ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

 

ເຂົາວ່າກັນວ່າ

ຜູ້ຍິງໜ້າຕາດີ ມັກຈະມີແຟນເປັນທັອມ

ຜູ້ຍິງໜ້າຮັກມັກຈະມີແຟນບໍ່ຫຼໍ່

ຜູ້ຍິງທີ່ມີແຟນຫຼໍ່ ຈໍາເປັນຕ້ອງລວຍ

ຜູ້ຍິງຢາກລວຍ ຕ້ອງມີແຟນລຸ້ນພໍ່

ຜູ້ຍິງຂີ້ອາຍມັກເຊັກຈັດ

ຜູ້ຍິງອວບອັນ ມັກເຮັດໄສຍະກໍາ

 

ເຂົາວ່າກັນວ່າ

ຜູ້ຊາຍນິໄສດີມັກຈະຂີ້ລາຍ

ຜູຊາຍລໍ່ມັກບໍ່ສຸພາບ

ຜູ້ຊາຍທັງຫຼໍ່ທັງສຸພາບ ມັກເປັນເກ

ຜູ້ຊາຍທີ່ຫຼໍ່ ສຸພາບ ແລະບໍ່ເປັນເກ ມັກແຕ່ງງານແລ້ວ

ຜູຊາຍທີ່ບໍ່ຄ່ອຍຫຼໍ່ ແລະນິໄສດີ ມັກເປັນຄົນມີເງີນ

ຜູ້ຊາຍທີ່ຫຼໍ ນິໄສດີ ແລະມີເງີນມັກຈະຄິດວ່າຜູ້ຍິງເຫັນແກ່ເງີນຂອງເຂົາ

ຜູ້ຊາຍທີ່ຫຼໍ່ ແຕ່ບໍ່ມີເງີນ ມັກເກາະຜູ້ຍິງກິນ

ຜູ້ຊາຍທີ່ຫຼໍ່ ແລະປັນຊາຍແທ້ ແຕ່ນິໄສບໍ່ດີ ມັກຕິຜູ້ຍິງ

ຜູ້ຊາຍທີ່ຫຼໍ່ ສຸພາບ ເປັນຊາຍແທ້ແລະມີຖານະ ມັກເປັນຄົນຂີ້ອາຍ ແລະຢ້ານການເລີມຕົ້ນ

ຜູ້ຊາຍທີ່ຢ້ານການເລີມຕົ້ນ ຜູ້ຍິງມັບໍ່ສົນໃຈ

 

ເຂົາວ່າກັນວ່າ

ຜູ້ຍິງເກັ່ງແມ່ນມັກສັ່ງການ

ຜູ້ຍິງເກັ່ງທີ່ບໍມັກບົງການ ມັັກເສແຊ້ງສະເພາະຊ້ວງທຳອິດ

ຜູ້ຍິງງາມມັກຈະໂງ່ ແຕ່ຜູ້ຍິງໂງ່ມັກຈະລວຍ

ຜູ້ຍິງທີ່ບໍ່ໂງ ລວຍມັກບໍ່ຍອມແຕ່ງງານ

ຜູ້ຍິງທີ່ບໍ່ໂງ ລວຍ ບໍ່ຍອມແຕ່ງງານ ມັກຫຼິ້ນຄົນມີຄອບຄົວແລ້ວ

 

ແມ່ນຢູ່ຫວາລະ..........???????

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຫຼາຍຄົນທີ່ມັກກິນຫອຍແຄງ ແຕ່ມັກເຈິປັນຫາກໍຄື ມັດມີຂີ້ດິນຢູ່ໃນຫອຍແຄງ ແມ່ນບໍ່ !

ຕໍ່ໄປຈະບໍ່ເຈິປັນຫານີ້ອີກ ຖ້າຫາກທ່ານຊື້ມາເຮັດກິນຢູ່ບ້ານ ແລະປະຕິບັດຂັ້ນຕອນງ່າຍແສນງ່າຍ ແບນີ້ >>

ທຳອິດກໍລ້າງຕາມປົກກະຕິໃຫ້ສະອາດ ແລ້ວ ນຳໄປໄສ່ພາສະນະອີກອັນໜຶ່ງ ແລ້ວເທນ້ຳໄສ່ພໍຖ້ວມ

ຈາກນັ້ນ ໃຫ້ຕຳໝາກເຜັດຂີ້ໜູ ປະມານກຳໜຶ່ງ ແລ້ວເອົາໃສ່ໃນຊາມທີ່ແຊ່ຫອຍແຄງນັ້ນ ປະໄວ້ປະມານ 20-30 ນາທີ

ເພາະຕາມວິທະຍາສາດເພີ່ນເວົ້າວ່າ ຄວາມເຜັດຈະເຮັດໃຫ້ຫອຍແຄງຄາຍຂີ້ດິນອອດມາ ເຮັດໃຫ້ສະດວກໃນການກິນ !

ຫຼືເພື່ອນໆ ມີວິທີອື່ນອີກບໍ່?

