ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

 

ເຂົາວ່າກັນວ່າ

ຜູ້ຍິງໜ້າຕາດີ ມັກຈະມີແຟນເປັນທັອມ

ຜູ້ຍິງໜ້າຮັກມັກຈະມີແຟນບໍ່ຫຼໍ່

ຜູ້ຍິງທີ່ມີແຟນຫຼໍ່ ຈໍາເປັນຕ້ອງລວຍ

ຜູ້ຍິງຢາກລວຍ ຕ້ອງມີແຟນລຸ້ນພໍ່

ຜູ້ຍິງຂີ້ອາຍມັກເຊັກຈັດ

ຜູ້ຍິງອວບອັນ ມັກເຮັດໄສຍະກໍາ

 

ເຂົາວ່າກັນວ່າ

ຜູ້ຊາຍນິໄສດີມັກຈະຂີ້ລາຍ

ຜູຊາຍລໍ່ມັກບໍ່ສຸພາບ

ຜູ້ຊາຍທັງຫຼໍ່ທັງສຸພາບ ມັກເປັນເກ

ຜູ້ຊາຍທີ່ຫຼໍ່ ສຸພາບ ແລະບໍ່ເປັນເກ ມັກແຕ່ງງານແລ້ວ

ຜູຊາຍທີ່ບໍ່ຄ່ອຍຫຼໍ່ ແລະນິໄສດີ ມັກເປັນຄົນມີເງີນ

ຜູ້ຊາຍທີ່ຫຼໍ ນິໄສດີ ແລະມີເງີນມັກຈະຄິດວ່າຜູ້ຍິງເຫັນແກ່ເງີນຂອງເຂົາ

ຜູ້ຊາຍທີ່ຫຼໍ່ ແຕ່ບໍ່ມີເງີນ ມັກເກາະຜູ້ຍິງກິນ

ຜູ້ຊາຍທີ່ຫຼໍ່ ແລະປັນຊາຍແທ້ ແຕ່ນິໄສບໍ່ດີ ມັກຕິຜູ້ຍິງ

ຜູ້ຊາຍທີ່ຫຼໍ່ ສຸພາບ ເປັນຊາຍແທ້ແລະມີຖານະ ມັກເປັນຄົນຂີ້ອາຍ ແລະຢ້ານການເລີມຕົ້ນ

ຜູ້ຊາຍທີ່ຢ້ານການເລີມຕົ້ນ ຜູ້ຍິງມັບໍ່ສົນໃຈ

 

ເຂົາວ່າກັນວ່າ

ຜູ້ຍິງເກັ່ງແມ່ນມັກສັ່ງການ

ຜູ້ຍິງເກັ່ງທີ່ບໍມັກບົງການ ມັັກເສແຊ້ງສະເພາະຊ້ວງທຳອິດ

ຜູ້ຍິງງາມມັກຈະໂງ່ ແຕ່ຜູ້ຍິງໂງ່ມັກຈະລວຍ

ຜູ້ຍິງທີ່ບໍ່ໂງ ລວຍມັກບໍ່ຍອມແຕ່ງງານ

ຜູ້ຍິງທີ່ບໍ່ໂງ ລວຍ ບໍ່ຍອມແຕ່ງງານ ມັກຫຼິ້ນຄົນມີຄອບຄົວແລ້ວ

 

ແມ່ນຢູ່ຫວາລະ..........???????

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຫຼາຍຄົນທີ່ມັກກິນຫອຍແຄງ ແຕ່ມັກເຈິປັນຫາກໍຄື ມັດມີຂີ້ດິນຢູ່ໃນຫອຍແຄງ ແມ່ນບໍ່ !

ຕໍ່ໄປຈະບໍ່ເຈິປັນຫານີ້ອີກ ຖ້າຫາກທ່ານຊື້ມາເຮັດກິນຢູ່ບ້ານ ແລະປະຕິບັດຂັ້ນຕອນງ່າຍແສນງ່າຍ ແບນີ້ >>

ທຳອິດກໍລ້າງຕາມປົກກະຕິໃຫ້ສະອາດ ແລ້ວ ນຳໄປໄສ່ພາສະນະອີກອັນໜຶ່ງ ແລ້ວເທນ້ຳໄສ່ພໍຖ້ວມ

ຈາກນັ້ນ ໃຫ້ຕຳໝາກເຜັດຂີ້ໜູ ປະມານກຳໜຶ່ງ ແລ້ວເອົາໃສ່ໃນຊາມທີ່ແຊ່ຫອຍແຄງນັ້ນ ປະໄວ້ປະມານ 20-30 ນາທີ

ເພາະຕາມວິທະຍາສາດເພີ່ນເວົ້າວ່າ ຄວາມເຜັດຈະເຮັດໃຫ້ຫອຍແຄງຄາຍຂີ້ດິນອອດມາ ເຮັດໃຫ້ສະດວກໃນການກິນ !

ຫຼືເພື່ອນໆ ມີວິທີອື່ນອີກບໍ່?

