນີ້ພໍ້ກັບຕົວເອງມາແລ້ວ ບໍ່ເຊື່ອບໍ່ໄດ້) ເຮົາຕ້ອງສະແດງໃຫ້ລາວຮູ້ວ່າເຮົາເປັນທີ່ຮັກ ເຮົາຍອມຮັບລາວ ຄວາມຄິດອ່ານຂອງລາວມີຄ່າຄວນແກ່ການເຫັນດີນຳ ລາວຈະຮູ້ສຶກອຸ່ນໃຈວ່າເຈົ້າເປັນທີມດຽວກັນ ເລື່ອງບໍ່ຄໍຂາດບາດຕາຍກໍ່ຢ່າຫາເຫົາໃສ່ຫົວ ມົວເຂົ້າຂ້າງຄົນອື່ນຖຽງກັບລາວຢູ່ໄດ້. ໃນມື້ທຳມະດາບໍ່ມີວາລະພິເສດອັນໃດ ລອງໃຫ້ຂອງຂວັນນ້ອຍໆ ເຮັດແບບເຊີໄພຣ໌ແນ່ ຊີວິດຮັກຈະໄດ້ບໍ່ຈືດບໍ່ຫນ້າເບື່ອ ຂອງຂວັນນ້ອຍໆທີ່ຈູ່ໆ ກໍ່ໄດ້ຮັບຊ່ວຍໃຫ້ລາວຮູ້ສຶກດີ ຫລື ຈະໃຫ້ຂອງຂວັນທີ່ມາໃນຮູບແບບອື່ນ ເຊັ່ນໃຫ້ລາວໄດ້ມີເວລາວ່າງເປັນພິເສດ ວັນນີ້ບໍ່ຕ້ອງເຮັດພາລະກິດເກົ່າໆ ທີ່ລາວເບື່ອ ເຊັ່ນ: ລ້າງລົດ, ຕັດຕົ້ນໄມ້, ລ້າງຖ້ວຍຈານເປັນລາງວັນທີ່ສະແດງອອກວ່າເຮົາເຫັນອົກເຫັນໃຈລາວ, ສານກັນບູດຫລາຍຍີ່ຫໍ້ທີ່ແນະນຳມານີ້ ຜັດປ່ຽນຫມູນວຽນໃຊ້ໄດ້ທັງຍິງ ແລະ ຊາຍ ເພື່ອໃຫ້ຮັກຂອງເຮົາອຳມະຕະນິລັນດອນຕະຫລອດການ ໂດຍບໍ່ຕ້ອງເປັນຫວ່ງວັນຫມົດອາຍຸເລີຍ. ໂດຍ: ແສງເພັດ ພິມມະສອນ ແປ: ວຽງສອນ ວົງຄຳ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ໃຜທີ່ໃຊ້ໂທລະສັບມືຖືຕັ້ງໃຈອ່ານດີໆ ອ່ານຈົບແລ້ວຈະຮູ້ວ່າມືຖືບໍ່ໄດໃຊ້ໄວ້ສຳລັບໂທເຂົ້າອອກ ເທົ່ານັ້ນ
ແຕ່ຍັງມີເຄັດລັບທີ່ເພື່ອນໆຍັງບໍ່ຮູ້ເຊື່ອງຊ້ອນໄວ້ຢູ່ ຖ້າຢາກຮູ້ວ່າມີອັນໃດແດ່ ລອງເຂົ້າມາເບິ່ງນຳກັນ.
ໝາຍເລກສາກົນສຸກເສີນ 112 ໃຊ້ໄດ້ທົ່ວໂລກ ຖ້າເກີດເຮົາຫລົງໄປຢູ່ໃນເຂດບໍ່ມີສັນຍານເລີຍ ແຕ່ມີເຫດດ່ວນເຫດຮ້າຍໃຫ້ກົດ 112 ແລ້ວມັນຈະຫາເບີໃຫ້ເອງອັດຕະໂນມັດ ແມ້ວ່າເຮົາລັອກປຸ່ມ ກໍຍັງກົດເບີນີ້ໄດ້ ທີນີ້ ເຮົາກໍລອດຕາຍ ^^
ໃຊ້ກໍລະນີລືມກະແຈໄວ້ໃນລົດ ສຳຫລັບລົດທີ່ໃຊ້ຣີໂໝດ (Remote Key)

ຖ້າລົດລັອກໄປແລ້ວ ແຕ່ຍັງມີກະແຈສຳຮອງຢູ່ບ້ານ ໃຫ້ໂທໄປຫາຄົນທີຢູ່ບ້ານດ້ວຍມືຖື ຫາເບີມືຖືຂອງຄົນນັ້ນ ໃຫ້ຢູ່ຫ່າງຈາກປະຕູລົດ1ແມັດ ວານໃຫ້ຄົນຢູ່ບ້ານກົດປຸ່ມປົດລັອກ (unlock) ແລະ ກະເເຈຕ້ອງຈຸກັບມືຖືພໍດີໃນຂະນະທີລາວຄົນນັ້ນ ກົດປຸ່ມ ປະຕູລົດກໍຈະເປິດອອກຄືກັບເຮົາເປີດດ້ວຍຕົນເອງ. ໄລຍະຫ່າງບໍ່ແມ່ນບັນຫາແມ້ວ່າ ຈະໄກກັນເປັນ ຮ້ອຍໆ ກິໂລແມັດກໍຕາມ.

