ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

ຫລັງຈາກທີ່ໄດ້ຂຽນເລື່ອງກ່ຽວກັບສະຫວັນຊັ້ນທີ່1 ໄປຄ່າວກ່ອນ ຫວັງວ່າຜູ້ທີ່ໄດ້ອ່ານຄົງຈະໄດ້ຄວາມຮູ້ໄປຫລາຍເຕີບແລ້ວເນາະ.....ສໍາລັບວັນນີ້ 25/07/2013 ເວລາ 12:22 AM ຊຶ່ງເປັນຊ່ວງເວລາໃກ້ຈະແຈ້ງ   ຂ້າພະເຈົ້າຂໍນໍາເລື່ອງມິຕິຊ້ອນໂລກມະນຸດມາເລົ່າໃຫ້ຟັງກ່ອນທີ່ຈະໄປຕໍ່ທີ່ເລື່ອງສະຫວັນຊັ້ນທີ່ 2   

ສໍາລັບມິຕິຊ້ອນຢູ່ໂລກມະນຸດນັ້ນຈະມີຈິງແທ້ ຫຼື ບໍ່  ກໍ່ຂຶ້ນກັບຜູ້ຄົ້ນຫາຄວາມຈິງຢ່າງຈິງຈັງເທົ່ານັ້ນຈຶ່ງຈະສາມາດຮູ້ໄດ້ວ່າມັນມີຢູ່ຈິງ.... ຊຶ່ງຕາມຕໍາລາປະໄຕປິດົກ ແລະ ຜູ້ຮູ້ທັງຫຼາຍ ໄດ້ກ່າວບອກເຖິງການມີຢູ່ຈິງຂອງມິຕິຊ້ອນກັບໂລກມະນຸດ ລວມເຖິງນັກຟິຊິກລະດັບໂລກ ທ່ານ ເອົາຣ໌ເບີດ ໄອສຕາຍນ໌ ກໍ່ໄດ້ກ່າວໄວ້ເຊັ່ນກັນເຖິງມິຕິຊ້ອນກັບໂລກມະນຸດ, 

(ມິຕິ ໃນສາສະໜາພວກເຮົາເອີ້ນວ່າ ພົບພູມ )  ຖືກທໍາມະຊາດແບ່ງແຍກໄປຕາມການກະທໍາຂອງຕົນເອງ.    

ບາງຄັ້ງທີ່ພວກເຮົາໄດ້ເຄີຍຍິນມາແຕ່ບັນພະບຸລຸດ ຫຼື ຄົນປະຈຸບັນວ່າ  ເຫັນຜີຢູ່ບ່ອນນັ້ນບ່ອນນີ້ຢ່າງຈິງຈັງ ຫຼື ບາງຄັ້ງທ່ານກໍ່ເຫັນເອງ   ນັ້ນເປັນພຽງສ່ວນໜຶ່ງຂອງບັນດາຜູ້ທີ່ຢູ່ອີກມິຕິໜຶ່ງຕ້ອງການຈະປະກົດໃຫ້ເຫັນບວກກັບພະລັງງານຂອງດວງຈິດດັ່ງກ່າວແຂງແກ່ງ ຈຶ່ງສາມາດປາກົດໃຫ້ມະນຸດເຫັນໄດ້ ຊຶ່ງຈຸດປະສົງໃນການປະກົດຕົວກໍ່ຈະແຕກຕ່າງກັນໄປຕາມຈຸດປະສົງຂອງແຕ່ລະດວງຈິດວິນຍານນັ້ນໆ ແຕ່ສ່ວນຫຼາຍດວງວິນຍານທີ່ເຮົາເຫັນສ່ວນຫຼາຍຈະເປັນດວງວິນຍານທີ່ຢູ່ໃນມິຕິທີ່ຕໍ່າ ຫຼື ພົບພູມທີ່ຕໍ່າ ແຕ່ສໍາລັບເຫຼົາເທບທັງຫຼາຍ ມະນຸດຍິ່ງບໍ່ອາດແນມເຫັນດ້ວຍດວງຕາທັງສອງໄດ້ເລີຍ ເພາະພວກທ່ານເຫຼົ່ານັ້ນມີກາຍທີ່ລະອຽດຫລາຍ...  

