ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ອາຫານປະຈຳຊາດລາວເຮົາ
ສ້າງເມື່ອ ກ.ຍ.. 21, 2009 33 ຄົນໂຫວດ, 38 ຄຳເຫັນ, ອ່ານ 814 ເທື່ອ
ສອງສາມມື້ກ່ອນເຫັນຂ່າວວ່າ ມາເລເຊຍຊູເຂົ້າມັນໄກ່ເປັນອາຫານປະຈຳຊາດ
ສ່ວນປະເທດເພື່ອນບ້ານໄທ ກໍ່ມີຕົ້ມຍຳກຸ້ງທີ່ຂຶ້ນຊື່ ແລະເປັນອາຫານປະຈຳຊາດທີ່ຕ່າງຊາດຮູ້ຈັກ
ຍີ່ປຸ່ນກໍ່ມີປາດິບ ຈີນມີເປັດປັກກິ່ງ ເກົາຫລີກໍ່ກິມຈິ
ໃນແງ່ດ້ານການຕະຫລາດ ທັງຫມົດເຫລົ່ານັ້ນລ້ວນແຕ່ເປັນ "ສັນຍາລັກ"ແລະ "ຄວາມແຕກຕ່າງ" ເພື່ອສ້າງ "ຄວາມໂດດເດັ່ນ" ແລະເປັນ"ຈຸດແຂງ" ໄວ້ຕໍ່ສູ້ກັບຄູ່ແຂ່ງເພື່ອໃຫ້ຕະຫລາດແລະຜູ້ບໍລິໂພກຈົດຈຳ
ທີ່ເວົ້າມາທັງຫມົດນັ້ນກໍ່ຢາກຖາມຫມູ່ຯວ່າ ແລ້ວລາວເຮົາເດຄວນຍົກ ຫລື ຊູຫຍັງເປັນອາຫານປະຈຳຊາດດີ
ແລະຕ້ອງຄິດເຖິງຄວາມເປັນໄປໄດ້ໃນແງ່ການຕະຫລາດ
ເພື່ອເປັນຄູ່ຕໍ່ສູ້ກັບຄູ່ແຂ່ງໃນຕະຫລາດໂລກ