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ອະນຸວົງ ອົງເຈົ້າຟ້າ ...................... ແກ້ວແກ່ນ ວຽງນະຄອນ
ທ້ອນໂຮມ ປະຊາລາວ ……………..................ເຜົ່າພົງ ພັນເຊື້ອ
ເສືອສະໝີງ ແສນກ້າ ..................... ມິອາດເປັນໝາ ໃຫ້ພວກຕ່າງຖີ່ນ
ດີນລ້ານຊ້າງ ກູແທ້ໆ ..................... ແສຫ...າໄດ້ ວ່າແດນມືງ

ກູຈັກພາ ກັນປົກປ້ອງ ..................... ແກ້ວແກ່ນ ນະຄອນວຽງ
ຄຽງຂ້າງ ຊາວວຽງຈັນ .................... ລັ່ນກອງເສີກ ຄອຍຖ້າ
ມືງຢ່າມາ ຫວັງໄດ້ ......................... ຫົວໃຈ ລາວທັງຊາດ
ປາດເສືອນກູ ເປັນຊິ້ນໆ ................... ບໍ່ຍອມຂື້ນ ແກ່ມືງ ແທ້ໜາ

ໂອນໍ ຍາມເສີກເສືອເຂົ້າບ້ານ ........... ລາວບໍ່ຮ່ວມ ແຮງຮັບ
ກັບໄປ ນໍາພວກມານ ...................... ເຂົ້າຜານ ຍໍາຍີ້
ແຕ່ວ່າຣາຊສີ ເຊື້ອ ......................... ອະນຸວົງ ບໍ່ເຄີຍຫວັ່ນ
ກູຈະເຊຖລັ່ນ ລົ້ມພື້ນ ...................... ກໍ່ຂໍເຫຼືອໄວ້ຊື່ລາວ

ອະນຸວົງ ມະຫາຣາດເຈົ້າ .................. ເຫົ້ງາກໍ ກະສັດວຽງ
ບໍ່ໄດ້ອ່ຽງ ກະບົດໃຜ ........................ ດັ່ງພວກຈັ່ງໄຮ ຫາເວົ້າ
ເຂົາຫວັງລົບລາວ ຊາດເຊື້ອ .............. ອະນຸວົງ ບໍ່ຫຼົງເຊື່ອ
ເຫຼືອໄວ້ຄວາມເກ່ງກ້າ ....................... ເປັນແວ່ນຈ້າສ່ອງແຍງ
ຂໍຄໍານົບນ້ອມ ເດຊະພຣະເດດ ແລະ ພຣະຄຸນ ແດ່ ພຣະເຈົ້າອະນຸວົງ ມະຫາຣາດ
ວິຣະກະສັຕ ແລະ ວິຣະບູຣຸດ ເພື່ອເຊື້ອຊາດລາວ .

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ທຸກທຸກຄົນທີ່ໄຊ້ໂທລະສັບມືຖື ຕັ້ງໃຈອ່ານໃຫ້ດີໆ ອ່ານຈົບແລ້ວຈະຮູ້ວ່າມືຖືບໍໄດ້ມີໄວ້ພຽງແຕ່ໂທເຂົ້າ-ອອກເທົ່ານັ້ນ

ແຕ່ຍັງມີເຄັດລັບທີ່ເພື່ອນໆ ຍັງບໍ່ຮູ້ກ່ຽວກັບມັນ ຖ້າຢາກຮູ້ມີຫຍັງແດ່ ລອງມາອ່ານເບີ່ງ

1. ໝາຍເລກສຸກເສີນ 112 ໄຊ້ໄດ້ທົ່ວໂລກ

ຖ້າເກີດເຮົາຫຼົງໄປໃນເຂດທ່ບໍ່ມີສັນຍານເລີຍ ແຕ່ມີເຫດດ່ວນເຫດຮ້າຍ ແລ້ວມັນຈະຫາເບີໃຫ້ເອັງອັດຕະໂນມັດແມ້ແຕ່ເຮົາລອກປຸ່ມກົດ ກໍ່ຍັງກົດເບີນີ້ໄດ້

2. ໄຊ້ໃນກໍລະນີລືມກຸນແຈໄວ້ໃນລົດ.....

ສຳລັບລົດທີ່ໄຊ້ ກະແຈລີໂມດ ຖ້າລົດລອກໄປແລ້ວ ແຕ່ເຮົາມີກຸນແຈສຳຮອງຢູ່ເຮືອນ ໃຫ້ໂທໄປທີ່ເຮືນດ້ວຍມືຖື ແລະ ເບີປາຍທາງກໍ່ຕ້ອງເປັນມືຖື

ເມື່ອເຂົາຮັບແລ້ວ ໃຫ້ເຂົາໄຊ້ກະແຈສຳຮອງໄປຈີ້ກັບໂທລະສັບແລ້ວກົດປຸ່ມປົດລອກ ຂະນະທີ່ເຮົາຖືສາຍຢູ່ ໃຫ້ຫ່າງຈາກປະຕູລົດປະມານ 50 ຊມ ແລ້ວແຕ່ສັນຍານ ປະຕູລົດກໍ່ຈະເປີດ ໄລຍະທາງບໍ່ເປັນປັນຫາ

