ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

ສຸດຍອດຜົນງານຂອງນັກປະຕິບັດທຳແມ່ນການກຳຈັດກິເລດຕັນຫາອອກໃຫ້ໝົດ

ສຸດຍອດຜົນງານຂອງພໍ່ແມ່ແມ່ນການມີລູກຫຼານເປັນຄົນດີໄວ້ສືບຕະກຸນ

ສິລິມຸງຄຸນຂອງພໍ່ແມ່ຢູ່ທີ່ລູກ

ຄວາມຫວັງຂອງພໍ່ແມ່ທີ່ມີຕໍ່ລູກມີຄື:

1 ລູກທີ່ລ້ຽງມາແລ້ວຈະລ້ຽງຕອບແທນ

2 ລູກທີ່ລ້ຽງມາແລ້ວຈະທຳກິດແທນ

3 ລູກເປັນຜູ້ສຶບທອດຕະກຸນ

4 ປົກຄອງສັບສົມບັດແທນເຮົາ

5 ທຳບຸນທຳທານໃຫ້ເມື່ອຍາມຈາກໄປ

ການລ້ຽງລູກມີ2ທາງຄື: ການລ້ຽງລູກທາງໂລກ ແລະ ການລ້ຽງລູກທາງທຳ

ການລ້ຽງລູກທາງໂລກມີຄື:

1 ກັນລູກອອກຈາກຄວາມຊົ່ວທັງປວງ

2 ສອນລູກໃຫ້ເປັນຄົນດີ

3 ໃຫ້ລູກໄດ້ຮັບການສຶກສາຮໍ່າຮຽນ

4 ເປັນທຸລະໃນການແຕ່ງງານຂອງລູກ, ໃຫ້ລູກແຕ່ງງານກັບຄົນທີ່ດີ.

5 ແບ່ງປັນສົມບັດໃຫ້ລູກກອ່ນຈາກໄປ.

ການລ້ຽງລູກທາງທຳ:

1 ຊັກນໍາລູກໃຫ້ເຂົ້າເຖີງສາສະໜາ

2 ສອນລູກໃຫ້ສວດມົນກ່ອນນອນ

3 ຊັກນໍາລູກໃຫ້ຮັກສາສິນ,ໃສ່ບາດແຕ່ລະເຊົ້າ.

4 ຊັກນໍາລູກໃຫ້ນັ່ງສະມາທິເປັນປະຈໍາ

5 ຖ້າລູກເປັນຜູ້ຊາຍແມ່ນໃຫ້ບວດຮຽນທໍາມະ

ຂໍ້ເຕືອນໃຈ:

1 ຮັກລູກຢ່າຕາມໃຈລູກເກີນໄປ

2 ຢ່າເຄັ່ງລະບຽບຈົນເກີນໄປ, ຮູ້ຈັກຜ່ອນສັ້ນຜ່ອນຍາວ

3 ໃຫ້ຄວາມອົບອຸ່ນແກ່ລູກໃຫ້ພຽງພໍ

4 ເມື່ອເຫັນລູກເຮັດຜິດຄວນບອກກ່າວສັ່ງສອນ, ເມື່້ອເຫັນລູກເຮັດດີຄວນຍ້ອງຍໍ

5 ຕ້ອງຝືກໃຫ້ລູກເຮັດວຽກແຕ່ຍັງເປັນເດັກນ້ອຍ.

6 ການລ້ຽງລູກຈະໃຫ້ແຕ່ປັດໃຈ4 ບໍ່ພໍຕ້ອງໃຫ້ສອນທໍາມະພ້ອມ

 

ພໍ່ແມ່ ເປັນຕົ້ນແບບທາງກາຍ ແລະ ທາງໃຈຂອງລູກ

ພໍ່ແມ່ເປັນພຣະພົມຂອງລູກ ເພາະທ່ານມີພົມວິຫານພຣະທໍາ 4 ປະການ ໄດ້ແກ່:

ເມຕາ, ກາລຸນາ, ມຸທິຕາ, ອຸເບຂາ

ພໍ່ແມ່ເປັນເທວະດາຂອງລູກເພາະວ່າເບິ່ງແຍງລ້ຽງດູ,ປົກປ້ອງ, ກັນໄພຕ່າງໆໃຫ້ແກ່ລູກ.

ພໍ່ແມ່ເປັນຄູຄົນທຳອິດຂອງລູກເພາະສັງສອນເວົ້າຄຳທຳອິດພ້ອມທັງກິລິຍາມາລະຍາດ

ພໍ່ແມ່ເປັນວິສຸທິເທດຂອງລູກເພາະມີຄຸນນະທຳ 4 ປະການຄື:

1 ບໍ່ຖືສາໃນຄວາມຜິດຂອງລູກ, ໃຫ້ອະໄພລູກສະເໝີ

2 ປາຖະໜາດີແກ່ລູກສະເໜີ, ລູູກຈະເປັນແນວໃດກໍ່ຢາກໃຫ້ໄດ້ດີ

3 ເປັນເນື້ອນາບູນຂອງລູກ, ເປັນຜູ້ທີ່ລູກຄວນທຳບຸນຕໍ່ຕົວທ່ານ. sad

Delicious Digg Fark Twitter