ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2015 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

10 ພະສູດສໍາຄັນ ທີ່ຊາວພຸດຕ້ອງສຶກສາແຕ່ຄໍາສອນຂອງພະພຸດທະເຈົ້າເທົ່ານັ້ນ

 

1. ພະພຸດທະເຈົ້າສາມາດກໍາໜົດສະມາທິໃນການເວົ້າ ດັ່ງນັ້ນທຸກຄໍາເວົ້າຂອງເພິ່ນຈຶ່ງບໍ່ຜິດພາດ

      ອັກຄິເວສະນະ! ເຮົານັ້ນຫລື ຈໍາເດີມແຕ່ເລີ່ມສະແດງ ກະທັງຄໍາສຸດທ້າຍແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິດໃນສະມາທິນິມິດ ອັນເປັນພາຍໃນໂດຍແທ້ ໃຫ້ຈິດດໍາລົງຢູ່ ໃຫ້ຈິດຕັ້ງໝັ້ນຢູ່ ກະທໍາໃຫ້ມີຈິດເປັນເອກ ດັ່ງເຊັນທີ່ຄົນທັງຫຼາຍເຄີຍໄດ້ຍິນວ່າ ເຮົາກະທໍາຢູ່ເປັນປະຈໍາ ດັ່ງນີ້.

 

2. ທຸກຄໍາເວົ້າຂອງພະພຸດທະເຈົ້າເປັນອະກາລິໂກ ຄື ຖືກຕ້ອງຕົງຈິງ ບໍ່ຈໍາກັດການເວລາ

    ພິກສຸທັງຫຼາຍ! ພວກເຈົ້າທັງຫຼາຍ ເປັນຜູ້ທີ່ເຮົານໍາໄປແລ້ວດ້ວຍທໍານີ້ ອັນເປັນທໍາທີ່ບຸກຄົນຈະເພິ່ງເຫັນໄດ້ດ້ວຍຕົນເອງ (ສັນທິດທິໂກ), ເປັນທໍາໃຫ້ຜົນບໍ່ຈໍາກັດການ (ອະກາລິໂກ), ເປັນທໍາທີ່ຄວນເອີ້ນກັນມາເບິ່ງ (ເອຫິປັດສິໂກ), ຄວນນ້ອມເຂົ້າມາໃສ່ຕົວ (ໂອປະນະຍິໂກ), ອັນວິນຍູຊົນ ຈະເພິ່ງຮູ້ໄດ້ສະເພາະຕົນ (ປັດຈັດຕັງ ເວທິຕັບໂພ ວິນຍູຫິ). 

 

3. ຄໍາເວົ້້າທີ່ເວົ້າມາທັງໝົດຂອງພະພຸດທະເຈົ້າ ນັບຕັ້ງແຕ່ມື້ຕຣັດສະຮູ້ ແມ່ນສອດຄ່ອງກັນ ບໍ່ຂັດແຍ້ງກັນ

    ພິກສຸທັງຫຼາຍ! ນັບຕັ້ງແຕ່ລາຕີທີ່ຕະຖາຄົດ ໄດ້ຕຣັດສະຮູ້ອະນຸດຕະຣະສໍາມາສໍາໂພທິຍານ ຈົນກະທັງເຖິງ ລາຕີທີ່ຕະຖາຄົດ ປະຣິນິພານດ້ວຍອະນຸປາທິເສສະນິພານທາດ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົດໄດ້ກ່າວສອນ ພໍ່າສອນ ສະແດງອອກຊຶ່ງຖ້ອຍຄໍາໃດ ຖ້ອຍຄໍາເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງສິ້ນ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ. 