3. ກໍລະນີແບັດໄກ້ນະໝົດ*3370#  ສຳລັບໂນເກຍ

ຖາເກີດແບັດເຫຼືອນ້ອຍເຕັມທີໄກ້ຈະດັບ ແຕ່ຈຳເປັນຕ້ອງໂທອອກໃຫ້ກົດ *3370# ແລ້ວມັນຈະຮີດເອົາພະລັງງານສຳຮອງ

ອອກມາ ແລ້ວສະແດງໄຫ້ເຫັນວ່າມັນຈະເພີ້ມພະລັງງານໃຫ້ 50% ແລ້ວມັນຈະຊົດເຊີຍສ່ວນສຳຮອງນີ້ ໃນການຊາສແບັດຄັ້ງຕໍ່ໄປ

4. ກໍລະນີໂທລະສັບເສຍເຮົາສາມາດເຮັດໃຫ້ໂທລະສັບໄຊ້ບໍ່ໄດ້ຕະຫຼອດໄປ

ກໍລະນີນີ້ເຮົາຕ້ອງໄຊ້ໝາຍເລກserial number ປະຈຳເຄື່ອງ ຊືຶ່ງມີ 15-17 ໜ່ວຍ ການທີ່ຈະຮູ້ໝາຍເລກນີໃຫ້ກົດ *#06# ໝາຍເລກປະຈຳເຄື່ອງປໍ່ຈະຂື້ນມາ

.........ບັດນີ້ຖ້າໂທລະສັບເສຍ ຫຼື ຕົກເຫ່ຍໃຫ້ໂທໄປທີ່ສູນ ແລ້ວແຈ້ງໝາຍເລກໃຫ້ເຂົາໃປ ເຂົາກໍ່ຈະບຼອກເຄື່ອງຂອງເຮົາ

ແລ້ວໂທລະສັບທີ່ເສຍກໍ່ຈະໄຊ້ບໍ່ໄດ້ຕະຫຼອດໄປ ຖຶງແມ່ນວ່າຄົນທີ່ລັກໄປຈະປ່ຽນ sim card ໃໝ່ກໍ່ຕາມ ມັນກໍ່ຍັງໄຊ້ບໍ່ໄດ້ຢູ່ດີ

 .......ແບບນີ້ສະໃຈດີ ໂດຍສະເພາະພວກທີ່ມັກລັກຂອງຄົນອ່ືນ...........


note ຈາກຜູ້ຂຽນ

ການທີ່ໂລກຂອງເຮົາກຳລັງປ່ຽນແປງມາເປັນຍຸກດີ່ຈີ່ຕ້ອນ ທຸກສິງທຸກຢ່າງແມ່ມມີຄວາມສະດວກສະບາຍຂື້ນຫຼາຍຖ້າທຽບໃສ່ແຕ່ກ່ອນ

ແຕ່ການກ້າວໄປຂ້າໜ້າກັບຍຸກດີຈີຕ້ອນກໍ່ຕ້ອງມີການຊັ່ງຊາເບີ່ງຄວາມເໝາະສົມກັບສິງທີ່ເປັນຢູ່  ແບບວ່າກ້າວໜ້າໄປຕາມຍຸກສະໄໝ

............ແຕ່ບໍ່ແມ່ນເກີນສະໄໝແບບທີ່ຫຼາຍຄົນກຳລັງຫຼົງຢູ່...............

*************ດ້ວຍຄວມນັບຖືຢ່າງສູງ**************



ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ດົນນານມາແລ້ວ ມີພະລາຊາອົງໜຶ່ງ

ພະລາຊາອົງນີ້ ມີຄົນສະນິດຄົນໜຶ່ງທີ່ພະອົງສະນິດທີ່ສຸດ

ແລະມັກຈະໄປໃສມາໃສນຳກັນຢູ່ສະໝີ

ແລ້ວວັນໜຶ່ງ ພະລາຊາກໍ່ຖືກໝາຕົວໜຶ່ງກັດນິ້ວ ເຮັດໃຫ້ເປັນບາດແຜ

ພະລາຊາຈຶ່ງຖາມຄົນສະນິດວ່າ ນີ້ເປັນລາງບໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ໃນທີ່ສຸດ ພະລາຊາກໍ່ຖືກຕັດນິ້ວມືເພາະແຜຕິດເຊື້ອ

ພະລາຊາກໍ່ຖາມອີກວ່າ ນີ້ປັນລາງບໍໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ເຮັດໃຫ້ພະລາຊາໂມໂຫຫຼາຍ ເລີຍສັ່ງຈັບຄົນສະນິດຂັງຄຸກໄວ້

