ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ໄປນັ່ງສຳພາດວຽກມາຕັ້ງຊົ່ວໂມງຫນຶ່ງ ໂຄດເມື່ອຍເລີຍ

ລືມບອກ ວຽກທີ່ໄປສຳພາດມາແມ່ນພະນັກງານຕ້ອນຮັບເທິງລົດໄຟຊິນກັງເຊັນ

ວຽກກາຄ້າຍຯພະນັກງານຕ້ອນຮັບເທິງຍົນຫັ້ນແລະ

ຕ່າງແຕ່ວ່າມັນກາບໍ່ເຄັ່ງຄັດປານນັ້ນ

ບໍ່ຈຳກັດຄວາມສູງວ່າຊັ້ນເທາະໄປ໋ ເພາະເຮົາກາບໍ່ຄ່ອຍສູງປານໃດ

ອາໄສເຄີຍຮຽນດ້ານການບໍລິຫານໂຮງແຮມມາ ກາມີວິຊາການບໍລິການຫ້ອງອາຫານ ແລະ ບໍລິການເທິງຍົນມານຳ

ຕອນສຳພາດກາເລີຍມີແນວແນະນຳຕົວເອງແດ່

ຜົນຊິອອກພາຍໃນສາມມື້ ແລ້ວກະເຈົ້າຈະໂທບອກແຕ່ຄົນທີ່ໄດ້

ຫມາຍຄວາມວ່າຖ້າພາຍໃນສາມມື້ກະເຈົ້າບໍ່ໂທມາກາສະແດງວ່າບໍ່ໄດ້

ຜົນຈະເປັນແນວໃດລະຈະມາເລົ່າໃຫ້ຟັງເດີ້ ພີ່ນ້ອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ອື່ນໄປສຳພາດວຽກໃຫມ່

ຢາກໄດ້ວຽກນີ້ເຮັດຕອນພັກຮຽນເດ້ ວຽກຄືຊິມ່ວນ

ໄປສຳພາດເປັນແນວໃດລະຊິມາບອກ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

ມື້ນີ້ມີເສັງ ສີ່ວິຊາ ຕັ້ງແຕ່ເຊົ້າຢັນຄ່ຳເລີຍ

ສູ້ຕາຍ ສູ້ຕາຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ເຊົ້ານີ້ໂມງປຸກດັງເທື່ອດຽວກາຕື່ນລະ

ຍ້ອນມື້ນີ້ມີເສັງຕິເບາະເນາະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ວິຊານີ້ ຄຳຖາມແບບໃຫ້ຕື່ມຊ່ອງວ່າງເຄິ່ງຫນຶ່ງ ແລະ ແບບອະທິບາຍເຄິ່ງຫນຶ່ງ

ໂດຍສ່ວນຕົວລະບໍ່ມັກເລີຍນ່າຄຳຖາມແບບຕື່ມຊ່ອງວ່າງຫັ້ນ ຜິດລະຜິດເລີຍ

ໃຫ້ເຮົາອະທິບາຍເອງ ໃຂ້ຄຳສັບເຮົາເອງຍັງດີກ່ອນ

ຍັງອີກສີ່ວິຊາວັນຈັນ ສູ້ຯນິກນາລົງ ສຸດທີ່ຮັກຂອງ....??? ໃຜວະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ເສັງມື້ນີ້ແລ້ວຯ ກາມາໄດ້ເຄິ່ງທາງແລ້ວ ເຢ້ຯຯຯຯ ດີໃຈ

ເສັງວິຊາການກະຈາຍສິນຄ້າມື້ນີ້ສຸດຍອດເລີຍ ຊິວ່າຍາກກາບໍ່ຍາກປານໃດດອກ

ແຕ່ຄຳຖາມ ຖາມແບບກວມຯຊະ ຊົ່ວຊິອະທິບາຍແລ້ວໃຫ້ຫມົດ ພໍດີວາງສໍລະເວລາກາຫມົດ

ຂະຫນາດຂຽນບັກໄວຯໄດ໊ຫັ້ນ ຍັງເກືອບບໍ່ທັນ ແຕ່ສຸດທ້າຍກາແລ້ວ ແຮ່ຯຯຯຯ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ມື້ອື່ນເສັງອີກ ສາມວິຊາ