 

4. ພະພຸດທະເຈົ້າໄດ້ຕຣັດບອກເຫດແຫ່ງຄວາມອັນຕະທານ (ຄວາມເຊື່ອມສູນ) ຂອງຄໍາສອນ ໂດຍປຽບທຽບໃສ່ກອງເສິກ

     ພິກສຸທັງຫຼາຍ! ເລື່ອງນີ້ເຄີຍມີມາແລ້ວ: ກອງເສິກຂອງກະສັດພວກທະສາຣະຫະ ເອີ້ນວ່າ ອານະກະ ມີຢູ່. ເມື່ອກອງອານະກະມີຮອຍແຕກ ຫຼື ລິ. ພວກກະສັດທະສາຣະຫະ ໄດ້ຫາເນື້ອໄມ້ອື່ນເຮັດລິ້ມ ຕີເສີມລົງໄປໃນຮອຍແຕກຂອງກອງນັ້ນ (ທຸກຄ່າວໄປ). ພິກສຸທັງຫຼາຍ! ເມື່ອເຊື່ອມເຂົ້າຫຼາຍຄັ້ງຫຼາຍຄ່າວເຊັ້ນນັ້ນດົນໄປກໍ່ເຖິງສະໄໝໜຶ່ງ ເຊິ່ງເນື້ອໄມ້ເດີມຂອງຕົວກອງໝົດສິ້ນໄປ ເຫຼືອແຕ່ເນື້ອໄມ້ທີ່ເສີມເຂົ້າໃໝ່ເທົ່ານັ້ນ.

     ພິກສຸທັງຫຼາຍ!  ສັນໃດກໍ່ສັນນັ້ນ: ໃນການຍືດຍາວແຫ່ງອະນາຄົດ ຈັກມີພິກສຸທັງຫຼາຍ, ສຸດຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົດ ເປັນຂໍ້ຄວາມເລິກ ມີຄວາມໝາຍຊຶ້ງ ເປັນຊັ້ນໂລກຸດຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ, ເມື່ອມີຜູ້ນໍາສຸດຕັນຕະເຫຼົ່ານັ້ນມາກ່າວຢູ່ ເຈົ້າຈັກບໍ່ຟັງດ້ວຍດີ ຈັກບໍ່ງ່ຽງຫູຟັງ ຈັກບໍ່ຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຈັກບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ.

ສ່ວນສຸດຕັນຕະເຫຼົ່າໃດ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງ ປະເພດກາບກອນ ເປັນອັກສອນສະລະສະລວຍ ມີພະຍັນຊະນະອັນວິຈິດ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ, ເມື່ອມີຜູ້ນໍາສຸດຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຈົ້າຈັກຟັງດ້ວຍດີ ຈັກງ່ຽງຫູຟັງ ຈັກຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຈັກສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນໄປ.

      ພິກສຸທັງຫຼາຍ! ຄວາມອັນຕະທານຂອງສຸດຕັນຕະເຫຼົ່ານັ້ນ ທີ່ເປັນຄໍາຂອງຕະຖາຄົດ ເປັນຂໍ້ຄວາມເລິກ ມີຄວາມໝາຍຊຶ້ງ ເປັນຊັ້ນໂລກຸດຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ຈັກມີໄດ້ດ້ວຍອາການຢ່າງນີ້ ແລ.

 

5. ພະພຸດທະເຈົ້າໄດ້ຊົງກໍາສັບໃຫ້ສຶກສາປະຕິບັດສະເພາະຈາກຄໍາຂອງພະອົງເທົ່ານັ້ນ ຢ່າຟັງຄໍາຄົນອື່ນ

          ພິກສຸທັງຫຼາຍ! ພວກພິກສຸບໍລິສັດໃນກໍລະນີນີ້, ສຸດຕັນຕະເຫຼົ່າໃດ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ເປັນອັກສອນສະລະສະລວຍ ມີພະຍັນຊະນະອັນວິຈິດ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ, ເມື່ອມີຜູ້ນໍາສຸດຕັນຕະເຫຼົ່ານັ້ນມາກ່າວຢູ່ ເຈົ້າຈັກບໍ່ຟັງດ້ວຍດີ ຈັກບໍ່ງ່ຽງຫູຟັງ ຈັກບໍ່ຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຈັກບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ.

