ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

}ເປັນເລືາອງຈິງທີ່ເກີດກັບຕົວເອງ{

---ສັງຄົມປະຈຸບັນກະຍັງມີຫຼາຍ---

ເລື່ອງນີ້ມັນເລີ່ມເກີດຂຶ້ນໃນຊ່ວງປີ2002. ເປັນຊ່ວງເວລາໜຶ່ງທີ່ຂ້ອຍມັກຜິດຫວັງກັບຄວາມຮັກ, ຂ້ອຍນັ້ນເຄີຍຮັກ ຜູ້ຍິງຄົນໜຶ່ງຫຼາຍ...ແຕ່ພໍເມື່ອລາວຈາກໄປ ກໍ່ກາຍເປັນຄົນບ້າໆບໍໆ...ເຮັດຫຍັງຕາມໃຈບໍ່ເຄີຍຄິດຢ້ານຄິດອາຍໃຜ, (ຫຼືຄວາມເຈັບຄັ້ງນີ້ບໍມັນເຮັດໃຫ້ຂ້ອຍກ້າຫານ)!

      ຜູ້ຍິງຈັ່ງແມ່ນເຂົ້າໃຈຍາກ ຈາກເຫດການທີ່ເຮັດໃຫ້ໃຈເຈັບໃນຄັ້ງນັ້ນ ຂ້ອຍກໍ່ເລີ່ມເຂົ້າໃຈ ແລະສັງເກດໄດ້ວ່າຜູ້ຍິ່ງຫຼາຍຄົນ ສ່ວນຫຼາຍບໍ່ຈິງໃຈຈິງຈັງ, ພວກເຂົາພຽງແຕ່ເລາະປັ່ນປ່ວນຫົວໃຈຊາຍໄປແຕ່ລະມື້ລະວັນ(ເກັບສະຖິຕິໄວ້ອ້າງໝູ່ເພິ່ນ), ລະກະບໍ່ຮູ້ວ່າເຂົາຈະພໍເມື່ອໃດ! ໃນຄວາມຄິດຂ້ອຍມັນຊິເປັນຄືເຂົາວ່າແທ້ “ຮັກແທ້ມັນຄົງກິນບໍ່ອີ່ມ, ຮັກແທ້ຂີ່ບໍ່ໄດ້ຄືລົດ ໃຫຍ່...!” ເພາະສິ່ງນີ້ເຄີຍຜ່ານມາກັບຂ້ອຍ, ເຊັ່ນ: ຍິງຄົນໜຶ່ງຮູ້ຈັກຂ້ອຍໃນຖານະໜຶ່ງ ແຕ່ລາວບໍ່ຍອມຮັບຂ້ອຍໃນອີກຖານະໜຶ່ງ.ຕອນແລກພົບກັນໃໝ່ໆກະລົມກັນດີບອກວ່າຮັກເຮົາຈັ່ງຊັ້ນຈັ່ງຊີ້ ໝູ່ເພິ່ນຊວນໄປຫັ້ນໄປໜີ້, ເຮົາກະບໍ່ກ້າໄປເພາະມີເງິນບໍ່ຫຼາຍ ເທ່ນ້າຕາເພັດກະບໍ່ມີຂີ່ ລາວກະເລີຍເສີຍບໍ່ສົນໃຈບໍ່ລົມນຳຂ້ອຍອີກເລີຍ,ໂທຫາກະຫາເລື່ອງວາງສາຍ ຄັນວ່າຊິໄປຫາກະບອກວ່າບໍ່ຕ້ອງຂ້ອຍຊິອອກໄປນອກ... ມານັ່ງຄິດເບິ່ງລະກະຮູ້ແທ້ວ່ານາງຄົງບໍ່ສົນໃຈລະ... ຂ້ອຍຄຽດແຮງແລະຄິດວ່າວັນໃດວັນໜຶ່ງຂ້ອຍຕ້ອງແກ້ແຄ້ນລາວ ຈາກນັ້ນກະບໍ່ໄດ້ຕິດຕໍ່ກັນດົນເຕີບ ແຕ່ກະຍັງຄົງເກັບຄວາມເຈັບແຄ້ນນັ້ນໄວ້ໃນໃຈສະເໝີ ແລະກໍ່ສົມປາຖະໜາ, ສາມເດືອນຜ່ານໄປຊີວິດຂ້ອຍປ່ຽນໄປຕອນນັ້ນຍັງຫາເງິນໄດ້ງ່າຍຢູ່ ເຮັດວຽກຫາເງິນ(ກ່ຽວກັບຄັອມນີ້ແຫຼະ)ໃນຊ່ວງປີ 2002 ແລະວຽກຄັອມຊ່ວງນັ້ນ ແມ່ນເງິນດອນລ້າລ້ວນໆ..(ພີ່ນ້ອງເອີ້ຍ)

