ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2013 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
ຖິງບັນດາອະດີດນັກສຶກສາທີ່ຮຽນຈົບຈາກ ມຊ, ມສ ແລະ ມຈ
ທິມງານສຳຫຼວດເກັບກຳຂໍ້ມູນນັກສຶກສາຮຽນຈົບຂໍແຈ້ງມາຍັງອະດີດນັກສຶກສາລຸ້ນປີ 2005-2012 ຊາບວ່າປະຈຸບັນ ພວກເຮົາຈະໄດ້ມີການເກັບກຳຂໍ້ມູນນັກສຶກສາທີ່ຮຽນຈົບຈາກ ມຊ, ມສ ແລະ ມຈ ໃນໄລຍະ ເວລາ 5 ປີ ວ່າມີສະຖານະພາບເປັນຄືແນວໃດ?
ຈຸດປະສົງແມ່ນ
• ເພື່ອກ້າວໄປສູ່ການສ້າງສະມາຄົມອາດີດນັກສຶກສາທີ່ຮຽນຈົບ (Alumni) ໃນຂັ້ນຕໍ່ໄປເຊິ່ງຈະເຊື່ອມໂຍງໄປເຖິງການຈັດກິດຈະກຳຕ່າງໆເຊັ່ນ:ການຊອກ ຫາແຫຼ່ງທຶນການສຶກສາໃຫ້ກັບນັກສຶກສາທີ່ດ້ອຍໂອກາດ, ການຊອກຫາວຽກເຮັດງານທຳໃຫ້ແກ່ນັກສຶກສາທີ່ຮຽນຈົບ, ການຈັດກິດຈະກຳຊ່ວຍເຫຼືອ ສັງຄົມ ແລະ ອື່ນໆ
• ເພື່ອເກັບກຳຂໍ້ມູນກ່ຽວກັບສະຖາບັນການສຶກສາທີ່ນັກສຶກສາສ່ວນໃຫ່ຍໄດ້ຮຽນຈົບໄປເຊັ່ນ: ຊື່ສະຖາບັນສຶກສາ , ຂະແໜງ ການສຶກສາທີ່ ຮຽນຈົບ, ປັດໃຈ,ເງື່ອນໄຂທີ່ເລືອກສະຖາບັນ, ຂະແໜງການສຶກສາ,ແຫຼ່ງທຶນການສຶກສາ ແລະ ອື່ນຯ
• ເພື່ອເກັບກຳຂໍ້ມູນດ້ານວຽກ/ການງານເຊັ່ນ :ການຊອກຫາວຽກ , ນະໂຍບາຍ ດ້ານສັງຄົມ ໃນເວລາເຂົ້າເປັນລັດຖະກອນຫຼື ເຮັດວຽກງານ , ຄວາມສອດຄ່ອງລະຫວ່າງການສຶກສາທີ່ໄດ້ຮຽນມາ ແລະ ວຽກງານທີ່ຕົນເອງໄດ້ເຮັດ ແລະ ພວມເຮັດຢູ່ປະຈຸບັນ, ຄວາມຊຳນານໃນການເຮັດວຽກ , ຄວາມພຶ່ງພໍໃຈກັບວຽກງານ ແລະ ອື່ນຯ
• ເພື່ອຢັ່ງເບິ່ງແນວຄວາມຄິດ ແລະ ແຜນການດ້ານການສຶກສາ , ວຽກງານໃນອານາຄົດ ແລະ ຄໍາຄິດຄຳເຫັນ ຕໍ່ສະຖາບັນສຶກສາທີ່ຮຽນມາເພື່ອນຳໄປປັບປຸງແກ້ໄຂໃນຕໍ່ໜ້າ
ຖ້າບຸກຄົນໃດສົນໃຈທີ່ຈະມີສ່ວນຮ່ວມໃນການສະໜອງຂໍ້ມູນແກ່ທີມງານພວກເຮົາ ແລະ ຢາກຈະຮ່ວມຊິງເອົາລາງວັນຈາກ ທີມງານພວກເຮົາກະລຸນາສົ່ງເມລຂອງທ່ານພ້ອມດ້ວຍຊື່ ແລະ ນາມສະກຸນໄປຫາພວກເຮົາຕາມທີ່ຢູ່ລະບຸໄວ້ທີ່ນີ້ itstaff@nuol.edu.la ຫຼື ສົ່ງອີເມລພ້ອມດ້ວຍຊື່ ,ນາມສະກຸນ,ຈົບຢູ່ໃສ ແລະ ປີຈົົບຂອງທ່ານຜ່ານ SMS ໄປທີ່ເບີ 020 22245212, 020 55603139, 020 22241664, 020 22228890, 020 22233877, 020 22233280, 020 99962273, 020 55614888, 020 22437711 ທີມງານພວກເຮົາຈະສົ່ງລະຫັດ (Token) ແລະ Link 
http://survey.laonren.org/lumsproject/ (Login) ເຂົ້າລະບົບ ແລະ ປ້ອນຂໍ້ມູນຂອງຕົນ. ຫຼັງຈາກນັ້້ນທີມງານຈະນຳລະຫັດ ຂອງແຕ່ລະຄົນໄປຈົກສະຫຼາກຊິງລາງວັນໃນທ້າຍ ເດືອນກຸມພາ ທີ່ຈະມາເຖິງນີ້. ທີມງານພວກເຮົາຮັບປະກັນວ່າຂໍ້ມູນທີ່ທຸກຄົນໄດ້ສະໜອງໃຫ້ຈະນຳໄປໃຊ້ໃນກໍລະນີສຶກສາເທົ່ານັ້ນ ແລະ ຈະບໍ່ໄດ້ເປີດເຜີຍໄປໃນທາງອື່ນ.
ດັ່ງນັ້ນຈຶ່ງແຈ້ງມາຍັງອາດີດນ້ອງນັກສຶກສາທັງຫຼາຍເພື່ອຊາບທົ່ວເຖິງກັນ ແລະ ຫວັງວ່າທຸກຄົນຄົງໃຫ້ຄວາມຮ່ວມມື ແລະ ມີສ່ວນຮ່ວມໃນການສະໜອງຂໍ້ມູນໃຫ້ແກ່ທີມງານຂອງພວກເຮົາດ້ວຍ.
 
web : http://survey.laonren.org/lumsproject/
ດັ່ງນັ້ນຈຶ່ງແຈ້ງມາຍັງອາດີດນ້ອງນັກສຶກສາທັງຫຼາຍເພື່ອຊາບທົ່ວເຖິງກັນ ແລະ ຫວັງວ່າທຸກຄົນຄົງໃຫ້ຄວາມຮ່ວມມື ແລະ ມີສ່ວນຮ່ວມໃນການສະໜອງຂໍ້ມູນໃຫ້ແກ່ທີມງານຂອງພວກເຮົາດ້ວຍ.
 

ຕົວຢ່າງ SMS

ແສງສຸກ ສີທາລາ

ມຊ2009

Email: sengsouk@gmail.com

ຕົວຢ່າງ EMAIL

ຊື່: ແສງສຸກ

ນາມສະກຸນ: ສີທາລາ
ຮຽນຈົບ :ມຊ
ປີຈົບ: 2009
ເບີໂທ: 02078245606
 

 

 

Delicious Digg Fark Twitter