            ພິກສຸທັງຫຼາຍ! ສຸດຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົດ ເປັນຂໍ້ຄວາມເລິກ ມີຄວາມໝາຍຊຶ້ງ ເປັນຊັ້ນໂລກຸດຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ, ເມື່ອມີຜູ້ນໍາສຸດຕັນຕະເຫຼົ່ານັ້ນມາກ່າວຢູ່ເຈົ້າຈັກຟັງດ້ວຍດີ ຈັກງ່ຽງຫູຟັງ ຈັກຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຈັກສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ຈຶ່ງພາກັນຮໍ່າຮຽນ ສອບຖາມ ທວນຖາມຊຶ່ງກັນແລະກັນຢູ່ວ່າ: “ຂໍ້ນີ້ເປັນຢ່າງໃດ ມີຄວາມໝາຍຈັກໄນຍະ” ດັ່ງນີ້. ດ້ວຍການເຮັດດັ່ງນີ້ ເຈົ້າຍ່ອມເປີດທໍາທີ່ຖືກປິດໄວ້, ທໍາທີ່ຍັງບໍ່ປາກົດ ກໍ່ເຮັດໃຫ້ປາກົດໄດ້ ຄວາມສົງໄສໃນທໍາທັງຫຼາຍ ທີ່ເປັນຕາສົງໃສ ເຈົ້າກໍ່ບັນເທົ່າລົງໄດ້.

                 ພິກສຸທັງຫຼາຍ! ບໍລິສັດຊື່ ອຸກກາຈິດ ວິນີຕາ ປຣິສາໂນ ປະຕິປຸດສາວິນີຕາ ເປັນຢ່າງໃດ?

                 ພິກສຸທັງຫຼາຍ! ໃນກໍລະນີນີ້ຄື: ພິກສຸທັງຫຼາຍ ໃນບໍລິສັດໃດ, ເມື່ອສຸດຕັນຕະທັງຫຼາຍ ອັນເປັນຕະຖາຄົດພາສິດ ອັນເລິກເຊິ່ງ ມີອະຣະຖະອັນເລິກເຊິ່ງ ເປັນໂລກຸດຕະຣະ ປະກອບດ້ວຍເລື່ອງສຸນຍະຕາ ອັນບຸກຄົນນໍາມາກ່າວຢູ່, ກໍ່ບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ບໍ່ສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ.

ສ່ວນສຸດຕັນຕະເຫຼົ່າໃດ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ເປັນອັກສອນສະລະສະລວຍ ມີພະຍັນຊະນະອັນວິຈິດ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ, ເມື່ອມີຜູ້ນໍາສຸດຕັນຕະເຫຼົ່ານີ້ມາກ່າວຢູ່ ພວກເຈົ້າຍ່ອມ ຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ສໍາຄັນໄປວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ພວກເຈົ້າຮໍ່າຮຽນທໍາອັນນັກກະວີແຕ່ງໃໝ່ນັ້ນແລ້ວ ກໍ່ບໍ່ສອບຖາມເຊິ່ງກັນ ແລະ ກັນ ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອະຣະຖະເປັນຢ່າງໃດ ດັ່ງນີ້. ເຈົ້າເຫຼົ່ານັ້ນ ເປີດເຜີຍສິ່ງຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍຂອງທີ່ຄວ້າມຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງໄສໃນທໍາທັງຫຼາຍອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີຢ່າງຕ່າງໆໄດ້.                   

ພິກສຸທັງຫຼາຍ! ນີ້ເຮົາເອີ້ນວ່າ: ອຸກກາຈິດ ວິນີຕາ ປຣິສາໂນ ປະຕິປຸດສາວິນີຕາ

                ພິກສຸທັງຫຼາຍ! ບໍລິສັດຊື່ ປະຕິປຸດສາວິນີຕາ ປຣິສາໂນ ອຸກກາຈິດ ວິນີຕາ ເປັນຢ່າງໃດ?

