ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 46  |  ໜ້າຕໍ່ໄປ »

ສ້າງເມື່ອ ພ.ຈ.. 2, 2022 1 ຄົນໂຫວດ, 0 ຄຳເຫັນ, ອ່ານ 820 ເທື່ອ
ທ່ານຄິດແນວໃດກັບການແຕ່ງໂຕລອກຮຽນແບບພະສົງ ເປັນຜີໃນວັນຮາໂລວິນຜ່ານມາ? *ເຫັນຫຼາຍຄົນສະແດງຄວາມຄິດເຫັນແຕກຕ່າງກັນໃນເຟສບຸກ ແລ້ວເພື່ອນໆໃນພັນລາວເດ ຄິດແນວໃດກັບເລື່ອງນີ້?

 
ສ້າງເມື່ອ ກ.ພ.. 8, 2012 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 971 ເທື່ອ
ໃກ້ໆເຂົ້າມາແລ້ວວັນທີ່14ກຸມພາອີກຄັ້ງ ຂ້ອຍຊິໄປຫຼີ້ນໃສດີສຳລັບຄົນບໍ່ມີແຟນ ເຈົ້າລອງຄິດຊ່ວຍແດ່ວ່າໄປໃສດີນ່າ

 
ສ້າງເມື່ອ ພ.ຈ.. 8, 2011 37 ຄົນໂຫວດ, 0 ຄຳເຫັນ, ອ່ານ 1023 ເທື່ອ
ກ່ອນອື່ນຂ້າພະເຈົ້າຕ້ອງກາບຂໍອະໄພນຳທຸກໆທ່ານຫລາຍໆ ຄືດັ່ງທີ່ເຮົາຮູ້ກັນແລ້ວວ່າໄລຍະນີ້ແມ່ນຊ່ວງໄລຍະບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງກະຖືວ່າເປັນບຸນທີ່ໃຫຍ່ແລະສຳຄັນບຸນໜຶ່ງທີ່ຊາວເຮົາໄດ້ສືບທອດກັນມາແຕ່ສະໄໝພໍ່ແມ່ປູ່ຍ່າຕາຍາຍພຸ້ນແລ້ວ ແລະໃນນັ້ນກະມີຜູ້ຄົນຫຼາຍໆພາກສ່ວນທັງພາຍໃນແລະຊາວຕ່າງດ້າວໄດ້ພາຍກັນມາກາບໄຫວ້ພະທາດຫຼວງເລາະຫາຊື້ເຄື່ອງແລະອື່ນໆ ແລ້ວທ່ານເດຄິດວ່າເໝາະສົມບໍ່ຖ້າວ່າມີພະສົງສາມະເນນເລາະຢູ່ຕາມເດີ່ນບຸນພະທາດຫຼວງຈົນເດິກຈົນແຈ້ງຫັ້ນນະ ເພາະວ່ານີ້ຄືບຸນໃຫຍ່ທີ່ຊາວຕ່າງຊາດບາງທ່ານໄດ້ຖ່າຍຮູບໄວ້ເບິ່ງແລ້ວເຫັນພະສົງສາມະເນນມາເລາະມົ້ວຢູ່ກັບອອກຕົນຍາດໂຍມຈັ່ງຊີ້ຫັ້ນນະ ກະພໍເຂົ້າໃຈຢູ່ວ່າການເຮັດບຸນມັນກະຕ້ອງມີພະສົງສາມະເນນເຂົ້າຮ່ວມແຕ່ວ່າງານບຸນນີ້ມັນຄົນຫຼາຍເກີນໄປ ລຳພັງອອກຕົນຍາດໂຍມກະຍັງໝົ້ນກັນຢູ່ພໍປານນັ້ນແລ້ວມີພະສົງສາມະເນນມາອີກທ່ານຄິດວ່າຈັ່ງໃດ ຫຼືວ່າຄວນອະນຸຍາດໃຫ້ເພິ່ນທ່ຽວໄດ້ໃນຕອນຄ່ຳຄືນຂອງມື້ວຽນທຽນແລະມື້ຕັກບາດຖວາຍສັງຄະທານເທົ່ານັ້ນບໍ່? ແບບນີ້ທາງອຳນາດການປົກຄອງຝ່າຍສົງຄວນມີການຂໍ້ບັງຄັບຫຼືນະໂຍບາຍບໍ່ ຕໍ່ການເລາະທ່ຽວງານບຸນນະມັດສະການພະທາດຫຼວງ? ຫຼືວ່າຖືພະສົງເປັນເລື່ອງທຳມະດາອະນຸຍາດໄດ້ຄ້າຍໆກັບການຂີ່ລົດຈັ່ງຊັ້ນບໍ່? (ຂ້າພະເຈົ້າຕ້ອງກາບຂໍອະໄພນຳທ່ານພະສົງຫຼາຍໆທີ່ໄດ້ກ້າວກ່າຍເລື່ອງການທ່ຽວບຸນໃນຕອນຄ່ຳຄືນ ແລະຖ້າວ່າຜິດພາດປະການໃດຂະນ້ອຍເອງຕ້ອງຂໍອະນຸຍາດບາດຄຳຫຼາຍໆເດີ້).....

