ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສົມຄວນບໍ່ທີ່ພະສົງສາມະເນນໄປທ່ຽວເລາະງານບຸນນະມັດສະການພະທາດຫຼວງໃນຕອນຄ່ຳຄືນ?
ສ້າງເມື່ອ ພ.ຈ.. 8, 2011 37 ຄົນໂຫວດ, 31 ຄຳເຫັນ, ອ່ານ 1024 ເທື່ອ
ກ່ອນອື່ນຂ້າພະເຈົ້າຕ້ອງກາບຂໍອະໄພນຳທຸກໆທ່ານຫລາຍໆ
ຄືດັ່ງທີ່ເຮົາຮູ້ກັນແລ້ວວ່າໄລຍະນີ້ແມ່ນຊ່ວງໄລຍະບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງກະຖືວ່າເປັນບຸນທີ່ໃຫຍ່ແລະສຳຄັນບຸນໜຶ່ງທີ່ຊາວເຮົາໄດ້ສືບທອດກັນມາແຕ່ສະໄໝພໍ່ແມ່ປູ່ຍ່າຕາຍາຍພຸ້ນແລ້ວ ແລະໃນນັ້ນກະມີຜູ້ຄົນຫຼາຍໆພາກສ່ວນທັງພາຍໃນແລະຊາວຕ່າງດ້າວໄດ້ພາຍກັນມາກາບໄຫວ້ພະທາດຫຼວງເລາະຫາຊື້ເຄື່ອງແລະອື່ນໆ ແລ້ວທ່ານເດຄິດວ່າເໝາະສົມບໍ່ຖ້າວ່າມີພະສົງສາມະເນນເລາະຢູ່ຕາມເດີ່ນບຸນພະທາດຫຼວງຈົນເດິກຈົນແຈ້ງຫັ້ນນະ ເພາະວ່ານີ້ຄືບຸນໃຫຍ່ທີ່ຊາວຕ່າງຊາດບາງທ່ານໄດ້ຖ່າຍຮູບໄວ້ເບິ່ງແລ້ວເຫັນພະສົງສາມະເນນມາເລາະມົ້ວຢູ່ກັບອອກຕົນຍາດໂຍມຈັ່ງຊີ້ຫັ້ນນະ ກະພໍເຂົ້າໃຈຢູ່ວ່າການເຮັດບຸນມັນກະຕ້ອງມີພະສົງສາມະເນນເຂົ້າຮ່ວມແຕ່ວ່າງານບຸນນີ້ມັນຄົນຫຼາຍເກີນໄປ ລຳພັງອອກຕົນຍາດໂຍມກະຍັງໝົ້ນກັນຢູ່ພໍປານນັ້ນແລ້ວມີພະສົງສາມະເນນມາອີກທ່ານຄິດວ່າຈັ່ງໃດ ຫຼືວ່າຄວນອະນຸຍາດໃຫ້ເພິ່ນທ່ຽວໄດ້ໃນຕອນຄ່ຳຄືນຂອງມື້ວຽນທຽນແລະມື້ຕັກບາດຖວາຍສັງຄະທານເທົ່ານັ້ນບໍ່? ແບບນີ້ທາງອຳນາດການປົກຄອງຝ່າຍສົງຄວນມີການຂໍ້ບັງຄັບຫຼືນະໂຍບາຍບໍ່ ຕໍ່ການເລາະທ່ຽວງານບຸນນະມັດສະການພະທາດຫຼວງ? ຫຼືວ່າຖືພະສົງເປັນເລື່ອງທຳມະດາອະນຸຍາດໄດ້ຄ້າຍໆກັບການຂີ່ລົດຈັ່ງຊັ້ນບໍ່? (ຂ້າພະເຈົ້າຕ້ອງກາບຂໍອະໄພນຳທ່ານພະສົງຫຼາຍໆທີ່ໄດ້ກ້າວກ່າຍເລື່ອງການທ່ຽວບຸນໃນຕອນຄ່ຳຄືນ ແລະຖ້າວ່າຜິດພາດປະການໃດຂະນ້ອຍເອງຕ້ອງຂໍອະນຸຍາດບາດຄຳຫຼາຍໆເດີ້).....