                   ພິກສຸທັງຫຼາຍ! ໃນກໍລະນີນີ້ຄື: ພິກສຸທັງຫຼາຍ ໃນບໍລິສັດໃດ, ເມື່ອສຸດຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ເປັນອັກສອນສະລະສະລວຍ ມີພະຍັນຊະນະອັນວິຈິດ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກອັນບຸກຄົນນໍາມາກ່າວຢູ່, ກໍ່ບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ບໍ່ສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ສ່ວນສຸດຕັນຕະເຫຼົ່າໃດ ອັນເປັນຕະຖາຄົດພາສິດ ອັນເລິກເຊິ່ງ ມີອະຣະຖະອັນເລິກເຊິ່ງ ເປັນໂລກຸດຕະຣະ ປະກອບດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາສຸດຕັນຕະເຫຼົ່ານີ້ມາກ່າວຢູ່ ພວກເຈົ້າຍ່ອມ ຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິດເພື່ອຈະຮູ້ທົ່ວເຖິງ ແລະ ຍ່ອມສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ພວກເຈົ້າຮໍ່າຮຽນທໍາທີ່ເປັນຕະຖາຄົດພາສິດນັ້ນແລ້ວ ກໍ່ສອບຖາມເຊິ່ງກັນ ແລະ ກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອະຣະຖະເປັນຢ່າງໃດ ດັ່ງນີ້.          ເຈົ້າເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຄວ້າມຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງໄສໃນທໍາທັງຫຼາຍອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີຢ່າງຕ່າງໆໄດ້. ພິກສຸທັງຫຼາຍ! ນີ້ເຮົາເອີ້ນວ່າ: ປະຕິປຸດສາວິນີຕາ ປຣິສາໂນ ອຸກກາຈິດ ວິນີຕາ.

                  ພິກສຸທັງຫຼາຍ! ເຫຼົ່ານີ້ແລບໍລິສັດ 2 ຈໍາພວກນັ້ນ. ພິກສຸທັງຫຼາຍ! ບໍລິສັດທີ່ເລີດໃນບັນດາບໍລິສັດທັງສອງຈໍາພວກນັ້ນຄື: ບໍລິສັດ ປະຕິປຸດສາວິນີຕາ ປຣິສາໂນ ອຸກກາຈິດ ວິນີຕາ (ບໍລິສັດທີ່ອາໄສການສອບສວນທົບທວນກັນເອົາເອງ ເປັນເຄື່ອງນໍາໄປ: ບໍ່ອາໄສຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນໍາໄປ) ແລ.

 

6. ພະພຸດທະເຈົ້າໄດ້ຕຣັດຫ້າມບັນຍັດເພີ້ມ ແລະ ຫ້າມຖອດຖອນສິ່ງທີ່ພະອົງໄດ້ບັນຍັດໄວ້

                       

                        ພິກສຸທັງຫຼາຍ! ພິກສຸທັງຫຼາຍ ຈັກບໍ່ບັນຍັດສິ່ງທີ່ບໍ່ເຄີຍບັນຍັດ ຈັກບໍ່ເພີກຖອນສິ່ງທີ່ບັນຍັດໄວ້ແລ້ວ. ຈັກສະມາທານສຶກສາໃນສິກຂາບົດທີ່ບັນຍັດໄວ້ແລ້ວ ຢ່າງເຄັ່ງຄັດຢູ່ພຽງໃດ ຄວາມຈະເລີນກໍ່ເປັນສິ່ງທີ່ພິກສຸທັງຫຼາຍຫວັງໄດ້ບໍ່ມີຄວາມເຊື່ອມເລີຍຢູ່ພຽງນັ້ນ.