    ບາງທ່ານກໍ່ອາດຈະເຄີຍໄດ້ຍິນກ່ຽວກັບພວກຫຼິ້ນຂອງ   ສໍາລັບພວກທີ່ຫຼິ້ນຂອງທີ່ມີການໃຊ້ເວດມົນຄາຖາເກັ່ງສ່ວນໃຫ່ຍແມ່ນມັນມີການລ້ຽງຜີເພື່ອໃຊ້ງານ ໂດຍໃຊ້ຄາຖາເອີ້ນວິນຍານຈາກອີກມິຕິໜຶ່ງມາຫາ(ສ່ວນໃຫ່ຍແມ່ນຈໍາພວກສໍາພະເວສີ) ເມື່ອເອີ້ນມາກໍ່ຈະມີການລ້ຽງດູເປັນຢ່າງດີ ຈາກນັ້ນກໍ່ເອົາໄປໃຊ້ງານ ແຕ່ສ່ວນຫຼາຍແມ່ນໃຊ້ທໍາຮ້າຍຄົນ ເຊັ່ນ: 1. ການປຸກເສກຄວາຍທະນູ ແມ່ນໃຊ້ພະລັງງານສໍາພະເວສີ ຫຼື ພວກອະສຸລະກາຍ ເຂົ້າມາສິງສະທິດໃນຫຸ່ນໂຕຄວາຍ ຈາກນັ້ນກໍ່ສົ່ງໄປທໍາຮ້າຍຄົນ ຫຼື ຮັກສາຕາມສະຖານທີ່ບ້ານເຮືອນ.   2. ການປຸກເສກກຸມານທອງ ສ່ວນໃຫ່ຍກໍ່ຈະໃຊ້ຄາຖາດຶງເອົາວິນຍານເດັກທີ່ເສຍຊີວິດຈາກການຖືກແທ້ງ ມາສິງສະທິດ ແລ້ວກໍ່ລ້ຽງດູເພື່ອນໍາໄປທໍາຮ້າຍຄົນ ຫຼື ຮັກສາບ້ານເຮືອນ. 3. ການເຮັດນໍ້າມັນພາຍ    ແລະ ອື່ນໆ     ທີ່ກ່າວມາກໍ່ຄືເປັນຕົວຢ່າງຂອງບັນດາຜູ້ທີ່ນໍາໃຊ້ພະລັງງານຈາກອີກມິຕິໜຶ່ງມາໃຊ້ງານເພື່ອຜົນປະໂຫຍດຂອງຕົວເອງ   ແຕ່ຈະໃຊ້ໄປໃນທາງດີ ຫຼື ຊົ່ວກໍ່ສຸດແລ້ວແຕ່ລະດັບຈິດໃຈຂອງໃຜມັນ  ແຕ່ສຸດທ້າຍຜົນຂອງການກະທໍາກໍ່ຕ້ອງກັບມາຫາເຮົາເໝືອນເດີມ100%    ຖ້າເຮັດຄວາມດີ ຄວາມດີກໍ່ຈະສະທ້ອນກັບມາ ຖ້າເຮັດຄວາມຊົ່ວ ຄວາມຊົ່ວກໍ່ຈະສະທ້ອນກັບມາແນ່ນອນຢ່າງບໍ່ຕ້ອງສົງໃສ.     ສິ່ງທີ່ໄດ້ເລົ່າມານີ້ກໍ່ຄືສິ່ງທີ່ຂ້າພະເຈົ້າໄດ້ສໍາຜັດດ້ວຍຕົວເອງມາ ແລະ ກໍ່ໄດ້ຄວາມຮູ້ຈາກການສຶກສາສິ່ງແວດລ້ອມອ້ອມຂ້າງ ບວກກັບຕໍາລາ   ສໍາລັບວັນນີ້ຂໍໂຈະໄວ້ເທົ່ານີ້ກ່ອນເນາະເພາະຢາກເຂົ້ານອນແລ້ວ   ມື້ໜ້າພົບກັນໃໝ່ໃນພົມພູມສະຫວັນຊັ້ນສອງ ຫຼື ເອີ້ນວ່າ ຊັ້ນ ດາວະດຶງ    

     

      

