ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ໃນນາມເປັນຄົນລາວ ທ່ານມີຄວາມຮູ້ສຶກຈັ່ງໃດກ່ຽວກັບການປັ້ນຫລໍ່ຮູບເຈົ້າອານຸວົງ ທີ່ທ່ານເປັນວິລະບຸລຸດຜູ້ອົງອາດກ້າແກ່ນແຫ່ງອານາຈັນລາວລ້ານຊ້າງ...

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາກຮູ້ວິທີແບບງ່າຍໆໃນການດາວໂຫລດຮູບເຂົ້າອາລະບັ້ມເຮັດແບບໃດນະ

ບາງຄັ້ງຄືຈັ່ງຊ້າເອົາແທ້ເອົາວ່າ....

ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

     ຂໍເຊີນຊວນຊາວພຸດທະບໍລິສັດຜູ້ໃຈບຸນທັງຫຼາຍ ໄປຮ່ວມງານບຸນປ່ອນບີສິມ ສົມໂພດພຣະພຸດທະຮູບ ບວດຂາວ ທີ່ວັດປ່າສັນຕິສຸກໄຊຍະຣາມ ບ້ານ ດອນໜູນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

ເນື້ອໃນລາຍລະອຽດ:

- ສຳລັບຄ່ຳຄືນວັນທີ 18 - 19 /03 /2010 ທ່ານຈະໄດ້ພົບກັບວົງດົນຕຣີ ໜຸ່ມສຸກພາພອນ

- ສຳລັບຄຳ່ຄືນວັນທີ 20 / 03 /2010 ເຂົ້າສູ່ພິທີສົມໂພດພຣະພຸດທະຮູບ ແລະບວດຂາວຕະຫຼອດຄືນ

- ສຳລັບປ່ອນປີສິມແມ່ນເພີ່ນເລີ່ມປ່ອນຕັ້ງແຕ່ວັນທີ່ 18 /03 /2010 ຈົນຮອດວັນທີ່ 20 /03 /2010 (9 ມື້)

 ຢ່າລືມຢ່າພາດ! ຫາໂອກາດໄປຮ່ວມບຸນຮ່ວມງານນຳກັນໃຫ້ໄດ້ນະ!

   ຂໍຂອບໃຈຫຼາຍໆ,

  ບ່າວນິດນິລັນ ຄົນພັນລາວ,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ທ່ານເຄີຍໄດ້ຍິນຕະຫຼົກເລື່ອງນີ້ບໍ່?

        ເດິກດື່ນຂອງຄ່ຳຄືນໜື່ງມີຍາພໍ່ອົງໜື່ງໄດ້ໂທແຈ້ງຄວາມກັບເຈົ້າໜ້າທີ່ວ່າເງິນບາດເສຍ.

ເຈົ້າໜ້າທີ່: ເງີນເສຍຫຼາຍປານໃດຂະນ້ອຍ?

ຍາພໍ່: ເອີກະຫຼາຍຫັ້ນແລ້ວຕັ້ງ20ບາດພຸ້ນນະ!

ເຈົ້າໜ້າທີ່: ໂອຍເງີນສ່ຳ20ບາດກະໂທແຈ້ງຄວາມເນາະ ຢ່າມັນສາເດິກແລ້ວມື້ອື່ນຈັ່ງວ່າກັນ

      ພໍຮອດຮຸ່ງເຊົ້າຂອງມື້ຕໍ່ມາເຈົ້າໜ້າທີ່ກໍ່ໄດ້ຍ່າງກາຍມາທາງໜ້າກຸດຕິຂອງຍາພໍ່ແລະໄດ້ຖາມວ່າ

ເຈົ້າໜ້າທີ່: ມື້ຄືນນີ້ມີໂຈນມາລັກເງິນຍາພໍ່ແທ້ຫວະ?

ຍາພໍ່: ກະແທ້ລະເນາະ ມັນບໍ່ແມ່ນແນວເວົ້າຫຼີ້ນໄດ໋ພໍ່ອອກ

ເຈົ້າໜ້າທີ່: ຢ່າມັນສາຄິດວ່າເງິນສ່ຳໜ້ອຍດຽວ

ຍາພໍ່: ມັນບໍ່ໜ້ອຍແລ້ວ ພໍ່ອອກເບີ່ງດູຍາພໍ່ຊີ້ໃສ່ບາດ ກ່ອນຊິສະສົມເງິນມາກວ່າຊິໄດ້ໄດ້ເງິນເຕັມ20ບາດຄິດວ່າໃຊ້ເວລາຈັກປີ?

ເຈົ້າໜ້າທີ່:...????

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

k

ສະບາຍດີທຸກທ່ານສະມາຊິກພັນລາວທີ່ນັບຖື.

ຂພຈ ມີຄວາມສົນໃຈກັບເຄັດລັບໃນການອອກຢາສູບ ເຊິ່ງມັນເປັນອັນຕະລາຍຫລາຍ ທີ່ ຂພຈ ສ້າງກະທູ້ນີ້ຂື້ນມາກໍ່ບໍ່ໄດ້ໝາຍຄວາມວ່າ ຂພຈ ເປັນຄົນສູບຢາດອກແຕ່ວ່າ ພໍ່ຂອງ ຂພຈ ມັກສູບຢາເກັ່ງຈົນບໍ່ມີເວລາໃນການເຮັດວຽກເລີຍແຕ່ມັນພັດກົງກັນຂ້າມກັບ ຂພຈ ທີ່ບໍ່ມັກກີ່ນຄວັນຢາເລີຍ ສະນັ້ນ ຂພຈ ຂໍຄວາມຄິດເຫັນນຳທ່ານແດ່ວ່າຄວນມີວິທີແລະເຄັດລັບແນວໃດໃນການອອກຢາສູບ...

ຂໍຂອບໃຈ

  ບ່າວນິດນິລັນ ຄົນພັນລາວ,