ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ນີ້ຄືໂສມຫນ້າຂອງ5ຫນຸ່ມ ສະມາຊິກວົງໄອດໍ ທີ່ເປັນນັກຮ້ອງນ້ອງໃຫມ່ຂອງຄ້າຍເພງ ອິນດີ້ເຣັກຂອດ.
ພວກເຂົາມີຊື່ວ່າ ລັນ,ຕ້າ,ໂຕໂຕ້,ເອ,ໂດໂນ. ມື້ນີ້ ພວກເຂົາຈະມາບອກຄວາມໃນໃຈວ່າ ມັກສາວແບບໃດ? ແຕ່ວ່າ ຕ້າຄາໄປຕ່າງປະເທດກໍເລີຍສຳພາດບໍ່ໄດ້!


+ສຸກນິລັນ ສະຫວັດວົງ(ລັນ), 21ປີ, ກຳລັງສືກສາຢູ່ ມຊ, ຄະນະເສດທະສາດ ແລະບໍລິຫານທຸລະກິດ ປີ5:
"ລັນບໍ່ຢາກເວົ້າຍາກ ຄື ຢາກບອກວ່າ ມັກຜູ້ຍິງນິໄສດີ, ເຂົ້າກັບຄອບຄົວ ແລະກັບເຮົາໄດ້ດີ ກໍພຽງພໍແລ້ວລະ"
+ອິນທະນູໄຊ ອັກຄະລາດ(ໂຕໂຕ້), ກຳລັງສືກສາຢູ່ວິທະຍາໄລ ລາວ_ອາເມລິກາ ປີ5 ສາຂາບໍລິຫານທຸລະກິດ:
"ໂຕໂຕ້ ມັກຜູ້ຍິງທຳມະດາໆ, ແຕ່ບໍ່ເຖິ່ງກັບວ່າຂີ້ລ້າຍ, ຜິວຂາວ, ບໍ່ເວົ້າປະມາດຄົນອື່ນ, ມັກໃນສິ່ງທີ່ເຮົາເປັນ ແລະສິ່ງທີ່ເຮົາມີ ແລະບໍ່ມັກໄປທ່ຽວຫລາຍ"
+ມີໄຊ ອອນໄຊຍະວົງ(ເອ),ກຳລັງສືກສາຢູ່ວິທະຍາໄລການເງີນດົງຄຳຊ້າງ ປີ3:
"ເລື່ອງນີ້ຫວາ? ຖ້າຈະມີແຟນ ກໍຢາກໄດ້ຍິງທີ່ຫນ້າຮັກ, ນິໄສດີ, ໃຫ້ກຽດເຊິ່ງກັນແລະກັນ ລວມທັງໃຫ້ກຽດພໍ່ແມ່, ບໍ່ມັກໄປທ່ຽວຫລາຍຈົນເກີນໄປ ແລະກໍເປັນຄົນທີ່ຫມັ້ນໃຈໃນໂຕເອງ"
+ສັນຕິ ຫລວງໂຄດ(ໂດໂນ້) 19ປີ,ຫາກະຈົບຈາກ ໂຮງຮຽນນາໆຊາດ:
"ໂດໂນ້ມັກຜູ້ຍິງທີ່ຄ່ຽມຄົມ, ສຸພາບຮຽບຮ້ອຍ,. ແຕ່ກໍມັກເວົ້າຕະຫລົກໆເປັນບາງຄັ້ງຄາວ, ເປັນຕົວຂອງຕົວເອງ, ນິໄສເປັນຜູ້ໃຫຍ່ ແລະເປັນຄົນມັກປັບປຸງໂຕເອງຕາມສັງຄົມຕະຫລອດ".

ວົງໄອດໍ(idolZ)ເປັນວົງນ້ອງໃຫມ່ຂອງຄ້າຍເພງ ອິນດີ້ ເຣັກຂອດ ທີ່ກຳລັງໄດ້ຮັບຄວາມນິຍົມໃນຫມູ່ໄວລຸ້ນຜົນງານເພງຂອງເຂົາເຈົ້າຈະມີອອກໃນທ້າຍປີນີ້, ແຕ່ຈະມີຈັກເພງນັ້ນ ຍັງບອກບໍ່ໄດ້ເທື່ອວ່າຊັ້ນ!
ຜ່ານມາວົງໄອດໍ ກໍມີເພງຫນື່ງທີ່ໄດ້ປ່ອຍອອກໄປຕາມຄື້ນວິທະຍຸແລ້ວ ໂດຍແມ່ນເພງ "Miss You" ຫລື "ຄິດຮອດເຈົ້າ" ຊື່ງລວມຢູ່ກັບຜົນງານຊຸດ "ມິວສິກບັສ" (Music Bas) ທີ່ວາງຂາຍເປັນທີ່ຮຽບຮ້ອຍແລ້ວ.

 

thx .....kuanjai

Delicious Digg Fark Twitter