ແລະຕໍ່ມາມື້ໜຶ່ງພະອົງກໍ່ໄດ້ອອກໄປລ້າສັດຜູ້ດຽວ

ພະອົງຕື່ນເຕັ້ນຫຼາຍ ແລ້ວມຸ້ງໜ້າເຂົ້າໄປໃນປ່າລຶກເລື້ອຍໆ

ເມື່ອຮູ້ຕົວອີກເທື່ອໜຶ່ງ ພະອົງກໍ່ໄດ້ຫຼົງທາງເສຍແລ້ວ

ແຕ່ກ່ອນທີ່ເລື່ອງມັນຈະເລວລ້າຍ ໄປກົ່ວນັ້ນ

ພະອົງໄດ້ພົບກັບຊົນເຜົ່າພື້ນເມືອງໃນປ່າແຫ່ງນັ້ນ

ຄົນປ່າພວກນັ້ນ ຕ້ອງການຈັບ ພະລາຊາໄປບູຊາຍັນ

ແຕ່ພວກເຂົາພົບວ່າ

ພະລາຊາມີນິ້ວມືຂາດ ຈຶ່ງຮີບປ່ອຍພະອົງໄປ

ເພາະພວກເຂົາເຊື່ອວ່າ ພະລາຊາເປັນມະນຸດທີບໍ່ສົມບູນເລີຍ

ແລະ ບໍ່ເໝາະທີ່ຈະນຳໄປບູຊາຍັນ

ພະລາຊາຈຶ່ງຕັດສິນໃຈກັບພະລາດຊະວັງ ໃນທີ່ສຸດ

ພະລາຊາ ຈຶ່ງສັ່ງປ່ອຍຄົນສະນິດ ແລະຂໍໂທດເຂົາ

ແຕ່ພະລາຊາປະຫຼາດໃຈທີ່ຄົນສະນິດບໍຄຽດຫຍັງເລີຍ

ໃນທາງກົງກັນຂ້າມ ເຂົາກັບບອກວ່າ

ມັນບໍ່ແມ່ນເລື່ອງເລວລ້າຍອີ່ຫຍັງ ເປັນຫຍັງຈຶ່ງວ່າຈັ່ງຊັ້ນ

ຄົນສະນິດເວົ້າວ່າ ຖ້າພະອົງບໍ່ຂັງຂ້ານ້ອຍໄວ້

ຂະນ້ອຍກໍຈະຕາມພະອົງເຂົ້າໄປໃນປ່າ ແລະ ໃນເມື່ອພະອົງບໍເໝາະສົມທີ່ທີ່ຈະບູຊາຍັນ

ຂະນ້ອຍກໍ່ຄົງຈະຖືກບູຊາຍັນແນ່ນອນ

ເລື່ງນີ້ ສອນໃຫ້ຮົາຮູ້ວ່າ

ບາງຄັ້ງສິ່ງທີ່ດີ ອາດຈະກາຍເປັນສິ່ງທີ່ເລວລ້າຍ ໃນຂະນະສິ່ງທີ່ເລວລ້າຍອາດກາຍເປັນດີໄດ້

ສິງດີດີອີ່ຫຍັງກໍ່ຕາມທີ່ເກີດຂື້ນກັບເຮົາ

ຈົ່ງສະໜຸກສະໜານກັບມັນ ແຕ່ຢ່າໄປຍຶດຕິດ

ຈົ່ງຄິດເສຍວ່າ ມັນເປັນສິ່ງທີ່ມາສ້າງຄວາມປະຫຼາດໃຈໄຫ້ກັບຊີວິດຂອງທ່ານ

ອີ່ຫຍັງທີ່ເລວລ້າຍ ເກີດຂື້ນກັບຊີວິດທ່ານບໍຈຳເປັນຕ້ງໄປເສົ້າເສຍໃຈໃນຕອນທ້າຍ

ມັນອາດບໍ່ແມ່ນເລື່ອງທີ່ເລວລ້າຍຢ່າງທີ່ທ່ານຄິດ

ຖ້າພວກເຮົາເຂົ້າໃຈແບບນີ້ ພວກເຮົາຈະພົບວ່າ

ການໄຊ້ຊີວິດນັ້ນບໍ່ແມ່ນເລື່ອງທີ່ໂຫດຮ້າຍເລີຍ

........ ຄວາມດີບໍ່ມີວັນຕາຍ...........

ແຕ່ຖ້າຕາຍ...ຄວາມດີຈະຍັງຄົງຢູ່....

....... ຕະຫຼອດໄປ ........

ເພື່ອນພັນລາວມີຄວາມຄິດເຫັນແນວໄດ?


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ດົນນານມາແລ້ວ ມີພະລາຊາອົງໜຶ່ງ

ພະລາຊາອົງນີ້ ມີຄົນສະນິດຄົນໜຶ່ງທີ່ພະອົງສະນິດທີ່ສຸດ

ແລະມັກຈະໄປໃສມາໃສນຳກັນຢູ່ສະໝີ

ແລ້ວວັນໜຶ່ງ ພະລາຊາກໍ່ຖືກໝາຕົວໜຶ່ງກັດນິ້ວ ເຮັດໃຫ້ເປັນບາດແຜ

ພະລາຊາຈຶ່ງຖາມຄົນສະນິດວ່າ ນີ້ເປັນລາງບໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ໃນທີ່ສຸດ ພະລາຊາກໍ່ຖືກຕັດນິ້ວມືເພາະແຜຕິດເຊື້ອ

ພະລາຊາກໍ່ຖາມອີກວ່າ ນີ້ປັນລາງບໍໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ເຮັດໃຫ້ພະລາຊາໂມໂຫຫຼາຍ ເລີຍສັ່ງຈັບຄົນສະນິດຂັງຄຸກໄວ້

