ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2010 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາຍດີສະມາຊິກ ພັນລາວທຸກຄົນທີ່ ກົດເຂົ້າມາເບິ່ງ ໄດອາຣີ່ ບົດນີ້.....

ຄຳເຕືອນ ນັບແຕ່ວິນາທີ ທີ່ທ່ານຫຼົງກົດເຂົ້າມາເບິ່ງ.... ທ່ານຈະເຈິກັບ..... ກັບ..........ກັບສິ່ງທີ່ບໍ່ມີສາລະ..........o_0"

ຢ່າ.!! ຢ່າຟ້າວປິດໜ້າຕ່າງນີ້... ເຈົ້າຂອງໄດ ເວົ້າຢອກຊື່ໆໆໆ.... ເຮີເຮີເຮີ ...^3^...


ບໍ່ລີລາແລ້ວ..... ເຂົ້າປະເດັນກັນເລີຍ..... ນິ້ແມ່ນເລື່ອງທີ່ຖ່າຍທອດມາຈາກ ຄວາມຮູ້ສຶກຂອງຄົນໆ1... ເຊີ່ງມັນມີຢູ່ວ່າ...


ແຕ່ກີ້ແຕ່ກ່ອນ ບໍ່ດົນປານໃດ ຍັງມີຄົນສວນຜູ້1.. ລາວເປັນຄົນທີ່ມັກປູກດອກໄມ້ງາມໆເປັນຊີວິດຈິດໃຈ ໂດຍສະເພາະ ດອກທີ່ຮິດທີ່ສຸດ ກະຄື.. ດອກກຸຫຼາບ.. ລາວປູກທຸກປະເພດຂອງກຸຫຼາບເລີຍແຫຼ່ະສິບອກໃຫ້...

ພໍເວລາຜ່ານໄປ ສວນດອກກຸຫຼາບລາວກະກວ້າງໄກ ໃຫຍ່ເອົາແທ້ເອົາວ່າ..ຈົນລາວບໍ່ທັນສັງເກດວ່າມີຕົ້ນໄມ້ແປກປອມເກິດຂື້ນ.. ຕົ້ນອີ່ຫຍັງລະ..ແນ່ນອນ ມັນແມ່ນຕົ້ນໄມ້ທຳມະດາ ບໍ່ແມ່ນຕົ້ນດອກໄມ້ງາມໆດອກ...  ສິບລະດູໜາວ ຊາວລະດູຝົນຜ່ານໄປ.. ຕົ້ນໄມ້ຕົ້ນນັ້ນກໍ່ໃຫຍ່ ໃຫ້ຮົ່ມເງົາ..

ມື້້1 ຄົນສວນ ໄດ້ບັງເອີນສັງເກດເຫັນຕົ້ນໄມ້ ຕົ້ນນັ້ນ.. ລາວກະຈົ່ມວ່າ:

----""ເອົ໊າ!! ມາແຕ່ໃສອັນນີ້.. ເຮົາຄືບໍ່ໄດ້ປູກມັນໜາ.. ຕັດຖິ້ມສະບໍ.. ບໍ່ເຫັນມັນສິງາມເລີຍ.. ດອກກະບໍ່ມີ.. ອືມ.. ຄິດໄປຄິດມາ!! ຖ້າເຮົາຕັດ ມັນກະຕາຍ..ອີ່ຕົນເວີຍ ( ແບບວ່າລາວມັກປຸກດອກໄມ້ກະເລີຍ ເປັນຕາຖີບ ອຸ້ຍ!! sensitive!! >w< ) ປ່ອຍໃຫ້ມັນເປັນໄປຕາມທຳມະຊາດມັນດີກວ່າ...""

ແຕ່ລະມື້ ຄົນສວນກະໃຊ້ຊຶວີດກັບການປູກດອກກຸຫຼາບໄປເລື້ອຍໆໆໆໆໆ..ເວລາອິດເມື່ອຍ ລາວກະມັກມານອນພັກຜ່ອນຢູ່ກ້ອງຮົ່ມໄມ້ຮົ່ມດຽວທີ່ລາວມີໃນສວນ..ບາດລາວເຊົາເມື່ອຍລາວກະໄປ...

ຫຼາຍຟ້າຫຼ້າປີ... ສັງຂານຄົນກະປຽ່ນຕາມການເວລາ... ເຊັ່ນດຽວກັບຕົ້ນໄມ້.. ຊ້ຳບໍ່ໜຳມັນຍັງບໍ່ເຄີຍໄດ້ຮັບການບົວລະບັດຈາກຄົນສວນແຕ່ຢ່າງໃດ ( ແບບວ່າບໍ່ມີດອກງາມໆ ໃຫ້ເພີ່ນເຊີຍຊົມ ເພີ່ນກະເລີຍບໍ່ສົນ )...ມັນກະເລີຍໃກ້ສິຕາຍ.. ທັ້ງທີ່ຄົນສວນກະມານອນຢູ້ກ້ອງຕົ້ນໄມ້ທຸກມື້ ແຕ່ລາວກະບໍ່ເຄີຍສົນໃຈ....