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ທຸກທຸກຄົນທີ່ໄຊ້ໂທລະສັບມືຖື ຕັ້ງໃຈອ່ານໃຫ້ດີໆ ອ່ານຈົບແລ້ວຈະຮູ້ວ່າມືຖືບໍໄດ້ມີໄວ້ພຽງແຕ່ໂທເຂົ້າ-ອອກເທົ່ານັ້ນ

ແຕ່ຍັງມີເຄັດລັບທີ່ເພື່ອນໆ ຍັງບໍ່ຮູ້ກ່ຽວກັບມັນ ຖ້າຢາກຮູ້ມີຫຍັງແດ່ ລອງມາອ່ານເບີ່ງ

1. ໝາຍເລກສຸກເສີນ 112 ໄຊ້ໄດ້ທົ່ວໂລກ

ຖ້າເກີດເຮົາຫຼົງໄປໃນເຂດທ່ບໍ່ມີສັນຍານເລີຍ ແຕ່ມີເຫດດ່ວນເຫດຮ້າຍ ແລ້ວມັນຈະຫາເບີໃຫ້ເອັງອັດຕະໂນມັດແມ້ແຕ່ເຮົາລອກປຸ່ມກົດ ກໍ່ຍັງກົດເບີນີ້ໄດ້

2. ໄຊ້ໃນກໍລະນີລືມກຸນແຈໄວ້ໃນລົດ.....

ສຳລັບລົດທີ່ໄຊ້ ກະແຈລີໂມດ ຖ້າລົດລອກໄປແລ້ວ ແຕ່ເຮົາມີກຸນແຈສຳຮອງຢູ່ເຮືອນ ໃຫ້ໂທໄປທີ່ເຮືນດ້ວຍມືຖື ແລະ ເບີປາຍທາງກໍ່ຕ້ອງເປັນມືຖື

ເມື່ອເຂົາຮັບແລ້ວ ໃຫ້ເຂົາໄຊ້ກະແຈສຳຮອງໄປຈີ້ກັບໂທລະສັບແລ້ວກົດປຸ່ມປົດລອກ ຂະນະທີ່ເຮົາຖືສາຍຢູ່ ໃຫ້ຫ່າງຈາກປະຕູລົດປະມານ 50 ຊມ ແລ້ວແຕ່ສັນຍານ ປະຕູລົດກໍ່ຈະເປີດ ໄລຍະທາງບໍ່ເປັນປັນຫາ

3. ກໍລະນີແບັດໄກ້ນະໝົດ*3370#  ສຳລັບໂນເກຍ

ຖາເກີດແບັດເຫຼືອນ້ອຍເຕັມທີໄກ້ຈະດັບ ແຕ່ຈຳເປັນຕ້ອງໂທອອກໃຫ້ກົດ *3370# ແລ້ວມັນຈະຮີດເອົາພະລັງງານສຳຮອງ

ອອກມາ ແລ້ວສະແດງໄຫ້ເຫັນວ່າມັນຈະເພີ້ມພະລັງງານໃຫ້ 50% ແລ້ວມັນຈະຊົດເຊີຍສ່ວນສຳຮອງນີ້ ໃນການຊາສແບັດຄັ້ງຕໍ່ໄປ

4. ກໍລະນີໂທລະສັບເສຍເຮົາສາມາດເຮັດໃຫ້ໂທລະສັບໄຊ້ບໍ່ໄດ້ຕະຫຼອດໄປ

ກໍລະນີນີ້ເຮົາຕ້ອງໄຊ້ໝາຍເລກserial number ປະຈຳເຄື່ອງ ຊືຶ່ງມີ 15-17 ໜ່ວຍ ການທີ່ຈະຮູ້ໝາຍເລກນີໃຫ້ກົດ *#06# ໝາຍເລກປະຈຳເຄື່ອງປໍ່ຈະຂື້ນມາ

.........ບັດນີ້ຖ້າໂທລະສັບເສຍ ຫຼື ຕົກເຫ່ຍໃຫ້ໂທໄປທີ່ສູນ ແລ້ວແຈ້ງໝາຍເລກໃຫ້ເຂົາໃປ ເຂົາກໍ່ຈະບຼອກເຄື່ອງຂອງເຮົາ

ແລ້ວໂທລະສັບທີ່ເສຍກໍ່ຈະໄຊ້ບໍ່ໄດ້ຕະຫຼອດໄປ ຖຶງແມ່ນວ່າຄົນທີ່ລັກໄປຈະປ່ຽນ sim card ໃໝ່ກໍ່ຕາມ ມັນກໍ່ຍັງໄຊ້ບໍ່ໄດ້ຢູ່ດີ

 .......ແບບນີ້ສະໃຈດີ ໂດຍສະເພາະພວກທີ່ມັກລັກຂອງຄົນອ່ືນ...........


note ຈາກຜູ້ຂຽນ

ການທີ່ໂລກຂອງເຮົາກຳລັງປ່ຽນແປງມາເປັນຍຸກດີ່ຈີ່ຕ້ອນ ທຸກສິງທຸກຢ່າງແມ່ມມີຄວາມສະດວກສະບາຍຂື້ນຫຼາຍຖ້າທຽບໃສ່ແຕ່ກ່ອນ

ແຕ່ການກ້າວໄປຂ້າໜ້າກັບຍຸກດີຈີຕ້ອນກໍ່ຕ້ອງມີການຊັ່ງຊາເບີ່ງຄວາມເໝາະສົມກັບສິງທີ່ເປັນຢູ່  ແບບວ່າກ້າວໜ້າໄປຕາມຍຸກສະໄໝ

............ແຕ່ບໍ່ແມ່ນເກີນສະໄໝແບບທີ່ຫຼາຍຄົນກຳລັງຫຼົງຢູ່...............

*************ດ້ວຍຄວມນັບຖືຢ່າງສູງ**************