  ມື້ທີ່ໄດ້ແກ້ເຂດຍິງຄົນນັ້ນ ຂ້ອຍນັ່ງຫຼິ້ນຢູ່ໜ້າບ້ານໝູ່ ທີ່ເປັນເຈົ້າຂອງສະລອຍນ້ຳແຫ່ງໜຶ່ງ ບັງເອືນ... ເຫັນສາວຄົນນັ້ນ ລາວມາລອຍນ້ຳກັບໝູ່ຂອງລາວ... ກະທຳມະດາຄົນເຄີຍຮູ້ຈັກກະທັກທາຍຕາມປົກກະຕິ..

"ອ້າວ! ບໍ່ເຫັນດົນງາມຂຶ້ນເນາະ! ມາລອຍນ້ຳຫວາ?"

ຂ້ອຍກະດັດສຽງຫວານໃສ່ຈົນຄັນຄໍ ແຕ່ກະຊາດ!!ຈັ່ງແມ່ນເພິ່ນເລີດບໍ່ຕອບຂ້ອຍຈັກຄວາມແຖມເບະສົບໃສ່ອີກ... ລະກະຍ່າງເຊີດໜ້າເຂົ້າໄປໃນ(ຄິດໃນໃຈ ເອີ່ມຶງເບະໃສ່ໂລດດ໋ຽວມີທີກູ) ຈາກນັ້ນປະມານ10ນາທີ ຂ້ອຍຊວນໝູ່ຍ່າງເຂົ້າໄປກິນເບຍຢູ່ແຄມສະ 2ລັງ, (ເລືອກໂຕະ ທີ່ຕິດກັບໂຕະສາວຄົນນັ້ນອີກໃດ໋ ) ກັບ7ສະຫາຍມ່ວນເປັນມ່ວນ.. ພໍຮອດຕອນເກັບເງິນ ຂ້ອຍລໍຖ້າໃຫ້ສາວນັ້ນຂຶ້ນຈາກສະຯມານັ່ງໂຕະໄກ້ກັນ! ໄດ້ໂອກາດຄວັກກະເປົ໋າເງິນອອກມາຈ່າຍ...

"ເຮີ້ຍສ່ຽວເອົາເງິນນີ້ໄປຈ່າຍເບຍດຸ!" ຂ້ອຍຈົກໃບ50ດອນໃຫ້ ບັກໂລ້ ໄປຈ່າຍຄ່າເບຍ ພໍມັນເຫັນມັນກະທ້ວງໂລດ

ມຶງຫຼຶ້ນເງິນດອນຫວາສ່ຽວດຽວນິ!!” ບັກໂລ້ມັນທ້ວງ!

”ເອີ່..ຢ່າຝອຍຫຼາຍຂ້ຽວໄປປຈ່າຍ”

ເງິນທອນກັບມາເງິນມັນໃບນ້ອຍຫຼາຍໂພດບໍ່ມີຖົງໃສ່..ກະເລີຍຢາຍໝູ່ຊະ! ແຖວນັ້ນ, ຫຼັງຈາກນັ້ນ ກໍ່ອອກມານັ່ງຫຼິ້ນນອກຄືເກົ່າ ພໍລາວອອກມາຊິກັບບ້ານ ຂ້ອຍນັ່ງຂາຂຶ້ນຫ້າງຢູ່ ໜ້າບ້ານລາວເອີ້ນມາໃສ....!

"ມື້ອື່ນວັນເກີດເຂົາເດີ້...!"