ຈົນມາມື້1 ລາວຄິດວ່າຈະມາພັນຜ່ອນ.. ແຕ່ລາວກະຕ້ອງຕົກໃຈ ຍ້ອນ ເຫັນກອງໃບໄມ້ທີ່ຫຼົ່ນລົງເຕັມພື້ນດິນແຫ້ງແຕກເຫີບ.... ບໍ່ຮູ້ເປັນຫຍັງລາວຢືນຊຶງຢູ່ ນ້ຳຕາໄຫຼອາບແກ້ມ.... ( ອາລົມດຽວກັບ ພະເອກ ຢືນເບິ່ງ ຊາກສົບ ນາງເອກ ໃນໜັງເກົາຫຼີ... ອິອິອິອິ)

ຕອນນີ້ລາວຫັນໄປເບິ່ງສວນດອກກຸຫຼາບ ອັນເປັນທີ່ພູມໃຈ... ກົ້ມລົງມາເບິ່ງສອງມືຂອງໂຕເອງ.. ແລ້ວບໍ່ນ້ຳຕາກະແຕກອີກບາດ1.. ລາວຫາກໍ່ສັງເກດວ່າມືລາວມີແຕ່ບາດແຜທີ່ໄດ້ຈາກໜາມກຸຫຼາບຂອງລາວ...ຫຼາຍຄົນສົງໃສວ່າລາວຄືເສຍໃຈແທ້.. ຜູ້ຂຽນສິພາໄປອ່ານໃຈລາວ... ໄປເລີ໊ຍຍຍຍ!!!!!

v

v

ເຮົາມີຄວາມສຸກທີ່ເຫັນກຸຫຼາບເຮົາເບັ່ງບານ... ແຕ່ໃນທີ່ສຸດກະມີຄົນມາເອົາມັນໄປຈາກເຮົາ ເຮົາກະມາເລີ່ມປູກມັນໃໝ່... ແລ້ວກະມິຄົນມາເອົາມັນໄປຈາກເຮົາອີກ (ມີຄົນມາຊື້ຫັ້ນນາ)...ເບື້ອງຫຼັງສິ່ງທີ່ເຮົາເອີ້ນວ່າຄວາມສຸກກະມີແຕ່ ບາດແຜ ຄວາມເຈັບປວດແລະຄວາມອິດເມື່ອຍ....

^

^

ຄົນສວນກະເລີຍຫັນມາເບີ່ງຊາກຕົ້ນໄມ້ ໃກ້ໆລາວ ແລ້ວລາວກະຮູ້ສືກເຖິງຄວາມອົບອຸ່ນ ຜ່ອນຄາຍ ຢ່າງທີ່ລາວບໍ່ເຄີຍຮັບຮູ້ທັ້ງໆໄດ້ຮັບມັນໃນທຸກໆເທື່ອທີ່ລາວມານອນຫຼິ້ນ...

v

v

ກັບຕົ້ນໄມ້ຕົ້ນນີ້ທີ່ເຮົາບໍ່ເຄີຍສົນໃຈ..ມັນໄດ້ເປັນຮົ່ມເງົາໃຫ້ເຮົາອາໃສມາຕະຫຼອດ..ຖ້າແຕ່ກ່ອນເຮົາບົວລະບັດມັນດີກວ່ານີ້.. ມື້ນີ້ເຮົາກະຈະບໍ່ເສຍມັນໄປ.. ເຮົາບໍ່ເຄີຍສຳຜັດເຖິງສິ່ງທີ່ມັນໃຫ້ເຮົາ ຈົນຮອດມື້ນີ້.. ມື້ທີ່ເຮົາໄດ້ເສຍມັນໄປແລ້ວ... %FIN%


ຕອນນີ້ທຸກຄົນຄວນຫັນມາເບິ່ງ ຄົນທີ່ຢູ່ຂ້າງໆເຮົາໃນທຸກເວລາເຮົາເປັນທຸກ ເປັນຕົ້ນແມ່ນຄອບຄົວ ໝູ່ເພື່ອນ ຫຼື ຄົນທີ່ຫວັງດີຄົນນັ້ນ ແລ້ວຕັ້ງຄຳຖາມກັບໂຕເອງວ່າ.....

>>>>>>>>>>>>ເຮົາໃຫ້ຄວາມສຳຄັນກັບພວກເຂົາແລ້ວຫຼືຍັງ???<<<<<<<<<<<

Delicious Digg Fark Twitter