ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທ່ານເຊື່ອຈັກ%?
ສ້າງເມື່ອ ມ.ສ.. 3, 2011 17 ຄົນໂຫວດ, 21 ຄຳເຫັນ, ອ່ານ 715 ເທື່ອ
ເວລາເຮົາໄປວັດໄປທຳບຸນທຳກຸສົນເຮົາກະຢາກໄດ້ບຸນດັ່ງທີ່ເຮົາອະທິຖານໄວ້
ແລ້ວ ຂ້າພະເຈົ້າເຄີຍໄດ້ຍິນເຂົາເຈົ້າເວົ້າສູ່ຟັງຢູ່ບ້ານແຫ່ງໜື່ງ ມີຜູ້ຍິງຄົນໜຶ່ງເວລາໄປວັດລາວຈະອະທິຖານແຕ່ແນວດຽວວ່າ: “ສາທຸ ຜູ້ຂ້າເກີດຊາດນີ້ຂໍຢ່າງດຽວຂໍໃຫ້ໄດ້ນັ່ງຢູ່ນອນກິນເລີຍເດີ້” (ລາວວ່າ) ອັນນັ້ນຄືຄຳອະທິຖານຂອງລາວ ໄປວັດຍາມໃດລາວຈະອະທິຖານແຕ່ແນວດຽວ ຕໍມາເຫດການທີ່ບໍ່ຄາດຄິດໄດ້ເກີດຂື້ນກັບລາວ ລາວຖືກອຸປະຕິເຫດລົດຕຳຈົນຮອດສູ່ມື້ນີ້ລາວໄປໃສບໍ່ໄດ້ເລີຍລາວໄດ້ນັ່ງຢູ່ນອນກີນດັ່ງທີ່ລາວອະທິຖານແທ້ໆ
ແລ້ວທ່ານເຊື່ອບໍ່ວ່າສະຖານທີ່ສັກສິດບ່ອນເຄົາລົບນັບໄຫວ້ຄືວັດນັ້ນຈະສັກສິດແບບທີ່ລາວອະທິຖານ
ທ່ານເຊື່ອບໍ່?