ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

  ສະບາຍດີບັນດາມິດສະຫາຍພັນລາວທຸກທ່ານ ມື້ນີ້ວັນທີ 18/06/2013 ເວລາ 15:48 ຂະນະທີ່ຂ້າພະເຈົ້າໃກ້ຈະເລີກວຽກນີ້ໄດ້ແວະເຂົ້າມາພັນລາວ ຈຶ່ງຢາກຂໍແບ່ງປັນຄວາມຮູ້ໃນເລື່ອງສະຫວັນໃຫ້ທຸກຄົນໄດ້ອ່ານນໍາກັນ ຊຶ່ງຂ້າພະເຈົ້າຂໍນໍາເອົາແຕ່ເລື່ອງສະຫວັນຊັ້ນທີ່ 1 ໃຫ້ບັນທ່ານໄດ້ສຶກສານໍາກັນເສຍກ່ອນ ເພາະເປັນເລື່ອງຂ້ອນຂ້າງໃກ້ໂຕພວກເຮົາ.   ສະຫວັນຊັ້ນທີ່ 1 ນີ້ມີຊື່ວ່າ: ຈະຕຸມະຫາລາຊິກາ ຊຶ່ງມີຜູ້ປົກຄອງທີ່ຍິ່ງໃຫ່ຍຢູ່ 4 ທ່ານ ຄື: 1. ທ່ານ ເວດສຸວັນ ເປັນຜູ້ປົກຄອງພວກຍັກ ແລະ ກໍ່ເປັນຜູ້ພິພາກສາໃນຍົມມະໂລກ, 2.ທ່ານ ທັດຕະຫຼົດ ເປັນຜູ້ປົກຄອງບັນດາພວກຄົນທັນທັງຫຼາຍ(ບ້ານເຮົາເອີ້ນວ່າຜີບັງບົດ ແທ້ທີ່ຈິງກໍ່ຄືເທວດາເຜົ່າພັນໜຶ່ງ) , 3. ທ່ານ ວິລຸນຫົກ ເປັນຜູ້ປົກຄອງເຫຼົ່າຄຣຸດທັງຫຼາຍ, 4.ທ່ານ ວິລຸນປັກ ເປັນຜູ້ປົກຄອງເຫຼົ່ານາກທັງຫຼາຍ,  ສະຫວັນຊັ້ນນີ້ແມ່ນຊ້ອນຢູ້ອີກມິຕິໜຶ່ງທີ່ຕິດກັບໂລກມະນຸດເຮົາ ຊຶ່ງຂ້າພະເຈົ້າເຊື່ອວ່າຫຼາຍທ່ານເຄີຍໄດ້ຍິນຄໍາວ່າ ນາງໄມ້.ນາງຕານີ ຫຼື ຜີເຈົ້າຖິ່ນເຈົ້າຖານ ໃນແຕ່ລະບ່ອນ ແທ້ທີ່ຈິງບັນດາທ່ານເຫຼົ່ານີ້ແມ່ນຈັດເຂົ້າໃນຈໍາພວກເທວດາຊັ້ນໜຶ່ງ ຊຶ່ງສ່ວນຫຼາຍພວກນີ້ແມ່ນໄດ້ຮັບໜ້າທີ ຈາກຜູ້ປົກຄອງທີ່ຍິ່ງໃຫ່ຍໃນສະຫວັນຊັ້ນດັ່ງກ່າວ ໃຫ້ມາປົກປັກຮັກສາຕາມສະຖານທີ່ຕ່າງໆເຊັ່ນ: ວັດວາອາຮາມອັນເກົ່າແກ່, ຊັບສົມບັດຂອງແຜ່ນດິນ, ປ່າໄມ້ອັນອຸດົມສົມບູນ. ຕົ້ນໄມ້ໃຫ່ຍເປັນຕົ້ນ.

ນອກຈາກທີ່ໄດ້ຖືກຮັບຄໍາສັ່ງໃຫ້ປົກປ້ອງຕາມສະຖານທີ່ຕ່າງໆແລ້ວ ຍັງມີອີກຄົນບາງກຸ່ມທີຕາຍໄປແລ້ວແຕ່ດວງຈິດຍັງຜູກຜັນກັບສະຖານທີ່ດັ່ງກ່າວຢ່າງແຮງກ້າ ຈຶ່ງເຮັດໃຫ້ດວງວິນຍານດັ່ງກ່າວເຝົ້າຮັກສາສະຖານທີ່ດັ່ງກ່າວໄວ້ ແຕ່ເມື່ອໃດທີ່ໄດ້ທໍາຄວາມດີເພື່ອຊ່ວຍເຫຼືອສົງເຄາະມະນຸດໃນດ້ານຕ່າງໆກໍ່ຈະເຮັດໃຫ້ວິນຍານດັ່ງກ່າວໄດ້ຮັບບຸນ ຈົນສາມາດປ່ຽນເປັນເທວດາເຈົ້າທີ່ໄດ້ ຫຼື ອາດໄປສູ່ສະຫວັນຊັ້ນສູງຂຶ້ນໄປກໍ່ເປັນໄດ້.  ເວລາເຮົາເຂົ້າໄປຫຼິ້ນປ່າ ຫຼື ໄປກິນເຂົ້າປ່ານໍາຄອບຄົວ,ໝູ່ເພື່ອນ ກໍ່ຢ່າລືມທໍາຄວາມເຄົາລົບຕໍ່ເຈົ້າທີ່ບໍລິເວນນັ້ນເສຍກ່ອນດ້ວຍການບອກກ່າວ ຫຼື ອຸທິດບຸນໃຫ້ຍິ່ງດີ ເພາະທ່ານເຫຼົ່ານັ້ນກໍ່ຈະເລັ່ງຄວາມສົນໃຈມາທິ່ຕົວເຮົາ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອປົກປ້ອງຕະຫຼອດເວລາ ແນ່ນອນຢູ່ແລ້ວຄົນເຮົາສ່ວນຫຼາຍແມ່ນບໍ່ສາມາດແນມເຫັນບັນດາທ່ານເຫຼົານັ້ນໄດ້ ເພາະທ່ານເຫຼົ່ານັ້ນມີສະພາວະເປັນທິບໝົດທຸກຢ່າງ ຮ່າງກາຍໂປ່ງແສງ ຜູ້ທີ່ຈະສາມາດເຫັນໄດ້ ຢ່າງໜ້ອຍຕ້ອງຝຶກສະມາທິໃຫ້ໄດ້ຕາໃນເປັນຢ່າງຕໍ່າ ຈຶ່ງສາມາດສໍາຜັດໄດ້  ແຕ່ຖ້າຍັງບໍ່ສາມາດຝຶກໄດ້ຂັ້ນນັ້ນ ຂ້າພະເຈົ້າກໍ່ພໍມີວິທີໃຫ້ບັນດາທ່ານໄດ້ພິສູດສໍາຜັດກັນຢູ່.......         

 

Delicious Digg Fark Twitter