 

7. ພະອົງໄດ້ຕຣັດບອກສາວົກໃຫ້ສໍານຶກວ່າຕົນເອງເປັນພຽງຜູ້ເດີນຕາມເທົ່ານັ້ນ ເຖິງວ່າຈະເປັນອະຣະຫັນຜູ້ເລີດທາງປັນຍາກໍ່ຕາມ

ພິກສຸທັງຫຼາຍ! ຕະຖາຄົດຜູ້ອະຣະຫັນຕະສໍາມາສໍາພຸດທະ ໄດ້ທໍາມັຄ໌ທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ໄດ້ທໍາມັຄ໌ທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ທໍາມັຄ໌ທີ່ຍັງບໍ່ມີໃຜກ່າວໃຫ້ເປັນມັຄ໌ທີ່ກ່າວກັນແລ້ວ ຕະຖາຄົດເປັນຜູ້ຮູູ້ມັຄ໌ (ມັຄ໌ຄັນຍູ) ເປັນຜູ້ຮູ້ແຈ້ງມັຄ໌ (ມັຄ໌ຄະວິທູ) ເປັນຜູ້ສະຫຼາດໃນມັຄ໌ (ມັຄ໌ຄະໂກວິໂທ). ພິກສຸທັງຫຼາຍ! ສ່ວນພິກສຸໃນກາລນີ້ ເປັນຜູ້ເດີນຕາມມັຄ໌ ເປັນຜູ້ຕາມມາໃນພາຍຫຼັງ.

 

8. ພະອົງໄດ້ຕຣັດໄວ້ວ່າ ໃຫ້ຊົງຈໍາບົດພະຍັນຊະນະ ແລະ ຄໍາອະທິບາຍ ຢ່າງຖືກຕ້ອງພ້ອມຂະຫຍັນຖ່າຍທອດບອກສອນກັນຕໍ່ໄປ

ພິກສຸທັງຫຼາຍ! ພິກສຸໃນທໍາວິໄນນີ້ ຮໍ່າຮຽນສູດອັນຖືກັນມາຖືກ ດ້ວຍບົດພະຍັນຊະນະທີ່ໃຊ້ກັນຖືກ ຄວາມໝາຍໃນບົດພະຍັນຊະນະທີ່ໃຊ້ກັນກໍ່ຖືກ ຍ່ອມມີໄນອັນຖືກຕ້ອງເຊັນນັ້ນ. ພິກສຸທັງຫຼາຍ! ນີ້ເປັນມູນກໍລະນີທີ່ນຶ່ງ ຊຶ່ງເຮັດໃຫ້ພະສັຈທໍາຕັ້ງຢູ່ໄດ້ບໍ່ຄາດເຄື່ອນຈົນເຊື່ອມສູນໄປ...

ພິກສຸທັງຫຼາຍ! ພວກພິກສຸເຫຼົ່າໃດ ເປັນພະຫຸສູດ ຄ່ອງແຄ້ວ ໃນຫຼັກພຸດທະວະຈະນະ

ຊົງທໍາ ຊົງວິໄນ ຊົງມາຕິກາ (ແມ່ບົດ) ພວກພິກສຸເຫຼົ່ານັ້ນ ເອົາໃຈໃສ່ ບອກສອນ ເນື້ອຄວາມແຫ່ງສູດທັງຫຼາຍແກ່ຄົນອື່ນໆ, ເມື່ອທ່ານເຫຼົ່ານັ້ນລ່ວງລັບໄປ ສູດທັງຫຼາຍ ກໍ່ບໍ່ຂາດຜູ້ເປັນມູນຮາກ (ອາຈານ) ມີທີ່ອາໄສສືບກັນໄປ. ພິກສຸທັງຫຼາຍ!  ນີ້ເປັນມູນກໍລະນີທີ່ສາມ ຊຶ່ງເຮັດໃຫ້ພະສັຈທໍາຕັ້ງຢູ່ໄດ້ບໍ່ຄາດເຄື່ອນຈົນເຊື່ອມສູນໄປ...