 
ສ້າງເມື່ອ ກ.ລ.. 23, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 901 ເທື່ອ
ຂ້ອຍຢາກໄດ້ມືຖືຫລຸ້ນໃໝ່ຖ່າຍຮູບຟັງເພງແບບສຽງດັງຟັງຊັດ ຍາມໂທກະບໍ່ມີບັນຫາຂ້ອຍຕ້ອງຊື້ຫລຸ້ນໃດດີນະ

 
ສ້າງເມື່ອ ກ.ລ.. 21, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 826 ເທື່ອ
ຄົນເຮົາທຸກຄົນລ້ວນແລ້ວແຕ່ເກີດມາປະເຊີນກັບບັນຫາແລະອຸປະສັກຕ່າງໆນາໆໝົດທຸກຄົນ ແລະແຕ່ລະມຸມມອງຂອງຊີວິດລ້ວນແລ້ວແຕ່ດີ້ນລົນຊອກຫາເງິນຄຳເພື່ອລ້ຽງປາກລ້ຽງທ້ອງຂອງຕົນເອງ ເພາະວ່າຄົນເຮົາບໍ່ມີໃຜສາມາດເລືອກເກີດມານັ່ງກອງເງິນກອງທອງໄດ້ ແລ້ວທ່ານຄິດແນວໃດກັບຄົນທີ່ຍ່າງເລາະຂໍທານຕາມຖະໜົນຕ່າງໆ.....

 
ສ້າງເມື່ອ ກ.ລ.. 18, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 868 ເທື່ອ
ອັນເລື່ອງກິລານີ້ຄົນສ່ວນໃຫຍ່ກະໃຫ້ຄວາມສຳຄັນເປັນທຳມະດາ ບໍ່ວ່າຈະເປັນກິລາບານເຕະຫລືກິລາປະເພດໃດກໍ່ຕາມ ແຕ່ວ່າການເຊຍກິລາບາງຄັ້ງກໍ່ເຮັດໃຫ້ຄົນອ້ອມຂ້າງລຳຄານກໍ່ເປັນໄດ້ ຄືຍົກຕົວຢ່າງຢູ່ຂ້າງບ້ານຂ້າພະເຈົ້າພໍຮອດທຸກໆວັນອາທິດເພິ່ນມັກເຊຍມວຍຊ່ອງ7ສີຫັ້ນນະ ຈັ່ງແມ່ນອຶກຄະທຶກນຶກນອງແຊວແທ້ເຊຍວ່າຖ້າເປັນບ້ານເຈົ້າຊິເຮັດແນວໃດ?

 
ສ້າງເມື່ອ ກ.ລ.. 8, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 659 ເທື່ອ
ສົມມຸດວ່າເນາະ ຖ້າເຈົ້າເລືອກຄົນທີ່ມາເປັນຄູ່ໃຊ້ຊີວິດຮ່ວມກັນໃນອະນາຄົດ ແຕ່ບັງເອີນມີເພດຊາຍຢູ່2ຈຳພວກແຕ່ໃຫ້ເຈົ້າເລືອກເອົາພຽງຄົນດຽວ ເທົ່ານັ້ນເຈົ້າຊິເລືອກໃຜລະຫວ່າງ 1.ຄົນກິນແຕ່ເຫົລ້າ 2. ຄົນສູບຢາເກັ່ງ (ໃຫ້ເລືອກຄົນໜຶ່ງເລືອກໃຜກະໄດ້ ອັນນີ້ເລື່ອງສົມມຸດຊັ້ນນະ ເວລາເລືອກກະສົມມຸດຊື່ໆເດີ້)

