ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

       8 ມີນາ ມາເຖິງແລ້ວ       ແນວນຳຄຳວ່າ "ແມ່"

ຫາສິ່ງໃດທຽມທຽບແທ້        ຍາກແລ້ວບໍ່ເທົ່າທຽມ!

ແມ່ ຜູ້ສອນສັ່ງຊີ້                    ແນວດີມີແດ່ລູກ

ຫາກແມ່ທຸກຍາກໄຮ້             ຍອມໄດ້ແດ່ບຸດຕາ

       ແມ່ບໍ່ເຄີຍຖິ້ມປະ            ລະໄລຜູ້ເຍົານ້ອຍ

ແມ່ຄອຍແລໂອບອູ້ມ             ພູມເຈົ້າລູກບຸດຕີ

ແມ່ຜູ້ມີແຕ່ໃຫ້                       ຍອມໄດ້ເພື່ອລູກຄີງ!

ແມ່ຍອມໄດ້ທຸກສິ່ງ               ຍອດຍິ່ງພັນລະນາ

       ເກົ້າເດືອນອູ້ມບຸດຕາ     ຖືພາຢູ່ໃນທ້ອງ

ພ້ອມທັງອ້າຍເອື້ອຍນ້ອງ     ລວມແລ້ວກໍຫຼາຍເດືອນ

ລຳບາກນັ້ນຫາໃສເໝືອນ     ດັ່ງຄາວຖືພາເຈົ້າ

ແລ້ວຍັງນັ່ງກຳເຝົ້າ               ເພື່ອເຈົ້າແມ່ອົດທົນ!

       ເຖິງວ່າທຸກແມ່ອົດທົນ   ຫາລ້ຽງເຈົ້າທຸກເຊົ້າຄ່ຳ

ເຂົ້າທຸກຄຳບໍ່ເຄີຍຂາດ         ຊີ້ນປາອາຫານຕ່ອນ

ປ້ອນເຈົ້າບຸດຕານ້ອຍ          ຍິ້ມແຍ້ມສຸກພະທັຍ

ບຸດເປັນດັ່ງດວງໃຈ              ຈິງແທ້ຂອງແມ່ເອີຍ.


ສຸດທ້າຍທີ່ບໍ່ສຸດທ້າຍ ກໍຝາກໆແດ່ທຸກໆທ່ານເດີ

ເຮັດສິ່ງໃດໄດ້ກິນຫຍັງກໍຢ່າລືມຜູ້ທີ່ເປັນແມ່ເດີ

ສຸກໃດອັນປະເສີດ ພອນໃດອັນລ້ຳເລີດ ຈົງເກີດແດ່ທຸກຄົນເດີ!!!

ສາທຸ ສາທຸ ສາທຸ !!!





Delicious Digg Fark Twitter