***ໃນທີ່ນີ້ໄດ້ຍົກມາສອງໄນຍະ ຈາກສີ່ໄນຍະຂອງມູນເຫດສີ່ປະການທີ່ເຮັດໃຫ້ພະສັຈທໍາຕັ້ງຢູ່ໄດ້ບໍ່ຄາດເຄື່ອນຈົນເຊື່ອມສູນໄປ***

9. ພະອົງໄດ້ຕຣັດວິທີແກ້ໄຂຄວາມຜິດພ້ຽນໃນຄໍາສອນ

1./ (ຫາກມີ) ພິກສຸໃນທໍາວິໄນນີ້ກ່າວຢ່າງນີ້ວ່າ ຜູ້ມີອາຍຸ!  ຂ້າພະເຈົ້າໄດ້ສະດັບຮັບມາສະເພາະພະພັກພະຜູ້ມີພະພາກວ່າ: ນີ້ເປັນທໍາ ນີ້ເປັນວິໄນ ນີ້ເປັນຄໍາສອນ ຂອງພະສາສະດາ …

2./ (ຫາກມີ) ພິກສຸໃນທໍາວິໄນນີ້ກ່າວຢ່າງນີ້ວ່າ ໃນອາວາດຊື່ນັ້ນ ມີສົງຢູ່ ພ້ອມດ້ວຍພະເຖຣະ ພ້ອມດ້ວຍປາຕິໂມກ ຂ້າພະເຈົ້າໄດ້ສະດັບມາສະເພາະໜ້າສົງນັ້ນວ່າ ນີ້ເປັນທໍາ ນີ້ເປັນວິໄນ ນີ້ເປັນຄໍາສອນ ຂອງພະສາສະດາ …

3./  (ຫາກມີ) ພິກສຸໃນທໍາວິໄນນີ້ກ່າວຢ່າງນີ້ວ່າ ໃນອາວາດຊື່ນັ້ນ ມີພິກສຸຜູ້ເປັນເຖຣະຢູ່ເປັນຈໍານວນຫຼາຍ ເປັນພະຫຸສູດ ຮຽນຄໍາພີ ຊົງທໍາ ຊົງວິໄນ ຊົງມາຕິກາ ຂ້າພະເຈົ້າໄດ້ສະດັບມາສະເພາະໜ້າພະເຖຣະເຫຼົ່ານັ້ນວ່າ ນີ້ເປັນທໍາ ນີ້ເປັນວິໄນ ນີ້ເປັນຄໍາສອນ ຂອງພະສາສະດາ …

4./  (ຫາກມີ) ພິກສຸໃນທໍາວິໄນນີ້ກ່າວຢ່າງນີ້ວ່າ ໃນອາວາດຊື່ນັ້ນ ມີພິກສຸຜູ້ເປັນເຖຣະຢູ່ຮູບໜຶ່ງ ເປັນພະຫຸສູດ ຮຽນຄໍາພີ ຊົງທໍາ ຊົງວິໄນ ຊົງມາຕິກາ ຂ້າພະເຈົ້າໄດ້ສະດັບມາສະເພາະໜ້າພະເຖຣະຮູບນັ້ນວ່າ ນີ້ເປັນທໍາ ນີ້ເປັນວິໄນ ນີ້ເປັນຄໍາສອນ ຂອງພະສາສະດາ …

     ເຈົ້າທັງຫຼາຍຍັງບໍ່ເພິ່ງຊື່ນຊົມ ຍັງບໍ່ເພິ່ງຄັດຄ້ານຄໍາກ່າວຂອງຜູ້ນັ້ນ ເພິ່ງຮຽນບົດ ແລະ ພະຍັນຊະນະເຫຼົ່ານັ້ນໃຫ້ດີ ແລ້ວເພິ່ງສອບສວນລົງໃນພະສູດ ທຽບຄຽງລົງໃນວິໄນ