 
ສ້າງເມື່ອ ກ.ລ.. 3, 2011 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 574 ເທື່ອ
ຕອນນີ້ກະກຳລັງຊິຢູ່ໃນຊ່ວງໄລຍະການສອບເສັງຫລືມີບາງພາກສ່ວນກະສອບເສັງໄປເປັນທີ່ຮຽບຮ້ອຍແລ້ວ ແຕ່ຂໍສຳຫລວດບັນດານັກສຶກສານັກຮຽນທົ່ວໄປໃນພັນລາວລອງເບິ່ງວ່າເວລາສອບເສັງຢາກໃຫ້ອາຈານກຳມະການເຄັ່ງບໍ່?

 
ສ້າງເມື່ອ ມິ.ຖ.. 20, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 648 ເທື່ອ
ບໍ່ເຂົ້າໃຈກັບຄຳໆນີ້ ຄຳວາ: ລົດໄຟຕຳກັນ ເວລາເຮົາກຳລັງຄົບ2ຄົນເພື່ອເລືອກແຕ່ບັງເອີນມັກຈະໄປເຈີກັນທັງຕະຫລອດແລ້ວເປັນຫຍັງຜູ້ຄົນຈຶ່ງມັກເອີ້ນວ່າລົດໄຟຕຳກັນ?

 
ສ້າງເມື່ອ ມ.ສ.. 6, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 786 ເທື່ອ
ແຕ່ລະປີຈະມີການຫລີ້ນປີໃໝ່ແບບມີຮີດຄອງໃໝ່ໄປເລື້ອງໆແມ່ນບໍ່? ແລ້ວເຈົ້າວ່າແມ່ນຫຍັງທີ່ໄວຫລຸ້ນມັກຖືເປັນຮີດອັນໃໝ່ ໃນຊ່ວງໄລຍະບຸນປີໃໝ່ລາວທີ່ວ່າບໍ່ເຄີຍມີມາແຕ່ສະໄໝກ່ອນ... (ອັນທີ່ຈະໃຫ້ໂຫວດຕໍ່ໄປນີ້ລ້ວນແລ້ວແຕ່ແມ່ນວັດທະນະທຳອັນໃໝ່ໝົດ)

 
ສ້າງເມື່ອ ມ.ສ.. 5, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 631 ເທື່ອ
ເວລາທີ່ເຮົາເຂົ້າວັດໄປທຳບຸນ ຫລືເຮົາໄປງານຕ່າງໆທີ່ເປັນກຸສົນແລະເຮົາຊ່ຽງຊີຢູ່ວັດແລ້ວຖືກໃບໃດກະຢ່າເຈົ້າເຊື່ອບໍ່? ຕົວຢ່າງ: ໃບທີ13ງາມດີວິເສດ.........

 
ສ້າງເມື່ອ ມ.ສ.. 3, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 714 ເທື່ອ
ເວລາເຮົາໄປວັດໄປທຳບຸນທຳກຸສົນເຮົາກະຢາກໄດ້ບຸນດັ່ງທີ່ເຮົາອະທິຖານໄວ້ ແລ້ວ ຂ້າພະເຈົ້າເຄີຍໄດ້ຍິນເຂົາເຈົ້າເວົ້າສູ່ຟັງຢູ່ບ້ານແຫ່ງໜື່ງ ມີຜູ້ຍິງຄົນໜຶ່ງເວລາໄປວັດລາວຈະອະທິຖານແຕ່ແນວດຽວວ່າ: “ສາທຸ ຜູ້ຂ້າເກີດຊາດນີ້ຂໍຢ່າງດຽວຂໍໃຫ້ໄດ້ນັ່ງຢູ່ນອນກິນເລີຍເດີ້” (ລາວວ່າ) ອັນນັ້ນຄືຄຳອະທິຖານຂອງລາວ ໄປວັດຍາມໃດລາວຈະອະທິຖານແຕ່ແນວດຽວ ຕໍມາເຫດການທີ່ບໍ່ຄາດຄິດໄດ້ເກີດຂື້ນກັບລາວ ລາວຖືກອຸປະຕິເຫດລົດຕຳຈົນຮອດສູ່ມື້ນີ້ລາວໄປໃສບໍ່ໄດ້ເລີຍລາວໄດ້ນັ່ງຢູ່ນອນກີນດັ່ງທີ່ລາວອະທິຖານແທ້ໆ ແລ້ວທ່ານເຊື່ອບໍ່ວ່າສະຖານທີ່ສັກສິດບ່ອນເຄົາລົບນັບໄຫວ້ຄືວັດນັ້ນຈະສັກສິດແບບທີ່ລາວອະທິຖານ ທ່ານເຊື່ອບໍ່?

