ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ວິທີເຮັດຕົ້ມຍຳກຸ້ງ
ເຄື່ອງປະກອບ:

  • ກຸ້ງສົດ
  • ນ້ຳກະທິ
  • ຜົງຊູລົດ
  • ໝາກເຜັດ
  • ໝາກຂາມປຽກ
  • ຫົວສີໄຄ
  • ຫົວຄ່າ
  • ຫອມບົວໃຫຍ່
  • ເກືອ
  • ພິກຜົງແດງສົດ
  • ເຫັດເຟືອງ
  • ໝາກເຜັດດິບສີແດງ
  • ຫອມບົ່ວໃບ
  • ໃບຂີ້ຫູດ

ວິທີ່ເຮັດຕົ້ມນ້ຳໃຫ້ເດືອດ,ໃສ່ຫົວສີໃຄ,ຫົວຄ່າ,ເກືອ,ຫອມຫົວໃຫຍ່,ໝາກຂາມປຽກ. ອີກ3ນາທີຈຶ່ງໃສ່ກຸ້ງ,ຕາມລົງໄປຄືພິກຜົງແດງສົດແລະນ້ຳກະທິ,ຄົນ. ພໍກຸ້ງສຸກແລ້ວ ກໍເອົາເຫັດເຟືອງໃສ່ລົງໄປພໍເຫັດເຟືອງສຸກແລ້ວ,ກໍ ເອົາໝາກເຜັດດິບສີແດງ,ຫອມບົ່ວໃບ,ໃບຂີ້ຫູດໃສ່ລົງໄປ ແລ້ວຊິມໃຫ້ພໍດີ ຕັກໃສ່ຖ້ວຍ ຕຽມພ້ອມຮັບປະທານໄດ້ເລີຍ. (ທີ່ສຳຄັນຕົ້ມຍຳກຸ້ງຈະຕ້ອງມີລົດຊາດເຜັດ,ເຄັມ,ສົ້ມ)
Delicious Digg Fark Twitter