ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ພາບເກົ່າ ແລະຂໍ້ຄວາມຫຼັງພາບສະໄໝອະດີດ



ຫຼັງພາບ

- ພາບນີ້ ສອດຢູ່ໃນປື້ມເກົ່າເຫຼັ້ມໜຶ່ງ ທີ່ຊື້ມາຈາກຮ້ານຂາຍປື້ມເກົ່າ ເມື່ອມາເຫັນພາບແລ້ວ ຮູ້ສຶກນິຍົມໃນການຖ່າຍພາບເກົ່າຂອງຄົນລາວເຮົາ ເມື່ອກ່ອນ ແລະຂໍ້ຄວາມທີ່ຂຽນ ຫຼັງພາບນັ້ນ ເຫັນວ່າມີລັກສະນະທີ່ສັ້ນ ກະທັດຮັດ ແລະກົງໄປກົງມາທີ່ສຸດ ທີ່ຊາຍໜຸ່ມຍິງສາວໃນສະໄໝນັ້ນ ໃຊ້ເພື່ອສະແດງເຈດຈຳນົງ ຈະບອກຮັກໃຫ້ກັນແລະກັນ ເຊິ່ງ ຄຳທີ່ບັນຍາຍໃນຫຼັງພາບນີ້ ບ່າວສາວສະໄໝນັ້ນ ຈະບໍ່ຄ່ອຍຈະເວົ້າຈິງອອກມາ ໃນເມື່ອເຂົາລົມກັນ ຖ້າເຂົາຢາກເວົ້າ ຄວາມທີ່ມັນເລີກເຊິ່ງທີ່ສຸດ ກົງຕົວທີ່ສຸດນັ້ນ ເຂົາຈະຕ້ອງ ບັນຍາຍໃສ່ເຈັ້ຍ ແລ້ວໃຫ້ຄົນທີ່ໄວ້ໄປສົ່ງໃຫ້ຄົນນັ້ນ ຫຼືຂຽນໃສ່ພາບດັ່ງທີ່ເຮົາເຫັນແລ້ວລົງຊື່ ບາງຄັ້ງກໍບໍ່ລົງຊື່, ອັນນີ້ມັນມອງເຫັນວັດທະນະທັມການໂລມບ່າວ ໂລມສາວຂອງ ຄົນສະໄໝກ່ອນເຣົາ ສ່ວນຄົນສະໄໝນີ້ນັ້ນ ເກ່ງກວ່ານີ້ເທົ່າໃດເທ່ົາ


ຂໍອະໄພນຳເຈົ້າຂອງພາບນີ້ ຫາກຍັງມີຊີວິດຢູ່ແລ້ວອ່ານພົບ ຕ້ອງການຢາກໄດ້ພາບນີ້ ຄືນກໍຈະມອບຄືນໃຫ້ຢ່າງຢ່າງເຕັມໃຈ ພົວພັນທ່ານສາຍເຊລຳເພົາ ກາລຸນາ ໂທ 2441244  ແຕ່ຂໍເອົາພາບນີ້ລົງ ໄວ້ເປັນກຽດແກ່ບລ໊ອກນີ້ກ່ອນ ຂອບໃຈ
ຂໍ້ມູນຈາກ:My Opera.com/ສາຍເຊລຳເພົາ
Delicious Digg Fark Twitter