ແລະຕໍ່ມາມື້ໜຶ່ງພະອົງກໍ່ໄດ້ອອກໄປລ້າສັດຜູ້ດຽວ

ພະອົງຕື່ນເຕັ້ນຫຼາຍ ແລ້ວມຸ້ງໜ້າເຂົ້າໄປໃນປ່າລຶກເລື້ອຍໆ

ເມື່ອຮູ້ຕົວອີກເທື່ອໜຶ່ງ ພະອົງກໍ່ໄດ້ຫຼົງທາງເສຍແລ້ວ

ແຕ່ກ່ອນທີ່ເລື່ອງມັນຈະເລວລ້າຍ ໄປກົ່ວນັ້ນ

ພະອົງໄດ້ພົບກັບຊົນເຜົ່າພື້ນເມືອງໃນປ່າແຫ່ງນັ້ນ

ຄົນປ່າພວກນັ້ນ ຕ້ອງການຈັບ ພະລາຊາໄປບູຊາຍັນ

ແຕ່ພວກເຂົາພົບວ່າ

ພະລາຊາມີນິ້ວມືຂາດ ຈຶ່ງຮີບປ່ອຍພະອົງໄປ

ເພາະພວກເຂົາເຊື່ອວ່າ ພະລາຊາເປັນມະນຸດທີບໍ່ສົມບູນເລີຍ

ແລະ ບໍ່ເໝາະທີ່ຈະນຳໄປບູຊາຍັນ

ພະລາຊາຈຶ່ງຕັດສິນໃຈກັບພະລາດຊະວັງ ໃນທີ່ສຸດ

ພະລາຊາ ຈຶ່ງສັ່ງປ່ອຍຄົນສະນິດ ແລະຂໍໂທດເຂົາ

ແຕ່ພະລາຊາປະຫຼາດໃຈທີ່ຄົນສະນິດບໍຄຽດຫຍັງເລີຍ

ໃນທາງກົງກັນຂ້າມ ເຂົາກັບບອກວ່າ

ມັນບໍ່ແມ່ນເລື່ອງເລວລ້າຍອີ່ຫຍັງ ເປັນຫຍັງຈຶ່ງວ່າຈັ່ງຊັ້ນ

ຄົນສະນິດເວົ້າວ່າ ຖ້າພະອົງບໍ່ຂັງຂ້ານ້ອຍໄວ້

ຂະນ້ອຍກໍຈະຕາມພະອົງເຂົ້າໄປໃນປ່າ ແລະ ໃນເມື່ອພະອົງບໍເໝາະສົມທີ່ທີ່ຈະບູຊາຍັນ

ຂະນ້ອຍກໍ່ຄົງຈະຖືກບູຊາຍັນແນ່ນອນ

ເລື່ງນີ້ ສອນໃຫ້ຮົາຮູ້ວ່າ

ບາງຄັ້ງສິ່ງທີ່ດີ ອາດຈະກາຍເປັນສິ່ງທີ່ເລວລ້າຍ ໃນຂະນະສິ່ງທີ່ເລວລ້າຍອາດກາຍເປັນດີໄດ້

ສິງດີດີອີ່ຫຍັງກໍ່ຕາມທີ່ເກີດຂື້ນກັບເຮົາ

ຈົ່ງສະໜຸກສະໜານກັບມັນ ແຕ່ຢ່າໄປຍຶດຕິດ

ຈົ່ງຄິດເສຍວ່າ ມັນເປັນສິ່ງທີ່ມາສ້າງຄວາມປະຫຼາດໃຈໄຫ້ກັບຊີວິດຂອງທ່ານ

ອີ່ຫຍັງທີ່ເລວລ້າຍ ເກີດຂື້ນກັບຊີວິດທ່ານບໍຈຳເປັນຕ້ງໄປເສົ້າເສຍໃຈໃນຕອນທ້າຍ

ມັນອາດບໍ່ແມ່ນເລື່ອງທີ່ເລວລ້າຍຢ່າງທີ່ທ່ານຄິດ

ຖ້າພວກເຮົາເຂົ້າໃຈແບບນີ້ ພວກເຮົາຈະພົບວ່າ

ການໄຊ້ຊີວິດນັ້ນບໍ່ແມ່ນເລື່ອງທີ່ໂຫດຮ້າຍເລີຍ

........ ຄວາມດີບໍ່ມີວັນຕາຍ...........

ແຕ່ຖ້າຕາຍ...ຄວາມດີຈະຍັງຄົງຢູ່....

....... ຕະຫຼອດໄປ ........

ເພື່ອນພັນລາວມີຄວາມຄິດເຫັນແນວໄດ?






ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາຍຝົນທີ່ຫຼັ່ງໄຫຼ ຕອກຢ້ຳໃຫ້ນ້ຳຕາຂອງຍິງຄົນໜຶ່ງອາບແກ້ມອີກຄັ້ງ

ຂ້າງກາຍຂອງຍິງຄົນນັ້ນ ມີຊາຍໜຸ່ມນອນຫຼັບສະນິດເໝືອນບໍ່ມີຊີວິດ

ສິ່ງທີ່ບົ່ງບອກວ່າເຂົາຍັງຫາຍໃຈຢູ່

ຄືທ້ອງຂອງລາວຍັງກະເພືອບຂື້ນລົງຕາມຈັງຫວະຂອງລົມຫາຍໃຈ.....