     ຖ້າບົດ ແລະ ພະຍັນຊະນະເຫຼົ່ານັ້ນ ສອບລົງສູດກໍ່ບໍ່ໄດ້ ທຽບເຂົ້າໃນວິໄນກໍ່ບໍ່ໄດ້ ເພິ່ງລົງສັນນິຖານວ່າ “ນີ້ບໍ່ແມ່ນພະດໍາຣັດຂອງພະຜູ້ມີພະພາກພະອົງນັ້ນແນ່ນອນ ແລະ ພິກສຸນີ້ຮັບມາຜິດ” ເຈົ້າທັງຫຼາຍ ເພິ່ງຖິ້ມຄໍາເຫຼົ່ານັ້ນເສຍ

 

ຖ້າບົດ ແລະ ພະຍັນຊະນະເຫຼົ່ານັ້ນ ສອບລົງສູດກໍ່ໄດ້ ທຽບເຂົ້າໃນວິໄນກໍ່ໄດ້ ເພິ່ງລົງສັນນິຖານວ່າ   “ນີ້ເປັນພະດໍາຣັດຂອງພະຜູ້ມີພະພາກພະອົງນັ້ນແນ່ນອນ ແລະ ພິກສຸນີ້ຮັບມາດ້ວຍດີ” ເຈົ້າທັງຫຼາຍ ເພິ່ງຈໍາມະຫາປະເທສ໌ນີ້ໄວ້.

 

10. ພະອົງໄດ້ຕຣັດແກ່ພະອານົນໃຫ້ໃຊ້ທໍາວິໄນທີ່ຕຣັດໄວ້ ເປັນສາສະດາແທນຕໍ່ໄປ

                ອານົນ! ຄວາມຄິດອາດມີແກ່ພວກເຈົ້າດັ່ງນີ້ວ່າ ‘ທໍາວິໄນຂອງພວກເຮົາມີພະສາສະດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພະສາສະດາ’ ດັ່ງນີ້. ອານົນ! ພວກເຈົ້າ ຢ່າຄິດຢ່າງນັ້ນ

                   ອານົນ! ທໍາກໍ່ດີ ວິໄນກໍ່ດີ ທີ່ເຮົາສະແດງແລ້ວ ບັດຍັດແລ້ວແກ່ພວກເຈົ້າທັງຫຼາຍ

ທໍາວິໄນນັ້ນ ຈັກເປັນສາສະໜາຂອງພວກເຈົ້າທັງຫຼາຍ ໂດຍການລ່ວງໄປແຫ່ງເຮົາ.

                   ອານົນ! ໃນກາລບັດນີ້ກໍ່ດີ ໃນການລ່ວງໄປແຫ່ງເຮົາກໍ່ດີ ໃຜກໍ່ຕາມ ຈັກມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່. ອານົນ! ພວກພິກສຸເຫຼົ່າໃດ ເປັນຜູ້ເອົາໃຈໃສ່ໃນສິກຂາ, ພິກສຸພວກນັ້ນ ຈັກເປັນຜູ້ຢູ່ໃນສະຖານັ້ນອັນເລີດທີ່ສຸດ ແລ.

                        ອານົນ! ຄວາມຂາດສຸນແຫ່ງ ກັນລະຍານະວັດ ນີ້ ມີໃນຍຸກແຫ່ງບຸລຸດໃດ ບຸລຸດນັ້ນມີຊື່ວ່າເປັນບຸລຸດຄົນສຸດທ້າຍແຫ່ງບຸລຸດທັງຫຼາຍ... ເຮົາຂໍກ່າວຢໍ້າກັບເຈົ້າວ່າ... ເຈົ້າທັງຫຼາຍຢ່າເປັນບຸລຸດພວກສຸດທ້າຍຂອງເຮົາເລີຍ. 

 

Delicious Digg Fark Twitter