ມີ ວິຊາທິດສະດີການກະຈາຍສິນຄ້າ ວິຊາວິເຄາະຕະຫລາດຫລັກຊັບ ແລະ ວິຊາພຶດຕິກຳຜູ້ບໍລິໂພກ

ວິຊາຫນັກຯທັງນັ້ນເລີຍ

ແຕ່ເສັງສາມວິຊານີ້ແລ້ວລະກາລຸ້ນຜົນເສັງວິຊາພາສາຈີນ

ຄົງຈະເປັນອີກມື້ຫນຶ່ງທີ່ຍາວນານ ຊ້ຳບໍ່ຫນຳຝົນຊິຕົກອີກວ່າຊັ້ນ

ອ້າວ ສູ້ຯ ນິກນາລົງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ຜົນເສັງປິດພາກຮຽນວິຊາບັນຊີອອກມື້ນີ້

ເຮົາໄດ້ແຕ່ 98 ຄະແນນ ສະເລ່ຍໃສ່ເສັງກາງພາກກາເປັນ 99

ຖ້າໄດ້ຄະແນນເຕັມກາໄດ້ລາງວັນຈາກອາຈານລະເດ່

ເງິນລາງວັນຕັ້ງສາມແສນເຢັນ ຄົນໄດ້ຮ້ອຍຄະແນນເຕັມມີສິບຄົນ ເຂົາກາແບ່ງກັນຄົນລະສາມຫມື່ນ

ເສຍດາຍບໍ່ໄດ້ເປັນຫນຶ່ງໃນນັ້ນ

ແຕ່ກາຕັ້ງໃຈສຸດຄວາມສາມາດແລ້ວ

ຜົນເປັນແນວໃດກາຕ້ອງຍອມຮັບ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ອາບນ້ຳລະໄປນອນກ່ອນ

ມື້ອື່ນໄປລຸ້ນຜົນເສັງວິຊາບັນຊີ ຜົນອອກມື້ອື່ນ

ປານລຸ້ນຫວຍອອກ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ບໍ່ມີຮຽນ ແຕ່ຈະໄປໂຮງຮຽນດີບໍ່ນະ

ຢູ່ບ້ານຢ້ານຮຽນບໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ນີ້ນັ່ງຢູ່ຫ້ອງສະຫມຸດໂຮງຮຽນຫມົດມື້ ຂຽນລາຍງານທີ່ອາຈ່ານໃຫ້ແລ້ວຫມົດເລີຍ

ທັງ ວິຊາກົດຫມາຍສິດແລະພັນທະປະຊາກອນ ວິຊາe business ລະກາວິຊາຍຸດທະສາດການກະຈາຍສິນຄ້າ

ໂລ່ງອົກ

ນັ່ງຢູ່ບ້ານລະເຮັດບໍ່ໄດ້ ຕ້ອງໄປຫ້ອງສະຫມຸດ

ຢູ່ບ້ານລະຈັກເຮັດຫຍັງບຸ ຫມົດມື້ເອົາຊື່ຯ

ດຽວມື້ອື່ນສູ້ຕໍ່

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ບົດລາຍງານປິດພາກຮຽນວິຊາ E-Business ຊຶລອດບໍ່ວະເຮົາ

ວັນສຸກນີ້ເສັງ ໓ ວິຊາ ຈັນຫນ້າອີກ ໔

ລະຕ້ອງສົ່ງລາຍງານອັນນີ້ອີກຫ້າມກາຍວັນຈັນ

ອາຈານກາບໍ່ຍອມບອກຫົວຂໍ້ແຕ່ດົນ ຫາກາສິມາບອກມື້ນີ້

ເອົ້າ ຈັ່ງໃດກາສູ້ ແຕ່ຕ້ອງບໍ່ຕາຍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ຢູ່ບ້ານຫມົດມື້ຮຽນຫນັງສືກຽມເສັງ ມື້ອື່ນມີເສັງວິຊາຫນຶ່ງ ວິຊາການພົວພັນພາສາສາດ

ຊິລອດບໍ່ວະ ອັກອັກຯຯຯຯ

ຫນາວວວວວວ ໄປນອນກ່ອນດອກ ດຽວນອນບໍ່ພໍ ມື້ອື່ນສະຫມອງຊິບໍ່ເຮັດວຽກ

ນອນຫລັບຝັນດີ ສາທຸສາທຸ