ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ລ.. 11, 2009 36 ຄົນໂຫວດ, 0 ຄຳເຫັນ, ອ່ານ 510 ເທື່ອ
ສົມໝຸດວ່າເຮົານອນຫຼັບຢູ່ດີໆຫຼືວ່າກຳລັງຝັນຫວານຢູ່ວ່າຊັ້ນສາ...ຮິຮິ, ລະມີຄົນມາກວນເຮັດໃຫ້ເຮົາຕື່ນ...ລະເຈົ້າຮູ້ສຶກຈັ່ງໃດ...???

 
ສ້າງເມື່ອ ກ.ລ.. 4, 2009 36 ຄົນໂຫວດ, 0 ຄຳເຫັນ, ອ່ານ 580 ເທື່ອ
ໝູ່ເພື່ອນພັນລາວເຄີຍນອນເຫຼີບໍ່....? ແບບວ່າຝັນຮ້າຍແດ່ຫັ້ນນ່າ.... ລະກະບາງຄົນນອນຢູ່ດີໆກະເຫຼີກໍ່ມີ...

 
ສ້າງເມື່ອ ກ.ລ.. 2, 2009 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 677 ເທື່ອ
ນັບແຕ່ມື້ເກີດແຜນດິນໄຫວມື້ນັ້ນມານີ້ຂ້ອຍລະຍັງຢ້ານຢູ່ລະກະກໍ່ເປັນ ຕາຢາກຫົວອີກ....ໃນມື້ນັ້ນຫັ້ນຂ້ອຍກຳລັງນອນຫຼັບຝັນຫວານຢູ່ດີໆນ່າແຜນດິນໄຫວມາວ່າຊັ້ນຮູ້ເມື່ອໄວຂະໜາດຂ້ອຍກໍ່ລຸກແລ່ນ ເລີຍໂດຍບໍ່ໄດ້ສົນຫັຍງເລີຍນ່າຂະໜາດເກີບກໍ່ຍັງບໍ່ທັນໃສ່...ລະໝູ່ເພື່ອນພັນລາວເດໃນຊີວິດຕົນເຄີຍເຈີແຜນໄຫວຢູ່ຫວາ...!

 
ສ້າງເມື່ອ ພ.ພ.. 30, 2009 48 ຄົນໂຫວດ, 0 ຄຳເຫັນ, ອ່ານ 644 ເທື່ອ
ກໍ່ເປັນເວລາດົນລະທີ່ວ່າຂ້ອຍເອງກະບໍ່ໄດ້ເຂົ້າມາແຕ່ງແບບສຳຫຼວດເພາະວ່າບໍ່ຄ່ອຍມີເວລາປານໃດ ຢ່າງໜຶ່ງກະຂີ້ຄ້ານແດ່...ເອົາເຂົ້າເລືອງເລີຍເນາະບໍ່ຢາກລົມ ຍາວເວົ້າມາລະຍາວລະນີ໋,ແຕ່ລະມື້ໝູ່ເພືອນພັນລາວແຊັດຫຼື ວ່າເຂົ້າມາທັກທາຍສະບາຍດີຫຼີ້ນນຳກັນ,ໝູ່ເພືອນພັນລາວກໍ່ ມັກເວົ້າຢອກກກັນຢູ່ຫວາ...ແບບວ່າຮັກເດີຈັ່ງຊິຫັ້ນນ່າ...ຂ້ອຍຄິດວ່າບາງຄົນກະຄືຊິເວົ້າແທ້ກະມີໃດເນາະ...ຮິຮິຮິ

 
ສ້າງເມື່ອ ພ.ພ.. 8, 2009 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 640 ເທື່ອ
ເປັນເວລາດົນນານແລ້ວທີ່ຂ້ອຍບໍ່ໄດ້ເຂົ້າມາແຕ່ງສຳຫຼວດເພາະ ວ່າຍ້ອນຄວາມຄ້ານນີ້ແຫຼະຢາກຖາມໝູ່ເພື່ອນວ່າແຕ່ລະມື້ພວກ ໝູ່ເອົາເລື່ອງມາແຕ່ໃສ່ຄືວ່າຫຼາຍແທ້ເຫັນ update ທຸກມື້ !

