ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄໍລຳພວກເຮົາ ເຄີຍຍົກເລື່ອງການດຳລົງຊີວິດ ແບບຟຸມເຟືອຍ ຂອງຄົນລາວຈຳນວນໜຶ່ງ ແລະ ຄວາມຟຸມເຟືອຍນີ້ ບາງບ່ອນໄດ້ກາຍເປັນສິ່ງທີ່ຕ້ອງເຮັດ ບໍ່ຊັ້ນຖືວ່າຕົນ ເອງບໍ່ທັນໝູ່ ເຊັ່ນ: ການລ້ຽງໝູ່ຄູ່ເພື່ອນຝູງ ເວລາມີບຸນບ້ານ ການຊຸມແຊວໃນງານໃດໜຶ່ງ ແລ້ວແຕ່ໂອກາດ.

ຍົກເລື່ອງນີ້ຂຶ້ນມາ ເບິ່ງຄືວ່າເປັນເລື່ອງສ່ວນຕົວ ສ່ວນບຸກຄົນ ແລ້ວແຕ່ເງື່ອນໄຂ ແຕ່ມັນພັດເກາະຫ້ອຍກັນໃນທົ່ວສັງຄົມ ນັ້ນຄື: ບຸນແລ້ວ ຫາເງິນໃຊ້ໜີ້.

ຍ້ອນຄວາມຢາກຄືໜ້າຄືຕາ ຢາກຄືບ້ານຄືເມືອງ ເລີຍເຮັດໄປໂດຍບໍ່ຄຳນຶງເຖິງ ລາຍຮັບຂອງຕົນເອງ... ຄັນຫາກແມ່ນຢືມເງິນເພິ່ນມາ ຄ້າຂາຍລົງທຶນກໍຍັງໃຄ ? ອັນນີ້ ຢືມມາລ້ຽງເຫຼົ້າລ້ຽງເບຍໝູ່ ຫຼືວ່າຕິດໜີ້ເພິ່ນ ມັນກໍບໍ່ເຂົ້າທ່າ ? ສະນັ້ນ ຄວາມຄິດນີ້ ຄວນໄດ້ພ້ອມພາກັນເບິ່ງຄືນວ່າ ຈະເຮັດແນວໃດໃຫ້ພໍດີ ໃຫ້ມີເພດານສຳລັບຄອບຄົວນໍ ?.

ອັນນັ້ນເວົ້າເລື່ອງຄອບຄົວ ບາດນີ້ເວົ້າເລື່ອງບ້ານ ກໍມັກມີບາງບ້ານເຮັດບຸນກໍກູ້ຢືມ ແລະ ຕິດໜີ້ກ່ອນ ເພື່ອຢາກໃຫ້ຄືບ້ານອື່ນເຂົາ... ສຸດທ້າຍ ເກີດມີໜີ້ສິນ ແລ້ວກໍແຕກ ຄວາມສາມັກຄີກັນ ໃນໝູ່ຄະນະ ເພາະສິ່ງທີ່ໃຊ້ຈ່າຍ ມັນແມ່ນເລື່ອງຫຼິ້ນເລື່ອງກິນ ບໍ່ແມ່ນເລື່ອງສ້າງສາພັດທະນາບ້ານ ອີ່ຫຍັງໝົດ?.

ຈາກບັນຫາບ້ານ ກໍມີເພື່ອນຜູ້ອ່ານຕັ້ງບັນຫາ ເລື່ອງລະດັບສູງກ່ວານັ້ນ ຄັນແມ່ນບໍ່ພາກັນຄຶດຫງຳຄັກແນ່ ຢ້ານວ່າມັນຈະກາຍລະດັບບ້ານ...! ແລ້ວລອງກວດກາເບິ່ງດຸວ່າ ເຮົາມີການໃຊ້ຈ່າຍຫຍັງແດ່ ? ທີ່ເບິ່ງແລ້ວມັນຢາກລື່ນໂຕ.

ກັບຄືນມາຫາຫົວຂໍ້ໃຊ້ຈ່າຍຟຸມເຟືອຍນີ້ ຄໍລຳພວກເຮົາ ກໍເຄີຍເວົ້າເລື່ອງການຍ້ອງຍໍກັບຜົນງານມາແລ້ວເທື່ອໜຶ່ງ ! ສະນັ້ນ ການໃຊ້ຈ່າຍຟຸມເຟືອຍ ກັບຜົນງານທີ່ອອກມາ ກໍຄວນໄດ້ຕັ້ງບັນຫາວ່າ ຜົນງານນັ້ນ ສົມຄວນຍ້ອງຍໍ ຫຼື ບໍ່ ?.

ບຸນແລ້ວ ຫາເງິນໃຊ້ໜີ້ ເປັນຄຳເວົ້າທີ່ຄົນທົ່ວໄປມັກໄດ້ຍິນ ແລະ ໃນພຶດຕິກຳຕົວຈິງ ກໍມີຄົນພົບກັບບັນຫານີ້ມາ ຢ່າງປະຕິເສດບໍ່ໄດ້ ? ແລ້ວພວກເຮົາ +ເຈົ້າ+ຂ້ອຍ ຄຶດແນວໃດ ? ຕໍ່ບັນຫາດັ່ງກ່າວ.

ຂໍຮຽກຮ້ອງໃຫ້ເພື່ອນຜູ້ອ່ານທັງຫຼາຍ ຊ່ວຍອອກຄຳເຫັນນຳກັນວ່າ ເຮົາຈະຢຸດຢັ້ງປະກົດການຫຍໍ້ທໍ້ນີ້ຢ່າງໃດ ? ຈະຊອກທາງອອກຊ່ວຍກັນແນວໃດ ?.

ຕິດໜີ້ ກູ້ຢືມມາລົງທຶນ ມາສ້າງມາສາແລ້ວແມ່ນດີ ເປັນຕາຍ້ອງຍໍ ແລະ ສະໜັບສະໜູນ ແຕ່ກົງກັນຂ້າມ ນຳມາໃຊ້ຈ່າຍບໍ່ສົມເຫດສົມຜົນ ຫຼື ມີການສວຍໃຊ້ແອບແຝງ ແມ່ນສິ່ງບໍ່ດີທັ້ງນັ້ນ ສົມຄວນແກ່ການສະກັດກັ້ນ ແລະ ລົບລ້າງ.

*****ຄັດຈາກຄໍລຳ ນານາສາລະ ໜັງສືພີມວຽງຈັນໃໝ່ ສະບັບວັນທີ່ 27 ທັນວາ 2010

Delicious Digg Fark Twitter