ຕອນນີ້ຍິງຄົນນັ້ນກຳລັງຮ້ອງໄຫ້..? ຮ້ອງໄຫ້ຍອນຫຍັງ...? ເສຍໃຈຫວາ...?  ບໍ່

ລາວກຳລັງດີໃຈຕ່າງຫາກ.............ອ້າວ!!!

ສາເຫດຂອງເລື່ອງເລົ່ານີ້ເກີດຈາກ.......

ມີມື້ໜຶ່ງ.............ຈາກພາບທີ່ເລືອນລາງຄືກັບຄວາມຝັນ

ຄ່ອຍໆຊັດເຈນຂື້ນ... ແສງໄຟວູບວາບຕາມຈັງຫວະຂອງດົນຕີທີ່ເລົ້າໃຈ

ຍິງຄົນໜຶ່ງນັ່ງຢູ່ຄົນດຽວທີ່ໜ້າເຄົາເຕີ້ຈຳໜ່າຍເຄື່ອງດື່ມຂອງພັບແຫ່ງໜຶ່ງຢ່ແຖວຫຼັກສອງ

'' ຖ້າບໍ່ລັງກຽດ ຂ້ອຍຂໍລຽງເບຍເຈົ້າໄດ້ບໍ່ '' ສຽງນຸ້ມໆດັງຂື້ນຈາກຂ້າງຫຼັງຂອງຍິງຄົນນັ້ນ........

ເມື່ອຫັນໄປກໍ່ພົບກັບ ຊາຍໜຸ່ມໜ້າຕາດີ ສູງ ສົງຍິ້ມໄຫ້

''ໂດຍ ໂດຍ ໄດ້ ເຊີນນັ່ງແມະ '' ຕອບດ້ວຍຄວາມຕື່ນເຕັ້ນຕົກໃຈ.......

'' ເພີ່ນມາຄົນດຽວຫວາ ''  ພວກເຂົາເລີມສົນທະນາແບບງ່າຍໆ..........

'' ໂດຍ ສະເພາະມື້ນີ້ ປົກກະຕິຈະມາກັບໝູ່ '' ຍິງຄົນນັ້ນຕອບ..

'' ລະມື້ນີ້ໝູ່ເພີ່ນໄປໄສໝົດ ? ''....

'' ຂະເຈົ້າໄປກັບແຟນ ''

'' ເພີ່ນຊື່ຫຍັງນະ ''....

'' ເຂົາຊື່ຕ້າ ເພີ່ນເດ ''

'' ເຂົາຊື່ ສອນ ຍິນດີທີ່ໄດ້ຮູຈັກເດີ້ ''....ແລ້ວລາວກໍ່ຍື່ນມືອອກມາ....

'' ເຊັ່ນກັນ '' ລາວຍື່ນມືອອກມາທັກທາຍ

ທັນທີທີ່ມືຂອງເຂົາສຳພັດກັນ

ເຮັດໃຫ້ຍິງຄົນນັ້ນເລີ້ມມີອາການຕື່ນເຕັ້ນຕົກໃຈອີກເທື່ອໜຶ່ງ.......ນີ້ຫວາເຂົາເອີ້ນວ່າສາວໄຟແຮງ

ການສົນທະນາດຳເນີນຕໍ່ໄປແບທຳມະຊາດ

ເຂົາທັງສອງສົນທະນາກັນຄືກັບຄົນຮູ້ຈັກກັນແຕ່ມາດົນນານ

ເຮັດໄຫ້ເຄື່ອງດື່ມ ແກ້ວນີ້ ລະ ແກ້ວໜ້າຜ່ານໄປເລື້ອຍໆໆ......

ລິດຂອງເຄື່ອງດື່ມບວກກັບເລືດໃນກາຍຂອງເຂົາເຮັດໃຫ້ແກ້ມຂອງລາວແດງ...ໜ້າຮັກ......


ຈົນເຖິງເວລາ


ສອງໂມງ...ກໍ່ເຖິງເວລາຕ້ອງກັບ...ຊາຍຄົນນັ້ນກໍ່ອາສາໄປສົ່ງທີ່ຫ້ອງພັກຂອງເຂົາຢູ່ແຖວທາດຫຼວງ

ຍິ່ງຄົນນັ້ນກໍ່ບໍປະຕິເສດ....ຍອນຄວາມມຶນເມົາເວຍ່າງເຊໄປເຊມາ ເຮັດໃຫ້ຊາຍຄົນນັ້ນຕ້ອງປະຄອງເຂົາໄປຂື້ນລົດ........

ເມື່ອໄປເຖິງຫ້ອງແຖວຂອງລາວ ລາວກໍ່ປະຄອງໄປສົ່ງເຖິງຫ້ອງ

ຍິງຄົນນັ້ນລາວຈື່ໄດ້ແບບເລືອນລາງວ່າໄດ້ຍິນສຽງປິດປະຕູຫ້ອງ.... ແຕ່ບໍ່ໄດຍີນສຽງຄົນຍ່າງອອກໄປ

.....ມາເຖິງຕ້ອນນີ້....ລ່າວຮູ້ແລ້ວວ່າມັນຈະຈົບລົງແບບໄດ....ຍິ່ງເຮັດໃຫ້ລາວຕື່ນເຕັ້ນກົ່ວເກົ່າ...........

