ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

  ຊີວິດຄືດອກຫຍ້າ...ຮອດເວລາກໍຫຼົ່ນຫາຍ...ບໍ່ໍ່ຮູ້ວ່າຍາມໃດ...ຫົວໃຈເຮົາຊິຂາດ...ໂດຍທີ່ເຮົາບໍ່ອາດ...ສາມາດຫ້າມທຸກສິ່ງ...ບໍ່ວ່າຜູ້ຊາຍຫຼືແມ່ຍິງ, ເຖົ້າແກ່ແລະໜຸ່ມນ້ອຍ...ຈົ່ງຢ່າປ່ອຍເວລາຖິ້ມ

ບ້ານເມືອງເຮົາຊິມີແຕ່ ສະໜິມ...ຫາກວ່າເຮົາລືມຄວາມຢ້ານ...ຄວາມກ້າຫານເຂົ້າມາສູ່...ຢູ່ບ່ອນໃດກໍໄປໄດ້...ຍ້ອນຢາກໄດ້ ບໍ່ຢ້ານກົວ...ຕໍ່ໄປຄຶດບໍ່ອກກ ບອກບໍ່ໄດ້...ຝາກໃຫ້ທ່ານຊ່ອຍຄຶດຕໍ່
ບໍ່ມີໃຜບໍ່ຢາກໄດ້...ສິ່ງທັງຫຼາຍທັງປວງນັ້ນ...ຂໍພຽງໄດ້ເກີດແດ່ເຮົາ...ຄວາມສຸກປົນໝອງເສົ້າ...ຍ້ອນວ່າເຮົາຂາດຢັ້ງຄຶດ...ບໍ່ໄດ້ອຶດຫາກຍຶດໄດ້...ຜົນສຸດທ້າຍແຫ່ງຄວາມຈິງ...ບໍ່ມີສິ່ງໃດໝັ້ນ-ຄົງທົນໄປຕະຫຼອດ...ແມ່ນຫາກຮອດມື້ແລ້ວ...ແນວຢາກໄດ້ກໍບໍ່ມີ...ຄຶດໃຫ້ດີແລ້ວຈິ່ງຈ້າວ...ຫາສິ່ງທີ່ໃຈຫວັງ...ສ້າງພະລັງແຮງຈູງໃຈໃຫ້ໄປເຖິງຈຸດນັ້ນ...ອົດທົນບາກບັ່ນສູ້...ເອົາເຢັນໄປຖົມຮ້ອນ... ຍຸກທຶນຮອນຂຶ້ນສູ່ເກົ້າ...ຍິ່ງເອົ້າໝາກຫົວໃຈ...ໃຜໆກໍຫານກ້າ...ຕ່າງແຕ່ວ່າໜ້ອຍຫຼືຫຼາຍ...ຄວາມຈິງເປັນສິ່ງບໍ່ຕາຍ ແຕ່ກໍອາດເຮັດຊີວິດຕາຍໄດ້...ອັນນີ້ກໍວ່າໄປ...ຫາກອົດທົນ ໃຈເຢັນໄດ້... ບໍ່ຟ້າວຟັ່ງຈັ່ງອົດທົນ...ໝາກຜົນຂອງຄວາມທຸກ...ຈະກະຕຸກໃຫ້ເຈົ້າ ກ້າວເຂົ້າສູ່ຄວາມຈະເລີນ ທ່ານເອີຍ!
 
 
 
ຂໍໃຫ້ບັນດາທ່ານຜູ້ອ່ານຫຼືທຸກໆທ່ານຈົ່ງປະສົບຜົນສຳເລັດໃນຊີວິດທຸກໆປະການດ້ວຍເຖີດ
 
ສາທຸ ສາທຸ ສາທຸ !!!
Delicious Digg Fark Twitter