 
ສ້າງເມື່ອ ມ.ສ.. 11, 2009 41 ຄົນໂຫວດ, 0 ຄຳເຫັນ, ອ່ານ 402 ເທື່ອ
ສົມມຸດວ່າເຈົ້າໄປເຈີໝູ່ທີ່ສະໜິດສະໜົມຂອງເຈົ້າຫຼືວ່າໝູ່ຮັກກໍ່ໄດ້ທີ່ກຳລັງຖືກຕີ ຢູ່( ມີຄົນລັດຕີຫັ້ນນ່າ )ເຈົ້າຊິເຂົ້າຊ່ວຍບໍ່...ທັງທັງທີ່ວ່າຕອນຫຼີ້ນຢູ່ນຳກັນຫັ້ນລາວມັກເຮັດໃຫ້ເຈົ້າລຳຄານເປັນບາງຄັ້ງ...ພວກທີ່ມາລັດຕີຫັ້ນກໍ່ມີພຽງແຕ່ສອງຄົນ.

 
ສ້າງເມື່ອ ກ.ພ.. 20, 2009 44 ຄົນໂຫວດ, 0 ຄຳເຫັນ, ອ່ານ 392 ເທື່ອ
ຢາກຖາມໝູ່ເພື່ອນພັນລາວວ່າເມື່ອເຮົາອອກໄປຫຼີ້ນສະຖານທີ່ໃດໜຶ່ງ ຫຼືວ່າອອກໄປຫຼີ້ນນອກບໍ່ຊັງຊິ ! ໝູ່ເພື່ອນໄດ້ຖືກ້ອງຖ່າຍຮູບໄປນຳບໍ່? ເພາະວ່າຢາກຖ່າຍຮູບເອົາມາລົງພັນລາວເດ.....

 
ສ້າງເມື່ອ ທ.ວ.. 27, 2008 26 ຄົນໂຫວດ, 0 ຄຳເຫັນ, ອ່ານ 376 ເທື່ອ
ຖ້າເວົ້າໄປແລ້ວບໍ່ວ່າແຕ່ລະຄົນນັ້ນແມ່ນມີຄວາມຮັກຄວາມມັກແຕກ ຕ່າງກັນໄປ, ແຕ່ວ່າບາງຄົນກໍ່ມີແນວຄິດຕົງກັນກະມີ. ຖ້າວ່າຍິງຫຼືຊາຍໃນອຸດົມຂະຕິຂອງເຈົ້າຫັ່ນແມ່ນຄົນຮູບຮ່າງລະສະນະຜິວພັນແບບໃດ, ຖ້າເວົ້າເລື່ອງໜ້າຕາແມ່ນໃຜກະມັກແບບນັ້ນແຫຼະ....(ໜ້າຕາດີຫັ່ນແຫຼະ),ແຕ່ກະເລືອກເອົາຜິວສາກ່ອນເນາະເພາະວ່າມີຫຼາຍຄົນມັກແຕກຕ່າງກັນເດ...

 
ສ້າງເມື່ອ ພ.ຈ.. 18, 2008 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 760 ເທື່ອ
ດຽວນີ້ປະເທດລາວຂອງພວກເຮົາກໍ່ໄດ້ຄ່ອຍພັດທະນາຂື້ນເທື່ອລະກ້າວແລ້ວ, ເພາະວ່າການຄົມມະນາຄົມໄປມາຫາສູ່ເຊິ່ງກັນ ແລະ ກັນດຽວນີ້ກໍ່ສະດວກສະບາຍຂື້ນກ່ວາແຕ່ກ່ອນຫຼາຍ. ນອກນັ້ນປະເທດເຮົາຍັງໄດ້ພັດທະນາການຄົມມະນາຄົມຂົນສົ່ງທາງອາກາດເພື່ອຮັບໃຊ້ແຂກພາຍໃນ ແລະ ຕ່າງປະເທດໃຫ້ວ່ອງໄວ,ທັນໃຈ ແລະ ປອດໄພ. ຂ້ອຍຢາກຮູ້ວ່າ: ຖ້າເຈົ້າຢາກໄປບ່ອນໃດບ່ອນໜຶ່ງແລ້ວ...ລະຍົນຊະນິດໃດທີ່ເຈົ້່າຢາກຈະເຂົ້າໄປໃຊ້ບໍລິການ. ເຖິງແມ່ນວ່າປະເທດເຮົາຍັງບໍໍ່ມີຍົນໃຫ່ຍກໍ່ຕາມ,ສົມໝຸດວ່າໃນອານາຄົດມັນມີເດະຊັ່ນ. ຮີຮີຮີ...... ບອກແດ່ເດີວ່າຍ້ອນຫຍັງລະເຈົ້າຈຶ່ງມັກຫັ່ນ.