ເວລາຜ່ານໄປຈົນເຊົ້າວັນຕໍ່ມາ

ຊາຍຄົນນັ້ນຕື່ນແລະນອນຍີ້ມຢູ່ຂ້າງເຂົາ.......''' ເພີ່ນຮ້ອງໃຫ້ເຮັດຫຍັງ ເສຍໃຈຫວາ '''......

ແລ້ວຍິງຄົນນັ້ນກໍຫັ້ນໜ້າມາຫາ ແລ້ວເວົາດ້ວຍສຽງດີໃຈວ່າ '' ເຂົາບໍ່ໄດ້ເສຍໃຈ ດີໄຈຕ່ງຫາກ ຕັ້ງແຕ່ເຂົາແປງເພດມາ

ເພີ້ນເປັນຜູ້ຊາຍຄົນທຳອິດທີ່ບໍ່ຮູ້ ຄົນອື່ນໆເຂົາເຈົ້າຮູ້ກ່ອນຕະຫຼອດ.......!!!!!?????''''''


ເມື່ອເປັນແນວນີ້ທ່ານຄິດວ່າຜູ້ຊາຍຄົນນີ້ຄວນເຮັດແນວໄດຕໍ່ໄປ...????????.....



ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

ສ່ວນຫຼາຍບັນຫາແບບນີ້ແມ່ນມັກເກີດກັບພວກ windows xp

ເວລາເຮົາເຂົ້າ my computer ເຮົາຕ້ອງການທີ່ຈະເຂົ້າໄປໃນ drive ໃດໜຶ່ງ ເຮົາບໍ່ສສາມາດ double click ເຂົ້າໄດ້ເລີຍ ເນື່ງຈາກຕິດໄວລັສ

-¸òêó-Á¡É-Ä¢--À£ˆº¤´ó-¯ñ­ນ¹¾ double click ®Ò-Ä©É

¸òêó-Á¡É:    ກ່ອນອື່ນເຂົ້າໄປທີ່ start  >  Run  >  ²ò´ regedit Ã¦È > ເລືອກ HKEY_CURRNET_USER   >  ເລືອກ  SOFWERE   >   MICROSOFT   >    WINDOWS   >   EXPOLER   >   MOUNTPOINTS

¥¾¡ນ-­˜­ນ-ìõ®-³­-À©š-ê†-´ó-ìñ¡¦½ນ­½-­ນີ້--«™´-ùÉÏö©   { 8bb3d442---_c441-_-1de_48b5_806d6172696f }

ຫຼືທ່ານມີວິທີແກ້ແບບອື່ນບໍ່ ຫຼື ມີຄວາມຄິດເຫັນແນວໄດກະຕິຊົມໄດ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຜູຊາຍມັກຜູ້ຍິງແບບໃດ ? ....Do You Know?


 

<!--[if !supportLists]-->1.           <!--[endif]-->     1. ເປັນຄົນ sensitive

ເປັນຜູ້ຍິງອ່ອນໄຫວ ແຕ່ບໍ່ອ່ອນແອ ເປັນຄົນທີ່ມີການສະແດງອອກທາງອາລົມແບບງ່າຍໆ  ມີຄວາມເປັນເດັກນິດໆ ຈິງໃຈ ແຕ່ຕ້ອງບໍ່ປັນຄົນໜ້າວ້າຍ ຫຼັງຫຼອກ

 

 

<!--[if !supportLists]-->2.         2. <!--[endif]-->ຄົນທີ່ມີຄວາມໝັ້ນໄຈໄນຕົວເອັງ

ການຄິດການອ່ານຄວນມີຄວາມພິຈາລະນາຢ່າງຮອບຄອບ ຫຼື ການສ້າງບຸກຄະລິກກະພາບເປັນສິ່ງທີ່ບົງບອກເຖິງຄວາມໝັ້ນໃຈໃນຕົວເອັງ

<!--[if !supportLists]-->3.        3. <!--[endif]-->ເປັນຄົນອາລົມດີ

ອາລົມດີສ້າງໄດ້ງ່າຍຄືຍ່າຊີລຽດກັບທຸກສິງຢູ່ອ້ອມຮອບຕົວເຮົາ ຮູ້ຈັກປ່ອຍວ່າງ ແລະ ເບິ່ງໂລກຢ່າງຮູ້ທັນ, ຢ່າຢຶດຕິດແຕ່ຕົວກູ ຂອງກູ ຄົນເຮົາເກີດມາຢູ່ກັນໄດ້ບໍ່ເກີນຮ້ອຍ

<!--[if !supportLists]-->4        4.  <!--[endif]-->ເປັນຄົນຫົວໄວ ( ສະຫຼາດ )

ຄົງບໍມີໄຜຢາກມີແຟນເປັນຄົນໂງ ຕ້ອງເປັນຄົນທີ່ໄຊ້ສະໝອງຄິດອ່ານເລື່ອງລາວໄຫ້ເປັນລະບົບ ບໍສັບສົນ

<!--[if !supportLists]-->       5.   >ມີປະສົບການ ( ດ້ານດີໆ )

