ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍມີຫມູ່ຄົນຫນຶ່ງຮູ້ຈັກກັນມາແຕ່ນ້ອຍໆ ໄປໃສມາໃສນຳກັນ ນອນນຳກັນ ກິນນຳກັນ ລົມກັນທຸກເວລາ, ລາວເປັນຫມູ່ທີ່ຂ້ອຍຮັກທີ່ສຸດຈົນຂ້ອຍເຄີຍຄິດວ່າຂ້ອຍບໍ່ຈຳເປັນຕ້ອງມີຫມູ່ຄົນອື່ນກະໄດ້ຂໍພຽງມີລາວເປັນຫມູ່ກັບຂ້ອຍແບບນີ້ຕະຫລອດໄປ
ໃນຊີວິດຂ້ອຍບໍ່ຕ້ອງການໃຜອີກແລ້ວບໍ່ຈຳເປັນຈະຕ້ອງມີແຟນມີຄອບຄົວກໍ່ໄດ້ (ລົງເຮືອນຫັ່ນເດີ້) ແລ້ວສາມປີກ່ອນຂ້ອຍຢໄດ້ໄປຮຽນວຽງຈັນ ແລະ ອຍບໍ່ຮູ້ທາງຈະໄປໃສມາໃສໃນວຽງຈັນເລຍ ລາວກໍ່ຮຽນຢູ່ຫັ້ນຄືກັນ ແລະມີມື້ຫນຶ່ງລາວໄດ້ຫ່າງຈາກຂ້ອຍເພາະລາວມີແຟນແລ້ວບໍ່ສົນໃຈຫມູ່ທີ່ຮັກລາວຫລາຍຄືຂ້ອຍເລີຍ ລາວບໍ່ຕິດຕໍ່ກັບຂ້ອຍ ບໍ່ເຄີຍເຫັນຫນ້າ ບໍ່ເຄີຍມາຫາ ທັງໆທີ່ຢູ່ວຽງຈັນຄືກັນ ຂ້ອຍບໍ່ຮູ້ວ່າລາວຢູ່ໃສ ແຕ່ລາວຮູ້ວ່າຂ້ອຍຢູ່ໃສ ຂ້ອຍຄິດຮອດລາວຫລາຍ ຫລາຍທີ່ສຸດ ຂ້ອຍນອນໄຫ້ທຸກຄືນ ຂ້ອຍບໍ່ຮູ້ວ່າເປັນຫຍັງລາວຄືເປັນແບບນັ້ນ ເປັນຫຍັງລາວຄືເຮັດກັບຂ້ອຍແບບນີ້ ສິ່ງທີ່ຂ້ອຍເຮັເໄດ້ຄືຂຽນບັນທຶກຫາລາວທຸກມື້ ລະຍະເວລາ ຫນຶ່ງປີຂ້ອຍຫວັງວ່າຂ້ອຍຈະໄດ້ເຈີກັບລາວ ແຕ່..ບໍ່ເລີຍ ຂ້ອຍຢາກຮູ້ລາວຍັງຮັກຂ້ອຍຄຶທີ່ຂ້ອຍຮັກລາວບໍ່ ?  ຖ້າຮັກເປັນຫຍັງລາວຄືເປັນແບບນີ້ ? ພາຍນອກຄົນອື່ນເບິ່ງວ່າຂ້ອຍເປັນຄົນເຂັ້ມແຂງ ແຕ່...ຄວາມຈິງແລ້ວທຸກຄັ້ງທີ່ມີຊື່ຂອງຫມູ່ຜູ້ນີ້ຂ້ອຍໄດ້ຍິນຍາມໃດຂ້ອຍຕ້ອງນ້ຳຕາອອກທັນທີ່.
ບໍ່ວ່າຈະຜ່ານມາສາມປີທີ່ຂ້ອຍກັບຫມູ່ຂ້ອຍນີ້ຕ້ອງໄດ້ຫ່າງກັນແບບນີ້ ສາມປີຂ້ອຍເຫັນລະໄດ້ເວົ້າກັບລາວຮອດ ສິບເທື່ອ, ຖາມວ່າໃຫ້ຂ້ອຍທຳໃຈໄດ້ບໍ່ທີ່ເປັນແບບນີ້. ! ແນ່ນອນບໍ່ມີໃຜທຳໃຈໄດ້ , ແລ້ວຕອນີ້ຂ້ອຍຜິດຫວາທີ່ຂ້ອຍເປັນຄົນເຢັນຊາແບບນີ້. ແລະ ຂ້ອຍຮັກລາວຮັກຫລາຍບໍ່ມີວັນທີ່ຈະບໍ່ຮັກລາວໄດ້ເລີຍ ລາວເດປາກບອກວ່າຮັກຂ້ອຍຄືເກົ່າແຕ່ເປັນຫຍັງລາວປາຽນໄປຫລາຍເຫລືອເກີ່ນ
ຕອນນີ້ຂ້ອຍກັບລາວໄດ້ມີໂອກາດລົມກັນແຕ່ສຳລັບຂ້ອຍແລ້ວ ຢາກກັບໄປວັນເກົ່າໆຄືຊິເປັນໄດ້ແຄ່ຄວາມຝັນເທົ່ານັ້ນແລະ.


(ຍັງບໍ່ຈົບ)
 

Delicious Digg Fark Twitter