 
ສ້າງເມື່ອ ມ.ນ.. 18, 2011 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 901 ເທື່ອ
ໜັງສືພິມອັນໃດມີຂ່າວຄາວສາລະໜ້າອ່ານຫລາຍກວ່າກັນ?

 
ສ້າງເມື່ອ ມ.ນ.. 15, 2011 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 1206 ເທື່ອ
ສົມມຸດວ່າເປັນເຈົ້າ ເຈົ້າຊິຄືນດີບໍ່ກັບຄົນທີ່ເຮັດໃຫ້ເຮົາເຈັບໃຈຈົນມີນ້ຳຕາ ແລ້ວວັນໜື່ງເຂົາໂທມາຂໍໂທດຂໍຄືນດີຈັ່ງຊີ້ນະ

 
ສ້າງເມື່ອ ມ.ນ.. 15, 2011 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 627 ເທື່ອ
ເຄີຍຖືກບໍ່? ຂ້ອຍເຫັນມື້ໃດເລກອອກເຫັນຜູ້ຂາຍເລກໄດ້ຂາຍດີໆ

 
ສ້າງເມື່ອ ມ.ນ.. 13, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 698 ເທື່ອ
ເຈົ້າເຄີຍຖືກຫຼອກບໍ່? ໝາຍຄວາມວ່າຖືກຫຼອກທີ່ເຈັບແສບທີ່ສຸດໃນຊີວິດຫັ້ນນະ ແລ້ວເຈົ້າມີວິທີແກ້ແນວໃດກັບບຸກຄນົນັ້ນ?

 
ສ້າງເມື່ອ ມ.ນ.. 7, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 585 ເທື່ອ
ເປັນຫຍັງບາງຄົນຈຶ່ງມີຫງອກແຕ່ຕອນອາຍຸຍັງນ້ອຍ ແລ້ວບາງຄົນຈົນ70-80ປີກະຍັງບໍ່ທັນມີຫງອກ

 
ສ້າງເມື່ອ ມ.ນ.. 7, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 614 ເທື່ອ
ເຈົ້າຄິດວ່າມັນຍ້ອນສາເຫດໃດທີ່ຫລາຍໆຄົນບໍ່ມັກໃສ່ໝວກກັນກະທົບ?

 
ສ້າງເມື່ອ ກ.ພ.. 27, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 492 ເທື່ອ
ກ່ອນອື່ນຂ້າພະເຈົ້າຂໍອະໄພກັບທ່ານບັນດາກະເທີຍຫລາຍໆເດີ້ ຂ້າພະເຈົ້າຂໍສ້າງແບບສຳຫລວດເລື່ອງນີ້ແດ່ວ່າລະຫວ່າງຜູ້ຍິງກັບກະເທີຍໃຜໝົດຄ່າໃຊ້ຈ່າຍຫລາຍກວ່າກັນໃນການແຕ່ງໂຕໃນການຊື້ເຄື່ຶອງສຳອາງ ຕ້ອງຂໍກາບອະໄພເປັນຢ່າງສູງຖ້າແບບສຳຫລວດ ຂ້າພະເຈົ້າຫາກບໍ່ເໝາະສົມ

 
ສ້າງເມື່ອ ກ.ພ.. 22, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 780 ເທື່ອ
ເຈົ້າຄິດວ່າແຜ່ນເພງລູກທົ່ງບ້ານນາກັບແຜ່ນເພງສະຕີງຮີບຮ໋ອບ ອັນໃດໄດ້ຂາຍດີກວ່າກັນການຕະຫລາດຕົວໃດຂະຫຍາຍຕົວໄວກວ່າ?

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 46  |  ໜ້າຕໍ່ໄປ »