ຄົງບໍ່ມີໄຜຢາກມີແຟນເປັນຄົນອ່ອນຫັດ ຕ້ອງຮູ້ວ່າອີ່ຫຍັງຄວນຫຼືບໍ່ຄວນ

<!--[if !supportLists]-->          6.   >ມີຄວາມຊື່ສັດ ບໍ່ແມ່ນຊື່ແມວໄດ໋ ຂໍບອກກ່ອນ ( ຈິງໄຈ )

ເປັນຄຸນສົມບັດທີ່ສໍາຄັນ ທີ່ຜູ້ຊາຍທຸກຄົນຢາກໄຫ້ຜູ້ຍິງທຸກຄົນມີຫຼາຍທີ່ສຸດ ຄວາມຊື່ສັດເປັນມະໂນທໍາໃນຈິດໄຈຂອງແຕ່ລະຄົນ ທີ່ຕອງໄດ້ຮັບການອົບຮົມຕັ້ງແຕ່ນ້ອຍ

 

 

ມາຝຶກກັນຕອນໄຫຍ່ນິ..... ເບິ່ງຄືສິຍາກເນາະ!.......ວ່າເບາະ ?

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 

ປັນຫາມີໄວ້ສໍາລັບແກ້ໄຂ ບໍ່ແມ່ນແກ້ຕົວ

ຊີວິດມີທັງມື້ວານນີ້ ມື້ນີ ແລະມື້ອຶ່ນ

ເມື່ອປັດຈຸບັນເປັນສິງທີ່ສໍາຄັນທີ່ສຸດຂອງຊີວິດ

ຊີວິດໃນວັນນີ້ຈຶ່ງເປັນເລື່ອງທີ່ຄວນດໍາເນີນຫຫຼາຍກົ່ວການໄດໆ

ວັນນີ້ມີໄວ້ແກ້ໄຂ ບໍ່ແມ່ນແກ້ຕົວ!

ແກ້ຕົວ: ..........ຄືບໍ່ຍອມຮັບໃນຄວາມເປັນຈິງໃນການທຳຜິດຂອງຕົນ

...........ພະຍາຍາມໂຍນຄວາມຜິດໄຫ້ກັບຄົນອື່ນຫຼືສິ່ງແວດລອ້ມ

ແກ້ໄຂ: ...............ຄືຍອມຮັບໃນຄວາມເປັນຈິງ ຫາກມີຫຍັງຜິດພາດ

.................ບົກຜ່ອງກໍ່ຍອມຮັບຜິດ ແລ້ວພະຍາຍາມແກ້ໄຂ

..................ປັບປຸງ ພັດທະນະຕົນເອັງ!

 

ບັດນີ ຖ້າໝູ່ເພື່ອນເຈິປັນຫາຈະເລືອກ  "" ແກ້ຕົວ "" ຫຼື "" ແກ້ໄຂ ""

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


ຮັກໄຜຄົນໜຶ່ງ ຕ້ອງຮຽນຮູ້ບໍ່ແມ່ນປ່ຽນແປງ


ການທີ່ຈະຄົບຫາຫຼືຮູ້ຈັກໄຜຄົນໜຶ່ງ ບໍ່ວ່າໃນຖານະອີ່ຫຍັງສິ່ງໜຶ່ງທີ່ຄວນຈື່ກໍ່ຄື:
!!  ຄົນ  !! ເປັນສິງທີ່ມີຊີວິດມີທັງດ້ານບວກແລະດ້ານລົບຢູ່ໃນນັ້ນ


1.    ຢ່າຕັ້ງໃຈກັບຄົນຜູ້ໜຶ່ງຫຼາຍເກີນໄປ
( ເພາະ ບໍ່ມີໄຜຢາກເປັນຕົ້ນເຫດຂອງຄວາມຜິດຫວັງ )


2.    ຢ່າຄາດຫວັງກັບຄົນຜູ້ໜຶ່ງຫຼາຍເກີນໄປ
( ເພາະບໍມີໄຜສາມາດເປັນທຸກຢ່າງ ທຸກຄົນຢາກໄຫ້ເປັນ )


3.    ຢ່າໄຫ້ເວລາກັບຄົນໆໜຶ່ງຫຼາຍເກີນໄປ
( ເພາະວ່າໄຜໆກໍ່ຢາກມີເວລາຂອງຄວາມເປັນສ່ວນຕົວ )


4.    ຢ່າພະຍາຍາມປ່ຽນຄົນ 1 ຄົນຫຼາຍເກີນໄປ
( ເພາະນັ້ນຈະເຮັດໄຫ້ເຂົາ ບໍ່ຫຼງເຫຼືອຄວາມເປັນຕົວຂອງຕົວເອັງ )


5.    ຢ່າບີບບັງຄັບຄົນ1ຄົນຫຼາຍເກີນໄປ
( ເພາະຖ້າເຂົາຄົນນັ້ນຫຼຸດອອກຈາກພາວະການບີບບັງຄັບໄດ້ ເຈົ້າຈະກາຍເປັນຄົນທີ່ຖືກຫັນຫຼັງໄສ່ )
 “” ອ່ານເຈີະເລີຍຢາກໃຫ້ໝູ່ອ່ານນຳ ””  