ຂ້ອຍເຮັດທີ່ທີເສີຍບໍ່ສົນໃຈ ຈົນລາວຍ່າງມາຫາໃກ້ໆ ແລ້ວເວົ້າວ່າ "ຍິ່ງແທ້ດຽວນິເວົ້າ ນຳກະເສີຍເນາະ"

ໝູ່ຂ້ອຍເສືອກເວົ້າດອດອອກມາຕາມພາສາຄົນເມົາ "ກະແດະ! ບາດຕອນມັນບໍ່ມີລົດມີເງິນມຶງຄືບໍ່ສົນໃຈ,"

“ຕອນນັ້ນກັບຕອນນີ້ບໍ່ຄືກັນ” ສາວນັ້ນຕອບພ້ອມກັບຍ່າງໄປຫາລົດແລ້ວອອກເມືອ. ພໍຮອດມື້ວັນເກີດຂ້ອຍກະໄປ ແຕ່ໄປກັບຜູ້ສາວທີ່ເປັນໝູ່ກັນ (ອ້ອນວອນມັນຊົ່ວມັນຊິຍອມໄປໃນອີ່ນັ້ນກະດາຍ...,) ພໍໄປຮອດກະເອົາຂອງຂວັນໃຫ້ເປັນແຜ່ນຊີດີເພັງລາຄາຕັ້ງວ່າ 3000ກີບ ອັດເພັງທີ່ຂ້ອຍມັກແລະຢາກຟັງ(ບໍ່ໄດ້ສົນວ່າໃຜຊິມັກນຳບໍ່) ລາວກະບໍ່ພໍໃຈບໍ່ຢາກຮັບເອົາອີກໃດ໋ຫັ້ນ! ປະມານສອງຊົ່ວໂມງຂ້ອຍອອກເມືອສົ່ງສາວທີ່ໄປນຳ ແຕ່ສາວເຈົ້າຂອງວວັນເກີດລາວບອກຂ້ອຍວ່າລະກັບມາອີກເດີ້ ຕອນເດິກແຮ່ງຊິມ່ວນວ່າຊັ້ນ.... ແລ້ວກັບຄືນມາອີກ(ແຕ່ມາກັບຄົນໃໝ່...) ພໍລາວເຫັນ ອາການອິດສາ ແລະເສຍດາຍຈັກຜູ້ຍິງເຮັດສີໜ້າແບບໃດ? 555...ຈາກນັ້ນມາຂ້ອຍກໍ່ເປັນຄົນທີ່ແປກໃນກຸ່ມໝູ່ ມີຄົນມາລົມຂໍເປັນກິກເປັນແຟນຈົນໝູ່ອິດສາ ແຕ່ຂ້ອຍບໍ່ສົນໃຈ...ຢ້ານເຈັບ ຄ້າຍກັບຮັກຄັ້ງກ່ອນໜ້ານັ້ນ ກະຍ້ອນເຮົາເປັນຄົນຮັກຈິງ, ຮັກແຕ່ຄົນດຽວ, ລະຜູ້ຍິງບໍ່ມີໃຜຈະມາຄົບເຮົາຈິງຈັງ...! ສ່ວນໃຫຍ່ມັກໃສ່ໜ້າກາກເຂົ້າ ແຕ່“ຂ້ອຍບໍ່ມັກແບບນັ້ນ”, ບາງຄັ້ງກໍ່ຄິດຢາກຖາມເຂົາເຈົ້າມາລົມຂ້ອຍຍ້ອນຫຍັງ? ຍ້ອນເງິນ..(ບໍ່ມີດອກຫາເຊົ້າກະກິນຕອນເຊົ້າ(ຄັນຮອດແລງລະມັນຊິບູດ)), ຍ້ອນພາຫະນະ (ກະແປກດີຖ້າມີລົດທຳມະດາ ຢາກໄດ້ລົດແຕ່ງ, ພໍມີລົດແຕ່ງເສືອກຢາກຂີ່ລົດໃຫຍ່(ຢາກໄດ້ມຶງໄປຊື້ເອົາເອງ)), ຍ້ອນໜ້າຕາ(ຍອມຮັບສະພາບເກີດມາບໍ່ຫຼໍ່ ຄືເຫັນໃນຮູບຫັ້ນລະ), ຍ້ອນຄາລົມ(ຊໍລີ້ນຳຫຼາຍໆເປັນຄົນບໍ່ມັກອ້ອມຄ້ອມ, ມັກເວົ້າຕົງໆເລີຍ,(ແຕ່ກະມີມຸມໂຣແມນຕິກຢູ່) )

“ມັກຄົນດີ ແຕ່ຄົບຄົນບໍ່ດີ

ຢາກມີແຟນໜ້າຕາດີ ແຕ່ເສືອກໄປແຕ່ງງານກັບເສດຖີເຖົ້າ

ຄຳວ່າ ຂ້ອຍຮັກເຈົ້າ ກິນບໍ່ອີ່ມຄືເຂົ້າດອກແມ່ນບໍ່?”

Delicious Digg Fark Twitter