ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2016 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະພຸດທະເຈົ້າຕຣັສກ່ຽວກັບ ກົດອີທັບປັຈຈະຍະຕາ ແລະ ປະຕິຈຈະສະມຸປບາທ

   ສາວັດຖີນິທານະ(ເຫດເກີດຂຶ້ນທີ່ນະຄອນສາວັດຖີ). ພຣະຜູ້ທີພຣະພາກ ໄດ້ຕຣັສແກ່ ທ່ານ ອະນາຖະບິນທິກະຄະຫະບະດີ ຜູ້ນັ່ງຢູ່ ໜະທີ່ຄວນສ່ວນຂ້າງໜຶ່ງວ່າ: 
  ກໍ່ຍາຍະທັມອັນປະເສີດ ອັນອະຣິຍະສາວົກນັ້ນເຫັນດີແລ້ວ ແທງຕະຫຼອດດີແລ້ວດ້ວຍປັນຍາເປັນຢ່າງໃດ. ດູລາຄະຫະບະດີ ອະຣິຍະສາວົກໃນທັມວິໄນນີ້ ຍ່ອມກະທຳໄວ້ໃນໃຈຊຶ່ງປະຕິຈຈສະມຸປບາທ ຢ່າງດຽວ ໂດຍອຸບາຍອັນແຍບຄາຍຢ່າງດີວ່າ: 
-    ເມື່ອສິ່ງນີ້ມີ    ສິ່ງນີ້ຍ່ອມມີ
ເພາະສິ່ງນີ້ເກີດ  ສິ່ງນີ້ຍ່ອມເກີດ  ດ້ວຍປະການດັ່ງນີ້
ເມື່ອສິ່ງນີ້ບໍ່ມີ    ສິ່ງນີ້ຍ່ອມບໍ່ມີ 
ເພາະສິ່ງນີ້ດັບ    ສິ່ງນີ້ຍ່ອມດັບ    ດ້ວຍປະການດັ່ງນີ້ 
ຄື:
-    ເພາະມີອະວິຊຊາເປັນປັດໄຈ    ຈຶ່ງມີສັງຂາຣ
ເພາະມີສັງຂາຣເປັນປັດໄຈ        ຈຶ່ງມີວິນຍານ
ເພາະມີວິນຍານເປັນປັດໄຈ        ຈຶ່ງມີນາມຮູບ
ເພາະມີນາມຮູບເປັນປັດໄຈ        ຂຶ່ງມີຊະລາຍະຕະນະ
ເພາະມີຊະລາຍະຕະນະເປັນປັດໄຈ    ຈຶ່ງມີຜັສສະ
ເພາະມີຜັສສະເປັນປັດໄຈ        ຈຶ່ງມີເວທະນາ
ເພາະມີເວທະນາເປັນປັດໄຈ    ຈຶ່ງມີຕັນຫາ
ເພາະມີຕັນຫາເປັນປັດໄຈ        ຈຶ່ງມີອຸປາທານ
ເພາະມີອຸປາທານເປັນປັດໄຈ    ຈຶ່ງມີພົບ
ເພາະມີພົບເປັນປັດໄຈ        ຈຶ່ງມີຊາດ
ເພາະມີຊາດເປັນປັດໄຈ     ຊະລາ ມໍລະນະ ໂສກະ ປະລິເທວະ ທຸກຂະໂທມະນັດ ອຸປາຍາສະທັງຫຼາຍ ຈຶ່ງເກີດຈຶ່ງເກີດຂຶ້ນຄົບຖ້ວນ. 
ຄວາມເກີດຂຶ້ນແຫ່ງກອງທຸກທັງມວນນີ້ ຍ່ອມມີດ້ວຍປະການຢ່າງນີ້
-    ກໍ່ເພາະອະວິຊຊາດັບ ດ້ວຍການຊໍາລອກ ໂດຍຫາສ່ວນເຫຼືອບໍ່ໄດ້     ສັງຂາຣຈຶ່ງດັບ
ເພາະສັງຂາຣດັບ        ວິນຍານຈຶ່ງດັບ
ເພາະວິນຍານດັບ        ນາມຮູບຈຶ່ງດັບ
ເພາະນາມຮູບດັບ        ສະລາຍະຕະນະຈຶ່ງດັບ
ເພາະສະລາຍະຕະນະດັບ    ຜັສສະຈຶ່ງດັບ
ເພາະຜັສສະດັບ        ເວທະນາຈຶ່ງດັບ
ເພາະເວທະນາດັບ        ຕັນຫາຈຶ່ງດັບ
ເພາະຕັນຫາດັບ        ອຸປາທານຈຶ່ງດັບ
ເພາະອຸປາທານດັບ    ພົບຈຶ່ງດັບ
ເພາະພົບດັບ        ຊາດຈຶ່ງດັບ
ເພາະຊາດດັບ        ຊະຣາ ມໍລະນະ ໂສກະ ປະລິເທວະ ທຸກຂະໂທມະນັດ ອຸປາຍາສະທັງຫຼາຍຈຶ່ງດັບສິ້ນ
     ຄວາມດັບແຫ່ງກອງທຸກທັງມວນນີ້ ຍ່ອມມີດ້ວຍປະການຢ່າງນີ້    

ຍາຍະທັມອັນປະເສີດນີ້ ອະຣິຍະສາວົກເຫັນດີແລ້ວ ແທງຕະຫຼອດແລ້ວດ້ວຍປັນຍາ.   

-----------------------------------------------------------------------------------------------------------

ອານິສົງ ຂອງບົດສູດ ກົດອີທັບປັຈຈະຍະຕາ ແລະ ປະຕິຈຈະສະມຸປບາທ:

ເມື່ອໃຜກໍ່ຕາມທີ່ສາມາດທ່ອງຂຶ້ນປາກຂຶ້ນໃຈ ແລະ ແທ່ງຕະຫຼອດຢ່າງດີດ້ວຍຄວາມເຫັນ

ພຣະສາສະດາຢືນຢັນວ່າ: 

. ເຖິງຈະຂາດສະຕິໃນເວລາຕາຍກໍ່ຕາມ ບຸກຄົນນັ້ນກໍ່ຍັງສາມາດໄປເກີດຢູ່ທີ່ພົບສະຫວັນ ແລະ

    ຈະບັນລຸທັມຢູ່ທີ່ພົບສະຫວັນ ດ້ວຍ 4 ຫົນທາງຄື:

   1. ເມື່ອເກີດທີ່ສະຫວັນແລ້ວຈະສາມາດລະລຶກທັມໄດ້ດ້ວຍຕົວເອງ ກໍ່ຈະບັນລຸທັມໄດ້

   2. ຈະເປັນເຫດເຮັດໃຫ້ມີໂອກາດ ໄດ້ໄປຟັງທັມຈາກ ພິກຂຸທີ່ມີລິດ ຂຶ້ນໄປສອນທັມມະທີ່ພົບສະຫວັນ ກໍ່ຈະສາມາດບັນລຸທັມໄດ້

   3. ຈະມີໂອກາດໄດ້ໄປຍິນພວກເທບທີ່ເປັນສາວົກຕະຖາຄົດ ສະແດງທັມໃຫ້ກັນຟັງເອງ  ກໍ່ຈະສາມາດບັນລຸທັມໄດ້

   4. ຈະມີເທບທີ່ເກີດກ່ອນ ຊຶ່ງເປັນສາວົກຕະຖາຄົດ  ເຂົ້າມາສະແດງທັມໃຫ້ຟັງ ແລ້ວຈະສາມາດບັນລຸທັມໄດ້