ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ນອນຮ່ວມກັບສັດລ້ຽງຄົນເຮົາອາດຕິດເຊື້ອໂລກຈາກມັນໄດ້ເປັນຕົ້ນເຊັ່ນ:ໜາຫຼືແມວ. ຈາກການສຶກສາຈາກນັກວິຊາການທາງການແພດໃນປະເທດເຢຍລະມັນໄດພົບວ່າ: ຫາກໝາຢູ່ເທິງຕຽງດຽວກັນກັບເດັກ ຈະເຮັດໃຫ້ເດັກປ່ວຍດ້ວຍໂລກທາງເດີນຫາຍໃຈເຊັ່ນ : ນອນກົນ. ຄາລ ຟຣັງຄຮີນ ຈາກມະຫາວິທະຍາໄລແພດສາດ ອຸຍເມອາ (Umea ) ແລະຜູ້ຮ່ວມງານໄດ້ເຮັດການກວດສອບຖາມຊາວສະແກນດີເນເວຍທີ່ເປັນໂລກນອນກົນພົບວ່າ 18 % ຂອງພວກເຂົາທີ່ນອນກົນຢ່າງໜ້ອຍທີ່ສຸດ ອາທິດລະ 3 ຄືນ .ໂດຍພວກເຂົາບອກວ່າ ເຄີຍມີສັດລ້ຽງໃນຫ້ອງນອນໃນໄລຍະໄວເດັກ ແລະພວກເຂົາເຄີຍເປັນໂລກຕິດເຊື້ອກ່ອນອາຍຸ 2 ປີ ຫຼືເປັນໂລກຕິດເຊື້ອໃນຫູ ເຊິ່ງທ່ານໝໍ ຄາດວ່າສາເຫດ ຈະເປັນເພາະເຊື້ອໂລກຈາກສັດລ້ຽງ ເຮັດໃຫ້ລະບົບທາງເດີນຫາຍໃຈອັກເສບ ແລະ ຜັນແປປ່ຽນເປັນໂລກນອນກົນ. ນອກນີ້ ນັກວິໃຈດ້ານການນອນຫຼັບ ຍັງໄດ້ກ່າວອີກວ່າ : ຜູ້ໃຫຍ່ທີ່ນອນຮ່ວມກັບສັດລ້ຽງກໍ່ມີຜົນກະທົບ ຕໍ່ການນອນຫຼັບ ເພາະຄວາມຕ້ອງການພັກຜ່ອນນອນຫຼັບຂອງຄົນ ແລະສັດບໍ່ປະສານກັນນັ້ນຄືແມວ ມັກຕື່ນໃນຕອນກາງຄືນ ແລະມັນມັກໄປນອນທາງເທິງຫົວຂອງຄົນເຮົາ ສ່ວນໝາມັກຍ້າຍທີ່ນອນໃນກາງຄືນເລື້ອຍໆແລະຍ່າງໄປມາ ແລະ 20 % ຂອງໝາມັກນອນກົນ ແລະ 10 %ຂອງແມວກໍ່ນອນກົນເຊັ່ນດຽວກັນ . ເພາະສະນັ້ນບໍ່ຄວນໃຫ້ສັດລ້ຽງເຂົ້າຫ້ອງນອນເພື່ອປ້ອງກັນສາຍເຫດດັ່ງທີ່ກ່າວມານີ້.

Delicious Digg Fark Twitter