ກໍລະນີເເບັດໃກ້ຈະໝົດ *3370# ສຳລັບມືຖື Nokia ຖ້າເກີດຖ່ານເຫລືອນ້ອຍເຕັມທີ ໃກ້ຈະດັບ ແຕ່ເຮົາຈຳເປັນຕ້ອງໂທອອກໃຫ້ກົດ*3370# ມັນຈະຮີດເອົາພະລັງງານສຳຮອງ ທີ່ເຊື່ອງໄວ້ອອກມາ ແລ້ວສະແດງໃຫ້ເປັນວ່າ ໄດ້ເພີ່ມພະລັງງານແບັດເຕີລີ 50% ແລະ ມັນຈະຊົດເຊີຍ ສ່ວນ ສຳຮອງນີ້ໃນການສາກແບັດ(charge batterry) ຄັ້ງຕໍ່ໄປ.
ຖ້າໂທລະສັບເສຍຕ້ອງການເຮັດໃຫ້ໃຊ້ບໍ່ໄດ້ຕະຫລອດໄປ ກໍລະນີນີ້ ເຮົາຕ້ອງໃຊ້ໝາຍເລກ serial number ປະຈຳເຄື່ອງເຊີ່ງມີ 15-17 ໜ່ວຍ ການທີ່ຈະຮູ້ວ່າໝາຍເລກນີ້ໃຫ້ກົດ*#06# ແລ້ວໝາຍເລກປະຈຳເຄື່ອງກໍຈະປາກົດຂື້ນມາທັນທີ ຄືກັບຫລິ້ນກົນ ຈົດໄວ້ແລ້ວເກັບໄວ້ໃຫ້ດີ....ເທົ່ານີ້ຫາກວ່າມືຖືເສຍ ຫລື ວ່າຕົກຫລົ່ນ ໃຫ້ໂທໄປທີ່ສຸນແລ້ວແຈ້ງຫມາຍເລກໃຫ້ເຂົ້າໄປທີ່ສູນແລະ ແຈ້ງໝາຍເລກໃຫ້ພະນັກງານໄປ
ພວກເຂົາກໍຈະບ໋ຣອກເຄື່ອງຂອງເຮົາໃຫ້ແລ້ວ ຕອນນີ້ຖ້າມືຖືຫາຍ ຈະໃຊ້ບໍ່ໄດ້ອີກເລີຍ ເຖິງວ່າໂຈນຈະປ່ຽນsim cardມັນກໍຍັງຈະໃຊ້ບໍ່ໄດ້ຢູ່ດີ. ແບບນີ້ສະໃຈດີເນາະ ຮ່ະໆ ໂດຍສະເພາະພວກທີ່ມັກລັກເອົາມືຖືຂອງຄົນອື່ນ

ລອງໃຊ້ວິທີນີ້ເບິ່ງເດີ້ ເພື່ອນໆ ເຮົາເຊື່ອວ່າ ມັນຕ້ອງມີປະໂຫຍດບໍ່ຫລາຍກໍໜ້ອຍເລີຍແຫລະ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

 

 ຫຼັງຈາກທີ່ໄດ້ງຽບຫາຍໄປເປັນເວລາດົນພໍສົມຄວນ ກັບຄ້າຍເພງ Modern Music,
ກໍ່ໄດ້ຍິນຂ່າວອອກມາວ່າ ຕົ້ນ ອານິລຸດ ເຊິ່ງເປັນເຈົ້າຂອງລາງວັນ Lao Music Awards ສາຂານັກຮ້ອງຊາຍດີເດັ່ນປະຈຳປີ 2008 ມີແພນກຽມປ່ອຍ Music Vidio ແລະ Album ໃໝ່ຂອງໜຸ່ມຕົ້ນໃນທ້າຍເດືອນ ກໍລະກົດນີ້ ເຊິ່ງໃນ album ໃໝ່ນີ້ມີຊື່ວ່າ Grow Up ເຊິ່ງຈະສະແດງໃຫ້ເຫັນເຖິງບາດກ້າວໃໝ່ຂອງຕົ້ນໃນວົງການເພງ
ແຕສະເພາະແນວເພງເພີ່ນບອກມາວ່າ: ຈະເປັນຮູບແບບ Rock ເຊິ່ງຕົ້ນມີຄວາມຊຳນານ ແຕ່ຮູບແບບແນວດົນຕີ ຈະໜັກຄື້ນກວ່າເກົ່າ ຜົນງານເພງຊຸດນີ້ໄດ້ກະກຽມເປັນເວລາເກືອບໜື່ງປີເຕັມ ບອກໄດ້ເລີຍວ່າ ຈັງຫວະ ແລະ ເນື້ອໃນຂອງແຕລະເພງແມ່ນເອົາໃຈຂາ Rock ແນ່ນອນ.......ຂອບໃຈ ວາລະສານຂັວນໃຈ