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

  ສະບາຍດີບັນດາມິດສະຫາຍພັນລາວທຸກທ່ານ ມື້ນີ້ວັນທີ 18/06/2013 ເວລາ 15:48 ຂະນະທີ່ຂ້າພະເຈົ້າໃກ້ຈະເລີກວຽກນີ້ໄດ້ແວະເຂົ້າມາພັນລາວ ຈຶ່ງຢາກຂໍແບ່ງປັນຄວາມຮູ້ໃນເລື່ອງສະຫວັນໃຫ້ທຸກຄົນໄດ້ອ່ານນໍາກັນ ຊຶ່ງຂ້າພະເຈົ້າຂໍນໍາເອົາແຕ່ເລື່ອງສະຫວັນຊັ້ນທີ່ 1 ໃຫ້ບັນທ່ານໄດ້ສຶກສານໍາກັນເສຍກ່ອນ ເພາະເປັນເລື່ອງຂ້ອນຂ້າງໃກ້ໂຕພວກເຮົາ.   ສະຫວັນຊັ້ນທີ່ 1 ນີ້ມີຊື່ວ່າ: ຈະຕຸມະຫາລາຊິກາ ຊຶ່ງມີຜູ້ປົກຄອງທີ່ຍິ່ງໃຫ່ຍຢູ່ 4 ທ່ານ ຄື: 1. ທ່ານ ເວດສຸວັນ ເປັນຜູ້ປົກຄອງພວກຍັກ ແລະ ກໍ່ເປັນຜູ້ພິພາກສາໃນຍົມມະໂລກ, 2.ທ່ານ ທັດຕະຫຼົດ ເປັນຜູ້ປົກຄອງບັນດາພວກຄົນທັນທັງຫຼາຍ(ບ້ານເຮົາເອີ້ນວ່າຜີບັງບົດ ແທ້ທີ່ຈິງກໍ່ຄືເທວດາເຜົ່າພັນໜຶ່ງ) , 3. ທ່ານ ວິລຸນຫົກ ເປັນຜູ້ປົກຄອງເຫຼົ່າຄຣຸດທັງຫຼາຍ, 4.ທ່ານ ວິລຸນປັກ ເປັນຜູ້ປົກຄອງເຫຼົ່ານາກທັງຫຼາຍ,  ສະຫວັນຊັ້ນນີ້ແມ່ນຊ້ອນຢູ້ອີກມິຕິໜຶ່ງທີ່ຕິດກັບໂລກມະນຸດເຮົາ ຊຶ່ງຂ້າພະເຈົ້າເຊື່ອວ່າຫຼາຍທ່ານເຄີຍໄດ້ຍິນຄໍາວ່າ ນາງໄມ້.ນາງຕານີ ຫຼື ຜີເຈົ້າຖິ່ນເຈົ້າຖານ ໃນແຕ່ລະບ່ອນ ແທ້ທີ່ຈິງບັນດາທ່ານເຫຼົ່ານີ້ແມ່ນຈັດເຂົ້າໃນຈໍາພວກເທວດາຊັ້ນໜຶ່ງ ຊຶ່ງສ່ວນຫຼາຍພວກນີ້ແມ່ນໄດ້ຮັບໜ້າທີ ຈາກຜູ້ປົກຄອງທີ່ຍິ່ງໃຫ່ຍໃນສະຫວັນຊັ້ນດັ່ງກ່າວ ໃຫ້ມາປົກປັກຮັກສາຕາມສະຖານທີ່ຕ່າງໆເຊັ່ນ: ວັດວາອາຮາມອັນເກົ່າແກ່, ຊັບສົມບັດຂອງແຜ່ນດິນ, ປ່າໄມ້ອັນອຸດົມສົມບູນ. ຕົ້ນໄມ້ໃຫ່ຍເປັນຕົ້ນ.

ນອກຈາກທີ່ໄດ້ຖືກຮັບຄໍາສັ່ງໃຫ້ປົກປ້ອງຕາມສະຖານທີ່ຕ່າງໆແລ້ວ ຍັງມີອີກຄົນບາງກຸ່ມທີຕາຍໄປແລ້ວແຕ່ດວງຈິດຍັງຜູກຜັນກັບສະຖານທີ່ດັ່ງກ່າວຢ່າງແຮງກ້າ ຈຶ່ງເຮັດໃຫ້ດວງວິນຍານດັ່ງກ່າວເຝົ້າຮັກສາສະຖານທີ່ດັ່ງກ່າວໄວ້ ແຕ່ເມື່ອໃດທີ່ໄດ້ທໍາຄວາມດີເພື່ອຊ່ວຍເຫຼືອສົງເຄາະມະນຸດໃນດ້ານຕ່າງໆກໍ່ຈະເຮັດໃຫ້ວິນຍານດັ່ງກ່າວໄດ້ຮັບບຸນ ຈົນສາມາດປ່ຽນເປັນເທວດາເຈົ້າທີ່ໄດ້ ຫຼື ອາດໄປສູ່ສະຫວັນຊັ້ນສູງຂຶ້ນໄປກໍ່ເປັນໄດ້.  ເວລາເຮົາເຂົ້າໄປຫຼິ້ນປ່າ ຫຼື ໄປກິນເຂົ້າປ່ານໍາຄອບຄົວ,ໝູ່ເພື່ອນ ກໍ່ຢ່າລືມທໍາຄວາມເຄົາລົບຕໍ່ເຈົ້າທີ່ບໍລິເວນນັ້ນເສຍກ່ອນດ້ວຍການບອກກ່າວ ຫຼື ອຸທິດບຸນໃຫ້ຍິ່ງດີ ເພາະທ່ານເຫຼົ່ານັ້ນກໍ່ຈະເລັ່ງຄວາມສົນໃຈມາທິ່ຕົວເຮົາ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອປົກປ້ອງຕະຫຼອດເວລາ ແນ່ນອນຢູ່ແລ້ວຄົນເຮົາສ່ວນຫຼາຍແມ່ນບໍ່ສາມາດແນມເຫັນບັນດາທ່ານເຫຼົານັ້ນໄດ້ ເພາະທ່ານເຫຼົ່ານັ້ນມີສະພາວະເປັນທິບໝົດທຸກຢ່າງ ຮ່າງກາຍໂປ່ງແສງ ຜູ້ທີ່ຈະສາມາດເຫັນໄດ້ ຢ່າງໜ້ອຍຕ້ອງຝຶກສະມາທິໃຫ້ໄດ້ຕາໃນເປັນຢ່າງຕໍ່າ ຈຶ່ງສາມາດສໍາຜັດໄດ້  ແຕ່ຖ້າຍັງບໍ່ສາມາດຝຶກໄດ້ຂັ້ນນັ້ນ ຂ້າພະເຈົ້າກໍ່ພໍມີວິທີໃຫ້ບັນດາທ່ານໄດ້ພິສູດສໍາຜັດກັນຢູ່.......